ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະ​ທາ​ນາ​ທິບໍ​ດີ​ ​ດໍ​ໂນ​ລ ທ​ຣຳ ສະ​ເໜີ ແຕ່ງ​ຕັ້ງ ທ່ານ​ຈອນ ແຣ​ດ​ຄ​ລິບ ໃຫ້​ເປັນ​ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ ​ຄືນອີກ


ທ່ານ​ຈອນ ແຣ​ດ​ຄ​ລິບ ສະ​ມາ​ຊິກ​ສະ​ພາ​ຕ່ຳພັກ​ຣິ​ພັບ​ບ​ລິ​ກັນ ຈາກ​ລັດ​ເທັກ​ຊັສ ວັນ​ທີ 24 ກ​ຊ​ລະ​ກົດ 2019
ທ່ານ​ຈອນ ແຣ​ດ​ຄ​ລິບ ສະ​ມາ​ຊິກ​ສະ​ພາ​ຕ່ຳພັກ​ຣິ​ພັບ​ບ​ລິ​ກັນ ຈາກ​ລັດ​ເທັກ​ຊັສ ວັນ​ທີ 24 ກ​ຊ​ລະ​ກົດ 2019

ປະ​ທາ​ນາ​ທິບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສະ​ເໜີຊື່​ແຕ່ງ​ຕັ້ງສະ​ມາ​ຊິກ​ສະ​ພາ​ຕ່ຳ
ພັກ​ຣິ​ພັບ​ບ​ລິ​ກັນ ຈາກ​ລັດ​ເທັກ​ຊັສ ທ່ານ​ຈອນ ແຣ​ດ​ຄ​ລິບ ໃຫ້​ເປັນ​ຫົວ​ໜ້າ​ອົງ​ການ​ສືບ​
ລັບ​ຄົນ​ໃໝ່.

ທ່ານ​ທ​ຣຳ​ຂຽນ​ລົງ​ທາງ​ທວິດ​ເຕີ ໃນ​ວັນ​ສຸກວານ​ນີ້ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​
ປະ​ກາດ​ການ​ສະ​ເໜີ​ຊື່ ສະ​ມາ​ຊິກ​ສະ​ພາ ທ່ານ​ແຣ​ດ​ຄ​ລິບ ໃຫ້​ເປັນຜູ້​ອຳ​ນວຍ​ການສືບ​
ລັບ​ແຫ່ງ​ຊາດ (DNI) ຊຶງ​ມັນ​ຈະ​ສຳ​ເລັດ​ເສັດ​ເສັດ​ສິ້ນ​ຂັ້ນ​ຕອນ​ກ່ອນ​ໜ້​າ​ນີ້.

“ແຕ່​ທ່ານ​ຈອນ​ຕ້ອງ​ໄດ້ລໍ​ຖ້າ​ຈົນ​ກວ່າລາຍ​ງານກວດ​ກາ​ທົ່ວ​ໄປ (IG) ສຳ​ເລັດເສັດ​ສິ້ນ.
ທ່ານ​ຈອນ ເປັນບຸກຄົນທີ່​ດີ​ເດັ່ນ ແລະ​ມີ​ຄວາມ​ສາ​ມາດ​ສູງ.”

ປ​ະ​ທາ​ນາ​ທິບໍດີ​ທ​ຣຳ ເປັນ​ທີ່​ປາ​ກົດ​ວ່າ ໄດ້​ອ້າງ​ອີງເຖິງ​ລ​າຍ​ງານຂອງ​ຜູ້ກວ​ດກາ​ທົ່ວ​ໄປ
ກະ​ຊວງ​ຍຸ​ຕິ​ທຳ​ໃນ​ເດືອນ​ທັນ​ວາ​ຜ່ານ​ມາ ​ການ​ສືບ​ສວນ​ກ່ຽວ​ກັບ​ເລື້ອງ​ຣັດ​ເຊຍ​ຂອງ​ອົງ​
ການສັນ​ຕິ​ບານ​ກາງ FBI ແມ່ນ​ສົມ​ເຫດ​ສົມ​ຜົນ ທີ່​ໄດ້​ເປີດ​ການ​ສືບ​ສວນ.

ທ່ານແຣ​ດ​ຄ​ລິບ ຢືນ​ຢັດວ່າ ການ​ສືບ​ສວນດັ່ງ​ກ່າວ​ເປັນ​ເລື້ອງ​ການ​ເມືອງ ແລະ​ມີ​
ຈຸດ​ປະ​ສົງ​ທາງ​ການ​ເມືອງ ແລະ​ຕັ້ງ​ໃຈເພື່ອ​ສ້າງ​ຄວາມ​ເສຍ​ຫາຍມ​ຫ້​ແກ່​ ​ປະ​ທາ​ນາ
​ທິ​ບໍ​ດີ.

ການ​ສະ​ເໜີ​ຊື່​ແຕ່ງ​ຕັ້ງ​ທ່ານ​ແຣດ​ຄ​ລິບ ກ່ອນ​ໜ້າ​ນີ້ ໄດ້​ຮັບ​ການ​ຕ້ອງ​ຕິ​ຢ່າງ​ແຂງ​ຂັນ​ຢູ່
​ໃນ​ສະ​ພາ ໂດຍ​ໃຫ້​ເຫດ​ຜົນ​ວ່າ ສະ​ມາ​ຊິກ​ສະ​ພາ​ສາມ​ສະ​ໄໝ​ຄົນ​ນີ້ ບໍ່​ມີ​ຄຸນ​ນະ​ວຸດ​ທິ​ພຽງ​
ພໍ ເພື່ອ​ເຂົ້າ​ຮັຍ​ຕຳ​ແໜ່ງ​ດັ່ງ​ກ່າວ.

ຖ້​າຫາກ​ໄດ້​ຮັບ​ການຢືນ​ຢັນ​ໂດບຍ​ສະ​ພາ​ສູງ ທ່ານ​ແຣດ​ຄ​ລິບ ຈຳ​ກຳ​ການ​ດູ​ແລ​ 17 ອົງ​
ການ​ສືບລັບ​ສະ​ຫະ​ລັດ.


U.S. President Donald Trump has re-nominated Republican Congressman John Ratcliffe of Texas to be the nation's top intelligence official.

[[TAKE VIDEO:]]

"I am pleased to announce the nomination of @RepRatcliffe (Congressman John Ratcliffe) to be Director of National Intelligence (DNI), Trump wrote on Twitter Friday. "Would have completed process earlier, but John wanted to wait until after IG Report was finished. John is an outstanding man of great talent!"

Trump was apparently referring to a Justice Department inspector general's report in December on the FBI's Russia investigation that said the FBI was justified in opening the probe. Ratcliffe has insisted that the investigation was politically motivated and intended to damage the president.

The previous nomination of Ratcliffe was met with bipartisan criticism in Congress that the three-term lawmaker was not qualified for the post.

If confirmed by the U.S. Senate, Ratcliffe would be in charge of overseeing the 17 U.S. intelligent agencies.

XS
SM
MD
LG