ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ສ​ຫລ: ອີຣ່ານ “​ຖ່ວງ​ດຶງ​ໃຫ້​ຊ້າ” ຢູ່ໃນ​ການ​ເຈ​ລະ​ຈາ​ນີວ​ເຄ​ລຍ​


ທ່ານ​ນາງ Linda Thomas-Greenfield, ​ເອກ​ອັກຄະ​ລັດຖະທູດ ສ​ຫລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ປ​ຊາ​ຊົນ, ວັນ​ທີ 1 ມີ​ນາ, 2021
ທ່ານ​ນາງ Linda Thomas-Greenfield, ​ເອກ​ອັກຄະ​ລັດຖະທູດ ສ​ຫລ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ປ​ຊາ​ຊົນ, ວັນ​ທີ 1 ມີ​ນາ, 2021

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະ​ຫະ​ລັດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ອີ​ຣ່ານ​ ບໍ່​ສາ​ມາດ​ຖືກ​ອະ​ນຸ​ຍາດ​ໃຫ້ໃຊ້​ການ​ທູດ​ນິວ​ເຄ​ລຍເພື່ອ “​ຖ່ວງ​ດຶງ​ໃຫ້​ຊ້າ” ຢູ່ໃນ​ການ​ເຈ​ລະ​ຈາ​ທີ່​ນະ​ຄອນຫຼວງວຽນ​ນາ ປະເທດອອສເຕຣຍໃນ​ການຟື້ນ​ຟູ​ຂໍ້​ຕົກ​ລົງ​ປີ 2015 ຄືນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ ​ອີ​ຣ່ານ​ ໄດ້​ຮັບ​ລະ​ເບີດ​ນິວ​ເຄ​ລຍນັ້ນ.

"​ແລະ​ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ຖ້າອີ​ຣ່ານເຂົ້າຫາ​ການ​ເຈລະຈາ​ຢູ່​ວຽນ​ນາ​ຢ່າງ​ຮີບ​ດ່ວນ ​ແລະ​ມີຄວາມ​ຕັ້ງ​ໃຈ, ພວກ​ເຮົາ​ກໍຈະ​ສາມາດ​ບັນລຸ ​ແລະ​ປະຕິບັດ​ຄວາມ​ເຂົ້າ​ໃຈເຊິ່ງກັນ​ແລະ​ກັນ​ໄດ້ຢ່າງ​ວ່ອງ​ໄວ. ແຕ່​ວ່າ ​ພວກ​ເຮົາ​ບໍ່ສາ​ມາດອະ​ນຸ​ຍາດ​ໃຫ້ ອີ​ຣ່ານ​ ເລັ່ງໂຄງການ​ນີວ​ເຄ​ລຍ​ຂອງ​ຕົນ​ໃຫ້​ໄວ​ຂຶ້ນແລະໃຊ້​ການ​ທູດທາງ​ນິວ​ເຄ​ລຍຂອງ​ຕົນເພື່ອຖ່ວງ​ດຶງ​ໃຫ້​ຊ້າ​,” ນັ້ນຄື​ຄຳ​ເວົ້າ​ຂອງເອກອັກຄະລັດຖະທູດສະຫະລັດ, ທ່ານ​ນາງ ​ລິນ​ດາ ໂທ​ມັ​ສ-ກ​ຣີນ​ສ​ຟຽວ (Linda Thomas-Greenfield) ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ.

ທ່ານ​ນາງ​ກ່າວ​ຕໍ່​ໄປວ່າ "ຂ້າ​ພະ​ເຈົ້າເສຍໃຈທີ່ຈະຕ້ອງລາຍງານວ່າ ນັ້ນແມ່ນສິ່ງ ທີ່ປາກົດວ່າໄດ້ເກີດຂຶ້ນແທ້ໆຢູ່ໃນການເຈລະຈາ JCPOA ຢູ່ໃນນະ​ຄອນຫຼວງ ວຽນນາ."

ທ່ານ​ນາງ​ກ່າວ​ຢ້ຳ​ອີກ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ “ກຽມພ້ອມ​ຢ່າງ​ເຕັມ​ທີ່” ​ເພື່ອຈະ​ຍົກ​ເລີກ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ບໍ່​ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ ພາຍ​ໃຕ້​ຂໍ້​ຕົກລົງທີ່ຮູ້​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ ແຜນ​ການປະ​ຕິ​ບັດ​ງານ​ຮ່ວມ​ກັນ​ຮອບດ້ານ. ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ ອີຣ່ານ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດຈາກຂໍ້​ຕົກລົງດັ່ງ​ກ່າວ.

ທ່ານນາງ ໂທ​ມັ​ສ-ກ​ຣີນ​ສ​ຟຽວ (Thomas-Greenfield) ກ່າວ​ວ່າ ອີຣ່ານ​ ໄດ້​ຖື​ເອົາ​ໂອ​ກາດໃນ​ການ​ເຈລະຈາຮອບ​ຫລ້າ​ສຸດທີ່ເລີ້ມ​ຂຶ້ນ​ໃນ​ວັນ​ທີ 29 ພະຈິກ​ນີ້ ເຮັດ​ການ​ເກາະ​ຜິດ​ທາງນິວ​ເຄລຍຄັ້ງ​ໃໝ່ ​ແລະຮັກ​ສາ​ທ່າ​ທີ "ທີ່​ບໍ່​ຈະ​ແຈ້ງ, ບໍ່ ແທດ​ເໝາະ​ກັບ​ຕົວຈິງ, ແບບຢູ່ສູງ​ສຸດ ​ແລະ​ບໍ່​ມີ​ລັກ​ສະ​ນະສ້າງສັນ" ກ່ຽວ​ກັບທັງ​ບັນຫາ​ນິວ​ເຄລຍ ​ແລະ​ການ​ລົງ​ໂທດ.

ສະຫະລັດກໍາລັງເຂົ້າຮ່ວມການເຈລະຈາໂດຍທາງອ້ອມ ເພາະວ່າໄດ້ຖອນຕົວອອກຈາກຂໍ້ຕົກລົງນັ້ນພາຍໃຕ້ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ໃນປີ 2018. ແຕ່ວ່າ​ຢູ່ໃນນະ​ຄອນນິວຢອກນັ້ນ, ເອກອັກ ຄະລັດຖະທູດຂອງທັງ ສະຫະລັດ ແລະ ອີຣ່ານ​ກໍໄດ້ນັ່ງຢູ່ອ້ອມໂຕະດຽວ​ກັນໃນ​ກອງ​ປະ​ຊຸມ​ສະພາຄວາມຫມັ້ນຄົງ.

ທູດ​ພິ​ເສດ ​ສະ​ຫະ​ລັດ ​ກ່າວ​ວ່າ ການ​ຂະຫຍາຍຕົວດ້ານ​ນິວ​ເຄ​ລຍ​ຂອງ ​ອີ​ຣ່ານ ໄດ້ເຮັດ​ໃຫ້​ມີຄຳ​ຖາມ​ກ່ຽວ​ກັບ​ເຈດ​ຕະ​ນາ​ຂອງ​ປະ​ເທດນັ້ນ​.

ທ່ານນາງ​ກ່າວ​ວ່າ, “ຂໍ​ໃຫ້​ຂ້າພະ​ເຈົ້າ​ເວົ້າຢ່າງ​ຈະ​ແຈ້ງເລີຍ​ວ່າ: ການ​ກະທຳ​ຂອງ​ອີຣ່ານ ຈະ​ບໍ່ເຮັດ​ໃຫ້​ ອີ​ຣ່ານ ​ມີ​ຂໍ້​ໄດ້​ປຽບໃດໆ​ໃນ​ການ​ເຈລະຈາ ​ແລະມັນ​ມີ​ແຕ່​ຈະເພີ້ມ​ທະວີ​ຄວາມ​ວິຕົກ​ກັງວົນ​ຂອງ​ພວກ​ເຮົາ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ ​ອີຣ່ານ​ເທົ່າ​ນັ້ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ ມາ​ຈິດ ຕາກ​ຄ໌ ຣາ​ແວນ​ຊີ (Majid Takht Ravanchi) ກ່າວ​ຕໍ່​ສະພາ​ວ່າ: “ຄວາມ​ຈິງ​ແລ້ວ​ແມ່ນ​ພວກ​ເຮົາ​ໄດ້​ຖືກ​ຕັດ​ຂາດ​ຈາກສິດ ​ແລະຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ​ຢູ່ພາຍ​ໃຕ້ JCPOA ​ມາເປັນ​ເວລາເກືອບ 4 ປີແລ້ວ.

ທ່ານ​ກ່າວ​ອີກວ່າ, ປະ​ຊາ​ຊົນ​ ອີ​ຣ່ານ​ ມີ​ຄວາມ​ຮູ້​ສຶກ​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ລົງ​ໂທດເຫລົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG