ອົງການອະນາໄມໂລກລາຍງານວ່າ ມີຫລາຍກວ່າ 700 ຄົນ ຢູ່ສາທາລະນະລັດ ປະຊາທິປະໄຕຄອງໂກ ເປັນພະຍາດອີໂບລາ. ແລະດຽວນີ້ ປະເທດຊູດານໃຕ້ ແລະຣວັນດາ ທີ່ເປັນປະເທດເພື່ອນບ້ານນັ້ນ ແມ່ນກຳລັງພາກັນສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ຜາຍໄດ້. ແຕ່ວ່າ ພວກນັກຄົ້ນຄວ້າສະຫະລັດ ທີ່ຢູ່ໄກຈາກປະເທດດັ່ງກ່າວ ເທົ່າກັບເຄິ່ງນຶ່ງຂອງໂລກນັ້ນ ກຳລັງມີຄວາມຫວັງທີ່ຈະພັດທະນາຢາວັກຊິນຊະນິດໃໝ່ ທີ່ກຸ້ມດົນຂຶ້ນມາ ເພື່ອຕ້ານ ກັບໂຣກອີໂບລາ. Carol Pearson ນັກຂ່າວວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນຄອງໂກນັ້ນພະຍາດອີໂບລາ ໄດ້ເຮັດໃຫ້ 60 ເປີເຊັນຂອງຈຳນວນຄົນປ່ວຍທີ່ຕິດເຊື້ອໄວຣັສນີ້ ເສຍຊີວິດໄປ.
ພະຍາດດັ່ງກ່າວໄດ້ທຳລາຍສຸຂະພາບຂອງຄົນຢ່າງແຮງ…. ແມ່ນແຕ່ ຜູ້ທີ່ລອດຊີວິດມາ ຫລັງຈາກເປັນພະຍາດດັ່ງກ່າວແລ້ວ ກໍຍັງຕ້ອງໄດ້ອົດທົນຕໍ່ຜົນກະທົບຂອງມັນ.
ດຣ. ພອລ ສເປຍແມນ, ອຳນວຍການໂຮງໝໍເດັກ ຂອງເມືອງ ຊິນຊະນາຕີ (Cincinnati) ເວົ້າວ່າ
"ຂ້າພະເຈົ້າຄິດວ່າ ສິ່ງທີ່ເຮັດໃຫ້ມັນໜ້າຢ້ານຫລາຍກໍຄື ອັດຕາການເສຍຊີວິດ, ອາການໜັກໆທີ່ຄົນເປັນພະຍາດນີ້ຕ້ອງທົນທຸກຕໍ່ ແລະ ທີ່ຕົວຈິງແລ້ວ, ມັນຈະເກີດຂຶ້ນມາຕອນໃດກໍໄດ້ ແບບບໍ່ຄາດຄິດໄວ້ກ່ອນ."
ອັດຕາການເສຍຊີວິດຍິ່ງສູງກວ່າ ພາຍຫລັງທີ່ໄດ້ມີການສັກຢາປ້ອງກັນໂຣກນີ້ ຢູ່ໃນເຂດທະວີບອາຟຣິກາຕາເວັນຕົກ ຢູ່ໃນຊ່ວງທີ່ມີການແຜ່ລະບາດຂອງໂຣກ ອີໂບລາ ທີ່ເອົາຊີວິດຂອງ 11,000 ຄົນໄປແລ້ວນັ້ນ.
ດຣ. ພອລ ສເປຍແມນ, ເປັນຜູ້ນຳພານັກຄົ້ນຄ້ວາ ເພື່ອພັດທະນາຢາວັກຊິນທີ່ດີກວ່າ ແລະກຸ້ມດົນກວ່າເກົ່າ.
ພວກນັກຄົ້ນຄວ້າດັ່ງກ່າວກຳລັງດຳເນີນການທົດລອງຢູ່ຄລີນິກທີ່ລອງໃຊ້ຢາວັກຊິນກັນໂຣກອີໂບລາສອງຢ່າງຢູ່.
ທ່ານກ່າວເພີ້ມອີກວ່າ "ພວກເຮົາກຳລັງສັກຢາວັກຊິນຊະນິດນຶ່ງ ແລ້ວ ອີກອາທິດນຶ່ງ ກໍຈະສັກຢາວັກຊິນຊະນິດອື່ນຕາມມາອີກ. ແລະນັ້ນອາດຈະເຮັດໃຫ້ການປ້ອງກັນພະຍາດຢ່າງວ່ອງໄວໃຫ້ທ່ານໄດ້."
ຖ້າຫາກການເອົາຢາວັກຊິນມາປະສົມປະສານກັນ ສະແດງໃຫ້ເຫັນວ່າ ມີປະສິດທິຜົນດີ ມັນສາມາດເອົາໄປໃຊ້ຢູ່ໃນບັນດາປະເທດຢູ່ທະວີບອາຟຣິກາບ່ອນທີ່ພະຍາດອີໂບລາ ລະບາດຂຶ້ນເລື້ອຍໆນັ້ນໄດ້.
ດຣ. ສເປຍແມນໃຫ້ຄຳເຫັນຕໍ່ໄປວ່າ "ການລະບາດເຫລົ່ານີ້ ທີ່ເກີດຂຶ້ນຢູ່ໃນຫລາຍເຂດຂອງທະວີບອາຟຣິກາ ສາມາດເກີດຂຶ້ນມາໂດຍບໍ່ມີສັນຍານເຕືອນໃຫ້ຮູ້ແຕ່ຢ່າງໃດເລີຍໄດ້.”
ຢາປ້ອງກັນພະຍາດດັ່ງກ່າວ ບໍ່ສາມາດສະກັດກັ້ນເຊື້ອໄວຣັສອີໂບລາໄດ້ ແຕ່ວ່າ ມັນຜະລິດທາດໂປຣຕິນຫລັກຂອງເຊື້ອໄວຣັສອີໂບລາ ທີ່ອອກແບບມາເພື່ອເຮັດໃຫ້ລະບົບພູມຕ້ານທານ ມີປະຕິກິລິຍາຕອບໂຕ້ຕໍ່ເຊື້ອໄວຣັສນັ້ນໄດ້.
ພວກທີ່ເຂົ້າຮ່ວມໃນການຄົ້ນຄວ້ານີ້ ແມ່ນເຂົ້າໃຈເຖິງວິກິດການດ້ານສຸຂະພາບ ແລະມະນຸດສະທຳທີ່ເກີດມາຈາກພະຍາດອີໂບລານີ້ດີ.
ນາງ ຄຣິສຕີ ແຄລເລີ (Christy Keller), ຜູ້ທີ່ເຂົ້າຮ່ວມການສຶກສາຄົ້ນຄວ້ານີ້ ເວົ້າວ່າ
"ມີອັນໃດກໍຕາມ ທີ່ພວກເຮົາສາມາດເຮັດໄດ້ໂດຍຜ່ານການຄົ້ນຄວ້າເພື່ອສະກັດກັ້ນມັນໄວ້ ຫລືປ້ອງກັນບໍ່ໃຫ້ມັນເກີດຂຶ້ນໄດ້ ຫລືຜະລິດມັນຂຶ້ນມາ ເພື່ອວ່າຈະບໍ່ໃຫ້ມັນເປັນສິ່ງໃດ ສິ່ງນຶ່ງທີ່ຂະຫຍາຍໂຕຂຶ້ນຢ່າງໄວວາ ແລະກໍແຜ່ຜາຍອອກໄປຢ່າງໄວວາໄດ້ແລ້ວ ຂ້າພະເຈົ້າຄິດວ່າ ການເປັນສ່ວນນຶ່ງຂອງບາງສິ່ງບາງຢ່າງ ເຊັ່ນນັ້ນ ແມ່ນຄຸ້ມຄ່າ.”
ພະນັກງານປະຈຳຢູ່ໃນຫ້ອງທົດລອງເວົ້າວ່າ
“ສະນັ້ນ, ເຈົ້າມີນ້ຳຢາງເຫລືອງຫລື ປລາສມາ, ເຈົ້າມີເມັດເລືອດຂາວຢູ່ໃນເລືອດ, ມີເຈລອັນນີ້ ແລະແລ້ວກໍມີແຊລຂອງເມັດເລືອດແດງ... "
ເພື່ອຈະເຫັນໄດ້ວ່າ ພວກຢາວັກຊິນເຫລົ່ານີ້ ໃຊ້ການໄດ້ບໍ່ນັ້ນ ພວກນັກຄົ້ນຄວ້າ ໄດ້ທຳການທົດລອງເລືອດຕົວຢ່າງ ຂອງພວກອາສາສະໝັກທີ່ເກັບເອົາໄວ້ກ່ອນຈະໄດ້ຮັບການສັກຢາວັກຊິນ ທີ່ເປັນການທົດລອງ ແລະເລືອດທີ່ເກັບເອົາໄວ້ ຫລັງຈາກໄດ້ສັກຢາວັກຊິນແລ້ວ.
ດຣ. ຄານອລ ຊິງ (Karnall Singh) ຢູ່ໂຮງໝໍເດັກຂອງເມືອງຊິນຊະນາຕີ (Cincinnati) ໃຫ້ຄຳເຫັນວ່າ
"ພວກເຮົາມີຜົນກວດເພື່ອໃຊ້ເປັນພື້ນຖານວັດແທກ ຫລັງຈາກສັກຢາໄດ້ນຶ່ງ ອາທິດ, 2 ອາທິດ, ແລະພວກເຮົາເອົາຜົນກວດທັງສາມອັນ ມາທຽບໃສ່ກັນ ແລະສັງເກດເບິ່ງວ່າ ການສັກຢາວັກຊິນ ໄດ້ເຮັດໃຫ້ເກີດການປ່ຽນແປງຄືແນວໃດ."
ພວກນັກຄົ້ນຄວ້າຫວັງວ່າ ວຽກງານຂອງພວກເຂົາເຈົ້າ ສາມາດສະໜອງສິ່ງບົ່ງບອກໃຫ້ຮູ້ກ່ຽວກັບຢາວັກຊິນກັນໂຣກອີໂບລາອັນອື່ນ ເປັນແບບໄນໆ ໄດ້ ພ້ອມທັງສາມາດເຂົ້າໃຈຫລາຍຂຶ້ນກ່ຽວກັບວ່າຈະສ້າງພູມຄຸ້ມກັນຮ່າງກາຍແນວໃດ ເພື່ອຕ້ານກັບເຊື້ອໂຣກອື່ນໆ ທີ່ເປັນເຊື້ອໄວຣັສ, ເຊື້ອແບັກທີເຣຍ ຫລືເຊື້ອໂຣກອື່ນໆ ທີ່ສາມາດພາໃຫ້ເກີດພະຍາດໄດ້ນັ້ນ.