ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ຫລ ຮ່ວ​ມ​ກັບ ລັດ​ຖະ​ບານ​ລາວ ສ້າງ​ຄວາມ​ເຂັ້ມ​ແຂງ ​ການ​​ສະ​ໜອງ​ທຶນ ​ດ້ານ​ການ​ບິນ


ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ (ກາງ) ແລະ ທ່ານສັນຕິສຸກ ສີມມະລາວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ (ກາງ) ແລະ ທ່ານສັນຕິສຸກ ສີມມະລາວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ເຈົ້າຫນ້າທີ່ ລັດຖະບານ ສປປ ລາວ ລວມທັງ ສະຫະລັດ ສສ ຫວຽດນາມ ແລະຜູ້ເຂົ້າ
ຮ່ວມຈາກພາກສ່ວນຕ່າງໆປະມານ 40 ທ່ານ ໄດ້ເຂົ້າຮ່ວມການ ສຳມະນາ ກ່ຽວກັບ ສົນທິສັນຍາເຄບທາວ ຫຼື Cape Town Convention ເພື່ອປຶກສາຫາລື ແນວທາງ
ການປະຕິບັດທີ່ດີທີ່ສຸດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນຍາກາດທາງດ້ານທຸລະ
ກິດ ທີ່ກ່ຽວຂ້ອງກັບ ຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະ ການສະໜອງທຶນ ຢູ່
ໃນ ສປປ ລາວ.

ການສຳມະນາໃນຄັ້ງນີ້ ແມ່ນຈັດຂື້ນໂດຍ ສະຖານທູດສະຫະລັດ ຮ່ວມກັບກົມການ
ບີນພົນລະເຮືອນ ກະຊວງໂຍທາທິການ ແລະຂົນສົ່ງ ເຊິ່ງໄດ້ຮັບ ການສະໜັບໜູນ
ຈາກ ບໍລິສັດ General Electric ຫຼື GE ແລະ ໂບອິ້ງ ທີ່​ນະ​ຄອນ​ວຽງ​ຈັນ ໃນ​ວັນ​ທີ
20 ກຸມ​ພານີ້.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ແລະ ທ່ານສັນຕິສຸກ ສີມມະລາວົງ ຮອງລັດຖະມົນຕີກະຊວງໂຍທາທິການແລະ ຂົນສົ່ງ ໄດ້ໃຫ້ກຽດເປີດການສໍາມະນາທີ່ມີ​ຂຶ້ນ​ເປັນເວລາໜຶ່ງມື້ເຕັມ ຢູ່ທີ່ນະຄອນຫຼວງວຽງ
ຈັນ ເພື່ອສົ່ງເສີມໃຫ້ຜູ້ເຂົ້າຮ່ວມຈາກພາກລັດຖະບານ ຜູ້ຊ່ຽວຊານດ້ານ ກົດໝາຍ
ແລະຜູ້ນຳດ້ານທຸລະກິດ ເພື່ອຍາດເອົາໂອກາດໃນການສ້ງຄວາມເຂັ້ມ ແຂງໃຫ້ແກ່
ບັນຍາກາດທາງດ້ານທຸລະກິດ ແລະເພື່ອຂະຫຍາຍຄວາມເຕີບໂຕຂອງ ອຸດສາຫະ
ກຳການບິນ ໃນ ສປປ ລາວ.

ທ່ານນາງ ຣີນາ ບິດເຕີ ກ່າວວ່າ “ສົນທິສັນຍາເຄບທາວແມ່ນໃຫ້ຜົນປະໂຫຍດແກ່
ທຸກໆຟ່າຍ. ຜູ້ດຳເນີນການສາມາດຊື້ ຫຼືເຊົ່າເຮືອບິນໃນລາຄາທີ່ຖືກລົງຫຼາຍ ນອກນີ້ ຜູ້ຜະລິດເຮືອບິນ ແລະ ຜູ້ໃຫ້ເຊົ່າ ຍັງສາມາດເຂົ້າເຖິງ ໂອກາດຂອງ ຕະຫຼາດໃຫມ່
ໂດຍມີຄວາມສ່ຽງໜ້ອຍລົງ.” ທ່ານຍັງໄດ້ກ່າວໃນງານຕື່ມອີກວ່າ “ການລົງນາມ ໃຫ້
ສັດຕະຍາບັນ ໃນສົນທິສັນຍາເຄບທາວ ແມ່ນຄວາມພະຍາ ຍາມ ແລະ ຫົນທາງ
ທີ່ຖືກຕ້ອງສໍາລັບບັນດາປະເທດ ໃນການເສີມຂະຫຍາຍ ຂະແໜງການບິນ ແລະຍັງ
ເປັນການປະຢັດຄ່າໃຊ້ຈ່າຍນຳອິກ. ພ້ອມນີ້ຍັງເປັນ ການສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການເຊື່ອມໂຍງໃນພາກພື້ນໃຫ້ຫຼາຍ ຂຶ້ນ. ຍ້ອນເຫດຜົນດັ່ງກ່າວ, ຈຶ່ງມີຫຼາຍ
ກວ່າ 70 ປະເທດ ທີ່ເປັນພາຄີໃນສົນ ທິສັນຍາສະບັບນີ້ ເຊິ່ງລວມທັງບັນດາປະເທດ
ໃນອາຊຽນ ເຊັ່ນ ມຽນມ້າ, ສສ ຫວຽດນາມ ມາເລເຊຍ ສິງກະໂປ ແລະ ອິນໂດເນເຊຍ.

ນອກຈາກເຈົ້າຫນ້າທີ່ ຈາກພາກລັດແລ້ວ ຍັງມີບັນດາຜູ້ນຳທາງດ້ານທຸລະກິດ ຈາກ
ຫຼາຍປະເທດໄດ້ເຂົ້າຮ່ວມ ເຊິ່ງລວມມີ 10 ພາກສ່ວນເອກະຊົນທີ່ເປັນສະ ມາຊິກຈາກ
|ສປປລາວ ເຊັ່ນ ບັນດາທະນາຄານ ສະ​ພາ​ການ​ຄ້າ ບໍ​ລິ​ສັດ​ກົດໝາຍ ​ແລະ​ອຸດ​ສາຫະ
​ກຳ​ແຫ່ງ​ຊາດ​ລາວ. ນອກນັ້ນ ຍັງມີບັນດາຜູ້ບັນຍາຍ ທີ່ ມາຈາກໜ່ວຍງານບໍຫານການ
ບິນພົນລະເຮືອນຂອງສະຫະລັດ ການບິນພົນ ລະເຮືອນຈາກ ສສ ຫວຽດນາມ ຜູ້​ຊ່ຽວ
​ຊານ​ດ້ານ​ກົດ​ໝາຍ ບໍ​ລິ​ສັດ​ສິງ​ກະ​ໂປ ແລະຜູ້ຊຳນານການສະເພາະດ້ານຈາກບໍລິສັດ
ໂບອີ້ງ ແລະບໍລິສັດ GE.ທ່ານ Jeffrey Wool ເລຂາທິການໃຫຍ່ຄະນະກຸ່ມເຮັດວຽກ
ດ້ານການບິນ ພົນລະເຮືອນ ຍັງໄດ້ໂທເຂົ້າມາຮ່ວມສົນທະນາ ໃນການ​ສຳ​ມະ​ນາຄັ້ງນີ້
ອີກ ດ້ວຍ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ.
ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ.

VIENTIANE, Lao PDR – On February 20, approximately forty Lao government officials along with officials from the United States and Vietnam, participated in a seminar on the Cape Town Convention to discuss best practices for strengthening the business environment related to aircraft ownership and financing in the Lao PDR. This seminar was organized by the U.S. Embassy in partnership with the Ministry of Public Works and Transportation’s Department of Civil Aviation, with support from Boeing and GE.

U.S. Ambassador Rena Bitter and Vice Minister Santisouk Simmalavong opened the daylong seminar in Vientiane and encouraged participating government officials, legal experts and business leaders to seize this opportunity to help strengthen the business environment and increase growth of the aviation industry in Lao PDR.

“The Cape Town Convention really is a win-win for all parties. Operators can buy or lease airplanes less expensively, and aircraft manufacturers and lessors gain access to new market opportunities with lower risk,” Ambassador Bitter said at the event. “Ratifying the Cape Town Convention is a tried and true way for countries to foster the expansion of their aviation sector while saving money, boosting tourism, and fostering greater regional integration. That’s precisely why over seventy countries are party to the Convention, including ASEAN countries Burma, Vietnam, Malaysia, Singapore, and Indonesia.”

In addition to government officials, business leaders participated from several countries, including ten members of the Lao private sector (banks, legal firms, LNCCI). Speakers included experts representing the U.S. Federal Aviation Administration (FAA), Civil Aviation Authority of Vietnam, legal experts from Singaporean law firms, and subject matter experts from Boeing and GE. The Secretary General of the Aviation Working Group, Jeffrey Wool, also called into the event.

XS
SM
MD
LG