ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ອົງ​ການ NATO ປະ​ຕິ​ບັດ​ ​ແບບ​ດຽວ​ກັບ ຣັດ​ເຊຍ ໃນ​ການ​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ ຄວບ​ຄຸມອາ​ວຸດ ຢູ​ໂຣບ


ທຸງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ NATO ຢູ່ນອກ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼວງ ວິ​ລ​ນຽ​ສ, ປະ​ເທດ ລິ​ທົວ​ເນຍ, 9 ກໍ​ລະ​ກົດ 2023.
ທຸງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ NATO ຢູ່ນອກ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດ NATO ໃນ​ນະ​ຄອນຫຼວງ ວິ​ລ​ນຽ​ສ, ປະ​ເທດ ລິ​ທົວ​ເນຍ, 9 ກໍ​ລະ​ກົດ 2023.

ວໍ​ຊິ​ງ​ຕັນ ແລະ ບັນ​ດາ​ພັນ​ທະ​ມິດ​ຂອງ​ອົງ​ການ NATO ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ​ເຂົາ​ເຈົ້າ​ຈະ​ກ່າວ​ຢ້ຳ​ເຖິງການ​ລະ​ງັບ ກ່ຽວ​ກັບ ສົນ​ທິ​ສັນ​ຍາ​ສົງ​ຄາມ​ເຢັນ​ຂອງ ຣັດ​ເຊຍ ເພື່ອ​ຈຳ​ກັດ​ການ​ຂະ​ຫຍາຍ​ອາ​ວຸດ​ທຳ​ມະ​ດາ​ໃນ ຢູ​ໂຣບ, ໂດຍ​ທຳ​ນຽບ​ຂາວ​ກ່າວ​ວ່າ ເຂົາ​ເຈົ້າ “ບໍ່​ມີ​ທາງ​ເລືອກ” ມີແຕ່ຖອນ​ຕົວອອກ​.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ກາ​ນບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ໄດ້​ກ່າວ​ວ່າ ນີ້​ຈະ​ບໍ່​ມີ​ຜົນ​ກະ​ທົບ​ທີ່​ໃຫຍ່ ​ໃນ​ສະ​ໜາມ​ລົບ.

ການ​ລະ​ງັບ​ສົນ​ທິ​ສັນ​ຍາ ກ່ຽວ​ກັບ ກອງ​ກຳ​ລັງ​ຕິດ​ອາ​ວຸດ​ທຳ​ມະ​ດາ​ໃນ ຢູ​ໂຣບ “ຈະ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ໃນ​ການ​ຍັບ​ຢັ້ງ ແລະ ປ້ອງ​ກັນ​ຂອງ​ພັນ​ທະ​ມິດ​ອົງ​ການ NATO ດ້ວຍ​ການຍົກ​ເລີກຂໍ້​ຫ້າມ​ຕ່າງໆ ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ວາງ​ແຜນ, ການ​ສົ່ງ​ທະ​ຫານ ແລະ ການ​ປະ​ຕິ​ບັດ​ການ​, ​ເຊິ່ງ​ແມ່ນການ​ຫ້າມ​ທີ່ບໍ່​ມີ​ຂໍ້​ຜູກ​ມັດ​ກັບ ຣັດ​ເຊຍ ຫຼັງ​ຈາກ​ການ​ຖອນ​ຕົວ​ຂອງ ມົ​ສ​ກູ,” ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ສົນ​ທິ​ສັນ​ຍາ​ປີ 1990 ດັ່ງ​ກ່າວ​ແມ່ນ​ຖືກ​ອອກ​ແບບ​ເພື່ອ​ປ້ອງ​ກັນ​ແຕ່​ລະ​ຝ່າຍ​ຈາ​ກ​ການ​ມີ​ໂຄງ​ຮ່າງ​ອຳ​ນາດຫຼັງ​ສົງ​ຄາມ​ເຢັນ, ເຊິ່ງ​ໃນ​ເວ​ລາ​ນັ້ນ, ​ແມ່ນກຸ່​ມ​ພັນ​ທະ​ມິດ NATO ແລະ ກຸ່ມ​ ວໍ​ຊໍ​ ຂອງອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ, ບໍ່​ໃຫ້​ມີ​ຄວາມ​ສາ​ມາດ​ທີ່​ຈະ​ລວມກອງ​ກຳ​ລັງ ​ສຳ​ລັບ​ການ​ໂຈມ​ຕີ​ກະ​ທັນ​ຫັນ.

ພ້ອມ​ກັນ​ນັ້ນ​ມັນ​ຍັງ​ໄດ້​ກຳ​ນົດ​ຂີດ​ຈຳ​ກັດ​ທີ່​ເທົ່າ​ທຽມ​ກັນໃນ​ຈຳ​ນວນ​ຂອງ​ລົດ​ຖັງ, ຍານ​ພາ​ຫະ​ນະ​ຕໍ່​ສູ້​ຫຸ້ມ​ເກາະ, ປືນ​ໃຫຍ່ຂະ​ໜາດ​ໜັກ, ເຮືອ​ບິນ​ລົບ ແລະ ເຮ​ລິ​ຄັອບ​ເຕີ​ໂຈມ​ຕີ ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​ໃນ​ດິນ​ແດນ​ລະ​ຫວ່າງ​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ແລະ ພູ​ສູງ ຢູ​ຣາ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG