ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຖິງມີການຊ່າລື ວ່າອຽງໄປຫາຈີນ ສຫລ ຍັງຢືນຢັນ ຮັດແໜ້ນສາຍສໍາພັນ ກັບມຽນມາ


ທ່ານນາງ ອອງຊາງ ຊູຈີ (ຂວາ) ໄດ້ຮັບການຕ້ອນຈາກ ພະສັນຕະປະປາ Francis ໃນພິທີພົບປະເປັນການສ່ວນໂຕ ທີ່ນະຄອນ Vatican ວັນທີ 4 ພຶດສະພາ 2017.
ທ່ານນາງ ອອງຊາງ ຊູຈີ (ຂວາ) ໄດ້ຮັບການຕ້ອນຈາກ ພະສັນຕະປະປາ Francis ໃນພິທີພົບປະເປັນການສ່ວນໂຕ ທີ່ນະຄອນ Vatican ວັນທີ 4 ພຶດສະພາ 2017.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງ​ຂອງ​ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ ສືບ
ຕໍ່​ໄດ້​ຮັບຄວາມ​ສຳພັນ​ “ອັນ​ດີຫລາຍ”ກັບມຽນມາ ທ່າມກາງ​ຄວາມ​ຊາ​ລື​ກັນວ່າ ປະ​ເທດ
ດັ່ງກ່າວອຽງ​ໄປ​ໜ້າ​ໄປ​ຫາ​ຈີນ ​ແລະ​ເຖິງ​ແມ່ນວ່າ ທີ່​ຈິງ​ແລ້ວ ຜູ້ນຳ​ທ່ານ​ນາງ Aung
San Suu Kyi ທີ່​ແປ​ທັບ ບໍ່​ໄດ້ຫາ​ໂອກາດ​ພົບ​ປະກັບ ລັດຖະມົນຕີ​ຕ່າງປະ​ເ​ທດຄົນ
​ໃໝ່ຂອງ​ສະຫະລັດທ່ານ Rex Tillerson ​ໃນ​ນະຄອນຫລວງ ວໍ​ຊິງ​ຕັນ​ໃນ​ອາທິດ​ນີ້.

ອີງ​ຕາມ​ກະຊວງ​ຕ່າງປະ​ເທດ ທ່ານ Tliierson ​ໄດ້​ຈັດ​ງານຮັບ​ຕ້ອນ​ບັ​ນດາ​ລັດຖະມົນ
ຕີ​ຕ່າງປະ​ເທດຈາກ​ຂົງເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງ​ເປັນ
ການ​ເຕົ້າ​ໂຮມ​ທີ່ແນ​ໃສ່​ເສີມ​ຂະຫຍາຍ “ການ​ເປັນ​ພາ​ຄີທາງຍຸດ​ທະ​ສາດ” ລະ​ຫວ່າງ​
ສະຫະລັດ ​ແລະ​ບັນດາ 10 ປະ​ເທດ​ສະມາຊິກຂອງ​ສະມາຄົມ ປະ​ເທດ​ໃນ​ເຂດເອ​ເຊຍ​
ຕາ​ເວັນ​ອອກສຽງ​ໃຕ້ ຫລື​ ASEAN.

​ໃນ​ການ​ໂທລະສັບ​ກັບ​ພວກ​ນັກ​ຂ່າວ ຢູ່​ໃນ​ຂົງ​ເຂດ ທ່ານ W. Patrick Murphy ລັດ
ຖະມົນ​ຕີຊ່ວຍ​ວ່າການ​ຮັບຜິດຊອບ​ຫ້ອງການ​ເຂດອາ​ເຊຍ​ຕາ​ເວັນ​ອອກ ​ແລະ​ປາຊິ​ຟິກ
​ໄດ້ປະຕິ​ເສດ​ທີ່​ຈະ​ຮັບ​ເອົາ​ຄວາມ​ຄິດ​ທີ່​ວ່າ ການ​ທີ່ທ່ານ​ນາງ Suu Kyi ​ບໍ່​ໄດ້​ມາຮ່ວມ​
ການເຕົ້າ​ໂຮມ​ກັນ​ນັ້ນ ບໍ່ມີ​ຫຍັງ​ນອກ​ເໜືອໄປ​ຈາກ​ການ​ຂັດ​ແຍ້​ງ​ໃນ​ຕາຕະລາງ​ເວລາ​
ເທົ່າ​ນັ້ນ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson (ກາງ) ຖ່າຍຮູບກັບບັນດາລັດຖະມົນຕີ ກ່ອນກອງປະຊຸມ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson (ກາງ) ຖ່າຍຮູບກັບບັນດາລັດຖະມົນຕີ ກ່ອນກອງປະຊຸມ.

ທ່ານ Murphy ກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ໜັກ​ວ່າ ສະຫະລັດ ​ແລະ​ມຽນມາ ຫລື​ພະມ້າ
ມິ​ຄວາມຊື່ນ​ຊົມກັບ​ “ຄວາມ​ສຳພັນອັນ​ດີ​ນໍາ​ກັນ.” ສະຫະລັດ​ຍັງ​ຮ້ອງ​ປະ​ເທດດັ່ງກ່າວ
​ວ່າ​ພະມ້າ ຊຶ່ງ​ລັດຖະບານ​ທະຫານ​ໄດ້​ປ່ຽນຊື່​ມາ​ເປັນ​ມຽນມາໃນ​ປີ 1989.

ທ່ານ Murphy ກ່າວອີກ​ວ່າ ທີ່​ປຶກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ ທ່ານ​ນາງ Suu Kyi ​ໄດ້ຕາງໜ້າ​ໃຫ້​ມຽນມານໍາ​ເອົາ​ໜັງສື​ ທ່ານຈາກ ທ່ານ​ນາງ ຊູ​ຈີ ມາ​ຍື່​ໃຫ້​ທ່ານ​ Tillerson
​ແຕ່​ວ່າ ທ່ານ​ກໍບໍ່​ໄດ້​ບັນ​ລະ​ຍາຍ​ວ່າ ​ໃນໜັງສືສະບັບ​ນັ້ນ​ເວົ້າ​ຫຍັງ​ແດ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG