ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ໂຕ້ຖຽງກັນ ກ່ຽວກັບ ການໃສ່ໜ້າກາກ ແລະ ການສັກຢາວັກຊີນ ໃນຂະນະທີ່ຄົນຕິດສາຍພັນ ແດລຕ້າ ເພີ່ມຂຶ້ນ


Washington Week Ahead {1Aug2021} -- USAGM
please wait

No media source currently available

0:00 0:02:25 0:00

ເຊີນຊົມວີໂດິໂອກ່ຽວກັບການສັກຢາວັກຊີນກັນໂຄວິດ-19 ໃນ ສຫລ ທີ່ເປັນບັນຫາໂຕ້ຖຽງກັນນັ້ນ

ໂດຍທີ່ມີໄວຣັສໂຄໂຣນາສາຍພັນ ແດລຕ້າ ກຳລັງແຜ່ລາມໃນ ສະຫະລັດຢູ່ນີ້, ບັນດາເຈົ້າໜ້າທີ່ແມ່ນກຳລັງອອກລະບຽບການໃສ່ໜ້າກາກໃໝ່ ແລະ ຜູ້ຈ້າງ ງານໃນບາງແຫ່ງ ແລະ ແມ່ນກະທັ້ງຮ້ານອາຫານ ໄດ້ຮຽກຮ້ອງໃຫ້ສະແດງ ຫຼັກຖານຂອງການສັກຢາວັກຊີນ. ນັກຂ່າວວີໂອເອ ມິແຊລ ຄວິນ ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ສະຫະລັດ ແມ່ນກຳລັງດີ້ນຮົນກັບການເພີ່ມຂຶ້ນຂອງກໍລະນີ COVID-19, ເຊິ່ງແມ່ນເຊື້ອໂຣກທີ່ມີສາເຫດມາຈາກໄວຣັສໂຄໂຣນາ, ຍ້ອນສາຍພັນແດລຕ້າ ທີ່ຕິດແປດໄດ້ເປັນຢ່າງສູງ. ໂຮງໝໍສອງແຫ່ງໃນນະຄອນແຊນ ແຟຣນຊິສໂກ ໄດ້ເຫັນພະນັກງານຫຼາຍກວ່າ 200 ຄົນຖືກກວດມີຜົນບວກ. ສ່ວນຫຼາຍແມ່ນຄົນທີ່ໄດ້ສັກຢາຄົບແລ້ວ, ອີງຕາມໜັງສືພິມ New York Times. ໃນທ້າຍອາທິດທີ່ຜ່ານມາ, ລັດ ຟລໍຣິດາ ໄດ້ທຳລາຍສະຖິຕິພາຍໃນນຶ່ງວັນຂອງເຂົາເຈົ້າດ້ວຍກໍລະນີໃໝ່ເພີ້ມຂຶ້ນຫຼາຍກວ່າ 21,000 ກໍລະນີ.

ດຣ. ແອນໂທນີ ຟາວຈີ, ຫົວໜ້າທີ່ປຶກສາດ້ານການແພດຂອງທຳນຽບຂາວໄດ້ກ່າວວ່າ “ແທ້ຈິງແລ້ວ, ພວກເຮົາແມ່ນກຳລັງປະເຊີນກັບສິ່ງທ້າທາຍດ້ານສາທາລະນະສຸກທີ່ຮ້າຍແຮງຢູ່ທີ່ນີ້ດ້ວຍໂຣກລະບາດ, ດ້ວຍໄວຣັສທີ່ມີຄວາມສາມາດເປັນພິເສດໃນການແຜ່ລະບາດຢ່າງວ່ອງໄວ ແລະ ຢ່າງມີປະສິດທິຜົນຈາກຄົນຕໍ່ຄົນ.”

ໂດຍທີ່ມີປະຊາຊົນ ອາເມຣິກັນ 100 ລ້ານຄົນບໍ່ໄດ້ສັກຢາວັກຊີນ, ບັນດາເຈົ້າໜ້າທີ່ແມ່ນໄດ້ພາກັນຟ້າວຝັ່ງທີ່ຈະແກ້ໄຂບັນຫານີ້ໃຫ້ໄດ້. ໃນອາທິດທີ່ຜ່ານມາ, ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າພະນັກງານລັດຖະບານກາງຕ້ອງໄດ້ສັກຢາວັກຊີນ ຫຼື ປະເຊີນກັບການບັງຄັບກວດໂຣກ, ເຊິ່ງແມ່ນການເຄື່ອນໄຫວທີ່ສະຫະພັນແຮງງານບາງຄົນໄດ້ຕຳໜິວິຈານວ່າເປັນການລ່ວງລໍ້າສິດທິຂອງພະ ນັກງານໂດຍລັດຖະບານ.

ໃນຂະນະດຽວກັນ, ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດ​ ຫຼື CDC ໄດ້ແນະນຳໃຫ້ທຸກຄົນ, ແມ່ນກະທັ້ງຜູ້ທີ່ໄດ້ສັກຢາແລ້ວ, ໃສ່ໜ້າກາກເວລາຢູ່ໃນອາຄານສະຖານທີ່ໆມີການຕິດແປດສູງ. ແລະ ແພດຂອງລັດຖະສະພາໄດ້ອອກຄຳສັ່ງໃຫ້ຄົນໃນສະພາຕໍ່າໃສ່ໜ້າກາກ. ສະມາຊິກສະພາບາງຄົນໄດ້ຕຳໜິວິຈານກົດລະບຽບໃໝ່ນັ້ນທີ່ບໍ່ມີຜົນບັງຄັບໃຊ້ໃນສະພາສູງ

ທ່ານ ເຄວິນ ແມັກຄາທີ ສັງກັດພັກຣີພັບບລີກັນ ໄດ້ກ່າວວ່າ “CDC ແມ່ນໄດ້ກາຍເປັນສາຂາການເມືອງຂອງລັດຖະບານ. ເຂົາເຈົ້າຢາກຈະຄວບຄຸມທຸກໆອົງປະກອບໃນຊີວິດຂອງພວກເຮົາ.”

ການແນະນຳດ້ານສາທາລະນະສຸກສາມາດລ່ວງລໍ້າເສລີພາບສ່ວນຕົວຂອງປະຊາຊົນ, ກ່າວໂດຍ ດຣ. ຟາວຈີ, ແຕ່ການບໍ່ປະຕິບັດຕາມເຂົາເຈົ້າກໍສາມາດເປັນ ການລ່ວງລໍ້າກົດໝາຍເຊັ່ນກັນ.

ດຣ. ຟາວຈີ ກ່າວວ່າ “ຖ້າຫາກເຈົ້າຕິດເຊື້ອ ແມ່ນກະທັ້ງທີ່ເຈົ້າບໍ່ມີອາການກໍຕາມ, ເຈົ້າກໍອາດຈະຕິດແປດເຊື້ອໃສ່ຄົນອື່ນຜູ້ທີ່ອາດມີຄວາມສ່ຽງ, ຜູ້ທີ່ອາດຈະເຈັບປ່ວຍຢ່າງຮ້າຍແຮງໄດ້ເຊັ່ນກັນ. ສະນັ້ນ, ໂດຍພື້ນຖານແລ້ວ, ເຈົ້າແມ່ນກຳລັງລ່ວງລະເມີດສິດທິສ່ວນບຸກຄົນຂອງເຂົາເຈົ້າເພາະວ່າເຈົ້າໄດ້ ເຮັດໃຫ້ເຂົາເຈົ້າມີຄວາມສ່ຽງ.”

ການປ່ຽນແປງລະບຽບໃໝ່ອາດມີຜົນສະທ້ອນບາງຢ່າງ. ຄວາມໄວຂອງການສັກຢາວັກຊີນໃນສະຫະລັດ ແມ່ນໄດ້ເພີ່ມຂຶ້ນ 21 ເປີເຊັນໃນອາທິດທີ່ຜ່ານມາເມື່ອທຽບໃສ່ກັບສາມອາທິດກ່ອນ, ອີງຕາມລາຍງານຂອງໂທລະພາບ CNN. ການເພີ່ມຂຶ້ນໃນການສັກຢາແມ່ນສູງກວ່ານັ້ນອີກໃນບາງລັດທີ່ຢູ່ພາກໃຕ້ຂອງປະເທດ, ເຊິ່ງມີອັດຕາການສັກຢາທີ່ຕໍ່າທີ່ສຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້:

With the delta variant of the coronavirus spreading in the United States, officials are instituting new mask guidance and some employers and even restaurants are requiring proof of vaccination. Michelle Quinn reports.

The U.S. is struggling with a surge of cases of COVID-19, the disease caused by the coronavirus, thanks to the contagious delta variant. Two hospitals in San Francisco have seen more than 200 employees test positive. Most had been fully vaccinated, according to The New York Times. Over the weekend, Florida broke its one-day record of new cases with more than 21,000.

“We are, in fact, in a very serious public health challenge here with a pandemic, with a virus that has an extraordinary capability of spreading rapidly and efficiently from person to person.”

With 100 million Americans unvaccinated, officials are scrambling to respond. Last week, President Joe Biden announced federal workers must be vaccinated or face mandatory testing, a move some employee unions criticized as government overstepping workers’ rights.

Meanwhile, the U.S. Centers for Disease Control and Prevention, or CDC, recommends that everyone, even the vaccinated, wear masks indoors in places where transmission is high. And the attending physician of Congress is mandating people in the House of Representatives wear a mask. Some lawmakers criticized the new rule, which doesn’t affect the Senate.

“The CDC has become a political arm of the administration. It wants to control every element of our life.”

Public health recommendations can infringe on people’s personal liberty, says Dr. Fauci, but not following them can infringe as well.

“The fact is if you get infected, even if you are without symptoms, you very well may infect another person who may be vulnerable, who may get seriously ill. So, in essence, you are encroaching on their individual rights because you're making them vulnerable.”

The changing rules may be having some effect. The pace of vaccination in the U.S. jumped 21% last week compared with three weeks ago, CNN reports. The spike in inoculations is even higher in some Southern states, which have some of the lowest vaccine rates.

XS
SM
MD
LG