ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ສະເໜີ ຊ່ວຍທໍາລາຍ ອາວຸດເຄມີ ຂອງ ຊີເຣຍ


ຊ່ຽວຊານ ດ້ານອາວຸດເຄມີ ຂອງ ສປຊ
ຊ່ຽວຊານ ດ້ານອາວຸດເຄມີ ຂອງ ສປຊ
ສະຫະລັດ​ສ​ະ​ເໜີ​ທີ່​ຈະ​ຊ່ວຍ​ທໍາລາຍ​ອາວຸດ​ເຄມີ​ຈຳນວນ​ນຶ່ງ ທີ່ເປັນອັນຕະລາຍຮ້າຍ​ແຮງ​ສຸດທີ່​ເກັບ​ສະ​ສົມ​ໄວ້​ຢູ່​ໃນ​ສາງ​ຂອງ​ຊີ​ເຣຍນັ້ນ ຢູ່ບ່ອນ ທຳລາຍນອກ​ແຄມ​ຝັ່ງ​ທະ​ເລ​.

ອົງການ​ເກືອດ​ຫ້າມ​ການ​ນຳ​ໃຊ້ອາວຸດ​ເຄມີ ຫຼື OPCW ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ​ ລັດ ຖະບານ​ສະຫະລັດຈະໃຫ້ການ​ຊ່ວຍ​ດ້ານ​ເທັກ​ໂນ​ໂລ​ຈີດ້ວຍ​ການ​ປະຕິບັດງານ ສະໜັບ ສະໜຸນ​ຢ່າງ​ເຕັມສ່ວນ​ແລະດ້ານ​ການ​ເງິນ​ ​ເພື່ອ​ທຳ​ກລາຍອາວຸດ​ເຄມີ​ທີ່​ຮ້າຍ​ແຮງ​ນີ້.

ອົງການ OPCW ທີ່​ມີ​ສໍານັກ​ງານ​ຢູ່​ກຸງ​ Hague ປະ​ເທດ​ເນ​ເທີ​ແລນ​ດ໌ ​ເປັນ​ຜູ້​ຮັບຜິດ​ຊອບ​ໃນ​ການ​ກໍາກັບ​ດູ​ແລ​ການທໍາລາຍ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ ພາຍ​ໃຕ້ຂໍ້​ຕົກລົງ ທີ່​ຍັບ​ຍັ້ງການ​ຂົ່ມຂູ່​ການ​ໂຈມ​ຕີ​ດ້ວຍລູກສອນ​ໄຟ​ຂອງ​ສະຫະລັດ ​ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່​ເຫດການ​ໂຈມ​ຕີ​ດ້ວຍແກັດພິດຊາຣິນ ຢູ່​ເຂດ​ຊານ​ເມືອງ ຂອງ​ນະຄອນຫຼວງ Damascus ຂອງ​ຊີ​ເຣຍນັ້ນ.

ທ່ານ Sigrid Kaag ຫົວໜ້າ​ການ​ປະຕິບັດ​ງານຮ່ວມ​ສະຫະ​ປະຊາ​ຊາດ ​ແລະທີ​ມງານ ອົງການ OPCW ​ໃນ​ຊີ​ເຣຍ ​ເວົ້າ​ວ່າ ຂັ້ນ​ທໍາ​ອິດ​ນັ້ນຈະ​ຕ້ອ​ງ ມີ​ການ​ເກັບ​ຮວບ​ຮວມອາ ວຸດ​ດັ່ງກ່າວ​ ​ແລະ​ຈັດ​ສົ່ງ​ຈາກຫຼາຍໆ​ສະຖານ​ທີ່​ໃນ ​ທົ່ວ​ປະ​ເທດໄປ​ຍັງ​ເມືອງທ່າ​ເຮືອ Latakia ຊຶ່ງ​ເປັນ​ທ່າ​ເຮືອ​ໃຫຍ່​ທີ່​ສຸດ​ຂອງ​ ຊີ​ເຣຍ.

ຫຼັງຈາກ​ນັ້ນ ຈະ​ຕ້ອງ​ຂົນ​ສົ່ງ​ອາວຸດ​ເຫຼົ່າລົງ​ໃສ່ກໍ່າ​ປັ່ນ ທີ່​ເປັນເຈົ້າຂອງ​ໂດຍ ສະມາຊິກ​ຂອງ​ອົງການ OPCW ອີກ​ຕໍ່​ນຶ່ງ ກ່ອນ​ຈະ​ຕົກ​ເຖິງມື​ທີ່​ສອງ ​ໄປ​ໃສ່​ກໍ່າ​ປັ່ນ​ຂອງ​ສະຫະລັດ.

ອາ​ວຸດ​ເຄມີ​ດັ່ງກ່າວ ຈະ​ບໍ່​ຖືກ​ທໍາລາຍ​ ຢູ່​ໃນເຂດ​ນ່ານນໍ້າຂອງ​ຊີ​ເຣຍ.

ມີ​ພວກ​ຄົນ​ລົ້ມ​ຕາຍ​ໄປ​ແລ້ວ ຫຼາຍກວ່າ 120,000 ຄົນ ນັບ​ຕັ້ງ​ແຕ່​ເກີດ​ສົງ ຄາມ​ກາງ​ເມືອງໃນ​ຊີ​ເຣຍ ຊຶ່ງຄວາມ​ຮຸນ​ແຮງດັ່ງກ່າວ ​ໄດ້​ເລີ່​ມຕົ້ນ​ຂຶ້ນ​ ເມື່ອ​ເດືອນ​ມີນາ​ປີ 2011 ​ເວລາ​ກໍາລັງ​ລັດຖະບານ​ອອກ​ກວດ​ລ້າງ​ພວກ​ປະ​ທ້ວງ ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ນັ້ນ.
XS
SM
MD
LG