ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ​ເນ​ໂຕ້ ແລະຈີນ ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ ກ່ຽວ​ກັບແນວຄິດ​ໃໝ່ທາງດ້ານຍຸດທະສາດ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໄດ້ຮັບການຖ່າຍຮູບ ຢູ່ທີ່ກອງປະຊຸມສຸດຍອດຂອງອົງການ NATO, ທີ່ນະຄອນຫຼວງມາດຣິດ, ປະເທດສະເປນ, ເມື່ອວັນທີ 29 ມິຖຸນາ 2022.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໄດ້ຮັບການຖ່າຍຮູບ ຢູ່ທີ່ກອງປະຊຸມສຸດຍອດຂອງອົງການ NATO, ທີ່ນະຄອນຫຼວງມາດຣິດ, ປະເທດສະເປນ, ເມື່ອວັນທີ 29 ມິຖຸນາ 2022.

ສະຫະລັດ ເຂົ້າຮ່ວມກັບພັນທະມິດ NATO ໃນມື້ວັນພຸດວານນີ້ ເພື່ອອອກຄໍາຕໍາໜິຢ່າງຮຸນແຮງ ຕໍ່ໄພຄຸກຄາມທີ່ “ທີ່ເປັນອັນຕະລາຍທາງດ້ານໄຊເບີ ແລະ ໄຮບຣີດ” ໂດຍສາທາລະນະລັດປະຊາຊົນຈີນ, ເຊິ່ງໄດ້ເຕືອນວ່າ ການຮ່ວມມືແບບ “ບໍ່ມີຂໍ້ຈໍາກັດ” ຂອງ​ການ​ເປັນພາຄີລະຫວ່າງ ຈີນ ແລະ ຣັດເຊຍ ແມ່ນກໍາລັງທໍາລາຍກົດລະບຽບພື້ນຖານຂອງສາກົນ.

ໃນ ປັກກິ່ງ, ເຈົ້າໜ້າທີ່ຂອງຈີນ ໄດ້​ຕອບ​ໂຕ້​ຄືນ ແລະຮ້ອງຂໍໃຫ້ພັນທະມິດຢູ່ໃນຂົງເຂດມະຫາສະໝຸດແອັດແລນຕິກ ຍຸຕິ “ການປະເຊີນໜ້າກັນ ທາງດ້ານການ ເມືອງ ຫຼືພະຍາຍາມສະແຫວງຫາສົງຄາມເຢັນຄັ້ງໃໝ່.”

ໃນມື້ວັນພຸດວານນີ້ ທີ່ນະຄອນຫຼວງມາດຣິດ ປະເທດສະເປນ, ເຊິ່ງຜູ້ນໍາຕ່າງໆຂອງອົງການ NATO ກໍາລັງປະຊຸມກັນຢູ່ທີ່ນັ້ນ, ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂຕນີ ບລິງເກັນ ກ່າວວ່າ “ມີປະເດັນຫຼາຍຢ່າງທີ່ເພີ້ມຂຶ້ນ ເຊິ່ງພວກເຮົາ ທັງສະຫະລັດ ແລະ NATO ຕ້ອງໄດ້ຕອບໂຕ້ໃນສິ່ງທີ່ຈີນກໍາລັງດໍາເນີນການຢູ່. ແລະນຶ່ງໃນນັ້ນທີ່ພວກເຂົາກໍາລັງປະຕິບັດຢູ່ກໍຄື ຄວາມພະຍາຍາມ ໃນການທໍາລາຍກົດລະບຽບພື້ນຖານລະຫວ່າງປະເທດ.”

ຫົວໜ້ານັກການທູດຂອງສະຫະລັດກ່າວວ່າ ວໍຊິງຕັນບໍ່ໄດ້ຊອກຫາຄວາມຂັດແຍ້ງກັບລັດຖະບານປັກກິ່ງ ເຖິງແມ່ນວ່າ ສະຫະລັດ ແລະອົງການ NATO ກໍາລັງປະເຊີນກັບການທ້າທາຍເພີ້ມ​ຂຶ້ນໂດຍຈີນ, ລວມທັງຄວາມໝັ້ນຄົງທາງດ້ານໄຊເບີ້.

ເລຂາທິການໃຫຍ່ແຫ່ງອົງການ NATO ທ່ານເຈັນສ໌ ສໂຕລເຕັນເບີກ (Jens Stoltenberg) ໄດ້ກ່າວ​ຫາ ຈີນ ກ່ຽວກັບການ “ເຜີຍແຜ່ຂໍ້ມູນທີ່ຕົວະ ແລະບໍ່ມີຄວາມຈິງ” ໃນງານຖະແຫຼງຂ່າວທີ່ນະຄອນຫຼວງມາດຣິດ, ເຊິ່ງພັນທະມິດຈາກມະຫາສະໝຸດແອັດແລນຕິກ ໄດ້ເປີດເຜີຍ “ແນວຄວາມຄິດທາງຍຸດທະສາດ” ຂອງພວກເຂົາເຈົ້າ ທີ່ສະແດງໃຫ້ເຫັນກ່ຽວກັບ ຈີນ ເປັນຄັ້ງທໍາອິດ.

ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດ ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວປາໄສ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນຫຼວງມາດຣິດ, ປະເທດສະເປນ, ເມື່ອວັນທີ 29 ມິຖຸນາ 2022.
ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດ ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວປາໄສ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນຫຼວງມາດຣິດ, ປະເທດສະເປນ, ເມື່ອວັນທີ 29 ມິຖຸນາ 2022.

ທ່ານ ສໂຕລເຕັນເບີກ ກ່າວວ່າ “ພູມິພາກແຫ່ງນີ້, ເຊິ່ງມີອາເມຣິກາເໜືອ ແລະ ຢູໂຣບ, ກໍາລັງປະເຊີນກັບໄພຄຸກຄາມ ແລະຄວາມທ້າທາຍລະດັບໂລກ ນັ້ນກໍຄື ດ້ານໄຊເບີ້, ນັ້ນແມ່ນການກໍ່ການຮ້າຍ. ແຕ່ ລວມມີຜົນກະທົບທາງດ້ານຄວາມໝັ້ນຄົງຂອງຈີນ ເນື່ອງຈາກສິ່ງນັ້ນມີຜົນກະທົບຕໍ່ພວກເຮົາເຊັ່ນດຽວກັນ.”

ແນວຄິດທາງຍຸດທະສາດປະຈໍາປີ 2022 ຂອງອົງການ NATO ເຕືອນວ່າ “ພື້ນທີ່ທາງໄຊເບີ້ ຄືການແຂ່ງຂັນຕະຫຼອດເວລາ” ດ້ວຍຜູ້ທີ່ມີເຈດຕະນາຮ້າຍ ໄດ້ພະຍາຍາມທີ່ຈະຫຼຸດພື້ນຖານໂຄງລ່າງທີ່ສໍາຄັນຂອງປະເທດພັນທະມິດແຫ່ງມະຫາສະໝຸດປາຊີຟິກລົງ, ກັ່ນຕອງຂໍ້ມູນຂ່າວສານ, ລັກເອົາຊັບສິນທາງປັນຍາ ແລະຂັດຂວາງການເຄື່ອນໄຫວຕ່າງໆທາງທະຫານຂອງບັນດາປະເທດພັນທະມິດດັ່ງກ່າວ.

ອີງຕາມເອກະສານການເຮັດວຽກທີ່ສໍາຄັນທີ່ສຸດຂອງອົງການ NATO ກ່າວວ່າ “ສາທາລະນະລັດປະຊາຊົນຈີນ ຫຼື PRC ກ່າວວ່າ ຄວາມທະເຍີທະຍານແລະນະໂຍບາຍທີ່ບີບບັງຄັບ ຕໍ່ຄວາມທ້າທາຍໃນຜົນປະໂຫຍດຂອງພວກເຮົາ, ຄວາມນິຍົມ, ຄຸນຄ່າ ແລະ ອື່ນໆ... ສ​ປ ຈີນ ພະຍາຍາມຄວບຄຸມເທັກໂນ
ໂລຈີທີ່ສໍາຄັນ ແລະພາກອຸດສາຫະກໍາຕ່າງໆ, ພື້ນຖານໂຄງລ່າງທີ່ສໍາຄັນ, ວັດຖຸຕ່າງໆທາງດ້ານຍຸດທະສາດ ແລະຕ່ອງໂສ້ການສະໜອງສິນຄ້າ. ພວກເຂົາມຸ້ງໝັ້ນທີ່ຈະທໍາລາຍກົດລະບຽບພື້ນຖານລະຫວ່າງປະເທດ ລວມທັງດ້ານອະວາກາດ, ໄຊເບີ້ ແລະການແລ່ນເຮືອທາງທະເລ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG