ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ພວກ​ເຮົາ​ ຈະ​ປົດ ອາວຸດ​ນິວ​ເຄລຍ ​ຂອງ​ເກົາຫຼີ​ເໜືອ


ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ພ້ອມທັງ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ລົງນາມ ໃນຂໍ້ຕົກລົງທີ່
ຈະສືບຕໍ່ເຈລະຈາກັນ ແລະສາບານ ທີ່ຈະເຮັດໃຫ້ມີ ການດຳເນີນ
ສືບຕໍ່ສົນທະນາກັນ ຫຼັງຈາກທີ່ມີການພົບປະ
ສຸດຍອດ ທີ່ໂຮງແຮມຄາແພລລາ ໃນເກົາຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018
ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ພ້ອມທັງ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ລົງນາມ ໃນຂໍ້ຕົກລົງທີ່ ຈະສືບຕໍ່ເຈລະຈາກັນ ແລະສາບານ ທີ່ຈະເຮັດໃຫ້ມີ ການດຳເນີນ ສືບຕໍ່ສົນທະນາກັນ ຫຼັງຈາກທີ່ມີການພົບປະ ສຸດຍອດ ທີ່ໂຮງແຮມຄາແພລລາ ໃນເກົາຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018

ໃນຂໍ້​ຕົກລົງ ທີ່​ໄດ້​ລົງ​ນາມກັນ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ສິງກະ​ໂປ, ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ
ຈົງ ອຶນ “​ໄດ້ໃຫ້ການຢືນຢັນ ​ຕໍ່ຄວາມໝັ້ນໝາຍຢ່າງໜັກແໜ້ນ ແລະບໍ່ມີການປ່ຽນແປງ ເພື່ອສຳເລັດເສັດສິ້ນທີ່​ຈະ​ເຮັດ​ໃຫ້ແຫຼມ​ເກົາຫຼີ​ ເປັນເຂດປອດ​ອາວຸດ​ນິວ​ເຄລຍ,”
ໃນ​ຂະນະ​

ທີ່ ​ປະທານາທິບໍດີ​ຂອງ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ ​“ມີຄວາມໝັ້ນໝາຍທີ່ຈະສະໜອງ​ການຄຳປະກັນ​ຄວາມ​ປອດ​ໄພ” ​ຕໍ່​ເກົາ​ຫຼີເໜືອ.

​ເອກ​ກະສາ​ນດັ່ງກ່າວ ຍັງ​ໄດ້​ຮຽກຮ້ອງ​ໃຫ້ ​ປະ​ເທດທັງສອງ ປະກອບສ່ວນ​ເຂົ້າ​ໃນ​ຄວາມ
​ພະ ຍາຍາມ ທີ່​ຈະ​ສ້າງສັນຕິ​ຖາວອນ ໃນແຫຼມ​ເກົາຫຼີ​ ​ເພື່ອ​ສ້າງ​ຕັ້ງ​ສາຍ​ພົວພັນໃໝ່
ລະຫວ່າງ​ສະຫະລັດ ກັບ​ເກົາຫຼີ​ເໜືອ ​ແລະ​ເກັບ​ກຳ​ເອົາ​ຊາກກະດູກຂອງພວກຊະເລີຍ
ເສິກ ​ແລະ​ ທະ ຫານສະຫະລັດ ​ທີ່​ຫາຍ​ສາບ​ສູນ​ໃນປາງ​ສົງຄາມ. ທັງ​ສອງ​ຝ່າຍ ຍັງ​ໄດ້
ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ຈັດການ​ເຈລະຈາຕື່ມອີກ ຫລັງຈາກນີ້.

ທ່ານ​ທຣຳ ​ໄດ້​ກ່າວຕໍ່ນັກ​ຂ່າວ​ວີ​ໂອ​ເອ ກຣີດາ ​ແວນ ຊັສ​ເຕີ​ເຣັນວ່າ “ພວກ​ເຮົາ​ແມ່ນ​
ຈະ​ປົດອາວຸດ​ນິວ​ເຄລຍ ​ຂອງ​ເກົາຫຼີ​ເໜືອ.”

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ບໍ່​ມີ​ຝ່າຍ​ໃດ ໄດ້​ຍື່ນຄຳຂາດ, ​ແລະ​ຂໍ້​ຕົກລົງ​ໃນວັນ​ອັງຄານ
​ມື້​ນີ້ ແມ່ນ​ໝາກຜົນ​ຂອງ​ການ​ເຈລະຈາ​ ມາ​ເປັນ​ຫຼາຍໆ​ເດືອນແລ້ວ​ນັ້ນ.

ທ່ານ​ທຣຳ ​ໄດ້​ກ່າວ​ວ່າ “ທ່ານ​ກະ​ຮູ້​ແລ້ວ​ຕວະ​ວ່າ ມັນ​ອາດ​ຈະ​ລົງ​ເອີຍ ຈາກ​ການ
​ເຮັດ​ສົງຄາມ​ກັນ ກໍ​ເປັນ​ໄດ້, ມັນ​ອາດ​ຈະ​ຈົບ​ລົງ​ດ້ວຍ​ການ​ທີ່​ມີ​ຜູ້​ຄົນ ຫຼາຍ​ລ້ານ​ຄົນ
- ທ່ານ​ກໍ​ຊາບ​ດີ​ ກ່ຽວ​ກັບ​ເກົາຫຼີເໜືອ, ​ນະຄອນໂຊລ ມີປະຊາກອນ 28 ລ້ານ​ຄົນ,
ຊຶ່ງ​ມັນ​ສາມາດ​ຈົບ​ລົງ​ດ້ວຍການ​ມີ​ຜູ້​ຄົນ​ລົ້ມ​ຕາຍ, ​ແຕ່​ວ່າ ມັນ​ຈົບ​ລົງ​ດ້ວ​ຍການ​
ຕົກລົງກັນ.”​

ທ່ານ​ທຣຳ ຍັງ​ໄດ້​ກ່າວກັບ ວີ​ໂອ​ເອວ່າ ທະຫານສະຫະລັດ ທີ່​ປະຈຳການ​ໃນ​ເກົາຫຼີ​ໃຕ້
ຍັງ​ຈະ​ປະຈຳການ​ຢູ່​ທີ່​ນັ້ນຕໍ່ໄປ, ​ແຕ່​ກໍໄດ້ປະກາດ ຜ່ອນຜັນນຶ່ງຂໍ້ ທີ່​ເກົາຫຼີເໜືອຕ້ອງ
ການມາດົນນານແລ້ວ.

ທ່ານກ່າວວ່າ “ພວກ​ເຮົາ​ຈະ​ຢຸດເຊົາການຊ້ອມລົບ ທີ່​ຕ້ອງ​ສິ້ນ​ເປືອງ​ເງິນ​ຢ່າ​ງມະຫາ
ສານ​ນັ້ນ.”

ທ່ານ​ທຣຳ ຍັງ​ໄດ້ກ່າວ​ທີ່ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ເວລາ​ຕໍ່​ມາ​ວ່າ ການ​ລົງ​ໂທດ
​ຂອງ​ສະຫະລັດ ຕໍ່​ເກົາຫຼີ​ເໜືອ​ ຍັງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ຢູ່ ຈົນ​ກວ່າ​ວ່າ ​ໂຄງການ​ອາວຸດ​ນິວ​ເຄລຍຂອງເກົາຫຼີ​ເໜືອ “​ແມ່ນ​ບໍ່​ເປັນ​ບັນຫາແລ້ວ​ນັ້ນ.”

​ສຳລັບການກວດສອບ​ນັ້ນ. ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ທ່ານ​ແລະ​ທ່ານ​ກິ​ມ ​ໄດ້​ໂອ້​ລົມ
​ສົນທະນາ​ໃນ​ເລື້ອງທີ່​ວ່ານີ້ ແລະການສັງເກດການກ່ຽວກັບການປົດ​ອາວຸດນິວ​ເຄລຍສາມາດບັນລຸໄດ້ “​ໂດຍ​ສົ່ງ​ຜູ້​ຄົນ​ຫຼວງ​ຫຼາຍ​ໄປທີ່ນັ້ນ.” ທ່ານ​ຍັງ​ທຳນາຍວ່າ
ທ່ານ​ກິມ ຈະ​ເລີ້ມ​ເຮັດວຽກໃນ​ທັນທີ ​ເພື່ອ​ “ປະຕິບັດ​ຕາມ” ​ຂໍ້​ຕົກລົງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ຈັບມືກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ໂຮງແຮມຄາແພລລາ ໃນເກາະຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018.
ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ຈັບມືກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ໂຮງແຮມຄາແພລລາ ໃນເກາະຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018.
XS
SM
MD
LG