ລັດຖະມົນຕີວ່າການຕ່າງປະເທດ ເມັກຊິໂກ ທ່ານມາແຊໂລ ອີບຣາດ ມີກຳນົດ ຈະພົບ
ປະກັບ ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ໃນວັນອັງ ຄານມື້ນີ້ ແລະ
ບັນດາເຈົ້າໜ້າທີ່ຄົນອື່ນໆ ເພື່ອປຶກສາຫາລື ຄວາມພະຍາຍາມ ຂອງເມັກຊິໂກ ເພື່ອ
ຫລຸດຜ່ອນຈຳນວນພວກຄົນເຂົ້າເມືອງ ທີ່ເດີນທາງມາຍັງ ຊາຍແດນທາງພາກໃຕ້
ຂອງສະຫະລັດ.
ການເຈລະຈາ ມີມານຶ່ງວັນຫຼັງຈາກທີ່ ກົມພາສີແລະປົກປ້ອງຊາຍແດນ ຂອງ ສະຫະລັດ
ຫຼືເອີ້ນຫຍໍ້ວ່າ CBP ໄດ້ປະກາດວ່າ ຈຳນວນຂອງພວກຄົນເຂົ້າ ເມືອງທີ່ສາມາດສະກັດ
ໄດ້ ຢູ່ທີ່ຊາຍແດນລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຫລຸດລົງ 22 ເປີເຊັນ ໃນເດືອນ
ສິງຫາ ແລະໄດ້ກ່າວວ່າ ການລົດລົງ ແມ່ນ ເປັນຍ້ອນ ການຮ່ວມໄມ້ຮ່ວມມືຫຼາຍຂຶ້ນ
ຈາກຝ່າຍເມັກຊິໂກ.
ຮັກສາການຫົວໜ້າ ກົມ CBP ທ່ານມາກ ມໍແກນ ໄດ້ກ່າວວ່າ ຈຳນວນຂອງ ພວກຄົນ
ເຂົ້າເມືອງ ທີ່ໄດ້ຖືກຄວບຄຸມຕົວ ຫຼື ໄດ້ສົ່ງກັບຄືນຂ້າມຊາຍແດນ ລະຫວ່າງ ສະຫະລັດ
ກັບ ເມັກຊິໂກ ມີຈຳນວນ 64,000 ຄົນ ໃນເດືອນສິງ ຫາ. ທ່ານໄດ້ກ່າວວ່າ ເປັນການ
ຫລຸດລົງເຖິງ 22 ເປີເຊັນ ຈາກເດືອນກໍລະກົດ ແລະ ມີການຫລຸດລົງເຖິງ 56 ເປີເຊັນ
ຈາກຈຸດສູງສຸດ ໃນເດືອນພຶດສະພາ.
ເຖິງຈະມີການຫລຸດລົງໃນການຂ້າມເຂົ້າມາກໍຕາມ ຕົວເລກຂອງການຈັບກຸມ ໃນເດືອນ
ສິງຫາ ແມ່ນຍັງຄົງສູງສຸດສຳລັບເດືອນດັ່ງກ່າວ ຫຼາຍກວ່າໃນຮອບ ສິບປີ ແລະສູງຂຶ້ນ
ເຖິງ 17,000 ຄົນ ຫຼາຍກວ່າໃນໄລຍະເວລາດຽວກັນໃນ ປີກາຍນີ້.
ທ່ານມໍແກນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ວ່າ ເມັກຊິໂກ ໄດ້ເອົາ “ບາດ
ກ້າວເຂັ້ມງວດຂຶ້ນໃນທາງ ທີ່ບໍ່ເຄີຍມີມາກ່ອນ” ແລະໄດ້ເປັນ “ຄູ່ຮ່ວມງານ ຢ່າງແທ້ຈິງ”
ກັບສະຫະລັດ ນັບຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ ໃນການບັງຄັບ ໃຊ້ຂໍ້ຕົກລົງ
ລະຫວ່າງ ທັງສອງປະເທດ.
ເຖິງຢ່າງໃດກໍຕາມ ທ່ານໄດ້ກ່າວອີກວ່າ “ພວກເຮົາຮູ້ດີວ່າ ຈຳນວນດັ່ງກ່າວ ອາດຈະ
ເພີ້ມສູງຂຶ້ນເລື້ອຍໆ” ແລະ “ພວກເຮົາຕ້ອງການເມັກຊິໂກ ໃຫ້ເຮັດ ຫຼາຍຂຶ້ນ.” ທ່ານ
ມໍແກນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບວ່າ ເມັກຊິໂກ ຈະ “ປະຄັບປະຄອງລະດັບ
ຄວາມໝັ້ນໝາຍ ຂອງພວກເຂົ້າເຈົ້າ ທີ່ມີຢູ່ນັ້ນ.”
ທ່ານມໍແກນ ຍັງໄດ້ຮຽກຮ້ອງ ຕໍ່ລັດຖະສະພາສະຫະລັດ ໃຫ້ຮັບຜ່ານກົດໝາຍ ກ່ຽວກັບ
ຄົນເຂົ້າເມືອງ ທີ່ໄດ້ຮັບການປັບປຸງ ໂດຍກ່າວວ່າ ເປັນພຽງການແກ້ໄຂໄລຍະຍາວ ຕໍ່
ບັນຫາດັ່ງກ່າວນີ້. ທ່ານໄດ້ກ່າວຕື່ມວ່າ “ໃນນາມປະເທດຊາດ ພວກເຮົາ ບໍ່ສາມາດກາງ
ຕໍ່ປະເທດອື່ນໆ ໄດ້” ເພື່ອຮັບມືກັບວິກິດການ ກ່ຽວ ກັບເຂດຊາຍແດນພາກໃຕ້ຂອງ
ພວກເຮົາ.
ໃນເວລາຖືກຖາມວ່າ ຖ້າສຫະລັດ ສະແຫວງຫາອັນທີ່ເອີ້ນວ່າ ຂໍ້ຕົກລົງ “ປະເທດທີ່ສາມ
ທີ່ປອດໄພ” ກັບເມັກຊິໂກນັ້ນ ທ່ານມໍແກນ ໄດ້ກ່າວວ່າ “ພວກເຮົາ ແມ່ນກຳລັງຂ້າມໄປ
ຫາຟາກນຶ່ງ ...ເພື່ອທີ່ຈະໃຫ້ມີຂໍ້ຕົກລົງໃນການຮ່ວມມື.”
ຂໍ້ຕົກລົງປະເທດທີສາມທີ່ປອດໄພ ລະຫວ່າງ ສະຫະລັດ ແລະເມັກຊິໂກ ຈະໝາຍຄວາມ
ວ່າ ພວກອົບພະຍົບ ຈາກປະເທດໃນທະວີບອາເມຣິກາກາງ ຈະຕ້ອງໄດ້ສະແຫວງຫາ
ການປົກປ້ອງໃນເມັກຊິໂກ ແທນສະຫະລັດ ເສຍກ່ອນ.