ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດອຸດສາຫະກຳ ທາງລົດໄຟ ສະຫະລັດ ເຈາະຈົງໃສ່ ຄວາມສຳພັນທາງການຄ້າກັບຈີນ


US Rail Industry Focused on US-China Trade Relationship
please wait

No media source currently available

0:00 0:02:19 0:00

ເດືອນ​ມີນາທີ່ຜ່ານມານີ້ ​ເປັນ​ເດືອນ​ຜິດ​ຫວັງ​ສຳລັບ​ຜູ້​ຊອກ​ຫາ​ວຽກ​ການ ທີ່​ກະຊວງ​
ແຮງ​ງານ​ລາຍ​ງານສະຫະລັດ​ກ່າວວ່າ ພາກເອກ​ກະ​ຊົນ​ໄດ້ສ້າງວຽກ​ເຮັດງານ​ທຳ​ຕື່ມ
​ພຽງ​ແຕ່ 98 ພັນວຽກ​ໃນ​ເດືອນ​ແລ້ວ​ນີ້. ນັ້ນ​ແມ່ນການ​ຫຼຸດ​ລົງ​ຢ່າງ​ໃຫຍ່​ຈາກ​ເດືອນ​ກຸມ
ພາ ​ເວລາ​ບໍລິສັດ​ຕ່າງໆ ໄດ້​ຈ້າງ​ພະນັກງານ​ເພີ່ມອີກ 235 ພັນຄົນ ເຂົ້າ​ໃນ​ບັນຊີເງິນ​
ເດືອນ​ເຂົາ​ເຈົ້າ. ​ແຕ່​ວ່າ​ອຸດສາຫະກຳນຶ່ງ​ ໄດ້​ເບິ່ງກາຍ ໄປ​ກວ່າ​ຈຳ​ນວນ​ໜ້າ​ວຽກ ​
ແລະ​ເບິ່ງ​ໄປ​ຍັງແຄມ​ຝັ່ງ​ທະ​ເລ​ທີ່​ຫ່າງ​ໄກ ​ໃນ​ຂະນະ​ທີ່​ປະທານາທິບໍດີດໍ​ໂນ​ລ ທຣໍາ
ພົບ​ປະ​ເປັນ​ເທື່ອ​ທຳ​ອິດ ​ກັບ ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ເພື່ອເຈລະຈາ
​ກ່ຽວ​ກັບການ​ຄ້າ. Mil Arcega ມີ​ລາຍ​ງານ​ຊຶ່ງ ກິ່ງສະຫວັນ ຈະ​ນຳເອົາ​ລາຍ​ລະອຽດ
ມາສະ​ເໜີ​ທ່ານ.

ເປັນ​ການ​ພົບ​ປະທີ່​ມີ​ຄວາມ​ສຳຄັນ​ລະດັບສູງ ​ສຳລັບ​ພວກຜູ້ນຳຂອງ​ສອງ ປະ​ເທດ ທີ່
​ມີ​ເສດຖະກິດ​ໃຫຍ່​ສຸດຂອງ​ໂລກ. ​ແຕ່​ເວລາເວົ້າ​ເຖິງເລື່ອງການ​ຄ້າ ​ອຸດສາຫະກຳ​ຂົນ​
ສົ່ງ​ທາງລົດ​ໄຟ ​ແມ່ນໄດ້ເພັ່ງ​ເລັງ​ເປັນ​ພິ​ເສດ​ໃນພາບ​ລວມຂະ ໜາດໃຫຍ່.

“ພວກ​ເຮົາ​ບໍ່​ແມ່ນ ອຸດສາຫະກຳ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຂອງ​ພໍ່​ຕູ້​ເຈົ້າ.”

ຈາກຫ້ອງການ​ຊັ້ນ​ທີ​ສິບ​ທີ່​ຫລຽວ​ເຫັນລາງ​ລົດ​ໄຟ CSX ປະທານ​ສະມາຄົມ​ທາງ​ລົດ
​ໄຟ​ອາ​ເມຣິກັນ ​ແລະ​ຫົວໜ້າ​ບໍລິຫານງານ ທ່ານ Ed Hamberger ​ໄດ້​ເບິ່ງ​ອາ​ເມຣິ
ກາ ​ເຄື່ອນ​ໄຫວ​ໄປ​ໜ້າ ຕາມ​ທາງ​ລົດ​ໄຟ ທີ່​ຍາວກວ່າ 140 ພັນ​ໄມ​.

ທ່ານ Hamberger ກ່າວວ່າ “ມັນ​ເປັນນຶ່ງ​ໃນ​ຄວາມ​ຫຍຸ້ງຍາກ​ສັບສົນ​ຂອງ​ອຸດ​ສາ
​ຫະກຳ​ພວກ​ເຮົາ ທີ່​ບໍ່​ມີ​ໃຜ​ຄິດ​ ກ່ຽວກັບ​ພວກ​ເຮົາ. ພວກ​ເຮົາແມ່ນ​ຄ້າຍຄື​ວ່າເປັນ
​ອຸດສາຫະກຳ​ທີ່​ຖືກ​ຫລົງ​ລືມ ​ແຕ່​ວ່າ​ພວກ​ເຮົາ​ຂົນ​ຍ້າຍ 40 ​ເປີ​ເຊັນ​ຂອງສິນຄ້າ​
ອາ​ເມຣິກາ.”

ທ່ານ Hamberger ກ່າວ​ວ່າ ການ​ຂົນ​ສົ່ງທາງ​ລົດ​ໄຟພາຍ​ໃນ​ປະ​ເທດ​ເປັນ​ພາກ ສ່ວນ​
ທີ່ສຳຄັນຂອງການ​ຄ້າ​ສາກົນທີ່​ປະກອບ​ເປັນ 35 ​ເປີ​ເຊັນ​ຂອງ​ລາຍ​ໄດ້​ເຂົ້າ​ອຸດສາຫະ
ກຳປະຈຳ​ປີ. 42 ເປີ​ເຊັ​ນ ຂອງ​ການ​ຂົນ​ສົ່ງ ແມ່ນເຊື່ອມ​ຕໍ່​ໂດ​ຍກົງ​ກັບ​ການ​ຄ້າ​ໂດຍ​ຂົນ
​ສົ່ງ 329 ລ້ານ​ໂຕນ​ຂອງ​ສິນຄ້າ​ອາ​ເມຣິກາໄປ​ສູ່​ຕະຫລາດ​ຕ່າງ ປະ​ເທດ ​ແລະຂົນ​ສົ່ງ​
ຫຼາຍກວ່າ 170 ລ້ານໂຕນ​ຂອງ​ສິນຄ້າ​ຂາເຂົ້າ. ມັນ​ເປັນ​ທຸ ລະ​ກິດ​ຂົນ​ສົ່ງ​ສິນຄ້າ​ໃ​ນ
ຫຼາຍຮູບ​ແບບທີ່​ຍາວ​ຢຽດ​ຈາກ​ຝັ່ງ​ນຶ່ງ​ໄປ​ຫາອີກ​ຝັ່ງ​ນຶ່ງ ທີ່ໄດ້​ຈ້າງ​ພະນັກງານເກືອບ
200 ພັນ​ຄົນ ນັ້ນຄື ອີກ​ເຫ​ດຜົນ​ນຶ່ງ​ທີ່ວ່າ​ ເປັນ​ຫຍັງ​ການພົບ​ປະລະ​ຫວ່າງ​ປະທານາທິ
ບໍດີ ດໍ​ໂນ​ລ ທຣໍາ ​ແລະ​ຜູ້ນຳ​ຈີ​ນ ທ່ານ Xi Jin Ping ​ຈຶ່ງ​ມີ​ຄວາມ​ສຳຄັນ​ຫລາຍ.

ທ່ານ Hamberger ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ກະຕືລືລົ້ນ​ທີ່​ສຸດ ​ທີ່ຈະເຫັນ​ການ​
ປະຊຸມ​ກັນ​ໃນທ້າຍ​ອາ​ທິດນີ້​ຢູ່ Mar a-Largo ​ແລະ​ຂ້າພະ​ເຈົ້າ​ຄິດວ່າ​ນັ້ນ​ເປັນ​ບາດ
ກ້າວ​ທີ່​ດີ​ໄປ​ສູ່​ທິດ​ທາງ​ທີ່​ຖືກຕ້ອງ ​ແລະ​ຫວັງ​ວ່າ ​ຈະ​ເຫັນ​ຜົນ​ຜະລິດ​ຈໍາ​ນວນນຶ່ງ​ອອກ​
ມາ​ຈາກ​ກອງ​ປະຊຸມ​ສຸດ​ຍອດນີ້.”

ທ່ານ Hamberger ຍອມຮັບ​ໃນຄວາມ​ກັງວົນ ກ່ຽວ​ກັບສຳນວນ​ໂວຫານຕໍ່​ຕ້ານ ການ​ຄ້າຈຳນວນ​ນຶ່ງ ​ໃນລະຫວ່າງ​ການ​ໂຄສະນາ​ຫາ​ສຽງ. ​ແລະ​ທ່ານ​ໄດ້​ເຕືອນຕໍ່​ການ​ເຄື່ອນ
​ໄຫວ​ຢ່າງ​ກະທັນຫັນໃດໆກໍ​ຕາມ​ ກ່ຽວ​ກັບ​ການ​ເຈລະ​ຈາ​ຄືນ​ໃໝ່​ໃນ​ຂໍ້ ຕົກລົງ​ການ​ຄ້າ​
ທີ່​ມີ​ຢູ່​ແລ້ວຄື​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ອາ​ເມຣິກາ​ເໜືອຫລື NAFTA.

ທ່ານ Hamberger ກ່າວ​ວ່າ “ບັນຫາ​ຂອງ​ການ​ເຈລະຈາ​ຄືນ​ໃໝ່​ກ່ຽວ​ກັບຂໍ້​ຕົກລົງ
NAFTA ຕ້ອງ​ດຳ​ເນີນ​ໄປຢ່າງລະມັດລະວັງ. ນັບເປັນເວລາ 23 ປີ​ແລ້ວ ຕັ້ງແຕ່
NAFTA ໄດ້ຖືກຮັບຮອງເອົາ ສາຍ​ໂສ້ດ້ານ​ພະລາທິການແລະຄວາມ ສຳພັນ
ພາຍ​ໃນ ລະຫວ່າງສາມປະເທດຄືການາດາ ສະຫະລັດ ແລະເມັກຊິໂກ ​ແມ່ນ​ມີ
ຄວາມ​ຊັບຊ້ອນ​ຫຼາຍ ແລະຂ້າພະເຈົ້າຄິດວ່າ ທັງສາມປະເທດ ຕ້ອງລະມັດລະ
ວັງທີ່ສຸດ ໃນຂະນະທີ່ເຂົາເຈົ້ານັ່ງລົງໂອ້ລົມກັນ.”

ແລະເວລາມາກ່າວເຖິງປະເທດຈີນ ທ່ານ Hamberger ​ເວົ້າວ່າ ມັນເປັນທີ່ຈະແຈ້ງ
ທີ່​ທັງສອງປະເທດ ຕ້ອງການກັນແລະກັນ.

ທ່ານ Hamberger ກ່າວວ່າ “ຂ້າພະເຈົ້າໝັ້ນໃຈວ່າ ເຂົາເຈົ້າເຂົ້າໃຈວ່າ 27 ເປີ
ເຊັນຂອງເສດຖະກິດສະຫະລັດ ​ແມ່ນ​ຂຶ້ນຢູ່​ກັບ​ການຄ້າ ແລະເພາະສະນັ້ນ ຂ້າ
ພະເຈົ້າຮູ້ວ່າ ເຂົາເຈົ້າຮູ້ເລື່ອງດີ ທີ່​ການ​ເພິ່ງ​ພາ​ດັ່ງກ່າວຕ້ອງດຳເນີນຕໍ່ໄປ.”

ປັດຈຸບັນນີ້ ຈີນເປັນປະເທດທີ່ສົ່ງສິນຄ້າອອກໃຫຍ່ທີ່ສຸດ ແລະສະຫະລັດກໍເປັນ
ລູກ​ຄ້າທີ່ໃຫຍ່ສຸດ.

XS
SM
MD
LG