ຊາວອາເມຣິກັນໄດ້ຢຸດພັກຈາກວຽກງານ ໃນວັນຈັນວານນີ້
ເພື່ອໃຫ້ກຽດໃຫ້ແກ່ບັນດາທະຫານຂອງຊາດ ທີ່ໄດ້ສະລະຊີບ
ໃນສົງຄາມ ໃນຂະນະທີ່ສະຫະລັດສະຫຼອງວັນ Memorial
Day ປະຈໍາປີ ຫລືວັນລະນຶກເຖິງພວກທະຫານທີ່ເສຍຊີວິດໄປ.
ປະທານາທິບໍດີ Barack Obama ໄດ້ໄປວາງພວງມາລາ
ຢູ່ຂຸມຝັງສົບຂອງທະຫານ ນິລະນາມ ທີ່ສຸສານແຫ່ງຊາດ
Arlington ໃນລັດເວີຈີເນຍ ນອກນະຄອນຫຼວງວໍຊິງຕັນ.
ໃນຄໍາປາໄສເນື່ອງໃນໂອກາດນີ້ ທ່ານໄດ້ກ່າວເຖິງ ການຮັບ
ໃຊ້ຊາດ ແລະບຸກຄະລິກ ຂອງພະນັກງານທະຫານຫລາຍ
ຄົນ ທີ່ໄດ້ເສຍຊີວິດໄປ ໃນການປະກອບພາລະກິດຢູ່ນອກ
ປະເທດຫວ່າງໝໍ່ໆມານີ້ ແລະໄດ້ຖືກນໍາໄປຝັງໄວ້ທີ່ສຸສານ
Arlington ຊຶ່ງເປັນປ່າຊ້າທະຫານທີ່ສໍາຄັນທີ່ສຸດຂອງປະເທດ.
ທ່ານ Obama ກ່າວວ່າ “ມື້ນີ້ ຂະນະທີ່ຢືນຢູ່ ພຽງບໍ່ເທົ່າໃດບາດກ້າວ ຫ່າງຈາກບ່ອນທີ່ ຊາວອາເມຣິກັນຜູ້ກ້າຫານເຫຼົ່ານີ້ ຖືກຝັງໄວ້ນັ້ນ ພວກເຮົາຂໍປະກາດ ໃນຖານະປະເທດນຶ່ງທີ່ພາກພູມໃຈ ແລະຮູ້ບຸນຄຸນ ວ່າ ການເສຍສະລະເລືອດເນື້ອຂອງພວກເຂົາເຈົ້ານັ້ນແມ່ນຈະບໍ່ຖືກລືມຈັກເທື່ອ.”
ທ່ານ Obama ແລະພັນລະຍາ ສະຕີໝາຍເລກນຶ່ງ ທ່ານນາງ Michelle ຍັງໄດ້ເປັນ ເຈົ້າພາບຈັດງານລ້ຽງອາຫານເຊົ້າ ໃຫ້ບັນດາຄອບຄົວຂອງພວກທະຫານທີ່ເສຍຊີວິດໃນສະໝໍລະພູມ ຈໍານວນນຶ່ງ ຢູ່ທໍານຽບຂາວ ກ່ອນໄປວາງພວງມາລານັ້ນ.
ປະຊາຄົມໃນທົ່ວສະຫະລັດໄດ້ພາກັນໃຫ້ກຽດແກ່ບັນດານັກລົບທີ່ໄດ້ສະລະຊີບເພື່ອຊາດນັ້ນ ໃນການສະຫຼອງແບບຕ່າງໆກັນ. ຢູ່ນະຄອນນິວຢອກ ໄດ້ມີການໃຫ້ກຽດແກ່ນັກບິນຍິງຜູ້ທີ່ໄດ້ຂັບທົດລອງເຮືອບິນຕ່າງໆ ໃນປາງສົງຄາມໂລກຄັ້ງທີ 2.
ທີ່ກຸງວໍຊິງຕັນ ການສະຫຼອງວັນຢຸດພັກດັ່ງກ່າວ ໄດ້ເລີ່ມຂຶ້ນ ໃນວັນອາທິດ ດ້ວຍຂະບວນລົດຈັກຈໍານວນຫຼາຍພັນຄັນ ທີ່ຂັບອ້ອມຮອບເຂດນະຄອນຫຼວງ ທີ່ເອີ້ນກັນວ່າ ຂະບວນ “Rolling Thunder” ທີ່ມີເປົ້າໝາຍເພື່ອດຶງຄວາມສົນໃຈໄປໃສ່ ບັນດາຊະເລີຍເສິກແລະພວກທີ່ຫາຍສາບສູນໃນສົງຄາມ.
ໃນການສະເຫຼີມສະຫຼອງທີ່ເປັນຂະບວນການທີ່ຍິ່ງໃຫຍ່ ທີ່ໄດ້ສະຫຼອງກັນແບບດັ້ງເດີມ
ທີ່ເອີ້ນກັນວ່າ "Decoration Day" ໄດ້ມີຂຶ້ນທີ່ສຸສານຂອງປະເທດ Arlington ໃນປີ 1968
3 ປີຫຼັງຈາກທີ່ໄດ້ມີສົງຄາມກາງເມືອງທີ່ນອງເລືອດ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫຼາຍກ່ວາ 600,000 ຄົນນັ້ນ.
ວີດິໂອ: ທ່ານໂອບາມາວາງພວງມາລາ