ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະຜູ້ນໍາປະເທດ​ໝ​ູ່​ເກາະປາຊີຟິກ ບັນລຸຂໍ້ຕົກລົງຮ່ວມ ຢູ່ກອງປະຊຸມສຸດຍອດ ຄັ້ງປະຫວັດສາດ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ສະຫະລັດ-ປະເທດໝູ່ເກາະປາຊີຟິກ ຢູ່ທີ່ກະຊວງການຕ່າງປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ສະຫະລັດ, ວັນທີ 29 ກັນຍາ 2022.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ສະຫະລັດ-ປະເທດໝູ່ເກາະປາຊີຟິກ ຢູ່ທີ່ກະຊວງການຕ່າງປະເທດສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ສະຫະລັດ, ວັນທີ 29 ກັນຍາ 2022.

ສະຫະລັດ ແລະ ບັນດາຜູ້ນໍາປະເທດໃນຂົງເຂດມະຫາສະໝຸດປາຊີຟິກ ໄດ້ປະ ກາດໃນ​ການບັນລຸຂໍ້​ຕົກລົງ 11 ຂໍ້ ໃນການຮ່ວມມືກັນ ລະຫວ່າງ ສະຫະລັດ ແລະປະເທດປາຊີຟິກ, ໃນຂະນະທີ່ວໍຊິງຕັນ ເປັນເຈົ້າພາບຈັດການປະຊຸມສຸດຍອດ ກັບຜູ້ນໍາຈາກປະເທດໝູ່ເກາະ ໃນຂົງເຂດມະຫາສະໝຸດປາຊີຟິກຕ່າງໆ.

ໃນວັນພະຫັດວານນີ້ ເຊິ່ງເປັນມື້ທີສອງຂອງການປະຊຸມສຸດຍອດຄັ້ງປະຫວັດ ສາດ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດຂະຫຍາຍໂຄງການການຊ່ວຍເຫຼືອຕ່າງໆໃຫ້ແກ່ປະເທດໝູ່ເກາະເຫຼົ່ານີ້ໃນຈໍານວນຫຼາຍກວ່າ 810 ລ້ານໂດລາ. ສະຫະລັດໄດ້ຈັດເງິນສະໜັບສະໜຸນແກ່ປະເທດໝູ່ເກາະແຫ່ງນີ້ຫຼາຍກວ່າ 1.5 ຕື້ໂດລາໃນຊ່ວງທົດສະຫວັດທີ່ຜ່ານມາ, ອີງຕາມລາຍງານຈາກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ.

ສະຫະລັດ ຍັງໄດ້ໃຫ້ຄໍາໝັ້ນ​ສັນ​ຍາ ເພື່ອຮັບຮອງການເປັນປະເທດອະທິປະໄຕຂອງໝູ່ເກາະຄຸກ (Cook) ແລະໝູ່ເກາະນີອູ (Niue), ຫຼັງຈາກການພິຈາລະນາທີ່ເໝາະສົມ. ໃນລະຫວ່າງທີ່ທັງໝູ່ເກາະຄຸກແລະໝູ່ເກາະນີອູ ໄດ້ຮັບເອກະລາດ ທີ່ສົມບູນຕາມລັດຖະທໍາມະນູນ ຈາກປະເທດນິວຊີແລນ ແລະເປັນປະເທດທີ່ຖືກ ຕ້ອງຕາມກົດໝາຍ, ເຊິ່ງສະຫະລັດໄດ້ພິຈາລະນາວ່າ ປະເທດທັງສອງເປັນດິນ ແດນປົກຄອງຕົນເອງ ແລະຍັງບໍ່ໄດ້ສ້າງການພົວພັນທາງການທູດຢ່າງເປັນທາງການ.

ທ່ານໄບເດັນ ຈະແຕ່ງຕັ້ງນັກການທູດສະລັດຄົນທໍາອິດໄປປະຈໍາການຢູ່ພູມິພາກໝູ່ເກາະປາຊີຟິກ ໃນເວທີການປະຊຸມ. ອົງການ USAID ຈະສ້າງ​ຕັ້ງ​ຫ້ອງ​ການຂອງພວກເຂົາເຈົ້າອີກຄັ້ງໃນນະຄອນຫຼວງຊູວາຂອງປະເທດຟີຈິ ພາຍໃນເດືອນກັນຍາປີໜ້ານີ້.

ທ່ານໄບເດັນ ກ່າວໃນລະຫວ່າງການ​ກ່າ​ວ​ຄຳປາໄສ​ຕໍ່ຜູ້ນໍາປະເທດຈາກຂົງເຂດມະຫາສະໝຸດປາຊີຟິກຕ່າງໆ ຢູ່ທີ່ກະຊວງການຕ່າງປະເທດຂອງສະຫະລັດວ່າ “ຄວາມໝັ້ນຄົງຂອງປະເທດອາເມຣິກາມີລັກສະນະກົງໄປກົງມາ, ແລະທົ່ວໂລກ ກໍຂຶ້ນຢູ່ກັບຄວາມໝັ້ນຄົງຂອງພວກເຈົ້າ, ພ້ອມດ້ວຍຄວາມໝັ້ນຄົງຂອງປະເທດມະຫາສະໝຸດປາຊີຟິກທັງຫຼາຍ,” ທ່ານໄບເດັນ ກ່າວຕື່ມວ່າ ຄວາມຊ່ວຍເຫຼືອອັນໃໝ່ຂອງສະຫະລັດ ແມ່ນເພື່ອ “ໃຫ້ໝັ້ນໃຈວ່າ ຂົງເຂດອິນໂດ-ປາຊີຟິກເປັນເຂດ​ທີ່​ເສ​ລີແລະເປີດກວ້າງ, ມີຄວາມຈະເລີນຮຸ່ງເຮືອງ ແລະໝັ້ນຄົງ, ພ້ອມກັນນັ້ນ ກໍເປັນຂົງເຂດທີ່ແນ່ນອນ ແລະມີການປັບໂຕທີ່ດີ.”

ແຜນການຂອງວໍຊິງຕັນ ແມ່ນເພື່ອສ້າງສາຍພົວພັນທາງການທູດທີ່ເລິກເຊິ່ງກັບປະເທດໝູ່ເກາະປາຊີຟິກ ເນື່ອງຈາກມີຄວາມກັງວົນ ກ່ຽວກັບການຂະຫຍາຍອິດ ທິພົນເພີ້ມ​ຂຶ້ນຂອງຈີນ ຢູ່ໃນພູມິພາກດັ່ງກ່າວ.

ໃນກ່ອນໜ້ານີ້, ປະເທດໝູ່ເກາະໂຊໂລມອນ ໄດ້ລະບຸວ່າ ພວກເຂົາເຈົ້າຈະບໍ່ເຊັນລົງນາມ​ໃນຖະແຫຼງການຮ່ວມ ລະຫວ່າງການໂຮມຊຸມນຸມທີ່ສໍາຄັນໃນລະ ດັບສູງ, ພຽງ 5 ເດືອນລຸນຫຼັງທີ່ພວກເຂົາເຈົ້າໄດ້ເຊັນລົງນາມຂໍ້ຕົກລົງຄວາມ ໝັ້ນຄົງກັບປະເທດ ຈີນ ໄປແລ້ວ.

ທ່ານຄຣິສ ຈອນສໂຕນ (Chris Johnstone), ທີ່ປຶກສາລະດັບສູງຂອງສູນກາງການສຶກສາລະຫວ່າງຍຸດທະສາດແລະສາກົນ ເຊິ່ງມີສໍານັກງານຢູ່ນະຄອນ ຫຼວງວໍຊິງຕັນ ກ່າວວ່າ “ຈີນ ມີຄວາມພະຍາຍາມທີ່ຈະສ້າງສາຍສໍາພັນທາງທະ ຫານກັບບາງປະເທດໝູ່ເກາະເຫຼົ່ານີ້ ເຊິ່ງມີຢ່າງໜ້ອຍສອງ-ສາມແຫ່ງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG