ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຫຍັບໃກ້ເຂົ້າ ການເປັນຄູ່ຮ່ວມ ກັບບັນດາເກາະດອນ ປາຊີຟິກ, ສັນຍາຈະໃຫ້ການຊ່ວຍເຫຼືອຄັ້ງໃໝ່


ປະທານສູນກາງ ຕາເວັນອອກາ-ຕາເວັນຕົກ ທ່ານນາງ ຊູຊານ ປົວນານີ ວາເຣສ-ລຳ, ຂວາ, ກ່າວຄຳປາໄສຢູ່ກອງປະຊຸມສຸດຍອດປະເທດເກາະປາຊີຟິກ-ສະຫະລັດ ກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ຢູ່ກະຊວງການຕ່າງປະເທດ ສະຫະລັດ, 28 ກັນຍາ, 2022.
ປະທານສູນກາງ ຕາເວັນອອກາ-ຕາເວັນຕົກ ທ່ານນາງ ຊູຊານ ປົວນານີ ວາເຣສ-ລຳ, ຂວາ, ກ່າວຄຳປາໄສຢູ່ກອງປະຊຸມສຸດຍອດປະເທດເກາະປາຊີຟິກ-ສະຫະລັດ ກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ຢູ່ກະຊວງການຕ່າງປະເທດ ສະຫະລັດ, 28 ກັນຍາ, 2022.

ສະຫະລັດ ເວົ້າວ່າເຂົາເຈົ້າໄດ້ບັນລຸ​ການ​ມີ “ວິໄສທັດຮ່ວມກັນ” ຂອງການເປັນຄູ່ຮ່ວມ​ຫຼື​ພາ​ຄີກັບບັນດາປະເທດເກາະ​ດອນມະຫາສະໝຸດປາຊີຟິກ, ລວມທັງການສັນຍາໃໝ່ ກ່ຽວກັບ ການຊ່ວຍເຫຼືອຂອງ ສະຫະລັດ, ໃນຂະນະທີ່ຄວາມເປັນຫ່ວງໄດ້ເພີ່ມ ຂຶ້ນ ກ່ຽວກັບ ການຂະຫຍາຍອິດທິພົນຂອງ ຈີນ ຢູ່ໃນພາກພື້ນດັ່ງກ່າວ.

ໃນວັນພຸດວານນີ້, ສະຫະລັດ ໄດ້ເລີ່ມກອງປະຊຸມທີ່ເຂົ້າຮ່ວມດ້ວຍຕົນເອງ ເປັນຄັ້ງທຳອິດ ກັບບັນດາຜູ້ນຳຈາກປະມານສິບສອງປະເທດທີ່ຕັ້ງ ຢູ່ຍາວຢຽດໃນມະຫາສະໝຸດປາຊີຟິກ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະກ່າວຄຳປາໄສຕໍ່ບັນດາຜູ້ນຳ ເກາະດອນປາຊີຟິກຢູ່ກະຊວງການຕ່າງປະເທດໃນວັນພະຫັດມື້ນີ້, ແລ້ວຈະຈັດງານຮັບປະທານອາຫານຄໍ່າຢູ່ທຳນຽບຂາວ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນ ຂະນະທີ່ກຳລັງຍົກເອກະສານສະບັບນຶ່ງຂຶ້ນໃນລະຫວ່າງການເຮັດວຽກອາຫານ ທ່ຽງ ໃນວັນພຸດວານນີ້ ກັບບັນດາຜູ້ນຳປາຊີຟິກຢູ່ກະຊວງການຕ່າງປະເທດວ່າ “ພວກເຮົາໄດ້ມາເຕົ້າໂຕມກັນເພື່ອປະກາດການເປັນຄູ່ຮ່ວມລະຫວ່າງ ສະຫະລັດ ແລະ ມະຫາສະໝຸດປາຊີຟິກ.”

ແຕ່ພາສາສຸດທ້າຍຂອງ 11 ຈຸດໃນຖະແຫຼງການຮ່ວມທີ່ຖືກລາຍງານນັ້ນແມ່ນ ຍັງບໍ່ໄດ້ໄດ້ຕົກລົງກັນເທື່ອ.

ໝູ່ເກາະໂຊໂລມອນ ໄດ້ສົ່ງຈົດໝາຍການທູດໄປຫາກອງປະຊຸມພາກພື້ນ ໝູ່ເກາະປາຊີຟິກ ປະກາດວ່າ ເຂົາເຈົ້າຈະບໍ່ເຊັນ ຖະແຫຼງການດັ່ງກ່າວ ໃນລະ ຫວ່າງການເຕົ້າໂຮມລະດັບສູງນັ້ນ.

ຖະແຫຼງການດັ່ງກ່າວ, ເຊິ່ງຖືກຮ່າງຂຶ້ນຫຼາຍອາທິດຂອງການເຈລະຈາລະຫວ່າງ ບັນດາປະເທດເກາະປາຊີຟິກ ແລະ ບັນດາເຈົ້າໜ້າທີ່ລັດຖະບານທ່ານ ໄບເດັນ ນັ້ນ, ໄດ້ປົກຄຸມຫຼາຍບັນຫາລວມທັງການປະຕິບັດການພັດທະນາທີ່ຍືນຍົງ, ຕໍ່ສູ້ ກັບສະພາບອາກາດປ່ຽນແປງ, ແລະ ຮັກສາຄວາມປອດໄພຂອງພາກພື້ນ ປາຊີຟິກ ແລະ ການຄ້າຂອງເຂົາເຈົ້າ.

ແຕ່ຈົດໝາຍຈາກໝູ່ເກາະໂຊໂລມອນກ່າວວ່າ ລັດຖະບານ ແລະ ສະພາແຫ່ງ ຊາດຕ້ອງການເວລາເພີ່ມເຕີມເພື່ອສຶກສາຖະແຫຼງການດັ່ງກ່າວ. ແນວໃດກໍ່ຕາມ, ນາຍົກລັດຖະມົນຕີ ມານາສເຊ ໂຊກາວາເຣ ແມ່ນໄດ້ມານະຄອນຫຼວງ ວໍຊິງຕັນ, ແລະ ກຳລັງເຂົ້າຮ່ວມໃນກອງປະຊຸມສຸດຍອດ, ອີງຕາມການກ່າວ ຂອງເຈົ້າໜ້າທີ່ອະວຸໂສລັດຖະບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG