ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເປີດເຜີຍ ລາຍລະອຽດ ຕື່ມອີກ ກ່ຽວກັບ ນະໂຍບາຍ ການນຳໃຊ້ເຮືອບິນໂດຣນ ເພື່ອ ການໂຈມຕີສັດຕູ


ທະຫານອາກາດຄົນໜຶ່ງ ກຳລັງແນະນຳໃຫ້ຮູ້ກ່ຽວກັບ ເຮືອບິນໂດຣນ MQ-9 Reaper ຂອງກອງທັບອາກາດ
ສະຫະລັດ ໃນຂະນະທີ່ ມັນກຳ ກຽມທີ່ຈະບິນຂຶ້ນ ຈາກ
ສະໜາມບິນ Kandahar ໃນອັຟການິສຖານ, ວັນທີ 9 ມີນາ 2016.
ທະຫານອາກາດຄົນໜຶ່ງ ກຳລັງແນະນຳໃຫ້ຮູ້ກ່ຽວກັບ ເຮືອບິນໂດຣນ MQ-9 Reaper ຂອງກອງທັບອາກາດ ສະຫະລັດ ໃນຂະນະທີ່ ມັນກຳ ກຽມທີ່ຈະບິນຂຶ້ນ ຈາກ ສະໜາມບິນ Kandahar ໃນອັຟການິສຖານ, ວັນທີ 9 ມີນາ 2016.

ສະຫະພັນຄຸ້ມຄອງສິດເສລີພາບຂອງພົນລະເມືອງອາເມຣິກັນ ຫຼື ACLU ໄດ້ກ່າວເມື່ອ ວັນເສົາວານນີ້ວ່າ ທຳນຽບຂາວ ໄດ້ເປີດເຜີຍ ສະບັບທີ່ກວດແກ້ແລ້ວ ນະໂຍບາຍ ຊຶ່ງ ໃນຄັ້ງໜຶ່ງເຄີຍປິດລັບ ກ່ຽວກັບການນຳໃຊ້ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເພື່ອຕໍ່ສູ້ ການກໍ່ການຮ້າຍ ໃນທົ່ວໂລກ ຂອງປະທານາທິບໍດີ ບາຣັກ ໂອບາມາ.

ເອກະສານ 18 ໜ້າ ລະບຸ “ບົດແນະນຳ ນະໂຍບາຍ ປະທານາທິບໍດີ” ກ່ຽວກັບເລື່ອງ ເຮືອບິນ ໂດຣນ ທີ່ລຽບລຽງອັນທີ່ກ່າວວ່າ ເປັນການປົກປັກຮັກສາ ເພື່ອຈະເຮັດໃຫ້ມີ ການເສຍຊີວິດ ຂອງພົນລະເຮືອໜ້ອຍທີ່ສຸດ ທີ່ເກີດຈາກເຮືອບິນທີ່ບັງຄັບໂດຍທາງໄກ. ມັນຮຽກຮ້ອງກອງກຳລັງທະຫານອາເມຣິກັນ ໃຫ້ໃຊ້ອາວຸດເຊັ່ນນັ້ນ ພຽງໃນເວລາ ທີ່ ເກືອບມີຄວາມແນ່ນອນແລ້ວ” ວ່າ ເປົ້າໝາຍກໍ່ການຮ້າຍ ແມ່ນຢູ່ພາຍໃນລັດສະໝີ ແລະ ວ່າ ພວກທີ່ບໍ່ແມ່ນນັກລົບ ຈະບໍ່ຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັບ.

ບັນດານັກຂ່າວ ຜູ້ທີ່ໄດ້ອ່ານ ເອກະສານລາຍງານຢ່າງຄົບຖ້ວນ ລາຍງານວ່າ ມັນ ອະນຸຍາດ ໃຫ້ພະນັກງານຮັກສາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ຮັບການ ຍົກເວັ້ນຈາກການກວດສອບຄືນໂດຍລັດຖະສະພາ ຊຶ່ງເປັນບົດບາດທີ່ເປັນແກ່ນສານ ໃນຂະບວນການຂອງການແນເປົ້າໝາຍໃສ່ພວກກໍ່ການຮ້າຍບຸກຄົນໃດ ຄວນຖືກ ຂ້າຕາຍ.

ແຜນການການປະຕິບັດງານ ເພື່ອສັງຫານ ຫຼື ຈັບພວກຜູ້ຕ້ອງສົງໄສກໍ່ການຮ້າຍ ສ່ວນ ຫຼາຍແມ່ນຄິດຄົ້ນຂຶ້ນມາໂດຍ ອົງການສືບລັບ CIA ຫຼື ໂດຍທະຫານສະຫະລັດ ແມ່ນ ໄດ້ຖືກກວດເບິ່ງຄືນ ໂດຍສະພາຄວາມໝັ້ນຄົງແຫ່ງຊາດ ຫຼື NSC. ເອກະສານດັ່ງກ່າວ ໄດ້ຖືກເປີດເຜີຍ ໃນວັນເສົາວານນີ້ ທີ່ຊີ້ໃຫ້ເຫັນວ່າ ບັນດາຜູ້ຕາງໜ້າຂອງກະຊວງ ແລະ ອົງການຕ່າງໆ ອາດຈະພົບປະກັນ ເພື່ອສົນທະນາ ແຜນການໂຈມຕີ ທີ່ເຈາະຈົງ ແຕ່ ປະທານຂອງ NSC ຈະເປັນຜູ້ຕັດສິນຊີ້ຂາດ.

ສານລັດຖະບານກາງ ໄດ້ສັ່ງ ລັດຖະບານເມື່ອ 6 ເດືອນກ່ອນ ໃຫ້ເຜີຍແບ ເອກະສານ ນະໂຍບາຍ ດັ່ງກ່າວ ທີ່ຮູ້ຈັກກັນໂດຍບໍ່ເປັນທາງການ ພາຍໃນບັນດາເຈົ້າໜ້າທີ່ຂັ້ນສູງ ຂອງສະຫະລັດ ຄື “playbook” ສຳລັບ ການນຳໃຊ້ໂດຣນ ໃນການຕອບໂຕ້ຕໍ່ການ ຟ້ອງຮ້ອງ ໂດຍ ACLU ທີ່ໄດ້ອ້າງອິງເຖິງ ກົດໝາຍວ່າດ້ວຍ ເສລີພາບດ້ານຂໍ້ມູນ ຫຼື Freedom of Information Act. ສະບັບທີ່ໄດ້ຖືກເປີດເຜີຍ ໃນວັນເສົາວານນີ້ ໄດ້ຖືກ ອະທິບາຍ ວ່າ ເປັນສະບັບ “ດັດແກ້” ຫຼື ກວດສອບໂດຍບັນນາທິການ ເພື່ອຮັກສາໄວ້ ລາຍລະອຽດສະເພາະຕ່າງໆ ຊຶ່ງການເປີດເຜີຍນັ້ນ ອາດຈະເຮັດໃຫ້ຄວາມໝັ້ນຄົງ ຂອງຊາດຕົກເປັນອັນຕະລາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG