ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ຊ່ວຍ ການ​ຮັກ​ສາ ​ຄວາ​ມ​ປອດ​ໄພ ແຫ່ງ​ຊາດ ສ​ຫ​ລ ເປັນ​ຫ່ວງ ກ່ຽວ​ກັບ ການ​ຂໍ​ໃຫ້​ ຢູ​ເຄ​ຣນ ຊ່ວຍ​ສືບ​ສວນ ໂດຍ ທ່ານ ທ​ຣຳ


ທ່ານ​ນາງ ເຈັນ​ນີ​ເຟີ ວິ​ລ​ລຽມ​ສ໌, ທີ່​ປຶກ​ສາ​ພິ​ເສດ​ຂອງ​ທ່ານ ໄມ​ຄ໌ ເພັນ​ສ໌, ແລະ ທ່ານ ອາ​ເລັກ​ແຊນ​ເດີ ວິນ​ແມນ ປະ​ກົດ​ຕົວ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ເພື່ອ​ການ​ໃຫ້​ປາກ​ຄຳ. 19 ພະ​ຈິກ, 2019.
ທ່ານ​ນາງ ເຈັນ​ນີ​ເຟີ ວິ​ລ​ລຽມ​ສ໌, ທີ່​ປຶກ​ສາ​ພິ​ເສດ​ຂອງ​ທ່ານ ໄມ​ຄ໌ ເພັນ​ສ໌, ແລະ ທ່ານ ອາ​ເລັກ​ແຊນ​ເດີ ວິນ​ແມນ ປະ​ກົດ​ຕົວ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ເພື່ອ​ການ​ໃຫ້​ປາກ​ຄຳ. 19 ພະ​ຈິກ, 2019.

ມັນ​ເປັນ​ວັນ​ທີ່​ຍາວ ແລະ ເມື່ອຍ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ ໃນ​ວັນ​ອັງ​ຄາ​ນ​ວານນີ້, ເຊິ່ງ​ການ​ໃຫ້​ປາກ​ຄຳ​ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ສະ​ພາ​ຕ່ຳ​ໄດ້​ໃຊ້​ເວ​ລາ​ດົນ​ກວ່າ 11 ຊົ່ວ​ໂມງ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ໄດ້​ຟັງ​ການ​ໃຫ້​ປາກ​ຄຳ​ຈ​າ​ກ​ພິ​ຍານ​ສາມ​ຄົນ ຜູ້​ທີ່​ໄດ້​ຍິນ​ການ​ລົມ​ໂທ​ລະ​ສັບ​ໂດຍ​ກົງ​ລະ​ຫວ່າງ​ທ່ານ ທ​ຣຳ ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ, ເວ​ລາ​ທີ່​ທ່ານ ເຊ​ເລັນ​ສ​ກີ ຖືກ​ຂໍ​ໃຫ້​ສືບ​ສວນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ.

ພັນ​ໂທ​ທະ​ຫານ​ບົກ ທ່ານ ອາ​ເລັກ​ແຊນ​ເດີ ວິນ​ແມນ, ຜູ້​ຊ່ຽວ​ຊານ​ລະ​ດັບ​ສູງ ກ່ຽວກັບ ຢູ​ເຄ​ຣນ ໃນ​ສະ​ພາ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາ​ດ​ຂອງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ການ​ລົມ​ໂທ​ລະ​ສັບ​ຂອງ​ທ່ານ ທ​ຣຳ ແມ່ນ “ບໍ່​ເໝາະ​ສົມ” ແລະ “ບໍ່​ຖືກ​ຕ້ອງ.”

ທ່ານ​ໄດ້​ກ່າວ​ວ່າ “ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ຢາກ​ເຊື່ອ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ. ມັນ​ຄົງ​ເປັນ​ອົງ​ປະ​ກອບ​ນຶ່ງ​ຂອງ​ຄວາມ​ຕົກ​ໃຈ​ທີ່​ບາງ​ເທື່ອ, ໃນແງ່​ມຸມ​ໃດ​ນຶ່ງ, ຄວາມ​ຢ້ານ​ກົວ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ ນະ​ໂຍ​ບາຍ ຢູ​ເຄ​ຣນ ຂອງ​ພວກ​ເຮົາວ່າ​ມັນອາດ​ເກີດ​ຂຶ້ນ​ແນວ​ໃດ​ນັ້ນ​ແມ່ນ​ໄດ້​ເກີດ​ຂຶ້ນ​ແລ້ວ.”

ທ່ານ ວິນ​ແມນ ໄດ້​ກ່າວ​ວ່າ ການ​ຂໍ​ຮ້ອງ​ຂອງ​ທ່ານ ທ​ຣຳ ໃຫ້​ສືບ​ສວນ​ທ່ານ ໄບ​ເດັນ “ບໍ່​ໄດ້​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ສະ​ຫະ​ລັດ” ແລະ ບໍ່​ແມ່ນ​ພາກ​ສ່ວນ​ຂອງ​ຈຸດ​ປະ​ສົງ​ທີ່​ທ່ານ ວິນ​ແມນ ແລະ ຄົນ​ອື່ນ​ໄດ້​ກະ​ກຽມ​ສຳ​ລັບ​ທ່ານ ທ​ຣຳ ກ່ອນ​ການ​ໂທ​ລະ​ສັບ​ນັ້ນ.

ທ່ານ ວິ​ນ​ແມນ ໄດ້​ປາ​ກົດ​ຕົວ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ໃນ​ຊຸດ​ທະ​ຫານ​ບົກ​ຂອງ​ທ່ານເຕັມ​ຊຸດ, ລວມ​ທັງຫຼຽນ​ກາ​ສຳ​ລັບ​ການ​ບາດ​ເຈັບ​ຈາກ​ສົງ​ຄາມ ອີ​ຣັກ.

ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ທ່ານ ວິນ​ແມນ ແມ່ນ “ຂ້າ​ລັດ​ຖະ​ການ​ລຳ​ອຽງ​ລະ​ດັບ​ຕ່ຳ.” ທ່ານ ວິ​ນ​ແມນ ໄດ້​ເອີ້ນ​ການ​ໂຈມ​ຕີໃສ່ຂ້າ​ລັດ​ຖະ​ການ​ທີ່​ໃຫ້​ປາກ​ຄຳວ່າ “ຄວນ​ຖືກ​ຕິ​ຕຽນ,” ໃນ​ຂະ​ນະ​ທີ່​ກ່າວ​ເນັ້ນ​ວ່າ ທ່ານບໍ່​ໄດ້​ລຳ​ອຽງ 100 ເປີ​ເຊັນ ແລະ ໄດ້​ມາ​ເພື່ອ​ບອກ​ຂໍ້​ເທັດ​ຈິງ​ເທົ່າ​ນັ້ນ.

ທ່ານ​ນາງ ເຈັນ​ນີ​ເຟີ ວິ​ລ​ລຽມ​ສ໌, ທີ່​ປຶກ​ສາ​ການ​ຕ່າງ​ປະ​ເທດ​ສຳ​ລັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ ກໍ​ໄດ້​ໃຫ້​ປາກ​ຄຳ​ໃນ​ວັນ​ອັງ​ຄານ​ວານນີ້​ເຊັ່ນ​ກັນ. ທ່ານ​ນາງ​ໄດ້​ຍິນ​ການ​ລົມ​ໂທ​ລະ​ສັບ ແລະ ໄດ້​ກ່າວ​ວ່າ ການ​ຂໍ​ຮ້ອງ​ຂອງ​ທ່ານ ທ​ຣຳ ເພື່ອ​ສືບ​ສວນ​ທ່ານ ໄບ​ເດັນ ແມ່ນ “ຜິດ​ປົກ​ກະ​ຕິ” ເພາະ​ວ່າ​ມັນ​ລວມ​ມີ “ບັນ​ຫາ​ການ​ເມືອງ​ພາຍ​ໃນ​ປະ​ເທດ” ແລະ ບໍ່​ແມ່ນ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ.

ທ່ານ​ນາງ ວິ​ລ​ລຽມ​ສ໌ ໄດ້​ກ່າວ​ວ່າ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ເຈົ້າ​ໜ້າ​ການ​ຕ່າງ​ປະ​ເທດ 14 ປີ​ຂອງ​ທ່ານ​ນາງ​ນັ້ນ, ທ່ານ​ນາງໄດ້​ຍິນ​ການ​ໂທ​ລະ​ສັບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຫຼາຍ​ຄົນ ແຕ່ບໍ່​ມີອັນ​ໃດ​ຄື​ກັບ​ສິ່ງ​ທີ່​ທ່ານ ທ​ຣຳ​ ໄດ້​ຂໍ.

ຫຼັງ​ຈາກ​ການ​ພັກ​ຜ່ອນ, ຄະ​ນະ​ກຳ​ມະ​ການ​ກໍ​ໄດ້​ຟັງ​ການ​ໃຫ້​ປາ​ກ​ຄຳ​ຈາກ​ພິ​ຍານ​ອີກ​ສອງ​ຄົນຄື​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຄີດ ໂວ​ລ​ເກີ, ອະ​ດີດ​ທູດ​ພິ​ເສ​ດ ສະ​ຫະ​ລັດ ປະ​ຈຳ ຢູ​ເຄ​ຣນ ກັບທ່ານ ທິມ ມໍ​ຣິ​ສ​ສັນ ອຳ​ນວຍ​ການພະ​ແນກ​ບັນ​ຫາ​ໃນ​ທະ​ວິບ​ ຢູ​ໂຣບ ຂອງ​ສະ​ພາ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG