ບັນດາເຈົ້າໜ້າທີ່ອາວຸໂສ ສະຫະລັດ ໄດ້ໄປຢ້ຽມຢາມແຂວງ ແດ-ແອລ-ຊົວ ທີ່ອຸດົມສົງບູນໄປດ້ວຍນ້ຳມັນທາງພາກຕາເວັນອອກຂອງປະເທດ ຊີເຣຍ ໃນວັນອາທິດວານນີ້ ໃນການພະຍາຍາມທີ່ຈະຜ່ອນຄາຍການລຸກຮື້ຂຶ້ນໂດຍຊົນເຜົ່າ ອາຣັບຕ່າງໆຕໍ່ການປົກຄອງຂອງຊາວ ເຄີດ ທີ່ໄດ້ສ້າງຄວາມບໍ່ໝັ້ນຄົງໃນພາກຕາເວັນອອກສຽງເໜືອຂອງ ຊີເຣຍ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ສະຫະລັດ, ແຫຼ່ງຂ່າວດ້ານຄວາມປອດໄພ ແລະ ຜູ້ທີ່ອາໄສຢູ່ໃນທ້ອງຖິ່ນ.
ການລຸກຮື້ຂຶ້ນໂດຍຊົນເຜົ່າອາຣັບນຶ່ງຕໍ່ການປົກຄອງຂອງທະຫານບ້ານຊາວເຄີດ YPG ໄດ້ນຳໄປສູ່ການປະທະກັນ, ດ້ວຍຫຼາຍກວ່າ 150 ຄົນໄດ້ເສຍຊີວິດ ແລະ ຫຼາຍສິບຄົນໄດ້ຮັບບາດເຈັບ. ພວກທະຫານບ້ານດັ່ງກ່າວໄດ້ເປັນກະດູສັນຫຼັງຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ໄດ້ຮັບການສະໜັບສະໜູນໂດຍ ສະຫະລັດ, ແລະ ການລຸກຮື້ຂຶ້ນແມ່ນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຕໍ່ການປົກຄອງຂອງເຂົາເຈົ້າ ນັບຕັ້ງແຕ່ເຂົາເຈົ້າໄດ້ຂັບໄລ່ກຸ່ມລັດອິສລາມອອກຈາກພື້ນທີ່ພາກເໜືອ ແລະ ຕາເວັນອອກທີ່ກວ້າງຂວາງຂອງປະເທດໃນປີ 2019.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ທີ່ຮັບຜິດຊອບສຳລັບ ຊີເຣຍ ທ່ານ ອີແທນ ໂກລຣິດຈ໌ ແລະ ພົນຕີ ໂຈລ໌ ວາວ (Joel Vowell), ຜູ້ທີ່ນຳພາພັນທະມິດຕໍ່ຕ້ານກຸ່ມລັດອິສລາມ, ໄດ້ພົບປະກັບບັນດາຜູ້ນຳຊົນເຜົ່າ ແລະ ຜູ້ບັນຊາການ SDF ແລະ ໄດ້ຕົກລົງທີ່ຈະ “ແກ້ໄຂຄວາມບໍ່ພໍໃຈຂອງປະຊາຊົນໃນທ້ອງຖິ່ນ” ແລະ ຫຼຸດຜ່ອນຄວາມຮຸນແຮງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ຫຼີກລ່ຽງການເສຍຊີວິດ ແລະ ບາດເຈັບ,” ອີງຕາມກະຊວງການຕ່າງປະເທດ.
ການຈັບກຸມຜູ້ບັນຊາການ ອາຣັບ ທີ່ທໍລະຍົດໃນເດືອນທີ່ຜ່ານມາໂດຍ SDF ໄດ້ກໍ່ໃຫ້ເກີດຄວາມວຸ້ນວາຍທີ່ບໍ່ດົນໄດ້ແຜ່ລາມໄປສູ່ຫຼາຍເມືອງຈາກ ບູໄຊຣາ ຫາ ຊູເຮລ໌, ໃນເຂດນ້ຳມັນທີ່ເປັນໝາກຫົວໃຈຂອງເຂດແດນຂອງຊົນເຜົ່າ ອາຣັບ ທາງພາກຕາເວັນອອກຂອງແມ່ນ້ຳ ຢູເຟຣດສ໌.
Senior U.S. officials visited Syria's eastern oil-rich Deir el-Zour province on Sunday in an attempt to defuse an uprising by Arab tribes against Kurdish rule that is destabilizing northeast Syria, U.S. officials, security sources, and residents said.
An Arab tribal backlash against the rule of the Kurdish YPG militia has led to clashes, with over 150 killed and dozens injured. The militia forms the backbone of the U.S.-backed Syrian Democratic Forces (SDF), and the uprising is the biggest threat to their rule since they finally drove Islamic State out of a swathe of the country's north and east in 2019.
U.S. Deputy Assistant Secretary of State for Syria Ethan Goldrich and Major General Joel Vowell, who heads the coalition against Islamic State, met Arab tribal leaders and SDF commanders and agreed to "address local grievances" and "de-escalate violence as soon as possible and avoid casualties," the State Department said.
The arrest of a renegade Arab commander last month by the SDF sparked unrest that soon swept a string of towns from Busayrah to Shuhail, in a strategic oil belt in the heart of Arab tribal territory east of the Euphrates River.