ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຄື່ອນ​ໄຫວ ເພື່ອເຮັດ​ໃຫ້​ການ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ເນ​ໂຕ້ ຂອງ​ສະ​ວີ​ເດັນ ແລະຟິນ​ແລນ ຍັບ​ເຂົ້າໃກ້​​ອີກ​​ກ້າວ​ນຶ່ງ


US Moves Finland's, Sweden’s Accession to NATO a Step Closer
please wait

No media source currently available

0:00 0:02:15 0:00

ລາຍງານ ສະ​ຫະ​ລັດ ທຳ​ການເຄື່ອນ​ໄຫວ ​ເພື່ອເຮັດ​ໃຫ້​ການ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ເນ​ໂຕ້ ຂອງ​ສະ​ວີ​ເດັນ ແລະຟິນ​ແລນ ໃກ້​ເຂົ້າ​ໄປ​​ອີກ​ບາດ​​ກ້າວ​ນຶ່ງ

ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ, ໃນຂະນະທີ່ສະຫະລັດສໍາເລັດ​ເສັດ​ສິ້ນຂັ້ນຕອນສຸດທ້າຍ ໃນການ​ໃຫ້​ສັດ​ຕະ​ຍາ​ບັນ ​ຕໍ່ການຂະຫຍາຍໂຕຂອງອົງການ NATO ໂດຍລວມເອົາສະວີເດັນ ແລະ ຟິນແລນເຂົ້າຮ່ວມນຳ. ນັກຂ່າວ VOA ປະຈໍາທໍານຽບ 5 ແຈ ຄາຣລາ ບາບ (Carla Babb) ມີລາຍງານ ກ່ຽວກັບການຂະຫຍາຍໂຕຄັ້ງ​ສຳ​ຄັນສຸດໃນຮອບຫຼາຍກວ່າສອງທົດສະວັດຂອງອົງການ NATO, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຮັບຮອງການເຂົ້າເປັນສະມາຊິກອົງການ NATO ຢ່າງເປັນທາງການຂອງຟິນແລນ ແລະສະວີເດັນ ໃນວັນອັງຄານແລ້ວນີ້, ເຊິ່ງເປັນການຕອບໂຕ້ໂດຍກົງຕໍ່ການຮຸກຮານຢູເຄຣນ ຂອງ ຣັດເຊຍ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ:

“ແລະໃນຊ່ວງເວລານຶ່ງ ເມື່ອປະເທດຣັດເຊຍ ຂອງທ່ານປູຕິນ ໄດ້ທໍາລາຍສັນຕິພາບ ແລະຄວາມໝັ້ນຄົງໃນຢູໂຣບຈົນແຕກສະຫຼາຍ, ເມື່ອພວກ​ຜູ້​ນຳຜະເດັດການກໍາລັງທ້າທາຍກ​ານ​ປົກ​ຄອງ​ທີ່​ມີກົດລະບຽບ​ທີ່ເປັນພື້ນຖານທີ່ສຸດ, ເມື່ອນັ້ນ ຄວາມເຂັ້ມແຂງຂອງພັນທະມິດຂ້າມມະຫາສະໝຸດແອັດແລນຕິກ ແລະຄວາມມຸ້ງໝັ້ນຂອງອາເມຣິກາທີ່ມີຕໍ່ອົງການ NATO ຍິ່ງມີຄວາມສໍາຄັນຫຼາຍກວ່າທີ່ມັນເຄີຍມີມາ.”

ປະເທດຟິນແລນ ແລະສະວີເດັນ ຈະເພີ້ມກໍາລັງທາງທະຫານພຽງ​ເລັກ​ນ້ອຍ ແຕ່ເປັນກອງທັບທີ່ເຂັ້ມແຂງທັນ​ສະ​ໄໝສໍາລັບປະເທດພັນທະມິດ, ແລະການເຂົ້າເປັນສະມາຊິກອົງການ NATO ຂອງປະເທດຟິນແລນ ຈະເປັນການຂະຫຍາຍເຂດຊາຍແດນອົງການ NATO ທີ່ມີກັບຣັດເຊຍນັ້ນເຖິງ 1,300 ກິໂລແມັດ, ເຊິ່ງທ່ານແບຣດລີ ບາວແມນ (Bradley Bowman) ຈາກກອງທຶນ​ປົກ​ປ້ອງປະຊາທິປະໄຕກ່າວວ່າ ຈະມີຜົນກະທົບໂດຍກົງຕໍ່ການຄໍານວນຂອງທ່ານປູຕິນ, ເຊິ່ງທ່ານໄດ້ກ່າວຜ່ານທີມວ່າ:

“ຖ້າຫາກພວກ​ທ່ານເປັນຜູ້ວາງແຜນຂອງກອງທັບຣັດເຊຍ ຫຼື ຖ້າທ່ານເປັນວລາດີເມຍ ປູຕິນ, ແລະທ່ານກໍາລັງພິຈາລະນາເຖິງການ​ຮຸກ​ຮານ​ຕໍ່ອົງການ NATO ແລະທ່ານກໍກໍາລັງວາງແຜນເພື່ອບາງທີລົງມືປະຕິບັດການຢູ່ໃນຂົງເຂດທະເລດໍາ ຫຼືບ່ອນໃດບ່ອນນຶ່ງ, ຫຼືແມ່ນແຕ່ຢູ່ໃນຂົງເຂດທະເລບາລຕິກ, ທ່ານຈໍາເປັນທີ່ຈະຕ້ອງສັງເກດວ່າ ແມ່ນຫຍັງທີ່ກໍາລັງເຂົ້າມາຫາທ່ານ ຈາກປະເທດຟິນແລນ ຖ້າ​ທ່ານ​ເຮັດ​ສິ່ງນັ້ນນັ້ນ.”

ລັດຖະມົນຕີກະຊວງປ້ອງກັນປະເທດສະ​ຫະ​ລັດ ທ່ານລອຍ ອອສຕິນ ໄດ້ເດີນທາງໄປຢ້ຽມຢາມກອງກໍາລັງທະຫານອາເມຣິກັນຢູ່ໃນປະເທດລັດເວຍ ເຊິ່ງຕັ້ງຢູ່ໃນຂົງເຂດທະເລບາລຕິກ ນຶ່ງມື້ລຸນຫຼັງທີ່ສະຫະລັດ ປະກາດໃຫ້ເງິນທຶນຊ່ວຍເຫຼືອທາງກອງທັບກ້ອນໃໝ່ຈໍານວນ 1 ຕື້ໂດລາໃຫ້ແກ່ປະເທດຢູເຄຣນ, ເຊິ່ງເປັນການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຈາກ​ຄັງ​ອາ​ວຸດ​ຂອງສະຫະລັດໃຫ້ແກ່ລັດຖະບານກີຢິບທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາຈົນເຖິງປັດຈຸບັນນີ້.

ຣັດເຊຍ ໄດ້ເຮັດໃຫ້ກອງທັບຢູເຄຣນ ມີຜູ້ບາດເຈັບລົ້ມຕາຍລົງຢ່າງຫຼວງຫຼາຍ, ແຕ່ທໍານຽບ 5 ແຈກ່າວວ່າ ຢູເຄຣນ ຍັງຄົງສາ​ມາດໃຊ້ອາວຸດຕ່າງໆທີ່ຈັດສັນໃຫ້ໂດຍບັນດາປະເທດຕາເວັນຕົກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ອັນໄດ້ເຮັດໃຫ້ຣັດເຊຍ ສູນເສຍລົດຫຸ້ມເກາະຢູ່ໃນຢູເຄຣນໄປເຖິງ 3,000 ຫາ 4,000 ຄັນ ແລະກອງກໍາລັງທາງທະຫານທີ່ຫຼາຍຂຶ້ນ.

ທ່ານໂຄລິນ ຄາລ (Colin Kahl), ຮອງລັດຖະມົນຕີກະຊວງປ້ອງກັນປະເທດຮັບ​ຜິດ​ຊອບດ້ານນະໂຍບາຍກ່າວວ່າ:

“ມີຄວັນໝອກຈໍານວນຫຼາຍຢູ່ໃນສົງຄາມ. ແຕ່ພວກທ່ານຮູ້ບໍ, ຂ້າພະເຈົ້າຄິດວ່າມັນມີຄວາມປອດໄພ ທີ່ຈະເປີດເຜີຍວ່າ ປັດຈຸບັນນີ້ຝ່າຍຣັດເຊຍອາດຈະມີຜູ້ບາດເຈັບ ແລະເສຍຊີວິດເຖິງ 7 ໝື່ນ ຫຼື 8 ໝື່ນຄົນໃນເວລາໜ້ອຍກວ່າ 6 ເດືອນ.”

ມີຂຸມຝັງສົບເພີ້ມຂຶ້ນ ຢູ່ເມືອງບຸດຈາ ໃນອາທິດນີ້, ໃນຂະນະທີ່ປະຊາຊົນຢູ່ໃນທ້ອງຖິ່ນໄດ້ຝັງສົບຜູ້ເຄາະຮ້າຍທີ່ບໍ່ສາມາດລະບຸຊື່ໄດ້ເປັນເວລາຫຼາຍເດືອນລຸນຫຼັງການຮຸກຮານຂອງຣັດເຊຍ.

ມີຄວັນກຸ້ມ​ຂຶ້ນເປັນຈໍານວນຫຼາຍຈາກຖານທັບຂອງຣັດເຊຍຢູ່ໃນແຫຼມໄຄຣເມຍ ໃນຕອນເຊົ້າວັນອັງຄານແລ້ວນີ້ລຸນຫຼັງທີ່ມີສຽງດັງ​ຢ່າງຮຸນແຮງຈາກ​ເຫດລະເບີດ.

ຜູ້ປົກຄອງແຂວງໄຄຣເມຍກ່າວວ່າ ມີຜູ້ເສຍຊີວິດນຶ່ງຄົນຈາກເຫດການລະເບີດດັ່ງກ່າວ.

ເຈົ້າໜ້າທີ່ຂັ້ນສູງທາງທະຫານຂອງຢູເຄຣນກ່າວວ່າ ຢູເຄຣນ ຢູ່ເບື້ອງຫຼັງການໂຈມຕີດັ່ງກ່າວ, ໃນຂະນະທີ່ຣັດເຊຍ ອ້າງວ່າ ເຫດລະເບີດດັ່ງກ່າວແມ່ນເກີດຈາກການລະເບີດຂອງອາວຸດຕ່າງໆ ຢູ່ໃນຖານທັບຂອງພວກເຂົາເຈົ້າເອງ.

A harsh blow to Russian President Vladimir Putin, as the U.S. has now completed its final step in ratifying NATO’s expansion to include Sweden and Finland. VOA Pentagon correspondent Carla Babb reports on the most significant expansion of the military alliance in more than two decades, which now needs just seven more countries for completion.

U.S. President Joe Biden on Tuesday officially endorsing Finland's and Sweden’s accession to NATO, a direct response to Russia’s invasion of Ukraine.

President Joe Biden

“And in a moment when Putin's Russia has shattered peace and security in Europe, when autocrats are challenging the very foundations of a rule-based order, the strength of the Transatlantic Alliance and America's commitment to NATO is more important than it has ever been.”

The Finns and Swedes will add small but advanced militaries to the alliance, and Finland’s accession will expand NATO’s border with Russia by more than 1,300 kilometers, which Foundation for Defense of Democracies' Bradley Bowman says will directly affect Putin’s calculus.

Bradley Bowman, Foundation for Defense of Democracies byTeams

“If you’re a Russian military planner or you’re Vladimir Putin and you’re contemplating aggression against NATO, and you’re planning to maybe do it in the Black Sea region or somewhere else, or even in the Baltics, you have to be wondering what could be coming at you from Finland if you do that.”

Secretary of Defense Lloyd Austin visited American troops in the Baltic nation of Latvia a day after the U.S. announced a new $1 billion military aid package for Ukraine, the largest drawdown of U.S. military stockpiles for Kyiv to date.

Russia has caused heavy casualties for Ukrainian forces, but the Pentagon says Ukraine continues to effectively use weapons provided by the West, with Russia losing 3,000 to 4,000 armored vehicles in Ukraine and even more troops.

Colin Kahl, US Undersecretary of Defense for Policy

“There's a lot of fog in war. But you know, I think it's safe to suggest that the Russians are probably taking 70 or 80,000 casualties in less than six months now.”

More graves in Bucha this week, as citizens buried unidentified victims months after Russia’s occupation.

Smoke bellowed from a Russian base in Crimea Tuesday morning after a loud explosion.

Crimea’s governor said one person was killed in the blast.

A senior Ukrainian military official says Ukraine was behind the attack, as Russia claims the explosion was from its own detonation of ammunition on the base.

XS
SM
MD
LG