ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍພົວພັນ ລະຫວ່າງ ສຫລ ກັບ ປາກິສຖານ ບໍ່ມີຄວາມຄືບໜ້າ ຈັກໜ້ອຍເລີຍ ຕະຫຼອດປີ 2018


ທ່ານນາຍພົນ ອອສຕິນ ສກັອດ ມີເລີ ຄົນອາເມຣິກັນ, ຜູ້ບັນຊາການຂອງກອງກຳລັງນານາຊາດ ແລະ ກອງກຳລັງອົງການເນໂຕ ໃນອັຟການິສຖານ, ພົບປະກັບ ຜູ້ບັນຊາການກອງທັບບົກ ຂອງປາກິສຖານ, ນາຍພົນ ກາມາຣ ຈາວາດ ບາຈ໌ວາ, ຢູ່ໃນຕົວເມືອງຂອງ ຣາວາລປິນດີ ເມື່ອ ວັນທີ 27 ທັນວາ 2018.
ທ່ານນາຍພົນ ອອສຕິນ ສກັອດ ມີເລີ ຄົນອາເມຣິກັນ, ຜູ້ບັນຊາການຂອງກອງກຳລັງນານາຊາດ ແລະ ກອງກຳລັງອົງການເນໂຕ ໃນອັຟການິສຖານ, ພົບປະກັບ ຜູ້ບັນຊາການກອງທັບບົກ ຂອງປາກິສຖານ, ນາຍພົນ ກາມາຣ ຈາວາດ ບາຈ໌ວາ, ຢູ່ໃນຕົວເມືອງຂອງ ຣາວາລປິນດີ ເມື່ອ ວັນທີ 27 ທັນວາ 2018.

ຄວາມເຄັ່ງຕຶງໄດ້ກາຍມາເປັນຂີດໝາຍຂອງສາຍພົວພັນ ລະຫວ່າງ ສະຫະລັດ ກັບ
ປາກິສຖານ ໃນປີ 2018. ປີ 2018 ນີ້ ເຫັນວ່າ ເປັນປີທີ່ ສະຫະລັດ ຕຳໜິຕິຕຽນຂອງ
ຢ່າງຕໍ່ເນື່ອງ ຕໍ່ປາກິສຖານ ທີ່ໄດ້ກ່າວຫາວ່າ ຂາດ“ການຮ່ວມໄມ້ຮ່ວມມື” ໃນການຕໍ່ສູ້
ກັບກຸ່ມກໍ່ການຮ້າຍ ແລະພວກປະເທດໃນເຂດເອເຊໃຕ້ ໃນການຕ້ານຢັນຄືນ ສິ່ງທີ່ຕົນ
ຖືວ່າ ເປັນທ່າທີທີ່ເຂັ້ມແຂງ ຊຶ່ງນັກຂ່າວວີໂອເອ ອາມານ ອາຊາຣ ມີລາຍງານຕື່ມ ຈາກ
ວໍຊິງຕັນ ດັ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂໍ້ຄວາມອັນໂມໂຫໂທໂສໃນທວີດເຕີຈາກປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ໄດ້ເປັນນ້ຳສຽງອັນລຳຄານ ສຳລັບສາຍສຳພັນທີ່ຕຶງຄຽດຢູ່ແລ້ວ ເມື່ອທ່ານກ່າວຫາ ລັດ-
ຖະບານ ປາກິສຖານ ວ່າ “ຂີ້ຕົວະ ແລະ ຫລອກລວງ” ວ່າສະໜັບສະໜຸນພວກກໍ່ການ
ຮ້າຍ ທີ່ປາກິສຖານ ໄດ້ປະຕິເສດໄປ.

ທ່ານ ຣິຊາຣດ໌ ໂອລສັນ ອະດີດຜູ້ຕາງໜ້າພິເສດ ຮັບຜິດຊອບ ເລື້ອງອັຟການິສຖານ
ແລະ ປາກິສຖານ ກ່າວວ່າ “ມັນເປັນເຈດຕະນາ ທີ່ຈະກົດດັນປາກິສຖານ ຍ້ອນການ
ສະໜັບສະໜຸນ ພວກຫົວຮຸນແຮງ ຢູ່ໃນອັຟການິສຖານ. ແລະຕໍ່ຈາກນັ້ນ ໃນປີ 2018
ພວກເຮົາກໍໄດ້ເຫັນ ການຫຼຸດຜ່ອນດ້ານການຊ່ອຍເຫຼືອ ໃນເບື້ອງຕົ້ນ ແກ່ປາກິສຖານ,
ການຊ່ອຍເຫຼືອດ້ານຄວາມປອດໄພ ການຊ່ອຍເຫຼືອດ້ານການທະຫານ ແລະ ກອງທຶນ
ສະໜັບສະໜຸນ ກຸ່ມແນວໂຮມ.”

ທ່ານ ໂມອີດ ຢູຊຸຟ ເປັນຮອງປະທານ ຢູ່ທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ.
ທ່ານ ກ່າວວ່າ ຂໍ້ຄວາມທວີດດັ່ງກ່າວ ສະແດງໃຫ້ເຫັນ ຄວາມປາດຖະໜາ ຂອງປະທາ-
ນາທິບໍດີ ທຣຳ ທີ່ຢາກຈະຫັນເຫສາຍພົວພັນໄປໃນທິດທາງ ທີ່ເປັນສັນຍາລັກຂອງທ່ານ.

ທ່ານ ຢູຊຸຟ ເວົ້າວ່າ “ມັນເປັນທີ່ຊັດເຈນວ່າ ປະທານາທິບໍດີ ທ່ານນີ້ ແມ່ນບໍ່ຄືກັບ
ປະທານາທິບໍດີ ຄົນກ່ອນໆ ຊຶ່ງວ່າ ທ່ານສາມາດເວົ້າໃນສິ່ງທີ່ທ່ານຄິດຢາກເວົ້າ
ແລະ ສາມາດລິເລີ່ມຂັ້ນຕອນ ຊຶ່ງໃນເມື່ອກ່ອນ ອາດຖືວ່າບໍ່ເໝາະສົມ, ໃນເມື່ອຄຳ
ນຶງເຖິງຄວາມສຳຄັນ ຂອງປາກິສຖານ.”

ໃນກາງປີ 2018 ພັກ PTI ຂອງ ທ່ານ ອິມຣານ ຄານ ໄດ້ເຂົ້າກຳອຳນາດ ຫຼັງຈາກ ໄດ້
ຮັບໄຊຊະນະ ໃນການເລືອກຕັ້ງສະພາແຫ່ງຊາດ. ໃນທັນທີທັນໃດນັ້ນ ລັດຖະບານຊຸດ
ໃໝ່ ທີ່ໄດ້ຖືກຈັດຂຶ້ນ ໄດ້ປະເຊີນໜ້າກັບວິກິດການດ້ານໜີ້ສິນ. ລັດຖະບານ ຈຶ່ງໄດ້ຂໍ
ຮ້ອງຕໍ່ ອົງການກອງທຶນສາກົນ ຫຼື IMF ເພື່ອໃຫ້ຊ່ອຍແກ້ໄຂບັນຫາດ້ານການເງິນດັ່ງ
ກ່າວ ເພື່ອເຮັດໃຫ້ຕົນສະສາງພັນທະຂອງຕົນກັບບັນດາເຈົ້າໜີ້ຕ່າງປະເທດ ໃນທັນທີ.

ເຖິງຢ່າງໃດກໍຕາມ ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ
ໄດ້ກ່າວວ່າ ສະຫະລັດ ຈະບໍ່ອະນຸຍາດ ໃຫ້ປາກິສຖານ ໃຊ້ເງິນຢູ່ໃນກອງທຶນ ເພື່ອຈ່າຍ
ໜີ້ໃຫ້ແກ່ພວກເຈົ້າໜີ້ ເຊັ່ນ ຈີນ ຈຶ່ງໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆຂຶ້ນມາ ກ່ຽວກັບ ການ
ຂາດຄວາມໂປ່ງໃສ ໃນດ້ານວິທີການຂອງການໃຫ້ກູ້ຢືມເງິນ ຈຳນວນ 62 ພັນລ້ານ
ໂດລາ ພາຍໃຕ້ ໂຄງການທີ່ເອີ້ນວ່າ ແລວທາງເສດຖະກິດ ຈີນແລະປາກິສຖານ ຫຼື
China-Pakistan Economic Corridor.

ທ່ານ ຊູຈາ ນາວາຊ ເຈົ້າໜ້າທີ່ອາວຸໂສ ທີ່ ສະພາແອດແລນຕິກ ກ່າວວ່າ “ຂ້າພະເຈົ້າ
ຄຶດວ່າ ຄຳຖະແຫລງນີ້ ແມ່ນອີງໃສ່ຂໍ້ມູນທີ່ຜິດພາດ. ຄວາມຈິງແລ້ວ ແມ່ນວ່າ
ສະຫະລັດ ໄດ້ສະແຫວງຫາ ວິທີການແບບນະໂຍບາຍທີ່ເຂັ້ມງວດ ຕໍ່ປາກິສຖານ
ແລະ ນະໂຍບາຍນີ້ ແມ່ນຍັງມີຜົນບັງຄັບໃຊ້ຢູ່.”

ທ່ານ ຊາລເມ ຄາລີລຊາດ ນັກການທູດພິເສດ ສະຫະລັດ ເພື່ອສັນຕິພາບ ໃນອັຟການິສຖານ, ໂອ້ລົມກັບ ບັນດານັກຂ່າວ ຢູ່ສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 18 ພະຈິກ 2018.
ທ່ານ ຊາລເມ ຄາລີລຊາດ ນັກການທູດພິເສດ ສະຫະລັດ ເພື່ອສັນຕິພາບ ໃນອັຟການິສຖານ, ໂອ້ລົມກັບ ບັນດານັກຂ່າວ ຢູ່ສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 18 ພະຈິກ 2018.

ຕົກສູ່ເຄິ່ງປີຕໍ່ມາຂອງ 2018, ທ່ານ ຊາລເມ ຄາລີລຊາດ ອະດີດນັກການທູດ ຂອງ
ສະຫະລັດ ທີ່ຮູ້ຈັກກັນດີ ສຳລັບການມີຄວາມເຫັນ ໃນທາງວິພາກວິຈານ ປາກິສຖານ
ຂອງທ່ານນັ້ນ ກໍໄດ້ຖືກແຕ່ງຕັ້ງ ໃຫ້ເປັນທູດພິເສດ ປະຈຳ ອັຟການິສຖານ. ບັນດານັກ
ສັງເກດການ ໄດ້ເຫັນການແຕ່ງຕັ້ງທ່ານ ຄາລີລຊາດ ນັ້ນ ວ່າເປັນສັນຍານ ທີ່ວໍຊິງຕັນ
ຈະສືບຕໍ່ ໃຊ້ວິທີການໃນດ້ານນະໂຍບາຍທີ່ເຂັ້ມງວດ ກັບອິສລາມາບັດ.

ທ່ານ ໂມອີດ ຢູຊຸຟ ຢູ່ທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ກ່າວວ່າ “ປາກິສຖານ
ເກີດມີຄວາມບໍ່ສະບາຍໃຈ ກັບການແຕ່ງຕັ້ງທ່ານ ຄາລີລຊາດ. ແຕ່ເມື່ອທ່ານໄດ້ເດີນ
ທາງໄປ ອິສລາມາບັດ ແລະ ໄດ້ປະຊຸມກັບພວກເຂົາເຈົ້າ ວ່າ ທ່ານໄປທີ່ນັ້ນ ໃນຖານະ
ເປັນຜູ້ໄກ່ເກ່ຍເພື່ອສັນຕິພາບ ແລະ ຢາກຈະເຮັດວຽກກັບ ປາກິສຖານ ອັນນັ້ນ ສຳລັບ
ຂ້າພະເຈົ້າແລ້ວ ເປັນຄວາມຄືບໜ້າທີ່ໃຫຍ່.”


ຕົກມາຮອດທ້າຍປີຂອງ 2018 ສະຫະລັດ ແລະ ບັນດາຜູ້ແທນຂອງກຸ່ມຕາລີບານ ໄດ້ຈັດ
ໃຫ້ມີການເຈລະຈາໂດຍກົງ ຢູ່ໃນ ນະຄອນ ອາບູ ດາບີ ເພື່ອຕໍ່ລອງກັນໃຫ້ໄດ້ມາ ຊຶ່ງສັນ-
ຕິພາບ ສຳລັບ ອັຟການິສຖານ. ປາກິສຖານ ກໍໄດ້ອອກມາອ້າງເອົາຄວາມດີ ສຳລັບການ
ອຳນວຍຄວາມສະດວກ ໃຫ້ແກ່ການເຈລະຈາ. ສອງສາມວັນຕໍ່ມາ ປະທານາທິບໍດີ ທຣຳ
ໄດ້ປະກາດວ່າ ທ່ານຈະຖອນ ກຳລັງທະຫານສະຫະລັດ ຈຳນວນ 7,000 ຄົນ ອອກຈາກ
ອັຟການິສຖານ. ສະນັ້ນແລ້ວ ນະໂຍບາຍທີ່ເຂັ້ມງວດ ຂອງທ່ານທຣຳ ຈຶ່ງແມ່ນມີປະສິດ
ທິພາບ ໃນການກົດດັນປາກິສຖານ ບໍ່?

ທ່ານ ຣິຊາຣດ໌ ບູເຊີຣ ອະດີດ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ສະຫະລັດ ຕອບວ່າ
“ບໍ່ ຂ້າພະເຈົ້າ ບໍ່ເຫັນເປັນຈັ່ງຊັ້ນ. ຫຼາຍໆຄົນ ຢູ່ໃນຊ່ວງເວລາອີ່ນໆ ກໍໄດ້ໃຊ້ວິທີການ
ດ້ານນະໂຍບາຍທີ່ເຂັ້ມງວດ ຕໍ່ປາກິສຖານ ແຕ່ໃນເວລານັ້ນ ພວກເຂົາເຈົ້າ ໄດ້ຫາວິທີ
ທາງເຮັດວຽກກັບ ປາກິສຖານ. ແລະເປັນໄປໃນທາງທີ່ວ່າ ສິ່ງທີ່ເອກອັກຄະລັດຖະທູດ
ຄາລີລຊາດ ໄດ້ເຮັດໄປແລ້ວນັ້ນ.”

ບັນດານັກຊ່ຽວຊານທັງຫຼາຍ ສະເໜີແນະວ່າ ສາຍພົວພັນ ລະຫວ່າງ ສະຫະລັດ ກັບ
ປາກິສຖານ ຍັງຄົງເຄັ່ງຕຶງຢູ່ຄືເກົ່າ ໃນຕະຫຼອດປີຜ່ານມາ. ພວກເຂົາເຈົ້າ ມີຄວາມຫວັງຢູ່
ພຽງເລັກນ້ອຍ ວ່າ ສາຍພົວພັນໃນອະນາຄົດນັ້ນ ຈະອົບອຸ່ນຂຶ້ນ ຖ້າຫາກໄດ້ພົບເຫັນວິທີ
ແກ້ໄຂໃນດ້ານການເມືອງ ກ່ຽວກັບ ອັຟການິສຖານ.

Tension marked the U.S.-Pakistan relationship in 2018. The year saw continuing U.S. criticism of Pakistan's alleged lack of "cooperation" in fighting terrorism and the South Asian nation pushing back against what it considered a hard-line stance by the U.S. VOA correspondent Aman Azhar has more.

An angry tweet from U.S. President Donald Trump set the tone for already frayed relations when he accused the Pakistani government of "lies and deceit" in regards to supporting terrorists, which Pakistan denies.

(Richard Olson; Former U.S. Special Rep. on Afghanistan, Pakistan)
"It was meant to put pressure on Pakistan for its support to militancy in Afghanistan. And then in 2018 we saw a fundamental curtailment of assistance to Pakistan, security assistance, military assistance and on account of Coalition Support Fund."

Moeed Yusuf is associate vice president at the U.S. Institute of Peace. He says the tweet shows President Trump's desire to steer the relationship his signature way.

(Moeed Yusuf, US Institute of Peace)
"It was evident that this president is unlike previous presidents in that he can speak his mind and can initiate steps which were earlier considered unsuitable, considering Pakistan's importance."

In mid-2018, Imran Khan's PTI party came into power after winning parliamentary elections. Almost immediately, the newly-formed government was faced with a debt crisis. The government asked the International Monetary Fund for a bailout to meet its immediate financial obligations to international lenders.

U.S. Secretary of State Mike Pompeo, however, said the U.S. would not allow Pakistan to use the fund's money to repay creditors such as China, raising questions about a lack of transparency in loan arrangements under a $62 billion China-Pakistan Economic Corridor.

(Shuja Nawaz, Senior Fellow, Atlantic Council)
"I think this statement was based on wrong information. The reality is that the U.S. was pursuing a hardline approach toward Pakistan and this policy is still in effect."

Toward the latter half of 2018, Zalmay Khalilzad, a former U.S. diplomat well-known for his critical views on Pakistan, was appointed U.S. special envoy to Afghanistan. Observers saw Khalilzad's appointment as a sign that Washington would continue its hard-line approach toward Islamabad.

(Moeed Yusuf, US Institute of Peace)
"Pakistan was not happy with his appointment. But when he went over to Islamabad and convinced them that he's there as a peace maker and wanted to work with Pakistan that, to me, was a big development."

Toward the end of 2018, U.S. and Taliban representatives held direct talks in Abu Dhabi in a bid to arrive at a peace deal for Afghanistan. Pakistan was quick to take credit for facilitating the talks. Days later, President Trump announced he was pulling out 7,000 U.S. troops from Afghanistan,

So did Trump's hardline policy work in pressuring Pakistan?

(Richard Boucher; Former US Assistant Secretary of State)
"No, I wouldn't say so. Many people at other times have pursued a hardline approach toward Pakistan, but then they had to figure out how to work with Pakistan. And in a way that's what Ambassador Khalilzad has done."

Experts suggest U.S.-Pakistan relations remained tense through much of the year. They hold out little hope that future relations will warm unless a political solution is found regarding Afghanistan.

XS
SM
MD
LG