ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ພະຍາຍາມ ທີ່ຈະຢຸດ ພວກຄ້າມະນຸດ ຈາກການເອົາປຽບ ຄົນທີ່ຈະເປັນຜູ້ຍົກຍ້າຍຖິ່ນຖານ


TV Human Trade at the Border - Mendoza USAGM
please wait

No media source currently available

0:00 0:02:43 0:00

ການເດີນທາງຂ້າມປະເທດເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍ ແມ່ນ ທຸລະກິດຂະໜາດໃຫຍ່ໃນພາກພື້ນອາເມຣິກາກາງ ແລະ ໃຕ້. ສຳລັບປະຊາຊົນຫຼາຍຄົນທີ່ຫຼົບໜີຈາກຄວາມຮຸນແຮງ ແລະ ຄວາມທຸກຍາກໃນປະເທດບ້ານເກີດຂອງເຂົາເຈົ້ານັ້ນ, ການຂ້າມເຂດຊາຍແດນ ສະຫະລັດ ໄດ້ບັງຄັບໃຫ້ເຂົາເຈົ້າ ຕ້ອງເອົາເງິນ ແລະ ຊີວິດຂອງເຂົາເຈົ້າ ໄປຢູ່ໃນຄວາມຮັບຜິດຊອບຂອງຄົນທີ່ອັນຕະລາຍ. ນັກຂ່າວວີໂອເອ ຊີເລຍ ເມັນໂດຊາ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ທ່ານ ໂຣນາລດ໌ ກາລີເຊຍ, ຜູ້ຍົກຍ້າຍຖິ່ນຖານຊາວ ກົວເຕມາລາ ໄດ້ກ່າວວ່າ “ເພື່ອທີ່ຈະມາພີ້, ຂ້າພະເຈົ້າຕ້ອງໄດ້ມັດຈຳຊັບສິນຂອງຂ້າພະເຈົ້າ. ເຂົາເຈົ້າເກັບ 20,000 ໂດລາ ນຳຂ້າພະເຈົ້າ.”

ທ້າວ ໂຣນາລໂດ ກາລີເຊຍ ຊາວ ກົວເຕມາລາ ອາຍຸ 39 ປີຈື່ເລື່ອງຂອງລາວໄດ້ ເວລາທີ່ລາວອາ ໄສຢູ່ສູນ ຄາຊາ ອາລີຕາສ (Casa Alitas), ເຊິ່ງແມ່ນສະຖານທີ່ອາໄສຂອງຜູ້ຍົກຍ້າຍຖິ່ນຖານໃນເມືອງ ທູຊອນ ລັດ ອາຣິໂຊນາ.

ທ່ານ ໂຣນາລດ໌ ກາລີເຊຍ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ເຊື່ອຄົນຜູ້ທີ່ໄປຮັບພວກເຮົາ. ພວກເຂົາເອົາຂ້າພະເຈົ້າໃສ່ກົ້ນລົດບ່ອນທີ່ຂ້າພະເຈົ້າຫາຍໃຈບໍ່ໄດ້ ແລະ ຂອບໃຈພະເຈົ້າ, ເພາະວ່າເຂົາເຈົ້າເວົ້າວ່າທຸກຄົນທີ່ເຂົ້າໄປຢູ່ກົ້ນລົດຈະຕາຍ.”

ອົງການລາດຕະເວນຊາຍແດນ ສະຫະລັດ ເວົ້າວ່າ ກິດຈະການຜິດກົດໝາຍແບບນີ້ແມ່ນສ່ວນນຶ່ງຂອງທຸລະກິດລັກລອບຂົນສົ່ງມະນຸດຫຼາຍພັນຕື້ໂດລາ.

ເຈົ້າໜ້າທີ່ ມາຣີໂອ ເອສກາລານເຕ, ໂຄສົກໜ່ວຍລາດຕະເວນເຂດຊາຍແດນກ່າວວ່າ “ມັນມີອັນ ຕະລາຍຫຼາຍຢ່າງທີ່ກ່ຽວຂ້ອງກັບການຂ້າມເຂດຊາຍແດນຜິດກົດໝາຍ. ເຫັນໄດ້ຊັດວ່າ, ໃນຫຼາຍປີຜ່ານມາ, ສິ່ງທີ່ພວກເຮົາໄດ້ເຫັນກໍແມ່ນເຂົາເຈົ້າເອົາລັດເອົາປຽບປະຊາຊົນ, ປະຖິ້ມເຂົາເຈົ້າຢູ່ຄົນດຽວ, ລັກຂະໂມຍຈາກເຂົາເຈົ້າ. ໂຊກບໍ່ດີ, ພວກເຂົາຂົ່ມຂືນເດັກຍິງ ແລະ ມັນມີຫຼາຍຄັ້ງ, ທີ່ສິ່ງທີ່ໂຫດຮ້າຍກວ່ານັ້ນໄດ້ເກີດຂຶ້ນ.”

ທ່ານ ໂຣນາລດ໌ ກາລີເຊຍ ໄດ້ກ່າວວ່າ “ພວກເຂົາຂໍເງິນຈຳນວນນຶ່ງ ແລະ ຖ້າເຈົ້າຫາມາບໍ່ທັນເວ ລາ ແລະ ວັນທີ່ພວກເຂົາເວົ້າ, ພວກເຂົາຈະຂ້າເຈົ້າ. ແລະ ພວກເຂົາຈະຂ້າເຈົ້າຢ່າງຊ້າໆ. ພວກເຂົາຈະຕັດມືຂອງເຈົ້າ, ພວກເຂົາຕັດລີ້ນ, ພວກເຂົາຈະຕັດຫູ, ນັ້ນແມ່ນກົດໝາຍຂອງພວກເຂົາ.”

ເຂດຂອງສະມາຊິກສະພາ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານ ເຮັນຣີ ຄູແອລລາ ແມ່ນຕັ້ງຍາວຢຽດຈາກເມືອງ ແຊນ ແອນໂທນີໂອ ຫາເມືອງ ແມັກອາລເລັນ ຢູ່ເຂດຊາຍແດນໃນລັດ ເທັກ ຊັສ.

ທ່ານ ເຮັນຣີ ຄູແອລລາ ກ່າວວ່າ “ພວກເຮົາຮູ້ວ່າກຸ່ມອາຊະຍາກອນພວກນີ້, ທີ່ຈິງແລ້ວຫາເງິນດ້ວຍການສົ່ງຢາເສບຕິດນັ້ນ, ພວກເຂົາຫາເງິນດ້ວຍການສົ່ງຄົນ.

ອົງການພາສີ ແລະ ປ້ອງກັນເຂດຊາຍແດນ ສະຫະລັດ ລາຍງານວ່າໃນລະຫວ່າງປີການເງິນ 2021, ໜ່ວຍລາດຕະເວນຊາຍແດນ ສະຫະລັດ ໄດ້ຈັບກຸມຫຼາຍກວ່າ 5,000​ ຄົນທີ່ພະຍາຍາມຂ້າມເຂດຊາຍແດນຢ່າງຜິດກົດໝາຍຜູ້ທີ່ມີປະຫວັດອາຊະຍາກຳກ່ອນໜ້ານີ້ ຫຼືບໍ່ກໍຕ້ອງການຕົວໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ. ບັນດາເຈົ້າໜ້າທີ່ເວົ້າວ່າເຂົາເຈົ້າກຳລັງເພັ່ງເລັງໃສ່ຄົນທີ່ ເອົາປຽບດ້ານການເງິນ ແລະ ຮ່າງກາຍຂອງຜູ້ທີ່ຈະເປັນຜູ້ຍົກຍ້າຍຖິ່ນຖານ.

ທ່ານ ໂຣເບີດ ເຈຄັອບສັນ ຜູ້ປະສານງານສຳລັບເຂດຊາຍແດນພາກໃຕ້ໄດ້ກ່າວວ່າ “ເຮັດວຽກກັບບັນດາເຈົ້າໜ້າທີ່ສືບລັບ ແລະ ຂໍ້ມູນຈາກປະເທດອື່ນ ແລະ ຮັບປະກັນວ່າພວກເຮົາເພັ່ງເລັງໃສ່ພວກອາຊະຍາກອນແທ້ ຜູ້ທີ່ໄດ້ເອົາ ລັດເອົາປຽບຜູ້ຍົກຍ້າຍຖິ່ນຖານສຳລັບເຫດຜົນດ້ານອາຊະ ຍາກຳ ແລະ ເສດຖະກິດ.”

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ລັດຖະບານຂອງທ່ານໄດ້ສົ່ງແຜນຍຸດທະ ສາດຄົນເຂົ້າເມືອງຮອບດ້ານໄປໃຫ້ລັດຖະສະພາ ແຕ່ໃນອະນາຄົດອັນໃກ້ນີ້ຈະພະຍາຍາມ ແລະ ຊັກຊວນບໍ່ໃຫ້ຄົນ ພະຍາຍາມຂ້າມເຂດຊາຍແດນເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍ.

“To come here, I had to leave my property pawned. They were charging me $20,000.”

39-year-old Guatemalan Ronaldo Galicia recounted his story while staying at Casa Alitas, a migrant shelter in Tucson, Arizona.

"I didn’t trust the people who picked us up. They put me in a trunk where I couldn’t breathe and well, thank God, because they say all those go in a trunk die.”

The U.S. Border Patrol says this kind of illegal activity is part of a multi-billion-dollar human smuggling business.

“There are many dangers associated with illegal crossing. Obviously, over the years, what we have seen is that they either take advantage of people, leave them abandoned, steal from them. Unfortunately, they rape young girls and there are times, that even more horrible things happen.”

"They ask for a quantity of money and if they don't get it by the time and date they say, they’ll kill you. And they kill you slowly; they will cut your hand, they cut the tongue, they’ll cut off an ear, that's their law.”

The district of Democratic U.S. Congressman Henry Cuellar stretches from San Antonio to the border town of McAllen in southern Texas.

"We know that these criminal groups, quite frankly, make money by passing drugs, they make money by passing people."

U.S. Customs and Border Protection reports that during the 2021 Fiscal year, the U.S. Border Patrol has arrested more than 5 thousand people trying to cross the border illegally who either have prior criminal records or are wanted by law enforcement.

Authorities say they are focusing on the people taking financial and physical advantage of would-be migrants.

"Working with intelligence authorities and information from other countries and ensuring that we really focus on criminals who are exploiting migrants for criminal and economic reasons."

President Joe Biden’s says his administration has sent Congress a comprehensive immigration strategy but in the short term continues to try and discourage people from trying to illegally cross the border into the U.S.

XS
SM
MD
LG