ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ທີ່​ມີ​ອາຍຸ ຍືນທີ່​ສຸດ​ຂອງ​ໂລກ ສະ​ເຫຼີມສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ ຄົບຮອບ 116 ປີ


US Oldest Person
please wait
Embed

No media source currently available

0:00 0:00:41 0:00

ເບິ່ງວີດີໂອ ລາຍງານນີ້

ຜູ້​ທີ່​ມີ​ອາຍຸຫຼາຍທີ່​ສຸດ​ຂອງ​ໂລກ ​ເທົ່າທີ່​ຮູ້​ກັນ ຄື ​ແມ່ຕູ້ Jeralean
Talley ​ໄດ້​ສະ​ເຫຼີມສະຫຼອງ ວັນ​ຄ້າຍ​ວັນ​ເກີດ​ ຄົບຮອບ 116 ປີ
ຂອງເພິ່ນ ພ້ອມ​ກັນ​ກັບ​ສະມາຊິກໂບດ​ ຢູ່​ລັດ Michigan ທາງ
​ພາກ​ເໜືອ​ຂອງສະຫະລັດ ​ໃນ​ວັນ​ອາທິດ​ມື້ວານ​ນີ້.

​ແມ່ຕູ້ Talley ຜູ້​ທີ່​ອາ​ໄສ​ຢູ່ເມືອງ Inkster ໃນເຂດ​ຊານນະຄອນ
Detroit ​ໄດ້ໃຫ້​ເຫດຜົນ​ວ່າ ຄວາມ​ເຊື່ອ​ຖືໃນສາສະໜາ​ຂອງເພິ່ນ ເຮັດ​ໃຫ້ເພິ່ນມີ​ຊີວິດ​ຍືນຍາວ.

ແມ່ຕູ້ Talley ​ເກີດ​ເມື່ອ​ວັນ​ທີ 23 ພຶດສະພາ ປີ 1899 ​ໄດ້​ກາຍ​ມາ​ເປັນ​ຜູ້ທີ່​ມີ​ອາຍຸຫຼາຍທີ່​ສຸດ​ຂອງ​ໂລກ ຫຼັງຈາກ​ທີ່​ແມ່ຕູ້ Gertrude Weaver ​ໄດ້​ເສຍ​ຊີວິດ​ໄປ ຮວມອາຍຸໄດ້ 116 ປີ ຢູ່​ທີ່​ລັດ Arkansas ​ເມື່ອ​ເດືອ​ນ​ເມສາ ປີ​ກາຍ​ນີ້ ອີງ​ຕາມ​ກຸ່ມ​ຄົ້ນຄວ້າດ້ານ​ໄວ​ຊະ​ລາ
Gerontology Research Group ທີ່ທຳ​ການ​ຢັ້ງຢືນ ອາຍຸ​ຂອງຜູ້ມີ​ອາຍຸຫຼາຍທີ່​ສຸດ​ຂອງ​ໂລກ ທີ່ຍັງ​ມີ​ຊີວິດ​ຢູ່.

​ແມ່ຕູ້ Talley ບໍ່​ສູບຢາ ຫຼື ດື່ມ​ເຫຼົ້າ ​ແລະ ​ເພິ່ນ​ໄດ້​ຮັບ​ການ​ຜ່າຕັດ​ພຽງຄັ້ງດຽວ ​ເພື່ອ​ເອົາ​ຕ່ອມ​ທອນ​ຊີ​ລອອກຈາກ​ຄໍ​.

The world's oldest-known person, Jeralean Talley, celebrated her 116th birthday with her church congregation in the northern U.S. state of Michigan Sunday.

Talley, who lives in the Detroit suburb of Inkster, credits her faith for her longevity.

Born on May 23, 1899, Talley became the world's oldest person after Gertrude Weaver died at 116 in Arkansas in April, according to the Gerontology Research Group, which validates the ages of the world's longest-living people.

She never smoked or drank alcohol and her only surgery was to have her tonsils removed.

XS
SM
MD
LG