ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ໄວ້ທຸກ ນັກສິນລະປິນ Prince ຜູ້ມີຊື່ສຽງໂດ່ງດັງ


ນັກຮ້ອງ ນັກດົນຕີ Prince ທີ່ມີຊື່ສຽງຂອງສະຫະລັດ ໄດ້ເສຍ ຊີວິດໃນວັນພະຫັດທີ່ຜ່ານມາ ອາຍຸ 57 ປີ.
ນັກຮ້ອງ ນັກດົນຕີ Prince ທີ່ມີຊື່ສຽງຂອງສະຫະລັດ ໄດ້ເສຍ ຊີວິດໃນວັນພະຫັດທີ່ຜ່ານມາ ອາຍຸ 57 ປີ.

ບັນດາ​ນາຍແພດໄດ້​ທຳ​ການສັນ​ນະ​ສູດສົບ ​ຂອງ Prince ນັກ​ດົນ​ຕີສະຫະລັດ​ທີ່ມີ​ຊື່​ສຽງ ໂດ່​ງດັງ​ເພື່ອ​ພະ​ຍາ​ຍາມລົງ​ຄວາມ​ເຫັນ​ວ່າ​ເປັນ​ຫຍັງລາວຈຶ່ງ​ເສຍ​ຊີ​ວິດ ​ແຕ່​ບັນດາ​ເຈົ້າ​ ໜ້າທີ່​ໄດ້ເຕືອນ​ວ່າ ຜົນ​ຂອ​ງການ​ສັນ​ນະ​ສູດ​ອາດ​ຈະ​ບໍ່ມີ​ການເປີດ​ເຜີ​ຍໃຫ້​ຮູ້​ອີກ​ຫລາຍ​ ອາທິດ.

ນັກ​ສິນລະ​ປິ​ນອາຍຸ 57 ປີ​ໄ​ດ້ພົບ​ເຫັນ​ເສຍ​ຊີວິດ​ໃນ​ວັນ​ພະຫັດ​ທີ່ຜ່ານ​ມາ ຢູ່​ໃນ​ລິບ​ເຮືອນ ຂອງຜູ້ກ່ຽວ ທີ່ Prailey Park Studios ​ໃນ​ເຂດ​ຊານ​ເມືອງ​ຂອງ ນະຄອນ Minniapolis ລັດ Minnesota ທາງ​ພາກ​ເໜືອ​ຂອງ​ສະຫະລັດ.

ຜູ້​ບັນຊາ​ການ​ຕຳຫລວດ​ເມືອງ Carver ທ່ານ Jim Olson ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ລະ ຫວ່າງ​ກອງ​ປະຊຸມ​ນັກ​ຂ່າວໃນ​ວັນ​ສຸກ​ວານນີ້​ວ່າ ບໍ່​ມີ​ຮ່ອງ​ຮອຍ​ທີ່​ສົງໄສ​ໃດໆ​ຂອງ​ການ​ໄດ້ ​ຮັບ​ບາດ​ເຈັບ​ຢູ່​ໃນ​ຮ່າງກາຍ​ຂອງ Prince ​ແລະ​ກ່າວ​ວ່າ​ບໍ່​ມີ​ເຫດຜົນ​ໃດໆ​ທີ່​ຈະ​ສົງ​ໄສ​ວ່າ ​ເປັນ​ການ​ຂ້າ​ໂຕ​ຕາຍ​ໃນ​ການເສຍ​ຊີວິດຂອງ​ນັກ​ດົນຕີຄົນ​ນີ້.

ທ່ານ​ກ່າວ​ວ່າ​ຫລັງ​ຈາກ​ການ​ເສຍ​ຊີວິດ ຕຳຫລວດ​ໄດ້​ອອກໝາຍຄົ້ນເຮືອນ​ຂອງ Prince ​ ແລະບໍລິ​ເວນ​ອ້ອ​ມແອ້ມ​ ຊຶ່ງ​ທ່ານ​ກ່າວ​ວ່າ​ ເປັນ​ການ​ປະຕິບັດ​ຕາມ​ປົກກະຕິ. ທ່ານ Olson ກ່າວ​ວ່າ ທ່ານ​ບໍ່​ສາມາດ​ກ່າວໄດ້​ວ່າ ຕຳຫລວດ​ໄດ້​ນຳ​ເອົາ​ສິ່ງ​ຂອງໃດໆ​ອອກ​ຈາກ​ເຮືອນ​ ຂອງ Prince.

ທ່ານ​ກ່າວວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນ Prince ບໍ່​ຕອບ​ຮັບ​ໃດໆ​ໃນຕອນ​ແລງ​ວັນ​ ພະຫັດ​ທີ່​ຜ່ານ​ມາ ​ແລະ​ໄດ້​ປະກາດ​ວ່າ ລາວ​ໄດ້​ເສຍ​ຊີວິດ​ຫລັງ​ຈາກໄດ້ພະຍາຍາມ​ຊ່ວຍ​ ໃຫ້​ລາວ​ຫາຍ​ໃຈ ທີ່​ບໍ່​ປະສົບ​ຜົນສຳ​ເລັດ.

​ໂຄສົກ​ຍິງ​ຄົນ​ນຶ່ງ​ທີ່​ຫ້ອງການສັນ​ນະ​ສູດສົບທ່ານ​ນາງ Martha Weaver ກ່າວ ​ຕໍ່​ບັນດາ ​ນັກ​ຂ່າວໃນ​ວັນ​ສຸກ​ວານ​ນີ້ວ່າ ຫົວໜ້າ​ການແພດ​ໄດ້​ໄປ​ຍັງບ່ອນ​ເກີດ​ເຫດ​ທີ່ Prince ​ໄດ້ ​ເສຍ​ຊີວິດ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ. ທ່ານ​ນາງ​ກ່າວ​ວ່າ ເຈົ້າໜ້າ​ທີ່​ໄດ້ສັນ​ນະ​ສູດ​ຢ່າງ​ເຕັມ ທີ່​ໃນ​ວັນ​ສຸກ​ວານ​ນີ້ ​ແລະ​ໄດ້​ມອບ​ສົບ​ຂອງ Price ​ໃຫ້​ແກ່​ຄອບຄົວຂອງ​ລາວ​ແລ້ວ.

Prince ​ໄດ້​ເຂົ້າ​ໂຮງໝໍ​ໃນ​ອາທິດ​ແລ້ວ​ນີ້. ​ເຮືອບິນ​ສ່ວນ​ຕົວ​ຂອງ​ລາວ​ ໄດ້​ລົງ​ຈອດ​ສຸກ​ເສີນ​ທີ່​ລັດ Illinois ຫຼັງ​ຈາກ​ໄປສະ​ແດງ​ຄອນ​ເຊີດ​ຢູ່ໃນ​ລັດ Georgia​. ບໍ່​ມີການ​ເປີດ​ເຜີຍ​ລາຍ ​ລະອຽດ​ໃດໆ ໃນ​ເວລາ​ນີ້ເທື່ອ ກ່ຽວ​ກັບ​ສຸຂະ​ພາບ​ຂອງ​ລາວ.

Prince Celebrations
please wait
Embed

No media source currently available

0:00 0:01:33 0:00

U.S. authorities say it might take weeks before the autopsy results on legendary U.S. musician Prince are made public.

The Carver County sheriff said there were no obvious signs of trauma on Prince's body and suicide is not suspected.

The sheriff also began setting boundaries in the high-profile death investigation.

"Because this investigation is ongoing. I will not be answering questions on whether or not there were any items that were taken during our processing."

The 57-year-old artist was found dead Thursday in an elevator at the Paisley Park Studios complex where he lived outside the northern city of Minneapolis, Minnesota.

Prince was hospitalized last week following concerts in Georgia, but no details were released at the time regarding his health.

The local medical examiner's office said Friday that preliminary results of the autopsy will take days and the results of a full toxicology scan could be weeks.

XS
SM
MD
LG