ຈົນເຖິງຂະນະນີ້ ລະບົບສາທາລະນະສຸກທີ່ຮັບມືກັບການແຜ່ລະບາດຂອງພະຍາດໝາກສຸກລີງ ຫຼື monkeypox ຢູ່ໃນສະຫະລັດ ແມ່ນພົບກັບຄວາມລົ້ມແຫຼວໃນການປ້ອງກັນທີ່ສໍາຄັນກັບການແຜ່ລະບາດຂອງພະຍາດຢູ່ໃນຊຸມຊົນ, ເຊິ່ງນໍາໄປສູ່ການຮຽກຮ້ອງໃຫ້ມີການປະເມີນຜົນ ກ່ຽວກັບຍຸດທະສາດເພື່ອຈໍາກັດການແຜ່ລະບາດຂອງພະຍາດດັ່ງກ່າວ.
ນັບຕັ້ງແຕ່ມີລາຍງານກ່ຽວກັບຜູ້ທີ່ຕິດເຊື້ອຢູ່ໃນສະຫະລັດຄັ້ງທໍາອິດ ເມື່ອວັນທີ 17 ພຶດສະພາ, ຈໍານວນໂຕເລກຂອງຜູ້ທີ່ຕິດເຊື້ອເພີ້ມຂຶ້ນຢ່າງໄວວາມາເປັນ 5,000 ກໍລະນີ ໂດຍສ່ວນຫຼາຍແມ່ນພົບໃນຈໍານວນຜູ້ຊາຍທີ່ມີເພດສໍາພັນກັບຜູ້ຊາຍດ້ວຍກັນ.
ເຖິງແມ່ນວ່າການລາຍງານກ່ຽວກັບໂຕເລກຂອງກໍລະນີຕິດເຊື້ອ ຈະກະຈາຍໄປຕາມໜ່ວຍງານທີ່ແຕກຕ່າງກັນໃນທົ່ວປະເທດ, ເບິ່ງຄືວ່າ ສະຫະລັດມີຈໍານວນຜູ້ຕິດເຊື້ອຫຼາຍກວ່າ 25 ເປີເຊັນຂອງຈໍານວນກໍລະນີຢູ່ໃນທົ່ວໂລກ ທີ່ລະບຸໃນຊ່ວງການລະບາດຢູ່ປັດຈຸບັນນີ້, ເຊິ່ງອົງການອະນາໄມໂລກ ຫຼື WHO ໄດ້ລະບຸວ່າເປັນ “ພາວະສຸກເສີນທາງດ້ານສາທາລະນະສຸກທີ່ໜ້າເປັນຫ່ວງລະຫວ່າງປະເທດ.”
ບັນດາຜູ້ຊ່ຽວຊານທາງດ້ານໂຣກຕິດຕໍ່ ມີຄວາມຮູ້ສຶກຜິດຫວັງກັບສິ່ງທີ່ພວກເຂົາເຈົ້າເຫັນ ກ່ຽວກັບການຂາດຄວາມຕື່ນໂຕແບບຮີບດ່ວນຂອງໜວ່ຍງານຕ່າງໆທາງດ້ານສາທາລະນະສຸກຂອງສະຫະລັດ ໃນຊ່ວງອາທິດຕົ້ນໆຂອງການລະບາດຄັ້ງທໍາອິດ.
ທ່ານໝໍວາຟາ ເອລ-ຊາດຣ໌ (Wafaa El-Sadr), ຜູ້ກໍ່ຕັ້ງ ແລະຜູ້ອໍານວຍການຂອງ ICAP ແຫ່ງໂຮງຮຽນສາທາລະນະສຸກເມລແມນ ຢູ່ທີ່ມະຫາວິທະຍາໄລໂຄລໍາເບຍ ບອກກັບ VOA ວ່າ “ສິ່ງທີ່ຂ້າພະເຈົ້າໄດ້ຄາດຫວັງທີ່ຈະເຫັນນັ້ນ ຈະຕ້ອງມີການຮັບມືທີ່ມີລັກສະນະເຂັ້ມແຂງ ອີງຕາມບົດຮຽນພື້ນຖານທີ່ພວກເຮົາໄດ້ຮຽນຈາກການລະບາດຂອງພະຍາດໂຄວິດ-19, ເຊັ່ນດຽວກັບບົດຮຽນຕ່າງໆທີ່ພວກເຮົາໄດ້ຈາກການຮັບມືກັບພະຍາດ HIV.”
ທ່ານໝໍ ເອລ-ຊາດຣ໌ ກ່າວຕື່ມວ່າ “ເມື່ອພວກເຈົ້າປະເຊີນກັບການລະບາດ, ສິ່ງສໍາຄັນທີ່ສຸດຄື ພວກເຈົ້າຈະຕ້ອງລົງມືປະຕິບັດຢ່າງຮີບດ່ວນ, ພວກເຈົ້າຈໍາເປັນຕ້ອງລວບລວມກໍາລັງ, ພວກເຈົ້າຈໍາເປັນຕ້ອງລວມເອົາຄວາມສາມາດຕ່າງໆຂອງພວກເຈົ້າທັງໝົດທີ່ມີມາດໍາເນີນງານຮ່ວມກັນໃຫ້ໄວທີ່ສຸດ ເພື່ອໃຫ້ສາມາດດໍາເນີນການໃນສິ່ງທິ່ຈໍາເປັນ.”
ໃນການປະເຊີນກັບການຕໍາໜິຕິຕຽນຕ່າງໆໃນຊ່ວງທ້າຍຂອງເດືອນມິຖຸນາ, ທໍານຽບຂາວ ໄດ້ປະກາດໃນອັນທີ່ຮ້ອງວ່າ “ໄລຍະທໍາອິດ” ຂອງຍຸດທະສາດແຫ່ງຊາດກ່ຽວກັບຢາວັກຊີນສໍາລັບພະຍາດໝາກສຸກລີງ ເພື່ອ “ຊ່ວຍປ້ອງກັນການລະບາດຂອງພະຍາດໃນທັນທີ ໂດຍການແຈກຢາຍຢາວັກຊີນໃນທົ່ວປະເທດສໍາລັບຜູ້ທີ່ມີຄວາມສ່ຽງສູງ.” ຝ່າຍບໍລິຫານກ່າວວ່າ ພວກເຂົາເຈົ້າຈະ “ຈັດສັນຢາວັກຊີນໃຫ້ກັບຊຸມຊົນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແລະບັນເທົາການລະບາດຂອງພະຍາດດັ່ງກ່າວໃຫ້ໄວທີ່ສຸດ.”