ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ເລື່ອນເວລາ ໃນການຍົກເລີກ ການລົງໂທດ ຊົ່ວຄາວ ຕໍ່ ຊູດານ


ແຜນທີ່ປະເທດ ຊູດານ.
ແຜນທີ່ປະເທດ ຊູດານ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເລື່ອນການຕັດ ສິນໃຈຂັ້ນສຸດທ້າຍ
ອອກໄປອີກ 3 ເດືອນ ກ່ຽວກັບ ວ່າຈະຍົກເລີກມາດຕະການລົງໂທດຢ່າງຖາວອນຕໍ່ປະ
ເທດ ຊູດານ ຫຼືບໍ່.

ທ່ານ ບາຣັກ ໂອບາມາ ທີ່ດຳລົງຕຳແໜ່ງ ກ່ອນໜ້າປະທານາທິບໍດີ ທຣຳ, ໄດ້ລົງນາມ
ໃນດຳລັດສະບັບໜຶ່ງ ກ່ອນອອກຈາກຕຳແໜ່ງໃນເດືອນມັງກອນຕົ້ນປີນີ້ ທີ່ໄດ້ຍົກເລີກ
ມາດຕະການລົງໂທດບາງສ່ວນເປັນການຊົ່ວຄາວ ຕໍ່ໍ່ປະເທດທີ່ຕັ້ງຢູ່ໃຈກາງທະວີບ
ອາຟຣິກາ ເປັນເວລາ 6 ເດືອນ. ທ່ານ ທຣຳ ໄດ້ປະເຊີນກັບເສັ້ນຕາຍໃນວັນພຸດມື້ນີ້ ທີ່
ກຳນົດໂດຍ ທ່ານ ໂອບາມາ ເຊິ່ງຈະເຮັດໃຫ້ການຕັດສິນໃຈຂອງທ່ານ ເປັນການຖາ
ວອນ.

ໃນທາງກົງກັນຂ້າມ, ທ່ານ ທຣຳ ໄດ້ເຊັນດຳລັດສະບັບໃໝ່ໃນວັນອັງຄານວານນີ້ ທີ່​ໄດ້
ເລື່ອນເວລາເປັນການຊົ່ວຄາວອອກໄປຈົນຮອດວັນທີ 12 ຕຸລາ.

ຕົ້ນຕໍ​ແລ້ວມາດຕະການລົງໂທດ​ເລີ່ມມີ​ຜົນ​ບັງຄັບ​ໃຊ້ໃນປີ 1997 ຫຼັງຈາກ ສະຫະລັດ
ໄດ້ຈັດໃຫ້ ຊູດານ ເປັນປະເທດທີ່ສະໜັບສະໜູນລັດທິກໍ່ການຮ້າຍ ໂດຍອະນຸຍາດໃຫ້
ຫົວໜ້າກຸ່ມ al-Qaida ທ້າວ ໂອຊາມະ ບິນລາເດັນ ອາໄສຢູ່ໃນນະຄອນຫຼວງ ຄາທູມ.
ມາດຕະການລົງ ໂທດໄດ້ຖືກກຳນົດເພີ່ມເຕີມອີກ ໃນການຕອບໂຕ້ຕໍ່ການກ່າວຫາ
ກ່ຽວກັບ ການລ່ວງລະເມີດສິດທິມະນຸດ ທີ່ໄດ້ກໍ່ຂຶ້ນໂດຍກອງກຳລັງລັດຖະບານ ຕໍ່
ພວກກະບົດຊົນກຸ່ມນ້ອຍ ໃນເຂດ Darfur ທີ່ຖືກທຳລາຍໂດຍສົງຄາມ ຂອງ ຊູດານ.

ມາດຕະການຕ່າງໆທີ່ຖືກກຳນົດ​ໄວ້ຕໍ່ ຊູດານ ຕ້ອງໄດ້​ຮັບ​ການ​ແກ້​ໄຂ ເພື່ອແລກປ່ຽນ
ກັບການຍົກເລີກ ມາດຕະການລົງໂທດຢ່າງເປັນການຖາວອນ, ລວມທັງການແກ້ໄຂ
ບັນຫາຂັດແຍ້ງ ໃນເຂດ Darfur, ປັບ ປຸງການເຂົ້າເຖິງບໍລິເວນທີ່ເກີດບັນຫາຂັດແຍ້ງ
ໂດຍພະນັກງານໃຫ້ການຊ່ວຍເຫຼືອມະນຸດສະທຳ ແລະການຮ່ວມມືກັບ ສະຫະລັດ
ກ່ຽວກັບການ ປາບປາມລັດທິກໍ່ການຮ້າຍ.

ແຕ່ບັນດານັກເຄື່ອນໄຫວ​ເພື່ອສິດທິມະນຸດ, ຕະຫລອດ​ທັງ​ສະມາຊິກ​ສະພາ​ສູງ​ຈາກ
ທັງສອງພັກການເມືອງຂອງ ສະຫະລັດ ໄດ້ຮຽກຮ້ອງໃຫ້ທ່ານ ທຣຳ ຮັກສາມາດຕະ
ການລົງໂທດໄວ້ຄືເກົ່າ, ໂດຍອ້າງວ່າບໍ່ມີເຈົ້າໜ້າຄົນສຳຄັນໃນກະຊວງການຕ່າງປະ
ເທດ ແລະ ສະພາຮັກສາຄວາມໝັ້ນຄົງແຫ່ງຊາດ ທີ່ສາມາດປະເມີນຜົນຂອງບັນຫາ
ດັ່ງກ່າວນີ້ເທື່ອ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ Heather Nauert ໄດ້ກ່າວ​ຢູ່ໃນຖະແຫຼງ
ການສະບັບໜຶ່ງວ່າ “ພວກເຮົາຍັງຄົງມີຄວາມໝາຍໝັ້ນທີ່ຈະທີ່ພົວພັນກັບລັດຖະບານ
ຊູດານ ແລະ ເຮັດວຽກເພື່ອຄວາມ ກ້າວໜ້າຕໍ່ໄປ ກ່ຽວກັບ ການບັນລຸສັນຕິພາບຢ່າງ
ຖາວອນໃນ ຊູດານ.”

​ເຖິງ​ແມ່ນວ່າ ມາດຕະການລົງໂທດ ​ໄດ້​ຮັບ​ການຍົກເລີກຢ່າງ​ເປັນ​ການຖາວອນກໍຕາມ,
ແຕ່ປະເທດ ຊູດານ ກໍຍັງຈະຖືກລະບຸວ່າເປັນປະເທດທີ່ໃຫ້ການສະໜັບສະໜູນການ
ກໍ່ການຮ້າຍ, ແລະມາດຕະການລົງໂທດ ອື່ນໆຕໍ່ປະທານາທິບໍດີ ທ່ານ Omar al-
Bashir, ຜູ້ທີ່ສານອາຍາສາ ກົນຕ້ອງການຕົວ ໃນຂໍ້ກ່າວຫາການຂ້າລ້າງເຜົ່າພັນທີ່
ກ່ຽວຂ້ອງກັບບັນຫາຂັດແຍ້ງໃນເຂດ Darfur ນັ້ນ, ກໍຈະຍັງຄົງມີຢູ່ຄືເກົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG