ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ກ່າວປະນາມຄັ້ງໃໝ່ ຕໍ່ໄນຈີເຣຍ ທີ່ໄດ້ງົດການໃຊ້ທວີດເຕີ


ຊາຍຄົນນຶ່ງໄດ້ໃຊ້ໂທລະສັບມືຖືຂອງລາວອ່ານຫົວຂໍ້ຂ່າວໃນ Twitter ຢູ່ໃນຫ້ອງການແຫ່ງນຶ່ງໃນນະຄອນ Lagos ຂອງໄນຊີເຣຍ, ວັນທີ 7 ມິຖຸນາ, 2021
ຊາຍຄົນນຶ່ງໄດ້ໃຊ້ໂທລະສັບມືຖືຂອງລາວອ່ານຫົວຂໍ້ຂ່າວໃນ Twitter ຢູ່ໃນຫ້ອງການແຫ່ງນຶ່ງໃນນະຄອນ Lagos ຂອງໄນຊີເຣຍ, ວັນທີ 7 ມິຖຸນາ, 2021

ສະຫະລັດໄດ້ກ່າວປະນາມຄັ້ງໃໝ່ຕໍ່ໄນຈີເຣຍ ທີ່ໄດ້ງົດການໃຊ້ທວີດເຕີ (Twitter) ໄວ້ເມື່ອມໍ່ໆມານີ້, ເຊິ່ງເປັນການກະທຳທີ່ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດກ່າວວ່າ ເປັນສັນຍານບົ່ງບອກເຖິງການຈຳກັດພື້ນທີ່ທາງການເມືອງໃນປະເທດທີ່ໃຫຍ່ທີ່ສຸດໃນຂົງເຂດຕາເວັນຕົກຂອງທະວີບອາຟຣິກາ.

ພວກເຈົ້າໜ້າທີ່ໄນຈີເຣຍໄດ້ງົດການໃຊ້ທວີດເຕີ (Twitter) ໄວ້ຢ່າງບໍ່ມີກຳນົດໃນຕົ້ນເດືອນນີ້ ຫລັງຈາກບໍລິສັດສື່ສັງຄົມ ທີ່ຕັ້ງຢູ່ສະຫະລັດໄດ້ລຶບການຂຽນຂໍ້ຄວາມລົງໃນທວີດເຕີຂອງປະທານາທິບໍດີປະເທດດັ່ງກ່າວ, ທ່ານມູຮໍາມາດູ ບູຮາຣີ (Muhammadu Buhari) ຍ້ອນໄດ້ລະເມີດເງື່ອນໄຂການ ໃຫ້ບໍລິການຂອງບໍລິສັດດັ່ງກ່າວ.

“ການງົດການໃຊ້ທວີດເຕີເປັນເລື້ອງທີ່ໜ້າເປັນຫ່ວງ ແລະຍັງເປັນແຫລ່ງທີ່ພາ ໃຫ້ເປັນຫ່ວງຢູ່,” ນັ້ນຄືຄໍາເວົ້າຂອງທ່ານນາງອັກຄັນນາ ຄຸກ (Akunna Cook), ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດຮັບ
ຜິດຊອບວຽກງານອາຟຣິກາ ກ່າວຢູ່ໃນກອງປະຊຸມສຳມະນາທາງອອນລາຍໃນວັນຈັນວານນີ້ ທີ່ຈັດຂຶ້ນໂດຍສະພາແອັດແລນຕິກ (Atlantic) ທີ່ຕັ້ງຢູ່ນະຄອນ
ຫຼວງວໍຊິງຕັນ.

ທ່ານນາງ ຄຸກ (Cook), ລູກສາວຂອງຊາວອົບພະຍົບໄນຈີເຣຍກ່າວວ່າ ປະ ເທດດັ່ງກ່າວສາມາດ "ມີບົດບາດທີ່ມີລັກສະນະສ້າງສັນ" ໃນພາກຕາເວັນຕົກຂອງທະວີບອາຟຣິກາແຕ່ວ່າ "ສັນຍານນີ້ສະແດງໃຫ້ເຫັນການປິດພື້ນທີ່ການ ເມືອງ" ແລະສັນຍານສະແດງໃຫ້ເຫັນການຈຳກັດເສລີພາບໃນການປາກເວົ້າແມ່ນເປັນເລື້ອງທີ່ໜ້າເປັນຫ່ວງຫລາຍ.

ໄພຂົ່ມຂູ່ຕາມມາຂອງລັດຖະບານໄນຈີເຣຍ ໃນການຈັບກຸມ ແລະການດຳເນີນຄະດີຕໍ່ພົນລະເມືອງຂອງຕົນ ທີ່ໃຊ້ທວີດເຕີ ໄດ້ພາໃຫ້ມີການຕໍາໜິຢ່າງກວ້າງ ຂວາງຈາກບັນດາປະເທດຕາເວັນຕົກ ແລະອົງການສິດທິມະນຸດສາກົນ. ເຈົ້າຫນ້າທີ່ໄນຈີເຣຍກ່າວວ່າ ພວກເຂົາເຈົ້າຫ້າມໃຊ້ທວີດເຕີ (Twitter) ເນື່ອງຈາກວ່າມັນຖືກນຳໃຊ້ "ເພື່ອເຮັດກິດຈະກຳທີ່ມີຄວາມສາມາດບ່ອນທຳລາຍຄວາມຄົງຕົວຢູ່ໄດ້ ຂອງບໍລິສັດຂອງໄນຈີເຣຍ" ຕະຫລອດມາ.

ໃນວັນຈັນວານນີ້ ຢູ່ໃນການກ່າວອີກຕອນນຶ່ງຕ່າງຫາກນັ້ນ ທ່ານນາງຄຸກໄດ້ເອີ້ນຈີນວ່າເປັນ "ຄູ່ແຂ່ງທາງຍຸດທະສາດ" ຢູ່ໃນທະວີບດັ່ງກ່າວ ໃນຂະນະທີ່ຮຽກ ຮ້ອງໃຫ້ປັກກິ່ງມີ "ຄວາມໂປ່ງໃສຫຼາຍຂຶ້ນ" ໃນເວລາທີ່ເອົາເງິນກູ້ໃຫ້ແກ່ບັນດາປະເທດອາຟຣິກາ.

“ຄວາມໂປ່ງໃສຈຳກັດການສໍ້ລາດບັງຫຼວງໄດ້,” ນັ້ນຄືຄໍາເວົ້າຂອງຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ. ທ່ານນາງກ່າວຕໍ່ໄປວ່າ “ຈີນໄດ້ກາຍເປັນປະເທດທີ່ປ່ອຍເງິນກູ້ລາຍໃຫຍ່ ໃຫ້ແກ່ບັນດາປະເທດໃນຂົງເຂດອາຟຣິກາ ແລະຜູ້ກູ້ຢືມລາຍໃຫຍ່ຈາກຈີນແມ່ນປະສົບຄວາມຫຍຸ້ງຍາກ, ດີ້ນຮົນຢູ່ກັບການເປັນໜີ້ຕະຫລອດໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG