ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈະການສົ່ງອາວຸດ ໃນຂະນະທີ່ ອິສຣາແອລ ປະຕິບັດງານໃນເມືອງຣາຟາ


ຜູ້ຍົກຍ້າຍຖິ່ນຖານຊາວປາແລັສໄຕນ໌ ຂົນເຄື່ອງຂອງຂອງພວກເຂົາເຈົ້າໃສ່ເທິງຫຼັງຄາລົດ ໃນຂະນະທີ່ພວກເຂົາເຈົ້າໜີໄປຢູ່ໃນຂົງເຂດທີ່ປອດໄພໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 9 ພຶດສະພາ 2024.
ຜູ້ຍົກຍ້າຍຖິ່ນຖານຊາວປາແລັສໄຕນ໌ ຂົນເຄື່ອງຂອງຂອງພວກເຂົາເຈົ້າໃສ່ເທິງຫຼັງຄາລົດ ໃນຂະນະທີ່ພວກເຂົາເຈົ້າໜີໄປຢູ່ໃນຂົງເຂດທີ່ປອດໄພໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 9 ພຶດສະພາ 2024.

ເປັນຄັ້ງ​ທຳ​ອິດ​ນັບ​ແຕ່​ສົງຄາມ​ ອິສ​ຣາ​ແອລ ແລະ ກຸ່ມຮາ​ມາ​ສ ​ໄດ້​ລະ​ເບີດຂຶ້ນ, ລັດຖະບານ ທ່ານ ໄບເດັນ ໄດ້ໂຈະ​ການ​ສົ່ງ​ອາວຸດ​ຈຳນວນ​ນຶ່ງ​ໄປ​ຍັງ​ອິສຣາ​ແອລ ທ່າມກາງ​ຄວາມກັງວົນຂອງຕົນ​ກ່ຽວ​ກັບ​ແຜນໃນການ​ຂະຫຍາຍ​ການ​ປະຕິ ບັດງານ​ທາງ​ທະຫານ​ຢູ່ເມືອງຣາຟາ ທີ່​ສະຫະລັດບໍ່​ສະໜັບສະໜູນ.

ການ​ຕັດສິນ​ໃຈ​ດັ່ງກ່າວ ມີ​ຂຶ້ນ​ພາຍຫຼັງ​ການ​ສົນທະນາ​ກັບ ​ອິສຣາ​ແອລ ກ່ຽວ​ກັບ​ວິທີ​ທີ່​ຕົນ​ຈະ “ດຳ​ເນີນ​ການ​ຕໍ່ຕ້ານ​ກຸ່ມຮາມາສຢູ່ທີ່ນັ້ນ ໃນທິດທາງທີ່ແຕກຕ່າງ​ກວ່າທີ່​ພວກເຂົາ​ເຈົ້າດໍາເນີນມາ​ຢູ່​ບໍລິເວນຕ່າງໆໃນຂົງ​ເຂດກາຊາ,” ອີງຕາມ ການກ່າວຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານອາວຸໂສທ່ານ​ນຶ່ງ​ ກ່າວ​ໃນ​ຖະ​ແຫຼງການ​ທີ່​ໄດ້ສົ່ງ​ໃຫ້ VOA, ເຊິ່ງທ່ານ​ບໍ່ໄດ້​ເປີດ​ເຜີຍ​ຊື່ ໂດຍອະທິບາຍວ່າ ມັນເປັນເລື້ອງ ລະອຽດອ່ອນ.

ການ​ໂຈມ​ຕີ​ທາງພາກ​ພື້ນດິນ​ຕໍ່​ເມືອງຣາຟາ ເຊິ່ງຕັ້ງຢູ່​ໃນ​ພາກ​ໃຕ້​ຂອງ​ເຂດກາຊາ ຈະ​ເປັນ​ອັນຕະລາຍ​ຕໍ່​ຊີວິດ​ຂອງ​ພົນລະ​ເຮືອນຈໍານວນ 1,3 ລ້ານ​ຄົນ ທີ່ໄດ້​ພາກັນ​ອົບ​ພະຍົບ​ຈາກ​ທາງພາກ​ເໜືອ ​ແລະ​ພາກ​ກາງ​ຂອງດິນ​ແດນແຫ່ງນັ້ນ ​ເພື່ອ​ຊອກ​ຫາ​ບ່ອນລີ້​ໄພ​ຈາກ​ການ​ຕອບ​ໂຕ້​ທາງ​ທະຫານ​ຂອງ​ອິສຣາ​ແອ​ລ ຍ້ອນ​ການ​ໂຈມ​ຕີໃສ່ ອິສຣາແອລ ໃນ​ວັນ​ທີ 7 ຕຸລາ ​ໂດຍກຸ່ມຮາມາສ.

ເຈົ້າ​ໜ້າ​ທີ່ລັດຖະບານ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ສະ​ຫະ​ລັດ ​ຈະ​ບໍ່​ສະ​ໜັບ​ສະ​ໜູນ​ການ​ບຸກ​ໂຈມ​ຕີເມືອງຣາຟາ ເວັ້ນ​ແຕ່​ວ່າ ອິ​ສຣາ​ແອລ ຈະ​ສະ​ໜອງ​ແຜນ​ການ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ກ່ຽວ​ກັບ​ການ​ປົກ​ປ້ອງ​ພົນ​ລະ​ເຮືອນ. ໃນການໂອ້ລົມທາງ ໂທລະສັບເມື່ອວັນທີ 4 ເມສາ ທີ່ຜ່ານມານີ້, ທ່ານປະທານາທິບໍດີ ໂຈ ໄບເດັນ ໄດ້ເຕືອນນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈນມິນ ເນຕັນຢາຮູ ວ່າ ທ່ານຈະໂຈະການຊ່ວຍເຫຼືອທາງທະຫານ ຈົນກວ່າ ອິສຣາແອລ ຈະປ່ຽນແປງ ການປະຕິບັດງານທາງສົງຄາມຂອງຕົນ.

ປະທານາທິບໍດີ ໄບເດັນ ກ່າວຕໍ່ອົງການຂ່າວ CNN ໃນການໃຫ້ສໍາພາດທີ່ ອອກອາກາດຊ່ວງຕອນກາງຄືນຂອງມື້ວັນພຸດວານນີ້ວ່າ ສະຫະລັດ ຈະສືບ ຕໍ່ສະຫນອງອາວຸດການປ້ອງກັນຕົວໄປໃຫ້ ອິສຣາແອລ ເຊັ່ນລະບົບລົບ​ປ້ອງ​ກັນ​ອາ​ກາດ Iron Dome.

ທ່ານກ່າວວ່າ “ຂ້າພະເຈົ້າໄດ້​ກ່າວຢ່າງແຈ່ມແຈ້ງແລ້ວວ່າ ຖ້າພວກເຂົາເຂົ້າໄປ ໃນບໍລິເວນເມືອງຣາຟາ, ເຊິ່ງພວກເຂົາຍັງບໍ່ທັນໄດ້ເຂົ້າໄປເມືອງຣາຟາເທື່ອ, ແຕ່ຖ້າພວກເຂົາເຂົ້າໄປໃນຂົງເຂດເມືອງຣາຟາ, ຂ້າພະເຈົ້າຈະບໍ່ໄດ້ສະຫນອງ ອາວຸດໃດໆກໍຕາມທີ່ເຄີຍຖືກນໍາໃຊ້ໃນປະຫວັດສາດມາແລ້ວໄປ​ໃຫ້ ເພື່ອຮັບ​ມື ກັບເມືອງຣາຟາ, ເພື່ອຄວບ​ຄຸມບັນດາຕົວເມືອງຕ່າງໆ. ທີ່ຈັດການກັບບັນ ຫາເຫຼົ່ານັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

For the first time since the outbreak of the Israel-Hamas war, the Biden administration has paused the shipment of some weapons to Israel amid concern over its plan to expand a military operation in Rafah that the United States does not support.

The decision follows discussions with Israel on how it will “operate differently against Hamas there than they have elsewhere in Gaza,” a senior administration official said in a statement sent to VOA. The official spoke on condition of anonymity to discuss the sensitive matter.

A ground assault on Rafah, in the southern part of Gaza, would endanger the lives of 1.3 million civilians who evacuated from the north and central parts of the territory to seek safety from Israel’s military response to Hamas’ October 7 attack on Israel.

Administration officials have repeatedly said the U.S. will not support a Rafah invasion unless Israel provides a credible plan on how it would protect civilians. In an April 4 phone call, President Joe Biden warned Prime Minister Benjamin Netanyahu he would withhold military aid unless Israel changes its war conduct.

President Biden told CNN in an interview aired Wednesday night that the U.S. would continue to supply Israel with defensive arms, such as Iron Dome munitions.

“I made it clear that if they go into Rafah — they haven’t gone in Rafah yet — if they go into Rafah, I’m not supplying the weapons that have been used historically to deal with Rafah, to deal with the cities, that deal with that problem,” he said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG