ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ແຫຼ່ງ​ເງິນ​ທຶນ ​ຂອງ​ກຸ່ມ ອາ​ລ-ຊາ​ບັບ


ຜູ້​ຊາຍ​ຄົນ​ນຶ່ງ​ເບິ່ງ​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ-ຊາ​ບັບ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ ອາ​ລ-ໄກ​ດາ, ນະ​ຄອນຫຼວງ ໂມ​ກາ​ດີ​ສຊູ, ປະ​ເທດ ໂຊ​ມາ​ເລຍ, 21 ສິງ​ຫາ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ເບິ່ງ​ຈຸດ​ເກີດ​ເຫດ​ການ​ໂຈມ​ຕີ​ ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ-ຊາ​ບັບ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ ອາ​ລ-ໄກ​ດາ, ນະ​ຄອນຫຼວງ ໂມ​ກາ​ດີ​ສຊູ, ປະ​ເທດ ໂຊ​ມາ​ເລຍ, 21 ສິງ​ຫາ 2022.

ສະ​ຫະ​ລັດ ແມ່​ນ​ກຳ​ລັງ​ຂະ​ຫຍາຍ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ກັບ​ພວກ​ສະ​ມາ​ຊິກ​ຂອງ​ກຸ່ມ​ ອາ​ລ-ໄກ​ດາ ໃນ​ປະ​ເທດ ໂຊ​ມາ​ເລຍ, ດ້ວຍ​ການ​ເພີ່ມ​ມາ​ດ​ຕະ​ການ​ລົງ​ໂທດ​ທີ່​ມີ​ລາ​ຄາ​ແພງ​ຄັ້ງ​ໃໝ່​ ຕໍ່​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ແລະ ການ​ຊີ້​ນຳ​ທາງ​ທະ​ຫານ ​ຈາກ​ກອງ​ກຳ​ລັງ ສະ​ຫະ​ລັດ ຢູ່​ພາກ​ພື້ນ​ດິນ.

ກະ​ຊວງ​ການ​ເງິນ​ໃນ​ວັນ​ຈັນ​ວານນີ້​ ໄດ້​ເປີດ​ເຜີຍ​ມາດ​ຕະ​ການ​ລົງ​ໂທດ​ທີ່​ແນ​ເປົ້າ​ໃສ່​ຜູ້​ນຳ​ອາ​ວຸ​ໂສ 4 ຄົນ​ຂອງ​ກຸ່ມອາ​ລ-ຊາ​ບັບ ພ້ອມ​ກັບ​ຜູ້​ປະ​ຕິ​ບັດ​ການ 5 ຄົນ, ເຊິ່ງ​ທັງ​ໝົດ​ຖືກ​ກ່າວ​ວ່າ​ເປັນ​ຄົນ​ທີ່​ສຳ​ຄັນ​ໃນ​ເຄືອ​ຂ່າຍ​ທີ່​ຖືກ​ກ່າວ​ຫາ​ດ້ວຍ​ການ​ຫາ​ເງິນ, ເກນ​ເອົາ​ນັກ​ລົບ ແລະ ຈັດ​ຊື້​ອາ​ວຸດ.

ອີງ​ຕາມ ສະ​ຫະ​ລັດ ນັ້ນ, ເຄືອ​ຂ່າຍ​ການ​ລັກ​ລອບ​ຂົນ​ສິ່ງ​ຜິດ​ກົດ​ໝາຍ​ດັ່ງ​ກ່າວໄດ້​ຮັບ​ເອົາ​ເງິນ​ຈາກຫຼາຍ​ແຫຼ່ງ​ທີ່​ມາ, ລວມ​ທັງ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ທີ່​ຊ່ວຍ​ເຫຼືອ​ກຸ່ມ ອາ​ລ-ຊາ​ບັບ ສ້າງ​ລາຍ​ໄດ້​ປະ​ມານ 100 ລ້ານ​ໂດ​ລາ​ຕໍ່​ປີ, ຊ່ວຍ​ເຫຼືອ​ໃນ​ການ​ຂະ​ຫຍາຍ​ຂ​ະ​ໜາດ​ ແລະ ຄວາມ​ສາ​ມາດ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ.

ລາຍ​ງານ​ສະ​ບັບ​ນຶ່ງ​ໃນ​ຕົ້ນ​ປີນີ້​ໂດຍ​ຄະ​ນະ​ວິ​ໄຈ​ດ້ານ​ຄວາມ​ປອດ​ໄພ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ໂມ​ກາ​ດີສ​ຊູ ຊື່​ວ່າ ສະ​ຖາ​ບັນ ຮິ​ຣາ​ລ (Hiraal Institute) ຕໍ່​ມາ​ໄດ້​ຮັບ​ກາ​ນ​ຢືນ​ຢັນ​ການ​ປະ​ເມີນຂໍ້​ມູນ​ລັບ​ທີ່​ຖືກ​ແລກ​ປ່ຽນ​ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລະ​ບຸ​ວ່າ ປະ​ມານ 1 ສ່ວນ​ 4 ຂອງ​ເງິນ​ທີ່​ວ່າ​ນັ້ນ, ຫຼື​ປະ​ມານ 24 ລ້ານ​ໂດ​ລາ, ແມ່ນ​ຖືກ​ໃຊ້​ໃນການຊື້​ອາ​ວຸດ​ພຽງ​ຢ່າງ​ດຽວ.

ກະ​ຊວງ​ການ​ເງິນ​ໄດ້​ບອກ​ຊື່​ຂ​ອງນຶ່ງ​ໃນ​ພວກຜູ້​ນຳ​ທີ່​ສຳ​ຄັນນັ້ນວ່າ ​ທ້າວ ອັບ​ດຸ​ລ​ລາ​ຮີ ຈີ​ຣີ, ເຊິ່ງ​ແມ່ນ​ຫົວ​ໜ້າ​ຝ່າຍ​ຈັດ​ຊື້​ອາ​ວຸດ​ຂອງ​ກຸ່ມ ອາ​ລ-ຊາ​ບັບ.

ກະ​ຊວງ​ໄດ້​ກ່າວ​ວ່າ ທ້າວ ຈີ​ຣີ ໄດ້​ທຳ​ການ​ເຄື່ອນ​ໄຫວຫຼ້າ​ສຸດ​ ແມ່ນ​ທ້າຍ​ປີ​ທີ່​ຜ່ານ​ມາ, ເຊິ່ງ​ມັກ​ຈະ​ຊື້​ອາ​ວຸດ​ຈາກ​ຜູ້​ຂາຍ​ໃນ​ທ້ອ​ງ​ຖິ່ນ ແລະ ຜູ້​ສະ​ໜອງ​ໃຫ້​ຈາກ​ສາ​ກົນ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ນອກ​ປະ​ເທດ ເຢ​ເມນ. ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຍັງ​ໄດ້​ກ່າວ​ວ່າ ທ້າວ ຈີ​ຣີ ແມ່ນ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ເກັບ​ຄ່າ​ຊຳ​ລະ​ຈາກ​ທຸ​ລະ​ກິດຫຼາຍ​ແຫ່ງ​ໃນ​ໂຊ​ມາ​ເລຍ. ສະ​ຫະ​ລັດ ເວົ້າ​ວ່າທ້າວ ຈີ​ຣີ້ ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ພາ ຊູ​ຣາ (Shura Council) ເຊິ່ງ​ແມ່ນ​ທີ່​ປຶກ​ສາ​ຂອງ​ກຸ່ມ ອາ​ລ-ຊາ​ບັບ, ເປັນອົງ​ກອນ​ຄຸ້ມ​ຄອງ​ທີ່​ສູງ​ທີ່​ສຸດອັນ​ດັບ​ສອງ​ຂອງ​ກຸ່ມ​ນັ້ນ ຕາມຫຼັງ​ສະ​ພາ ແທນ​ຟິດ (Tanfid Council) ເຊິ່ງ​ແມ່ນ​ຜູ້​ບໍ​ລິ​ຫານ​ໃຫຍ່.

ອະ​ດີດ​ເຈົ້າ​ໜ້າ​ທີ່​ກຸ່ມ​ ອາ​ລ-ຊາ​ບັບ ຄົນ​ນຶ່ງ ​ຜູ້​ທີ່​ໄດ້​ໜີ​ອອກ​ຈາກ​ກຸ່ມ​ນັ້ນ ແຕ່ບໍ່​ສາ​ມາດບອກ​ຊື່​ ເພື່ອ​ຄວາມ​ປອດ​ໄພ​ໄດ້​ອະ​ທິ​ບາຍ​ທ້າວ ຈີ​ຣີ ເປັນ​ຜູ້​ບັນ​ຊາ​ການດ້ານໂລ​ຈິ​ສ​ຕິກ ຂອງ​ກຸ່ມ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG