ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈັດ​ໃຫ້ວັນພະຫັດ​ມື້​ອື່ນນີ້ ເປັນວັນພັກ ວັນ​ນັກ​ລົບ​ເກົ່າ


ທີມ ແອສເປັນ ເດັນໂທລ (ໂຮງໝໍແຂ້ວແຫ່ງນຶ່ງ), ໃຫ້ບໍລິການຟຣີແກ່ບັນດານັກລົບເກົ່າ ແລະຄອບຄົວຂອງພວກເຂົາເຈົ້າ ເນື່ອງໃນໂອກາດທີ່ ແອສເປັນ ເດັນໂທລ ໃຫ້ບໍລິການມາເປັນປີທີ 7, ວັນທີ 6 ພະຈິກ, ປີ 2021, ໃນເມືອງ ມິລລິງຕັນ, ລັດເທັນເນັສຊີ.
ທີມ ແອສເປັນ ເດັນໂທລ (ໂຮງໝໍແຂ້ວແຫ່ງນຶ່ງ), ໃຫ້ບໍລິການຟຣີແກ່ບັນດານັກລົບເກົ່າ ແລະຄອບຄົວຂອງພວກເຂົາເຈົ້າ ເນື່ອງໃນໂອກາດທີ່ ແອສເປັນ ເດັນໂທລ ໃຫ້ບໍລິການມາເປັນປີທີ 7, ວັນທີ 6 ພະຈິກ, ປີ 2021, ໃນເມືອງ ມິລລິງຕັນ, ລັດເທັນເນັສຊີ.

ສະຫະລັດ ຈັດ​ໃຫ້ວັນພະຫັດ​ມື້​ອື່ນນີ້ເປັນວັນພັກ ວັນ​ນັກ​ລົບ​ເກົ່າ, ເພື່ອເປັນກຽດໃຫ້ແກ່ຜູ້ທີ່ຮັບໃຊ້ໜ້າທີ່ເປັນທະຫານຂອງປະເທດ.

ໃນມື້ວັນພັກ ໄດ້ມີການຈັດພິທີ ແລະ​ການ​ສວນ​ສະ​ໜາມໃນຫລາຍໆ​ເຂດຂອງປະເທດ.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍດ໌ ອອສຕິນ ມີກໍາໜົດທີ່ຈະວາງພວງມາລາທີ່ຂຸມ​ຝັງ​ສົບນັກລົບນິລະນາມ, ເຊິ່ງເປັນອະນຸສອນສະຖານທາງປະຫວັດສາດ ເພື່ອເປັນກຽດໃຫ້ແກ່ສະມາຊິກໃນກອງທັບສະຫະລັດຜູ້ທີ່ຍັງບໍ່ສາມາດລະບຸຊື່ ຫລືຍັງຄົງສູນຫາຍ.

ປີນີ້ ເປັນວັນຄົບຮອບ 100 ປີຂອງການສ້າງຕັ້ງ​ຂຸມ​ຝັງ​ສົບດັ່ງ​ກ່າວ ເຊິ່ງໄດ້ຕັ້ງຢູ່​ໃນບໍລິເວນສຸສານແຫ່ງຊາດ ອາລິງຕັນ, ນອກນະຄອນຫລວງ ວໍຊິງຕັນ.

ວັນພັກນີ້ ໄດ້ກາຍມາເປັນວັນພັກແຫ່ງຊາດໃນປີ 1926. ໃນເວລານັ້ນ, ຮູ້ຈັກກັນໃນຊື່ ວັນຢຸດການສູ້​ລົບ, ເຊິ່ງເປັນການສະເຫລີມສະຫລອງ ໃນວັນທີ່ເຢຍລະມັນຍອມຈໍານົນໃນສົງຄາມໂລກຄັ້ງທີ 1 ຄືໃນວັນທີ 11 ພະຈິກ, ປີ 1918.

ສະພາສູງໄດ້ປ່ຽນຊື່ມາເປັນວັນນັກ​ລົບ​ເກົ່າໃນປີ 1954, ແລະວັນພັກແຫ່ງຊາດນີ້ ໄດ້ເປັນກຽດໃຫ້ແກ່ທະຫານອາເມຣິກາທຸກໆຄົນ, ບໍ່ແມ່ນແຕ່ທະຫານຜູ້ໃດຜູ້ນຶ່ງທີ່ອອກໄປຕໍ່ສູ້ໃນສົງຄາມເທົ່ານັ້ນ. ວັນພັກນີ້ ແມ່ນຕ່າງ ຈາກວັນແມັມໂມຣຽ​ລເດ (Memorial Day) ໃນເດືອນພຶດສະພາ, ເຊິ່ງໄດ້ໄວ້​ອາ​ໄລ​ໃຫ້​ແກ່ຜູ້ທີ່ເສຍຊີວິດໃນລະ​ຫວ່າງ​ການຮັບໃຊ້ໜ້າທີ່ທາງທະຫານ.

ອີງຕາມລາຍງານກ່ຽວກັບຂໍ້ມູນການສໍາຫລວດພົນລະເມືອງ, ສະຫະລັດມີນັກ​ລົບ​ເກົ່າຢູ່ປະມານ 18 ລ້ານຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG