ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສຫລ ຢ້ຽມຢາມ ແຂວງຫຼວງນ້ຳທາ ເພື່ອຊຸກຍູ້ ໂຄງການອາຫານ ສຳລັບໂຮງຮຽນ


ອຸປະທູດ ສຫລ ປະຈຳ ສປປ ລາວ ທ່ານໄມໂຄ ຄລາຍ (ກາງ) ພົບປະກັບຮອງເຈົ້າແຂວງໆຫຼວງນ້ຳທາ ທ່ານບຸນຍີ ແກ້ວຄູນເມືອງ ເມື່ອວັນທີ 28 ມີນາ 2018.
ອຸປະທູດ ສຫລ ປະຈຳ ສປປ ລາວ ທ່ານໄມໂຄ ຄລາຍ (ກາງ) ພົບປະກັບຮອງເຈົ້າແຂວງໆຫຼວງນ້ຳທາ ທ່ານບຸນຍີ ແກ້ວຄູນເມືອງ ເມື່ອວັນທີ 28 ມີນາ 2018.

ເຈົ້າຫນ້າທີ່ຈາກກະຊວງກະສິກຳສະຫະລັດໃນລະຫວ່າງການຢ້ຽມຢາມໂຄງການອາ
ຫານສໍາລັບໂຮງຮຽນໃນສາມໝູ່ບ້ານທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກສະຫະລັດເມື່ອ
ວັນທີ 27 ຫາ 29 ມີນາຜ່ານມານີ້ ໄດ້ພົບປະ ກັບທ່ານບຸນຍີ ແກ້ວຄູນເມືອງ ຮອງເຈົ້າ
ແຂວງໆຫຼວງນ້ຳທາເພື່ອສຶກສາເບິ່ງວ່າ ບັນດານັກຮຽນແລະຊາວກະສິກອນໃນເຂດ
ທ້ອງຖິ່ນ ຈະໄດ້ຜົນປະໂຫຍດແນວໃດ ຈາກການຊ່ວຍເຫຼືອ ຂອງລັດຖະບານສະຫະ
ລັດ ຢູ່ໃນແຂວງດັ່ງກ່າວ ອີງຕາມຖະແຫຼງຂ່າວຂອງສະຖານທູດ.

ທ່ານນາງ Jocelyn Brown ຮອງຫົວຫນ້າບໍລິຫານ ກະຊວງກະສິກຳສະຫະລັດ ຫຼື
USDA ແລະ ທ່ານອຸປະທູດ ໄມໂຄ ຄລາຍ ຈາກສະຖານທູດສະຫະລັດ ທີ່ນະຄອນ
ຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງນໍ້າທາເພື່ອຕິດຕາມເບິ່ງວ່າ ໂຄງ
ການອາຫານໂລກ ຂອງສະຫະປະຊາຊາດ ທີ່ກໍາລັງຈັດຕັ້ງປະຕິບັດ ໂຄງການຂອງ
ສະຫະລັດໂດຍໄດ້ຮັບທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການ
ສຶກສາ ແລະ ໂພຊະນາການ ແກ່ເດັກ (McGovern-Dole International Food
for Education and Child Nutrition Program) ແລະ ໂຄງການ (the Local
and Regional Procurement Program) ຂອງ USDA. ນີ້ເປັນໂຄງການຊ່ວຍ
ເຫຼືອພົນລະເຮືອນ ທີ່ໃຫຍ່ທີ່ສຸດຈາກສະຫະລັດ ໃນ ສປປ ລາວ.

ການສະໜອງອາຫານທີ່ມີຄຸນປະໂຫຍດໃຫ້ແກ່ໂຮງຮຽນໂດຍການນຳໃຊ້ຜົນຜະລິດ
ທາງດ້ານການກະເສດຈາກສະຫະລັດ ໄດ້ຊ່ວຍປັບປຸງການຮຽນຮູ້ຫນັງສື ແລະຊ່ວຍ
ທາງໂພສະນາການໃຫ້ບັນດານັກຮຽນໃນເຂດຫ່າງໄກສອກຫຼີກ ພ້ອມກັນນັ້ນຊາວກະ
ສິກອນຍັງໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ແລະພວກເຂົາຍັງໄດ້ປະກອບສ່ວນ
ໂດຍກົງ ເຂົ້າໃນຜົນສຳເລັດການສຶກສາຂອງນັກຮຽນໃນຊຸມຊົນຂອງພວກເພີ່ນ. ອາ
ຫານໃນແຕ່ລະມື້ປະກອບມີຜົນຜະລິດດ້ານການກະເສດຈາກໂຄງການ USDA ຜັກ
ທີ່ປູກເອງ ຈາກສວນຂອງໂຮງຮຽນແລະການປະກອບສ່ວນຈາກຊຸມຊົນ. ໂຄງການນີ້
ແມ່ນເປັນສ່ວນໜຶ່ງ ຂອງການລິເລີ່ມ ໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດກັບກະ
ຊວງສຶກສາທິການ ແລະກິລາ ແລະຄູ່ຮ່ວມມືອື່ນໆ ທີ່ຊ່ວຍໃຫ້ພວກນັກຮຽນສາມາດ
ເຂົ້າເຖິງນໍ້າສະອາດ ສຸຂາພິບານ ສຸຂະອະນາໄມ ວຽກງານ ການສຶກສາ ທາງໂພຊະ
ນາການ ແລະບັນດາກິດຈະກຳ ກ່ຽວກັນການຮູ້ໜັງສື.

ທ່ານນາງ Brown ໄດ້ກ່າວວ່າ ຄະຕິອັນສໍາຄັນປະຈໍາ USDA ນັ້ນກໍ່ຄື ເຮັດໃນສິ່ງທີ່
ຖືກຕ້ອງແລະໃຫ້ທຸກຄົນມີຢູ່ມີກິນ. ຜ່ານການຈັດຕັ້ງປະຕິບັດ ໂຄງການຮ່ວມກັນກັບ
ຄູ່ຮ່ວມງານຂອງພວກເຮົາ ແລະຄວາມມີນໍ້າໃຈ ຂອງຊາວກະສິກອນຈາກສະຫະລັດ ພວກເຮົາໄດ້ນຳໃຊ້ ປະສົບການ ແລະຂໍມູນຕ່າງໆນີ້ ເພື່ອສ້າງຄວາມຜາສຸກ ຄວາມ
ປອດໄພ ແລະຄວາມສາມາດໃນການປັບຕົວໄດ້ໃນອະນາຄົດ.

ທ່ານອຸປະທູດໄມໂຄ ຄລາຍ ໄດ້ກ່າວເນັ້ນ ຕື່ມອີກວ່າ ສະຖານທູດສະຫະລັດ ໄດ້ດຳ
ເນີນຫຼາຍໂຄງການແລະພະຍາຍາມສ້າງຄວາມເຂັ້ມແຂງຢູ່ທີ່ແຂວງຫຼວງນໍ້າທາເພື່ອ
ຊ່ວຍເຂົ້າໃນການສົ່ງເສີມການສຶກສາ ແລະສຸຂະພາບ ສໍາລັບປະຊາຊົນໃນທ້ອງຖີ່ນ. ໂດຍການຮ່ວມມືກັບໂຄງການອາຫານໂລກຂອງສະຫະປະຊາຊາດກະຊວງສຶກສາທິ
ການ ແລະກິລາ ແລະກະຊວງກະສິກຳ ປ່າໄມ້ ໂຄງການອາຫານສຳລັບໂຮງຮຽນ ຍັງ
ໄດ້ສົ່ງເສີມໃຫ້ບັນດາຊາວກະສິກອນຂະຫນາດນ້ອຍໂດຍສະເພາະແມ່ຍິງເພື່ອພວກ
ເຂົາເຈົ້າຈະໄດ້ເພີ່ມຜົນຜະລິດແລະຂາຍໃຫ້ໂຮງຮຽນໂດຍກົງ. ນີ້ຖືວ່າເປັນການຊ່ວຍ
ສະໜອງອາຫານປະຈຳວັນທີ່ມີຄວາມສົດ ແລະຫຼາກຫຼາຍໃນທ້ອງຖິ່ນ ໃຫ້ເດັກນ້ອຍ.

ໂຄງການອາຫານ ສຳລັບໂຮງຮຽນ ໃນ ສປປ ລາວ ໄດ້ສະແດງໃຫ້ເຫັນ ເຖິງອັດຕາ
ການເຂົ້າໂຮງຮຽນ ທີ່ເພີ່ມຂື້ນ ພັດທະນາໂພຊະນາການ ສົ່ງເສີມການມາໂຮງຮຽນ ແລະຄວາມສາມາດ ໃນການຮໍ່າຮຽນຢູ່ໃນຫ້ອງ. ນີ້ຍັງເປັນການສົ່ງເສີມໃຫ້ບັນດາ ຊາວກະຊິກອນ ບໍ່ພຽງແຕ່ໃນການເພີ່ມຜົນຜະລິດຂອງພວກເຂົາເຈົ້າເທົ່ານັ້ນ ແຕ່
ຍັງຊ່ວຍສ້າງລາຍຮັບເພີ່ມອີກ. ນີ້ຍັງເປັນການສະແດງໃຫ້ເຫັນຄວາມເປັນເຈົ້າການ
ຂອງຊຸມຊົນ ແລະ ອາສາສະໝັກເພື່ອປະກອບສ່ວນເຂົ້າໃນຄາບອາຫານຕອນບ່າຍ
ອີກດ້ວຍ.

ນອກຈາກຫລວງນໍ້າທາແລ້ວ ທ່ານນາງ Brown ແລະ ທ່ານອຸປະທູດ ໄມໂຄ ຄລາຍ ຍັງໄດ້ລົງຢ້ຽມຢາມ ໂຄງການທີ່ໄດ້ຮັບການຊ່ວຍເຫຼືອ ຈາກສະຫະລັດ ຢູ່ທີ່ນະຄອນ
ຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ. ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ USDA ໄດ້ໃຫ້ການຊ່ວຍເຫຼືອ ໂດຍຜ່ານໂຄງການ ແມັກໂກເວິນ-ໂດລ ເພື່ອຮັບປະກັນ 25 ລ້ານຄາບອາຫານ ທີ່ມີປະໂຫຍດຈະໄດ້ມອບໃຫ້ແກ່ໂຮງຮຽນ ແລະພວກນັກຮຽນຈຳ
ນວນ 145,000 ຄົນ ໃນ 30 ເມືອງ ໃນທົ່ວ 7 ແຂວງ ໃນແຕ່ລະປີ.

ຮອງຫົວໜ້າບໍລິຫານ ກະຊວງກະສິກຳ ສຫລ ທ່ານນາງຈອຍເຊີລິນ ບຣາວນ໌ ແລະອຸປະທູດ ສຫລ ປະຈຳ ສປປ ລາວ ໄປຢ້ຽມຢາມ ໂຮງຮຽນ ໃນແຂວງຫຼວງນ້ຳທາ ເພື່ອຊຸກຍູ້ ໂຄງການອາຫານ
ຮອງຫົວໜ້າບໍລິຫານ ກະຊວງກະສິກຳ ສຫລ ທ່ານນາງຈອຍເຊີລິນ ບຣາວນ໌ ແລະອຸປະທູດ ສຫລ ປະຈຳ ສປປ ລາວ ໄປຢ້ຽມຢາມ ໂຮງຮຽນ ໃນແຂວງຫຼວງນ້ຳທາ ເພື່ອຊຸກຍູ້ ໂຄງການອາຫານ

XS
SM
MD
LG