ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ເພີ້ມບາດກ້າວໃນການຂູ່ເຂັນ ຂົ່ມຂູ່ ພວກຊາວຈີນ ໃນສະຫະລັດ ທີ່ບໍ່ເຫັນດີເຫັນພ້ອມ ກັບລັດຖະບານຈີນ


ແຟ້ມພາບ - ຕຶກສຳນັກງານໃຫຍ່ຂອງກະຊວງຍຸຕິທຳ ແມ່ນເຫັນໄດ້ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກໍລະກົດ 2018.
ແຟ້ມພາບ - ຕຶກສຳນັກງານໃຫຍ່ຂອງກະຊວງຍຸຕິທຳ ແມ່ນເຫັນໄດ້ຢູ່ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກໍລະກົດ 2018.

ເມື່ອອາທິດແລ້ວນີ້ ກະຊວງຍຸຕິທຳຂອງສະຫະລັດ ໄດ້ປະກາດຟ້ອງອະດີດເຈົ້າໜ້າທີ່ຄົນນຶ່ງ ແລະເຈົ້າໜ້າທີ່ອີກຄົນນຶ່ງທີ່ຍັງດຳລົງຕຳແໜ່ງຢູ່ໃນກະຊວງຮັກສາຄວາມປອດໄພພາຍໃນທີ່ມີສ່ວນກ່ຽວຂ້ອງກັບລັດຖະບານຂອງຈີນ ໃນການວາງແຜນ ແນເປົ້າໝາຍໃສ່ພວກວິພາກວິຈານ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.

ຊາຍທັງສອງຄົນນີ້ ອົງການບັງຄັບໃຊ້ກົດໝາຍ ໄດ້ກ່າວວ່າ ໃຫ້ການຊ່ອຍເຫຼືອໃນ “ການປາບປາມຂ້າມຊາດ” ດ້ວຍວິທີການທີ່ຈະ “ປິດປາກປິດສຽງ, ຂົ່ມຂູ່, ເຮັດໃຫ້ຂາດຄວາມເຊື່ອຖື ແລະການເປັນສາຍລັບ ຕໍ່ພົນລະເມືອງທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ສຳລັບການໃຊ້ສິດເສລີພາບ ໃນການປາກເວົ້າຂອງພວກເຂົາ ເຈົ້າ.”

ຜູ້ເຄາະຮ້າຍຂອງພວກເຂົາ ນັບຕັ້ງແຕ່ຊ່າງປະຕິມາກອນຊາວຈີນຜູ້ທີ່ມີຊື່ສຽງ ທີ່ມີຫ້ອງການຕັ້ງຢູ່ໃນຄາລີຟໍເນຍ ຕະຫຼອດເຖິງນັກລົບເກົ່າຂອງກອງທັບບົກຊາວອາເມຣິກັນເຊື້ອສາຍຈີນ ທີ່ກຳລັງລົງສະໝັກແຂ່ງຂັນ ເປັນສະມາຊິກສະພາໃນລັດນິວຢອກ.

ແຟ້ມພາບ - ທ່ານວາຍມິງ ເຊິນ (Weiming Chen) ຊ່າງປະຕິມາກອນ ແລະຊ່າງຖາຍຮູບ, ສະແດງຜົນງານຂອງທ່ານ ແລະພາບຖ່າຍ ຂອງບັນຫາຂັດແຍ້ງ ໃນຊີເຣຍ ໃນລະຫວ່າງ ການປະທ້ວງຢູ່ໃນນະຄອນລອສ ແອນເຈີເລັສ, ວັນທີ 10 ກັນຍາ 2013. ທ່ານເຊິນ ຜູ້ທີ່ປາກົດວ່າ ເປັນນຶ່ງໃນຜູ້ເຄາະຮ້າຍໃນແຜນການແນເປົ້າໝາຍໃສ່ ພວກວິພາກວິຈານ ຂອງລັດຖະບານຈີນ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.
ແຟ້ມພາບ - ທ່ານວາຍມິງ ເຊິນ (Weiming Chen) ຊ່າງປະຕິມາກອນ ແລະຊ່າງຖາຍຮູບ, ສະແດງຜົນງານຂອງທ່ານ ແລະພາບຖ່າຍ ຂອງບັນຫາຂັດແຍ້ງ ໃນຊີເຣຍ ໃນລະຫວ່າງ ການປະທ້ວງຢູ່ໃນນະຄອນລອສ ແອນເຈີເລັສ, ວັນທີ 10 ກັນຍາ 2013. ທ່ານເຊິນ ຜູ້ທີ່ປາກົດວ່າ ເປັນນຶ່ງໃນຜູ້ເຄາະຮ້າຍໃນແຜນການແນເປົ້າໝາຍໃສ່ ພວກວິພາກວິຈານ ຂອງລັດຖະບານຈີນ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.

ອັນນີ້ ບໍ່ແມ່ນປະຕິບັດການຄັ້ງທຳອິດຂອງຈີນ ປະເພດແບບຢູ່ພາຍໃນສະຫະລັດ. ແຕ່ມັນເປັນຂີດໝາຍຄັ້ງທຳອິດທີ່ຈີນ ໄດ້ເກນເອົາພວກເຈົ້າໜ້າທີ່ລັດຖະບານກາງ ໃນການສະໜັບສະໜຸນຄວາມພະຍາຍາມຂອງພວກເຂົາ ໂດຍສະທ້ອນໃຫ້ເຫັນ ສິ່ງທີ່ບັນດາເຈົ້າໜ້າທີ່ຂອງສະຫະລັດ ຖືວ່າ ເປັນການບຸກລຸກເຂົ້າໄປໃນປະເທດອື່ນຢ່າງບໍ່ຍ້ານກົວ ທີ່ເພີ້ມຂຶ້ນເລື້ອຍໆຂອງປັກກິ່ງ.

ທ່ານເດວິດ ລອຟແມນ (David Laufman) ຜູ້ທີ່ເປັນຫົວໜ້າພະແນກຕໍ່ຕ້ານການສືບລັບແລະການຄວບຄຸມການສົ່ງອອກຂອງກະຊວງຍຸຕິທຳ ຈາກປີ 2014 ຫາ 2018 ໄດ້ກ່າວວ່າ “ປາກົດວ່າ ເປັນຂີດໝາຍຂອງການຍົກລະດັບໃນຄວາມພະຍາຍາມຂອງພວກເຂົາ ທີ່ຈະດຳເນີນການລົນນະລົງທີ່ຜິດກົດໝາຍ ຊຶ່ງເປັນການ​ປຸກ​ລະ​ດົມທີ່ເປັນໄພອັນຕະລາຍບໍ່ພຽງແຕ່ກົດໝາຍຂອງສະຫະລັດເທົ່ານັ້ນ ແຕ່ຍັງຕໍ່ຄ່ານິຍົມດ້ານປະຊາທິປະໄຕ ທີ່ພວກເຮົາຢຶດໝັ້ນດ້ວຍ.”

ຄຳສັບທີ່ໄດ້ໂດ່ງດັງໃນຊຸມປີມໍ່ໆມານີ້ ການປາບປາມຂ້າມຊາດ ທີ່ໝາຍເຖິງຄວາມພະຍາຍາມໂດຍລະບອບການປົກຄອງຜະເດັດການ ເພື່ອແນເປົ້າໝາຍໃສ່ພວກວິພາກວິຈານທີ່ອາໄສຢູ່ນອກເຂດຊາຍແດນຂອງພວກເຂົາເຈົ້າ. ພວກເຂົາເຮັດເຊັ່ນນີ້ໃນຫຼາຍໆຮູບແບບ ຈາກການຂົ່ມຂູ່ທາງອອນໄລນ໌ ແລະຕະຫຼອດເຖິງການຂູ່ເຂັນທີ່ຈະທຳຮ້າຍຮ່າງກາຍ ແລະການລອບສັງຫານ ເປັນຕົ້ນ.

ໂດຍການມີຈຳນວນທີ່ເພີ້ມຂຶ້ນໃນລັດຖະບານຕ່າງໆ “ທີ່ນຳໃຊ້ເຄື່ອງມືແບບດຽວກັນນີ້” ເພື່ອແນເປົ້າໝາຍໃສ່ພວກວິພາກວິຈານ ອົງການເຄື່ອນໄຫວເພື່ອສິດທິ Freedom House ເຕືອນວ່າ ບັນຫານີ້ ແມ່ນກາຍມາເປັນເລື້ອງ “ທຳມະດາ.”

ໃນບົດລາຍງານເມື່ອບໍ່ດົນມານີ້ ອົງການ Freedom House ໄດ້ບັນທຶກເຫດ ການໃນການປາບປາມຂ້າມຊາດ 735 ກໍລະນີ ແຕ່ປີ 2014 ເຖິງປີ 2021 ໂດຍຈີນ ໄດ້ກວມເອົາຫຼາຍກວ່າ 30 ເປີເຊັນ ຂອງເຫດການດັ່ງກ່າວ ເຮັດໃຫ້ປະເທດນີ້ ເປັນຜູ້ນຳໃຊ້ຫຼາຍທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG