ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ໄດ້ສະ​ເໜີ​ຕໍ່ຣັດເຊຍວ່າ ຢາກໃຫ້ມີ​ການແລກ​ປ່ຽນ​ນັກ​ໂທດກັນ


ຮູ​ບ​ເກັບ​ໄວ້​ໃນ​ແຟມ ທີ່​ສະ​ແດງ​ໃຫ້​ເຫັນ​ຮູບທ້າວພອລ ເວແລນ ແລະ ນາງບຣິດນີ ກຣາຍເນີນັກບານບ້ວງ ອາຊີບຊາວອາເມຣິກັນ ທີ່​ຖືກ​ັກ​ຂັງ​ຢູ່​ຣັດ​ເຊຍ.
ຮູ​ບ​ເກັບ​ໄວ້​ໃນ​ແຟມ ທີ່​ສະ​ແດງ​ໃຫ້​ເຫັນ​ຮູບທ້າວພອລ ເວແລນ ແລະ ນາງບຣິດນີ ກຣາຍເນີນັກບານບ້ວງ ອາຊີບຊາວອາເມຣິກັນ ທີ່​ຖືກ​ັກ​ຂັງ​ຢູ່​ຣັດ​ເຊຍ.

ສະຫະລັດກ່າວ ໃນວັນພຸດວານນີ້ວ່າ ຕົນໄດ້ “ທຳ​ການສະເໜີອັນ​ສຳ​ຄັນ” ຕໍ່ຣັດເຊຍ ເຊິ່ງຜູ້ຄົນທີ່ຄຸ້ນເຄີຍກັບເລື່ອງນີ້ໄດ້ອະທິບາຍວ່າ ເປັນການແລກປ່ຽນນັກໂທດທີ່ຈະມີ​ການສົ່ງນັກໂທດຄ້າອາວຸດຊາວຣັດເຊຍ, ທ້າວ​ວິກ​ຕໍ ບູດ (Viktor Bout) ກັບຄືນໄປມົສກູ ເພື່ອຮັບປະກັນການປ່ອຍຕົວນັກບານບ້ວງ ອາຊີບຊາວອາເມຣິ​ກັນ, ນາງບ​ຣິດ​ນີ ກ​ຣາຍ​ເນີ ແລະທ້າວພອ​ລ ເວ​ແລນ (Paul Whelan) ທີ່ຖືກກ່າວຫາວ່າເປັນ​ນັກ​ສືບນັ້ນ.

ຂໍ້​ສະ​ເໜີ​ດັ່ງ​ກ່າວ​ ໄດ້​ມີ​ຂຶ້ນ​ໃນ​ຫຼາຍ​ອາ​ທິດ​ກ່ອນໜ້ານີ້ໃນ​ເດືອນ​ມິ​ຖຸ​ນາຜ່ານ​ມາ ເຖິງ​ແມ່ນ​ວ່າ​ມາ​ຮອດ​ມື້ນີ້ ຈະ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ຂໍ້​ສະ​ເໜີນັ້ນ ແມ່ນ​ແຕ່​ເຈົ້າ​ໜ້າ​ທີ່​ຂອງທັງ​ສອງ​ລັດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ກັນແລ້ວກໍ​ຕາມ. ​ແຕ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ​ໃນ​ຂະນະ​ທີ່​ປະຕິ​ເສດ​ບໍ່​ເວົ້າກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ທີ່​ຈະ​ມີ​ຂຶ້ນນີ້ ​ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນວ່າ ທ່ານ​ຄາດ​ວ່າ​ບັນ​ຫາ​ດັ່ງ​ກ່າວ ຍັງຈະຖືກ​ຍົກຂຶ້ນມາ ເວົ້າ​ອີກ​ໃນ​ອາທິດ​ນີ້ ​ໃນ​ການ​ລົມ​ກັນທາງໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງຂອງ​ທ່ານ, ຄືທ່ານ​ເຊີ​ເກ ລາວ​ຣັອບ (Sergey Lavrov).

ຂ່າວກ່ຽວກັບການແລກປ່ຽນນັກໂທດກັນທີ່​ອາດ​ຈະ​ມີ​ຂຶ້ນນີ້ ໄດ້ອອກ​ມາໃນມື້ດຽວ ກັນກັບມື້ທີ່​ນາງກ​ຣາຍ​ເນີ, ຜູ້ທີ່ຍອມຮັບວ່າ ໄປຮອດຣັດເຊຍໃນເດືອນກຸມພາ ຜ່ານ​ມາ ​ໂດຍມີ​ກ່ອງບັນຈຸນ້ໍາມັນກັນ​ຊາ​ສຳ​ລັບ​ໄວ້ໃສ່​ກອກ​ຢາສູບ​ອີ​ເລັກ​ໂຕ​ຣ​ນິກ ໃນຫີບຂອງນາງນັ້ນ ໄດ້ໃຫ້ຄຳ​ໃຫ້​ການຢູ່ໃນການຮັບ​ຟັງຄະ​ດີຂອງສານວ່າ ນາຍພາສາທີ່ສະຫນອງໃຫ້ນາງໄດ້ແປແຕ່ພຽງສ່ວນນຶ່ງຂອງຄຳ​ເວົ້າທີ່ນາງ​ໄດ້​ເວົ້າ​ໄປ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່ຈັບຕົວ​ນາງນັ້ນ.

ນາງກ​ຣາຍ​ເນີ ຜູ້​ທີ່​ປະ​ເຊີນ​ກັບ​ການ​ຈໍາ​ຄຸກ​ສູງ​ເຖິງ 10 ປີນັ້ນ ຖ້າ​ຫາກ​ວ່າ​ຖືກ​ຕັດ​ສິນ​ວ່າ​ໄດ້​ຂົນ​ສົ່ງ​ຢາ​ເສບ​ຕິດ ກ່າວ​ວ່າ​ ນາງ​ໄດ້​ຮັບ​ຄໍາ​ແນະ​ນໍາ​ໂດຍ​ເຈົ້າ​ຫນ້າ​ທີ່​ໃຫ້​ເຊັນ​ເອ​ກະ​ສານ​ຢູ່​ສະ​ຫນາມ​ບິນມົ​ສ​ກູໂດຍ​ບໍ່​ມີ​ການອະ​ທິ​ບາຍໃດໆ ​ສໍາ​ລັບ​ສິ່ງ​ທີ່​ນາງ​ໄດ້​ຮັບ​ຮູ້ໄປ​ນັ້ນ. ສານຣັດ​ເຊຍ​ແຫ່ງ​ນຶ່ງ​ໄດ້​ອອກ​ຄໍ​າ​ສັ່ງໃຫ້​ກັກ​ຂັງນາງ​ໄປ​ຈົນ ຮອດ​ວັນ​ທີ 20 ທັນວາປີ​ນີ້.

ທ້າວ​ເວ​ແລນ ອະດີດທະຫານມາ​ຣິນ​ຂອງສະຫະລັດໄດ້ຖືກຈໍາຄຸກຢູ່ໃນຣັດເຊຍໃນຂໍ້ກ່າວຫາວ່າເປັນສອດແນມຕັ້ງແຕ່ປີ 2018 ນັ້ນ ໄດ້​ມີຄອບຄົວຂອງລາວ ແລະນາງກ​ຣາຍ​ເນີ ຂໍອ້ອນວອນຕໍ່ທຳນຽບຂາວໃຫ້ເລັ່ງຄວາມພະຍາຍາມເພື່ອເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ປ່ອຍ​ຕົວ.

ຣັດເຊຍ ໄດ້ສະແຫວງຫາການປ່ອຍທ້າວ​ບູດ (Bout), ນັກຄ້າອາວຸດທີ່ເຄີຍຖືກ​ຂະ​ໜາ​ນາມ​ວ່າ "ພໍ່ຄ້າແຫ່ງຄວາມຕາຍ" ນັ້ນ ມາໄດ້ຫຼາຍປີແລ້ວ. ລາວຖືກ​ຕັດສິນ​ໃຫ້ຈຳຄຸກເປັນ​ເວ​ລາ 25 ປີ ​ໃນ​ປີ 2012 ຫຼັງ​ຈາກ​ຖືກ​ຕັດສິນ​ໂທດ​ໃນ​ຄະ​ດີຄ້າອາວຸດ​ຢ່າງ​ຜິດ​ກົດໝາຍ​ຫຼາຍ​ລ້ານ​ໂດ​ລາ.

ການແລກປ່ຽນນັກໂທດທີ່ອາດເປັນໄປໄດ້ນີ້ ໄດ້ຮັບການອະນຸມັດຈາກປະທານາທິບໍດີສະຫະລັດ, ທ່ານ​ໂຈ ໄບ​ເດັນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ CNN ໂດຍທີ່ການສະຫນັບສະຫນຸນຂອງທ່ານ​ໄບ​ເດັນ ໄດ້ກວມ​ເອົາ​ສິດ​ໃນການ​ຄັດ​ຄ້ານຂອງກະຊວງຍຸຕິທໍາ ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່​ເຫັນ​ດີນຳ​ການ​ແລກ​ປ່ຽນນັກໂທດ ຍ້ອນຢ້ານວ່າ ການ​ເຮັດ​ແນວນັ້ນ ມັນຈະກະຕຸ້ນໃຫ້ ລັດຖະບານປະ​ເທດອື່ນ ຈັບຕົວຊາວອາເມຣິກັນຢູ່ຕ່າງປະເທດໂດຍຫວັງວ່າ ຈະ​ມີ​ການຕົກລົງແລກປ່ຽນນັກໂທດຂອງເຂົາ​ເຈົ້າເອງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG