ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ປາປົວນິວກີນີ ລົງນາມໃນຂໍ້ຕົກລົງ ດ້ານຄວາມໝັ້ນຄົງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ. ແອນໂຕນີ ບລິງເກັນ (ຊ້າຍ) ແລະ ລັດຖະມົນຕີປ້ອງກັນປະເທດຂອງປາປົວນິວກີນີ ທ. ວິນ ບາກຣີ ດາກີ (ຂວາ) ສະແດງໃຫ້ເຫັນ ເອກະສານຂໍ້ຕົກລົງ ຫຼັງຈາກທັງສອງໄດ້ລົງນາມ ຂະນະທີ່ນາຍົກຂອງປາປົວນິວກີນີ ທ. ເຈມສ໌ ມາຣາເປ (ກາງ) ແນມເບິ່ງ ໃນທ່າເຮືອ ໂມເຣສບີ, ວັນທີ 22 ພຶດສະພາ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ. ແອນໂຕນີ ບລິງເກັນ (ຊ້າຍ) ແລະ ລັດຖະມົນຕີປ້ອງກັນປະເທດຂອງປາປົວນິວກີນີ ທ. ວິນ ບາກຣີ ດາກີ (ຂວາ) ສະແດງໃຫ້ເຫັນ ເອກະສານຂໍ້ຕົກລົງ ຫຼັງຈາກທັງສອງໄດ້ລົງນາມ ຂະນະທີ່ນາຍົກຂອງປາປົວນິວກີນີ ທ. ເຈມສ໌ ມາຣາເປ (ກາງ) ແນມເບິ່ງ ໃນທ່າເຮືອ ໂມເຣສບີ, ວັນທີ 22 ພຶດສະພາ 2023.

ສະຫະລັດ ແລະ ປາປົວນິວກີນີ ຫຼື PNG ໄດ້ລົງນາມໃນຂໍ້ຕົກລົງດ້ານຄວາມໝັ້ນຄົງ ທີ່ລວມມີການອະນຸຍາດໃຫ້ກອງກຳລັງສະຫະລັດໃຊ້​ເຂດນ່ານນ້ຳ ແລະນຳໃຊ້ທ່າ​ກຳ​ປັ່ນຕ່າງໆຂອງປະເທດໃນເຂດມະຫາສະໝຸດປາຊີຟິກແຫ່ງນີ້.

ຂໍ້ຕົກລົງນີ້ ມີຂຶ້ນທ່າມກາງທີ່ສະຫະລັດພວມເພັ່ງເລັງໃສ່ພາກພື້ນດັ່ງກ່າວ ແລະມີຄວາມເປັນຫ່ວງກ່ຽວກັບອິດທິພົນຂອງຈີນ.

“ຂໍ້ຕົກລົງໃນການຮ່ວມມືດ້ານປ້ອງກັນປະເທດ ໄດ້ຖືກຮ່າງຂຶ້ນມາໂດຍ ປາປົວ ນິວກີ​ນີ ແລະ ສະຫະລັດ ຕາມຄວາມເທົ່າທຽມກັນ ແລະອະທິປະໄຕຂອງຄູ່ພາຄີ ທີ່ຈະເສີມຂະຫຍາຍຄວາມອາດສາມາດຂອງກອງກຳລັງປ້ອງກັນປະເທດຂອງ PNG ທີ່ຈະນຳສົ່ງການຊ່ອຍເຫຼືອດ້ານມະນຸດສະທຳ ແລະການບັນເທົາໄພພິບັດ ລວມທັງໂດຍຜ່ານການສະໜອງໃນດ້ານການຮັກສາທາງການແພດ ແລະສະຖານທີ່ພັກພິງຊົ່ວຄາວແກ່ພວກຄົນຜູ້ທີ່ຖືກກະທົບໂດຍວິກິດການຕ່າງໆ” ນັ້ນແມ່ນຄຳເວົ້າຂອງທ່ານແອນໂຕນີ ບລິງເກັນ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທີ່ໄດ້ກ່າວໃນລະຫວ່າງ ພິທີການລົງນາມໃນປອດ ໂມເຣສບີ, ຊຶ່ງທ່ານກ່າວຕື່ມອີກວ່າ “ຂໍ້ຕົກລົງນີ້ ຍັງຈະເຮັດໃຫ້ມັນງ່າຍສຳລັບກອງກຳລັງຂອງ PNG ແລະ ສະຫະລັດ ຝຶກຊ້ອມຮ່ວມກັນໃນວິທີທາງໃໝ່ ແລະໃນຫຼາຍໆແຫ່ງຕື່ມອີກ ອັນເປັນສ່ວນນຶ່ງຂອງຄວາມພະຍາມຮ່ວມກັນຂອງພວກເຮົາ ເພື່ອປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ໃນທົ່ວອິນໂດ-ປາຊີຟິກ.”

ທ່ານບລິງເກັນ ໄດ້ກ່າວວ່າ ສົນທິສັນຍາອີກອັນນຶ່ງທີ່ໄດ້ລົງນາມໃນວັນຈັນວານນີ້ ຈະອະນຸຍາດໃຫ້ກອງກຳລັງຂອງປາປົວນີວກີນີ ແລະໜ່ວຍຍາມຝັ່ງຂອງສະ ຫະລັດ ຮ່ວມມືກັນໃນການສະກັດກັ້ນ “ກິດຈະກຳທາງທະເລທີ່ຜິດກົດໝາຍຕ່າງໆ ໂດຍລວມມີ ການຫາປາທີ່ຜິດກົດໝາຍ ທີ່ບໍ່ໄດ້ຖືກລາຍງານ ແລະທີ່ຜິດປົກກະຕິ.”

ທ່ານບລິງເກັນ ກ່າວວ່າ “ພາຍໃຕ້ຂໍ້ຕົກລົງນີ້ ກອງກຳລັງຂອງພວກເຮົາ ຈະສາມາດຂຶ້ນກຳປັ່ນຕ່າງໆຂອງແຕ່ລະຝ່າຍໄດ້ ແບ່ງປັນຄວາມຊຳນານດ້ານເທັກນິກນຳກັນ ແລະໃນທີ່ສຸດ ລາດຕະເວນທະເລຮ່ວມກັນໃຫ້ດີຂຶ້ນຫຼາຍກວ່າເກົ່າ.”

ທ່ານບລິງເກັນ ໄດ້ເດີນທາງໄປຢ້ຽມຢາມປາປົວນິວກີເນຍ ແທນປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຜູ້ທີ່ໄດ້ຍົກເລີກ ອັນທີ່ຄວນເປັນການເດີນທາງຢ້ຽມຢາມຄັ້ງທຳອິດ ໃນຖານະເປັນຜູ້ນຳສະຫະລັດ ຕໍ່ປະເທດເກາະໃນມະຫາສະໝຸດປາຊິຟິກ ເນື່ອງຈາກການເຈລະຈາທີ່ມີຢູ່ຕໍ່ເນື່ອງເພື່ອຫລີກເວັ້ນວິກິດການດ້ານໜີ້ສິນ ຢູ່ພາຍໃນປະເທດ.

The United States and Papua New Guinea signed a security agreement that includes giving U.S. forces access to the Pacific nation’s waters and ports.

The agreement comes amid a U.S. focus on the region and concern about China’s influence.

“The Defense Cooperation Agreement, drafted by Papua New Guinea and the United States as equal and sovereign partners, will enhance the PNG’s Defense Force’s capability to deliver humanitarian assistance and disaster relief, including through providing medical care and temporary shelter to those who are affected by crises,” U.S. Secretary of State Antony Blinken said during a signing ceremony in Port Moseby. “The agreement will also make it easy for PNG and U.S. forces to train together in new ways and in more places as part of our joint effort to uphold peace and security across the Indo-Pacific.”

Blinken said another pact signed Monday will allow Papua New Guinea forces and the U.S. Coast Guard to cooperate on countering “illicit maritime activities, including illegal, unreported and unregulated fishing.”

“Under this agreement, our forces will be able to board one another’s vessels, share technical expertise, and ultimately better patrol the seas together,” Blinken said.

XS
SM
MD
LG