ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ໄທ ຕັດ​ສິນ ​ຂັງ​ຄຸກ ຕະຫຼອດ​ຊີ​ວິດ ທ້າວ ໄຊ​ຊະ​ນະ ລາ​ຊາ ຢາ​ບ້າ​ ຈາກ ລາວ


ເຈົ້າ​ພໍ່​ຄ້າ​ຢາ​ເສບ​ຕິດ​ ຈາກ ລາວ ທ້າວ ໄຊ​ຊະ​ນະ ແກ້ວ​ພິມ​ພາ, ກາງ, ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນບາງກອກ, 18 ເມ​ສາ 2017.
ເຈົ້າ​ພໍ່​ຄ້າ​ຢາ​ເສບ​ຕິດ​ ຈາກ ລາວ ທ້າວ ໄຊ​ຊະ​ນະ ແກ້ວ​ພິມ​ພາ, ກາງ, ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນບາງກອກ, 18 ເມ​ສາ 2017.

​ສານ​ແຫ່ງ​ນຶ່ງ​ຂອງ​ໄທ ໄດ້​ຕັດ​ສິນ​ໂທດ​ຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ​ຄັ້ງ​ທີ 2 ໃນ​ວັນ​ພຸດມື້ນີ້ ແກ່​
ລາຊາຄ້າຢາເສບຕິດຈາກລາວ ຊຶ່ງການພົວພັນທາງສັງຄົມກັບບຸກຄົນທີ່ມີຊື່ສຽງຫຼາຍໆ
ຄົນ ໄດ້ຖືກເປີດເຜີຍໃຫ້ຊາບໃນການຈັບກຸມຜູ້ກ່ຽວ ອີງ​ຕາມ​ລາຍງ​ານຂອງ​ອົງ​ການ​ຂ່າວ
ເອ​ພີ.

ສານ​ອາ​ຍາ​ທີ່​ບາງກອກ ຂອງ​ໄທ ໃນ​ຂັ້ນ​ຕົ້ນ​ໄດ້​ຕັ​ດ​ສິນ ປະ​ຫານ​ຊີ​ວິດ ​ທ້າວ​ໄຊ​ຊະ​ນະ
ແກ້ວພິມພາ ຍ້ອນລັກລອບຢາບ້າ 1 ລ້ານເມັດ ຈາກລາວ ເຂົ້າໄປຍັງພາກ​ໃຕ້ຂອງ​ໄທ
ແລະ ມາເລເຊຍ ແຕ່ໄດ້ຫລຸດໂທດຜູ້ກ່ຽວລົງເປັນ ຈຳຄຸກຕະຫລອດ​ຊີ​ວິດ ຍ້ອນ​ລາວ​ໄດ້
ໃຫ້ຄວາມຮ່ວມມື ໃນລະຫວ່າງການສອບປາກຄຳຂອງ​ຕຳ​ຫຼວດ.

ສານ​ແຫ່ງ​ດຽວ​ກັນ​ນີ້ ໃນ​ເດືອນ​ມີນາ​ຜ່ານ​ມາ ໄດ້​ຕັດ​ສິນ​ໃຫ້​ທ້າວ​ໄຊ​ຊະ​ນະ ຕິດ​ຄຸກຕະ
ຫລອດຊີວິດ ຍ້ອນລັກລອບຢາບ້າ 1 ລ້ານ 2 ເມັດຈາກລາວ ຫຼັງຈາກພວກ​ຄ້າ​ຢາ​ເສບ
ຕິດໄດ້ລະບຸວ່າ ຜູ້ກ່ຽວເປັນຫົວໜ້າຕາໜ່າງລັກລອບຄ້າຢາເສບຕິດ.

ຄະ​ດີ​ຂອງ​ທ້າວ​ໄຊ​ຊະ​ນະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ເປັນ​ພິ​ເສດ ເວ​ລາ​ຜູ້​ກ່ຽວ​ຖືກ​ຈັບ​ໃນ
ປີກາຍນີ້ ຍ້ອນມີຄວາມສົງໄສທີ່ຍັງບໍ່ສາມາດພິສູດໄດ້ເທື່ອ ບຸກຄົນສຳຄັນ​ທີ່​ມີ​ຊື່​ສຽງ​ຂອງ
ໄທ ບາງຄົນທີ່ລາວມີສ່ວນ ກ່ຽວຂ້ອງນຳນັ້ນພົວພັນກັບກິດຈະການຂອງລາວ. ຫລັງຈາກ
ໄດ້ຖືກຈັບໃນວັນທີ 19 ມັງກອນ ປີ 2017 ກໍມີການເປີດເຜີຍຮູບທ້າວໄຊຊະນະ ທີ່ຖ່າຍ
ກັບບຸກຄົນສຳຄັນໆ ຮວມທັງນາຍຕຳຫຼວດ ແມ່ນໄດ້ນຳອອກເຜີຍແຜ່ທາງສື່ສັງຄົມ.

A court in Thailand gave a second life sentence Wednesday to a drug kingpin from Laos whose social connections to various celebrities were exposed by his arrest.

Bangkok's Criminal Court initially handed Xaysana Keophimpha a death sentence for smuggling 1 million methamphetamine pills from Laos to southern Thailand and Malaysia, but reduced his punishment to life in prison because he cooperated during the police investigation.

The same court in March had handed Xaysana a life sentence over the smuggling of 1.2 million methamphetamine pills from Laos after a group of traffickers identified him as the leader of their network.

Xaysana's case drew great attention when he was arrested last year because of unproven suspicions that some Thai celebrities with whom he fraternized were implicated in his activities. After his arrest on Jan. 19, 2017, photographs of Xaysana with public figures, including police officers, circulated widely on social media.

Wednesday's court ruling was about a drug smuggling case in August 2016, for which an associate of Xaysana was also given a life sentence. The court acquitted Xaysana in another case involving the smuggling of 2.3 million methamphetamine tablets, citing doubts about the prosecution's arguments.

Thai and Malaysian officials have announced other arrests they say are connected to Xaysana's drug syndicate.

XS
SM
MD
LG