ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ສືບ​ຕໍ່ການ​ຊ່ວຍ​ເຫຼືອ ເພື່ອ​ສ້າງ​ຄວາມ​​ອາດສາ​ມາດ ໃນ​ຂະ​ແໜງ​ເກັບ​ກູ້​ລະ​ເບີດ ບໍ່​ທັນ​ແຕກ


ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ ແລະທ່ານຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງງານ ແລະສະຫວັດດີການ ສັງຄົມ ໄດ້ເຂົ້າຮ່ວມ ເປັນສັກຂີພະຍານ ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫ່ວາງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ ໄຂບັນຫາ ລະເບີດຕົກຄ້າງຢູ່ລາວ ແລະບໍລິສັດທີທຣາເທັ​ຈ.
ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສຫລ ປະຈໍາ ສປປ ລາວ ແລະທ່ານຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງງານ ແລະສະຫວັດດີການ ສັງຄົມ ໄດ້ເຂົ້າຮ່ວມ ເປັນສັກຂີພະຍານ ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫ່ວາງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ ໄຂບັນຫາ ລະເບີດຕົກຄ້າງຢູ່ລາວ ແລະບໍລິສັດທີທຣາເທັ​ຈ.

ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາ ສປປ ລາວ
ແລະທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການ
ສັງຄົມ ໄດ້ເຂົ້າຮ່ວມ ເປັນສັກຂີພະຍານ ການລົງນາມເຊັນບົດບັນ ທຶກຄວາມເຂົ້າໃຈ ລະຫ່ວາງຄະນະກໍາມະການຄຸ້ມ ຄອງແຫ່ງຊາດ ເພື່ອການແກ້ ໄຂບັນຫາລະເບີດຕົກ
ຄ້າງຢູ່ ສປປ ລາວ (ຄຊກລ)ແລະ ບໍລິສັດທີທຣາເທັຈ (Tetratech) ເພື່ອສະໜັບສະ
ໜູນແຜນງານ ການສ້າງຄວາມອາດສາມາດ ໃນການເກັບກູ້ລະເບີດບໍ່ທັນແຕກ ຢູ່ທີ່
ນະຄອນຫລວງວຽງຈັນ ໃນວັນທີ 21 ມັງກອນຜ່ານ​ມານີ້. ໃນ​ຖາ​ນະ​ທີ່​ເປັນສ່ວນໜຶ່ງ
ຂອງການສະໜັບສະໜູນຂອງສະ​ຫະ​ລັດ ໃນຂະແໜງລະ​ເບີດ​ບໍ່​ທັນແຕກ ບໍລິສັດທີ
ທຣາເທັຈຈະມີບົດບາດສຳຄັນໃນ​ການຜັນຂະຫຍາຍທຶນຊ່ວຍເຫຼືອ ຂອງປະຊາຊົນ
ອາເມ​ຣິກາ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືຂອງສະ​ຫະ​ລັດ ກັບບັນດາ
ອົງການຈັດຕັ້ງ ຂອງລັດຖະບານລາວ ກໍຄື ກຄຊລ ແລະໂຄງການເກັບກູ້ລະເບີດແຫ່ງ
ຊາດ (ຄກລ).

ຂໍ້ຕົກລົງສະບັບໃໝ່ນີ້້ຈະຊ່ວຍໃຫ້ສະ​ຫະ​ລັດອາເມ​ຣິກາ ສືບຕໍ່ສະໜັບສະໜູນລັດຖະ
ບານລາວ ໃນການປະກອບສ່ວນ ສ້າງແຜນຍຸດທະສາດແຫ່ງຊາດ 10 ປີ ຂອງຂະ
ແໜງການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ທັງເປັນແຜນການ ເພື່ອກ້າວໄປສູ່ການບັນລຸເປົ້າ
ໝາຍການພັດທະນາແບບຍືນຍົງ ທີ 18 (SDG 18) ຄືການລົບລ້າງ ລະເບີດບໍ່ທັນ
ແຕກທີ່ເປັນສິ່ງກີດຂວາງຕໍ່ການພັດທະນາໃຫ້ ໄດ້ ພາຍໃນປີ 2030. ນອກຈາກນັ້ນ
ຂໍ້ຕົກລົງສະບັບໃໝ່ນີ້ ສ້າງຂຶ້ນບົນພື້ນຖານ ຄວາມຄືບໜ້າ ທີ່ໄດ້ປະຕິບັດໃນໄລຍະ
3 ປີຜ່ານມາ ໂດຍຜ່ານການສະໜັບ ສະໜູນທຶນຈຳນວນ 90 ລ້ານໂດລາສະຫະລັດ
ເພື່ອດຳເນີນການສຳຫຼວດອີງ ໃສ່ຈຸດຫຼັກຖານການຕົກຄ້າງຂອງລະເບີດບໍ່ທັນແຕກ
ແລະ ເພື່ອສະໜັບສະໜູນ ການດຳເນີນງານການເກັບກູ້ຢ່າງຕໍ່ເນື່ອງ ໃນທົ່ວ ສປປ
ລາວ. ປັດຈຸບັນນີິ້ ການສຳຫຼວດກຳລັງດຳເນີນຢູ່ແຂວງ ສະຫັວນນະເຂດ ຊຽງຂວາງ
ສາລະວັນ ເຊກອງ ຈຳປາສັກ ແລະ ອັດຕະປື. ການຊ່ວຍເຫຼືອຂອງລັດຖະບານສະ​
ຫະ​ລັດ ອາເມຣິກາ ສຳລັບຂະແໜງ ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກໃນລາວຈະຊ່ວຍ
ສະ ໜັບສະໜູນການດຳເນີນ ງານ ການເກັບກູ້ໃຫ້ກ້າວຕໍ່ໄປຂ້າງໜ້າ. ການສຳຫຼວດ ທີກຳລັງເນີນຢູ່ນີ້ຈະນຳໄປສູ່ການກຳນົດ ຄວາມຕ້ອງການໃນການເກັບກູ້ໄດ້ດີຂຶ້ນ ແລະສາມາດຊ່ວຍໃຫ້ມີການສະໜອງທຶນເພີ່ມຕື່ມ ໃນການດຳເນີນການເກັບກູ້ໃນ
6 ແຂວງນີ້.

ທ່ານທູດສະ​ຫະ​ລັດອາເມ​ຣິກາ ຣີນາ ບິດເຕີ ກ່າວວ່າ “ພວກເຮົາມີຄວາມພາກພູມ
ໃຈໃນການລົງ ທຶນໃສ່ອານາຄົດຂອງ ສປປ ລາວ ໂດຍການສະໜັບສະໜູນ ຂະ
ແໜງການ ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ. ພວກເຮົາຈະສືບຕໍ່ ສະໜັບສະໜູນ ສປປ
ລາວ ສ້າງແຜນຍຸດທະສາດເພື່ອສາມາດບັນລຸ ເປົ້າໝາຍ SDG 18 ນັ້ນ ກໍຄືການ
ເກັບກູ້ ລບຕ ເຊິ່ງເປັນສິ່ງກີດຂວາງຕໍ່ການພັດທະນາໃຫ້ໄດ້ ພາຍໃນປີ 2030 ເພື່ອໃຫ້ປະຊາຊົນລາວສາມາດບັນລຸທ່າແຮງບົ່ມຊ້ອນຂອງຕົນຢ່າງເຕັມ ສ່ວນ ແລະມີອານາຄົດທີ່ສະຫງົບສຸກ, ຈະເລີນຮຸ່ງເຮືອງ ແລະ ປອດໄພ”

ສະ​ຫະ​ລັດອາເມລິກາ ຈະຮ່ວມມືກັບ ລັດຖະບານ ແລະປະຊາຊົນ ສປປ ລາວ
ສ້າງຄວາມອາດ ສາມາດໃນຂະແໜງ ລບຕ ປັບປຸງການສຶກສາ ສົ່ງເສີມສຸຂະ
ພາບ ແລະໂພຊະນາການ ອໍານວຍຄວາມສະດວກການຄ້າ ແລະການລົງທຶນ
ແລະ ສ້າງຄວາມເຂັ້ມແຂງໃຫ້ການສ້າງເປັນ ລັດແຫ່ງກົດໝາຍ ເຊິ່ງແມ່ນຄວາມ ມຸ້ງໝັ້ນຂອງພວກເຮົາ ທີ່ຈະເຮັດໃຫ້ ສປປ ລາວ ເຂັ້ມແຂງ ຈະເລີນຮຸ່ງເຮືອງ ແລະ ເປັນເອກະລາດ.

VIENTIANE, LAO PDR – United States Ambassador to Lao PDR Rena Bitter and Minister of Labor and Social Welfare Dr. Khampeng Saysompeng witnessed on January 21 in Vientiane the signing of an MOU between the National Regulatory Authority (NRA) of Laos and Tetratech to support UXO capacity building programs. As part of the United States’ support for the UXO sector, Tetratech plays a critical role in channeling the American people’s funds to strengthen our partnership with the Lao government organizations NRA and UXO Lao.

This new agreement helps the United States continue to support the Lao Government as it formulates its 10-year National Strategic Plan for the UXO Sector, a plan that will map the path to achieving SDG 18 – the elimination of UXO as a barrier to national development by 2030. In addition, the new agreement builds on progress made in the past three years through $90 million in U.S. funding to conduct an evidence-based survey of UXO contamination and to support continued clearance operations throughout Lao PDR. Now that the surveys are underway in the provinces of Savannakhet, Xieng Khouang, Salavane, Sekong, Champasak and Attapeu, U.S. Government assistance for the UXO sector in Laos will support UXO clearance operations going forward. The ongoing survey leads to better identified clearance needs, and it enables further funding for clearance operations in these six provinces.

“We are proud to invest in the future of Laos by supporting the UXO sector,” said U.S. Ambassador Rena Bitter. “The United States will continue to support the Lao PDR in formulating its strategy for reaching its achievable goal, SDG 18, to remove UXO as a barrier to development by 2030, so that the people of the Lao PDR are free to reach their full potential and enjoy a peaceful, prosperous and safe future.”

The United States partners with the Lao government and the people of Laos to build capacity in the UXO Sector, improve education, promote health and nutrition, facilitate trade and investment, and strengthen the rule of law as part of our commitment to a strong, prosperous, and independent Laos.

XS
SM
MD
LG