ຄະນະລັດຖະບານຂອງ ທ່ານທຣຳ, ໃນວັນອັງຄານທີ່ຜ່ານມານີ້ ໄດ້ຍົກຍ້ອງການເຈລະຈາໃນປະເທດຊາອຸດີ ອາຣາເບຍ ທີ່ປະກອບດ້ວຍ ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ຣັດເຊຍ, ແຕ່ບໍ່ມີເຈົ້າໜ້າທີ່ຂອງຢູເຄຣນ. ທຳນຽບຂ່າວກ່າວວ່າ ແນວທາງການທູດທີ່ແຍກກັນ ແຕ່ໃນທິດທາງອັນດຽວກັນ. ໃນການກ່າວຖະແຫລງແຍກກັນກັບຄູ່ເຮັດສົງຄາມ ເປັນບາດກ້າວທຳອິດອັນສຳຄັນ ໃນການຍຸຕິບັນຫາຂັດແຍ້ງທີ່ແກ່ຍາວມາສາມປີນັ້ນ ໄດ້ສັ່ນສະເທືອນຝ່າຍຢູໂຣບ. ອານິຕາ ພາວແວລ ນັກຂ່າວວີໂອເອປະຈຳທຳນຽບຂາວ ມີລາຍງານຈາກນະຄອນຫຼວງວໍຊິງຕັນ.
ຢູ່ທີ່ໂຕະເຈລະຈາເພື່ອຍຸຕິສົງຄາມທີີ່ຮ້າຍແຮງໃນ ຢູເຄຣນ, ໄດ້ຖືກຈັດຂຶ້ນ ຂະນະທີ່ບັນດາເຈົ້າໜ້າທີ່ຈາກ ວໍຊິງຕັນ ແລະ ມົສກູ, ແຕ່ບໍ່ມີເຈົ້າໜ້າທີ່ຈາກ ກີຢິບ ມານັ່ງຮ່ວມ ໃນວັນອັງຄານທີ່ຜ່ານມາ ຢູ່ນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ ເພື່ອເຈລະຈາຕໍ່ລອງເລື້ອງອະນາຄົດຂອງ ຢູເຄຣນ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ມາຣ໌ໂກ ຣູບີໂອ ກ່າວວ່າ ທັງສອງຝ່າຍໄດ້ຕົກລົງ “ຢ່າງກວ້າງຂວາງ” ກ່ຽວກັບການຈັດສັນພະນັກງານສະຖານທູດ ແລະການສ້າງຕັ້ງທີມເຈລະຈາສັນຕິພາບລະດັບສູງ.
ຢູ່ທີ່ບ້ານພັກຂອງທ່ານໃນລັດຟລໍຣີດາ, ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມຫວັງໃນແງ່ດີ ແລະບໍ່ຫົວຊານຳການວິພາກວິຈານໃດໆ ທີ່ວ່າ ຢູເຄຣນ ຄວນຖືກເຊື້ອເຊີນ.
ທ່ານ ດໍໂນລ ທຣຳ, ປະທານາທິບໍດີສະຫະລັດ ກ່າວວ່າ “ຂ້ອຍຄິດວ່າ ຂ້ອຍມີອຳນາດທີ່ຈະຍຸຕິສົງຄາມນີ້. ແລະຂ້ອຍຄິດວ່າ ມັນກຳລັງເປັນໄປຢ່າງດີຫຼາຍ, ແຕ່ມື້ນີ້ ຂ້ອຍໄດ້ຍິນວ່າ ‘ໂອ້ ແລ້ວໄປ, ພວກເຮົາບໍ່ໄດ້ຖືກເຊີນ.’ ເຈົ້າເຄີຍໄປທີ່ນັ້ນເປັນເວລາສາມປີ. ເຈົ້າຄວນຍຸຕິມັນໄດ້ແລ້ວ ພາຍໃນສາມປີ. ເຈົ້າບໍ່ຄວນເລີ້ມມັນເລີຍ. ເຈົ້າອາດເຮັດຂໍ້ຕົກລົງໄດ້.”
ທ່ານ ທຣຳ ຍັງໄດ້ໃຫ້ຂໍສັງເກດວ່າ ອັດຕາການຍອມຮັບຂອງປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັຍສກີ ໄດ້ຕົກລົງຈາກທີ່ເຄີຍຢູ່ໃນລະດັບທີ່ສູງເຖິງຟ້າ ໃນຊ່ວງເລີ້ມຕົ້ນຂອງບັນຫາຂັດແຍ້ງ ແລະບົ່ງຊີ້ໃຫ້ເຫັນເຖິງເງື່ອນໄຂຂອງການເຈລະຈາ.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ເວົ້າວ່າ “ເວລາໃດທີ່ພວກເຂົາເຈົ້າຢາກນັ່ງຢູ່ໂຕະ, ເຈົ້າສາມາດເວົ້າວ່າ ປະຊາຊົນຢູເຄຣນ, ຄົນຈະບໍ່ເວົ້າ ຄືວ່າ ‘ເຈົ້າກໍຮູ້’ ມັນເປັນເວລາຍາວນານ ນັບແຕ່ພວກເຮົາໄດ້ມີການເລືອກຕັ້ງ? ນັ້ນບໍ່ແມ່ນສິ່ງທີ່ ຣັດເຊຍ ເປັນ. ອັນນັ້ນ, ເປັນສິ່ງທີ່ມາຈາກຂ້າພະເຈົ້າ ແລະມາຈາກຫຼາຍຄົນຢູ່ປະເທດອື່ີນໆເຊັ່ນກັນ.”
ໃນນະຄອນຫຼວງອັງກາຣາ ຂອງເທີກີ, ທ່ານ ເຊເລັນສກີ ໄດ້ວິ້ງເຕັ້ນເພື່ອໃຫ້ມີສ່ວນຮ່ວມໃນການເຈລະຈາທັງໝົດ-ຄຽງຂ້າງບັນດາຄູ່ພາຄີຄື ສະຫະພາບຢູໂຣບ ແລະເທີກີ.
ທ່ານ ໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຂອງຢູເຄຣນກ່າວໃນພາສາຢູເຄຣນວ່າ “ຂ້າພະເຈົ້າເຊື່ອວ່າ ສຳລັບ ຢູເຄຣນ ແລະສຳລັບພາກພື້ນຂອງພວກເຮົາ, ສຳລັບ ຢູໂຣບ, ມັນສຳຄັນທີ່ສຸດທີ່ການເຈລະຈາຕໍ່ລອງຕ່າງໆເພື່ອຍຸຕິສົງຄາມຈະບໍ່ເກີດຂຶ້ນ ໂດຍປິດບັງກັບຝ່າຍທີີ່ສຳຄັນ ທີ່ໄດ້ຮັບຜົນກະທົບໂດຍການຮຸກຮານຂອງ ຣັດເຊຍ.”
ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ບໍ່ສົນໃຈໃນແນວຄວາມຄິດຂອງການຂະຫຍາຍໂຕະເຈລະຈາ.
ທ່ານ ເຊີເກ ລາວຣອຟ (Sergey Lavrov) ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ກ່າວໃນພາສາຣັດເຊຍວ່າ “ປັດຊະຍາຂອງປະເທດຢູໂຣບບໍ່ໄດ້ໄປໃສ, ສະນັ້ນ ຂ້າພະເຈົ້າຈຶ່ງບໍ່ຮູ້ວ່າ ພວກເຂົາເຈົ້າຄວນຈະເຮັດຫຍັງຢູ່ທີ່ໂຕະເຈລະຈາຕໍ່ລອງ. ຖ້າພວກເຂົາຈະສ້າງແນວຄິດບາງຢ່າງທີ່ສະຫຼາດກ່ຽວກັບການຢຸດເຊົາບັນຫາຂັດແຍ້ງ ໃນຂະນະທີ່ຕັ້ງໃຈຈະດໍາເນີນສົງຄາມຕາມທຳນຽມ, ທຳມະຊາດ ແລະພຶດຕິກຳ ຂອງພວກເຂົາເຈົ້າ ເພື່ອສືບຕໍ່ສົງຄາມ, ສະນັ້ນແລ້ວ ດ້ວຍເຫດຜົນອັນໃດທີ່ພວກເຮົາຈະຕ້ອງເຊີນພວກເຂົາມາຮ່ວມ?”
ບັນດານັກວິເຄາະກ່າວວ່າ ພວກເຂົາເຫັນເຫດຜົນບາງສ່ວນຢູ່, ດັ່ງນັ້ນ ເນື່ອງຈາກ ກີຢິບ ແລະ ມົສກູ ຍັງຢູ່ໄກກັນຫຼາຍ.
ທ່ານ ແຟຣດ ເຄແກນ (Fred Kagan), ນັກວິຊາການຢູ່ທີ່ສະຖາບັນບັນທຸລະກິດຂອງອາເມຣິກາ ກ່າວວ່າ “ມີເລື້ອງບໍ່ດີເລັກນ້ອຍກ່ຽວກັບວ່າ ຢູເຄຣນ ຖືກຕັດອອກຈາກຣີຢາດ ໄດ້ແນວໃດ ແລະມີເຫດຜົນອື່ນໆອີກ. ມັນເປັນພຽງສະຖານະການທີ່ບໍ່ທັນຈະແຈ້ງເທື່ອ, ແຕ່ແນວທາງທາງການທູດແບບຄູ່ຂະໜານນັ້ນ ແມ່ນບໍ່ເໝາະສົມ, ແຕ່ກໍບໍ່ແມ່ນວ່າ ບໍ່ດີເລີຍ, ເມື່ອຄຳນຶງວ່າ ແທ້ຈິງແລ້ວ ແຕ່ລະຝ່າຍຢູ່ຫ່າງກັນຫຼາຍປານໃດ.”
ທ່ານ ຊອລສ໌ ຄຸປຊັນ (Charles Kupchan), ເປັນເຈົ້າໜ້າທີ່ອາວຸໂສ ຢູ່ທີ່ສະພາສາຍສຳພັນລະຫວ່າງປະເທດກ່າວວ່າ “ການວິຈານນຶ່ງທີ່ຂ້າພະເຈົ້າຄວນຈະວິຈານຕໍ່ລັດຖະບານຂອງ ທ່ານ ທຣຳ ກໍຄື ຂ້າພະເຈົ້າຄິດວ່າ ລັດຖະບານເປີດເຜີຍຂໍ້ມູນຫຼາຍເກີນໄປ ກ່ອນມີການປຶກສາຫາລືຢ່າງຈິງຈັງເກີດຂຶ້ນ, ໂດຍກ່າວວ່າ ບໍ່ມີທະຫານສະຫະລັດໄປປະຈຳການໃນພື້ນທີ່ດັ່ງກ່າວ, ບໍ່ມີການເປັນສະມາຊິກອົງການເນໂຕ້. ອັນນີ້ ເປັນການເອົາລໍ້ແກ່ມາໄວ້ຢູ່ໜ້າມ້າ ເພາະວ່າ ພວກເຮົາຕ້ອງການເຮັດໃຫ້ຂໍ້ຕົກລົງບັນລຸ ເພື່ອຍຸຕິການສັງຫານກັນ.”
ທ່ານ ຣູູບີໂອ ກ່າວວ່າ ການເຈລະຈາກັນ ຈະມີຢູ່ຢ່າງຕໍ່ເນື່ອງ, ແຕ່ທ່ານບໍ່ໄດ້ກ່າວວ່າ ການເຈລະຈາຮອບຕໍ່ໄປ ຈະລວມມີ ຢູເຄຣນ ນໍາຫຼື ບໍ່.
ອ່ານລາຍງານນີ້ໃນພາສາອັງກິດ
The Trump administration on Tuesday hailed talks in Saudi Arabia that included U.S. and Russian officials but no Ukrainians. The White House said this parallel-track diplomacy — speaking separately with the warring partners — is a key first step in ending the three-year conflict that has rocked Europe. VOA White House correspondent Anita Powell reports from Washington.
The negotiating table to end the brutal war in Ukraine was set as officials from Washington and Moscow — but not Kyiv — sat down Tuesday in Riyadh, Saudi Arabia, to hash out Ukraine’s future.
U.S. Secretary of State Marco Rubio said the two sides agreed “broadly” on embassy staffing and on creating a high-level team for peace talks.
At his estate in the U.S. state of Florida, President Donald Trump expressed optimism and batted away criticism that Ukraine should have been invited.
((US President Donald Trump))
“I think I have the power to end this war. And I think it's going very well, but today I heard, ‘Oh well, we weren't invited.’ Well, you've been there for three years. You should have ended it in three years. You should have never started it. You could have made a deal.”
Trump also noted that Ukrainian President Volodymyr Zelenskyy’s approval ratings have fallen from their sky-high levels at the start of the conflict and hinted at a negotiating condition.
((US President Donald Trump))
“When they want a seat at the table, you could say, wouldn't the people of Ukraine have to say, like, ‘You know, it's been a long time since we've had an election?’ That's not a Russia thing. That's something coming from me and coming from many other countries also.”
In the Turkish capital of Ankara, Zelenskyy lobbied to be included in all talks — alongside partners like the European Union and Turkey.
((Volodymyr Zelenskyy, Ukrainian President (male, UKR)))
"I am convinced that for Ukraine and for our region, for Europe, it is critical that any negotiations to end the war are not happening behind the backs of the key parties affected by the Russian aggression."
Russia’s foreign minister dismissed the idea of enlarging the table.
((Sergey Lavrov, Russian Foreign Minister (male, RUS)))
"The European philosophy hasn't gone anywhere, so I don’t know what they should do at the negotiating table. If they are going to weasel out some cunning ideas about freezing the conflict while actually intending, as is their custom, nature and habit, to continue the war, then why should we invite them at all?"
Analysts say they see some logic to that, with Kyiv and Moscow so far apart.
((Fred Kagan, American Enterprise Institute))
“There's a little bit of overwrought-ness about how the Ukrainians are being cut out from Riyadh and so forth. It's just the situation is not entirely clear, but a parallel track diplomacy is not optimal, but not necessarily terrible, considering how far apart the sides actually are.”
Trump has spoken openly about some of his terms, which some analysts question.
((Charles Kupchan, Council on Foreign Relations))
“The one criticism that I would levy at the Trump administration is that I think it has given away too much even before any serious discussions have taken place, saying no U.S. boots on the ground, no NATO membership. // This is all putting the cart before the horse, because we need to get a deal to stop the killing.”
Rubio said talks would continue, but didn’t say whether the next round would include Ukraine.
ຟໍຣັມສະແດງຄວາມຄິດເຫັນ