ສະຫະລັດ ໄດ້ສັນຍາວ່າຈະໃຫ້ເງິນຫຼາຍກວ່າ 10 ພັນລ້ານໂດລາ ໃນການຊ່ວຍເຫຼືອ
ແລະ ການລົງທຶນໃນເຂດອາເມຣິກາກາງ ແລະ ປະເທດ ເມັກຊິໂກ ໃນຖານະທີ່ເປັນ
ສ່ວນນຶ່ງຂອງຄວາມພະຍາຍາມ ທີ່ຈະຍັບຢັ້ງການຍົກຍ້າຍຖິ່ນຖານທີ່ຜິດກົດໝາຍ.
ເງິນເກືອບ 6 ພັນລ້ານໂດລາຈະຖືກມອບໃຫ້ປະເທດ ແອລ ຊາລວາດໍ, ກົວເຕມາລາ
ແລະ ຮອນດູຣາສ, ໃນຂະນະທີ່ອີກ 4 ພັນ 8 ຮ້ອຍລ້ານໂດລາ ແມ່ນສຳລັບໂຄງການ
ຕ່າງໆໃນພາກໃຕ້ຂອງປະເທດ ເມັກຊິໂກ.
ກະຊວງການຕ່າງປະເທດເວົ້າວ່າ ສະຫະລັດ ມີຄວາມໝາຍໝັ້ນຕໍ່ຄວາມປອດໄພ ແລະ
ອຸດົມຮັ່ງມີໃນເຂດອາເມຣິກາກາງ ດ້ວຍ “ການຍົກລະດັບການຮັກສາຄວາມປອດໄພ,
ການປົກຄອງ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດ ທີ່ສາມາດສ້າງໂອກາດທີ່
ຍິ່ງໃຫຍ່ຕ່າງໆ ແລະ ຜົນປະໂຫຍດສຳລັບປະຊາຊົນໃນພາກພື້ນນັ້ນ.”
ສະຫະລັດ ຍັງຢາກເປັນຄູ່ຮ່ວມກັບບັນດາປະເທດດັງກ່າວນີ້ເຊັ່ນກັນ ເພື່ອແກ້ໄຂບັນ
ຫາຕ່າງໆ ກ່ຽວກັບ ການຍົກຍ້າຍຖິ່ນຖານ, ການລັກລອບຂົນສົ່ງຢາເສບຕິດ ແລະ
ແກັ່ງອາຊະຍາກອນ.
ຄວາມທຸກຍາກ, ຄວາມຮຸນແຮງຈາກແກັ່ງອາຊະຍາກອນ, ແລະ ການຂາດໂອກາດ
ໃນການເຮັດວຽກ ໄດ້ເຮັດໃຫ້ຂະບວນຜູ້ຍົກຍ້າຍຖິ່ນຖານຫຼາຍພັນຄົນຈາກເຂດອາເມ
ຣິກາກາງ ເປັນຕົ້ນແມ່ນຈາກປະເທດ ຮອນດູຣາສ, ເດີນທາງຜ່ານປະເທດ ເມັກຊິໂກ
ດ້ວຍຄວາມຫວັງວ່າຈະເຂົ້າມາໃນ ສະຫະລັດ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາ,
ດ້ວຍການຜັກດັນສະພາຕ່ຳ ໃຫ້ຮັບຮອງເອົາທຶນສຳລັບການສ້າງກຳແພງເຂດຊາຍ
ແດນ ທີ່ຈະມີມູນຄ່າເຖິງ 5 ພັນລ້ານໂດລາ, ເຊິ່ງຕ່ຳກວ່າຈຳນວນເງິນທີ່ໄດ້ສັນຍາຈະ
ຊ່ວຍເຫຼືອສາມປະເທດ ອາເມຣິກາກາງນັ້ນໜ້ອຍນຶ່ງ.
ເມັກຊິໂກ ໄດ້ສັນຍາວ່າຈະສ້າງວຽກໃຫ້ພວກຍົກຍ້າຍຖິ່ນຖານ ແລະ ໂອກາດສຳລັບ
ການຂໍລີ້ໄພ.
ປະທານາທິບໍດີ ເມັກຊິໂກ ທີ່ຫາກໍ່ສາບານຕົວເຂົ້າຮັບຕຳແໜ່ງໃໝ່ໆ ທ່ານ ແອນ
ເດຣັສ ມານູແອລ ໂລເປສ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ຂ້າພະເຈົ້າມີຄວາມຝັນ
ວ່າ ສິ່ງຂ້າພະເຈົ້າຢາກເຫັນຈະກາຍເປັນຄວາມຈິງ. ເຊິ່ງແມ່ນການທີ່ບໍ່ມີໃຜຢາກໄປ
ເຮັດວຽກຢູ່ໃນ ສະຫະລັດ ອີກຕໍ່ໄປ.”