ເງິນໂດລ່າອາເມຣິກັນ ເປັນເງິນຕາສະກຸນນຶ່ງ ທີ່ມີຄົນນິຍົມ
ໃຊ້ກັນຫຼາຍຢູ່ໃນທົ່ວໂລກ. ສະນັ້ນ ມັນຈຶ່ງເປັນການສຳຄັນ
ຫຼາຍ ທີ່ຈະຕ້ອງຮັບປະກັນໃຫ້ ເງິນໂດລ່າອາເມຣິກັນ ເປັນ
ເງິນທີ່ມີລັກສະນະທີ່ໂດດເດັ່ນ ແລະໜ້າເຊື່ອຖື. ນັ້ນຄືພາລະ
ໜ້າທີ່ຂອງທະບວງກົມນຶ່ງຂອງລັດຖະບານສະຫະລັດ ທີ່ໄດ້
ພິມ ທະນາບັດອາເມຣິກັນ ມາໄດ້ດົນກວ່າ 150 ປີແລ້ວ.
Julie Taboh ຜູ້ສື່ຂ່າວວີໂອເອ ໄດ້ໄປຢ້ຽມຢາມຕຶກສູນ
ກາງພິມເງິນໂດລ່າທີ່ນະຄອນຫຼວງວໍຊິງຕັນ ເພື່ອໄປເບິ່ງໃຫ້
ເຫັນດ້ວຍຕົນເອງວ່າ ເງິນໂດລ່າສະຫະລັດນັ້ນ ພິມກັນຢ່າງ
ໃດ. ດາຣາ ມີລາຍລະອຽດ ມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ກົມແກະສະຫຼັກແລະພິມເງິນຂອງສະຫະລັດ ພິມທະນາບັດອອກມາ ຫຼາຍລ້ານໂດລ່າ
ໃນແຕ່ລະມື້ ຢູ່ໂຮງພິມ ທີ່ລັດເທັກຊັສ ແລະນະຄອນຫຼວງວໍຊິງຕັນ ຊຶ່ງເປັນແຫຼ່ງພິມເງິນ
ທີ່ໃຫຍ່ທີ່ສຸດແຫ່ງນຶ່ງ ໃນໂລກ.
ກົມພິມເງິນຂອງສະຫະລັດ ໄດ້ສ້າງຕັ້ງຂຶ້ນໃນປີ 1862 ພາຍໃຕ້ລັດຖະບານຂອງປະທາ ນາທິບໍດີ Abraham Lincoln ໃນລະຫວ່າງສົງຄາມກາງເມືອງ.
ທ່ານ Larry Felix ຜູ້ອຳນວຍການກົມພິມເງິນ ເວົ້າວ່າ ກໍາ ມະວິທີໃນການພິມທະນາບັດ
ຕັ້ງແຕ່ເລີ່ມຕົ້ນ ຈົນເຖິງຂັ້ນສໍາ ເລັດສົມບູນນັ້ນ ນັບວ່າເປັນຂັ້ນຕອນທີ່ສະລັບຊັບຊ້ອນທີ່ສຸດ.
ທ່ານ Felix ເວົ້າວ່າ: “ມັນເບິ່ງຄືມີນໍ້າ ໝຶກຢູ່ໜ້າເຈ້ຍ ແລະມັນກໍແມ່ນນໍ້າ ໝຶກຢູ່ໜ້າ
ເຈ້ຍ ແຕ່ວ່າ ມັນກໍມີຫຼາຍໆລະບົບພິເສດ ທີ່ປາກົດຢູ່ໃນໃບທະນາບັດ ນັ້ນ.”
A worker at the Bureau of Engraving and Printing examines sheets of US currency before they are made into wallet-ready bills . (J. Taboh/VOA)
(
ຂັ້ນທໍາ ອິດຂອງການພິມເງິນ ເລີ່ມຕົ້ນດ້ວຍການສອດສີຮອງພື້ນກ່ອນ. ຕໍ່ຈາກນັ້ນ ກະດາດ
ພິມຈະຖືກເອົາປະກົບໃສ່ແຜ່ນແກະສະຫຼັກເປັນໃບໂດລ່າຕ່າງໆ ທີ່ມີນໍ້າ ມຶກຕິດໄວ້ແລ້ວ.
ກໍາ ມະວິທີໃຊ້ແມ່ພິມແກະສະລັກຕິດໝຶກແບບນີ້ ທີ່ເອີ້ນວ່າ intaglio ນັ້ນ ເຮັດໃຫ້ທະນາບັດ
ຂອງສະຫະລັດ ມີລັກສະນະພິເສດ.
ທ່ານ Felix ເວົ້າວ່າ: “ສະຫະລັດ ໃຊ້ແມ່ພິມແກະສະລັກ ເກືອບວ່າຫຼາຍກວ່າປະເທດ
ອື່ນໃດ ເພາະວ່າເຮົາໃຊ້ແທ່ນພິມ ທັງດ້ານໜ້າແລະດ້ານຫຼັງຂອງເງິນ.”
ຫຼັງຈາກນັ້ນ ກໍໃສ່ເລກລໍາດັບ ແລະກາປະທັບ ຂອງເງິນແຕ່ລະໃບ.
ທ່ານ Felix ເວົ້າອີກວ່າ: “ພວກເຮົາສອດລັກສະນະພິເສດເຫຼົ່ານີ້ໃສ່ໃນໃບທະນາບັດ
ກໍເພື່ອຊ່ວຍບັນດາຜູ້ໃຊ້ເງິນທັງຫຼາຍ ຄືເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າສາມາດບອກ
ໄດ້ວ່າ ເງິນໃບນັ້ນປອມຫຼືບໍ່ປອມ? ພວກເຮົາຈະຄອຍ ຕິດຕາມເບິ່ງໄພຂົ່ມຂູ່ຕໍ່ທະນາ
ບັດ ໃນແງ່ຂອງເທັກໂນໂລຈີ່ດິຈິຕອລຢູ່ສະເໝີ ແລະພວກເຮົາກໍຄາດການເຖິງໄພຂົ່ມ
ຂູ່ເຫຼົ່ານັ້ນ ແລະກໍອອກແບບ ລັກສະນະພິເສດເຫຼົ່ານັ້ນໃສ່ໃນໃບທະນາບັດ ເພື່ອປ້ອງ
ກັນການປອມແປງ.”
ທ່ານ ນາງ Rosie Rios ເປັນ Treasurer ຫຼື ນາຍຄັງ ກໍຄືເຈົ້າໜ້າທີ່ກະຊວງການເງິນ
ສະຫະລັດ ທີ່ຮັບຜິດຊອບການອອກທະນາບັດ ການພິມເງິນ ແລະການຫລໍ່ເງິນຫຼຽນທັງ
ໝົດຂອງສະຫະລັດ ທັງເປັນຜູ້ເຊັນໃບທະນາບັດ ຮ່ວມກັບ ລັດຖະມົນຕີກະຊວງການເງິນ ຫຼື Secretary of the Treasury.
ທ່ານນາງ ຣີໂອສ ເວົ້າວ່າ: “ເງິນທະນາບັດຂອງສະຫະລັດ ແມ່ນມີເອກກະລັກພິເສດ
ທີ່ສຸດ ຍ້ອນຫຼາຍໆເຫດຜົນດ້ວຍກັນ.”
ທ່ານນາງ ຣີໂອສ ມີໜ້າທີ່ກໍາ ກັບຊີ້ນໍາ ກົມແກະສະຫຼັກແລະພິມເງິນ ແລະກົມຫຼໍ່ຫຼຽນ
ເງິນຂອງສະຫະລັດໂດຍກົງ ຊຶ່ງເປັນສອງກົມຕ່າງກັນ ທີ່ຢູ່ພາຍໃຕ້ກະຊວງການເງິນ.
ທ່ານນາງເວົ້າວ່າ ເຖິງແມ່ນຈໍາ ນວນສ່ວນຮ້ອຍ
ຂອງເງິນປອມ ທີ່ມີໝຸນໃຊ້ ຢູ່ໃນເສດຖະກິດຈະ
ຍັງນ້ອຍຫຼາຍ ຢູ່ໃນປັດຈຸບັນນີ້ກໍຕາມ ແຕ່ລັດຖະ
ບານສະຫະລັດ ກໍຍັງຄົງສືບຕໍ່ປັບປ່ຽນການອອກ
ແບບເງິນທະນາບັດຂອງອາເມຣິກາໄປເລື້ອຍໆ
ເພື່ອໃຫ້ຢູ່ລໍ້າາ ໜ້າເທັກໂນໂລຈີ່ສະໄໝໃໝ່ ແລະ
ພວກນັກປອມແປງເງິນ ທີ່ເກ່ງທາງເທັກໂນໂລຈີ່.
ທ່ານນາງຊີ້ໄປໃສ່ເງິນໃບ 100 ໂດລ່າ ທີ່ອອກແບບໃໝ່ໆ ເປັນຕົວຢ່າງ.
ທ່ານນາງ ຣີໂອສ ເວົ້າວ່າ: “ສິ່ງ ນຶ່ງໃນຫຼາຍໆສິ່ງທໍາ ອິດ ທີ່ເຮົາຈະສັງເກດເຫັນຢູ່ໃນ
ເງິນໃບຮ້ອຍໃໝ່ ທີ່ນໍາ ອອກໃຊ້ໃນເດືອນຕຸລາ ປີ 2013 ນັ້ນ ກໍຄືແຖບຣິບບິ້ນສີຟ້າ
ລະບົບສາມມິຕິ ຫຼື 3-D ທີ່ປ້ອງກັນການປອມແປງ.”
ທັງແຖບຣິບບິ້ນສີຟ້າ ແລະລັກສະນະພິເສດປ້ອງກັນການປອມແປງອື່ນໆ ເຮັດໃຫ້ຜູ້ໃຊ້
ເງິນ ສາມາດບອກໄດ້ງ່າຍຂຶ້ນວ່າ ເງິນປອມຫຼືບໍ່ປອມ ແລະເຮັດໃຫ້ປອມແປງເງິນໄດ້ຍາກ
ຫຼາຍຂຶ້ນ ເຊັ່ນກັນ.
ທ່ານນາງ ຣີໂອສ ເວົ້າວ່າ: “ ເງິນຕາສະຫະລັດ ເປັນທີ່ຍອມຮັບແລະເຊື່ອຖືກັນຢູ່ໃນ
ທົ່ວໂລກ. ຄືໃຜໆກໍຮູ້ຈັກເງິນໂດລ່າ. ສະນັ້ນ ພວກເຮົາຈຶ່ງຢາກໃຫ້ທຸກຄົນໝັ້ນໃຈ
ວ່າ ພວກເຮົາຜະລິດສິ່ງທີ່ໄວ້ວາງໃຈໄດ້ ມີຄວາມປອດໄພ ແລະກໍສາມາດສືບຕໍ່ ໃຊ້ເງິນຕານີ້ໄດ້ຕໍ່ໄປ ໃນອະນາຄົດ.”
ແລະຖ້າຫາກວ່າ ມີຜູ້ໃດຍັງຂ້ອງໃຈວ່າ ການທໍາາ ທຸລະກໍາາ ເງິນສົດ ກໍາາ ລັງຈະກາຍເປັນ
ເລື້ອງໃນອະດີດໄປແລ້ວນັ້ນ ທ່ານນາງ ຣິໂອສ ເວົ້າວ່າ ບໍ່ຕ້ອງເປັນຫ່ວງໃນເລື້ອງນີ້ດອກ.
ທ່ານນາງ ຣີໂອສ ເວົ້າວ່າ: “ເຖິງແມ່ນ ໄດ້ມີການທໍາາ ທຸລະກໍາາເງິນ ຈໍາ ນວນ
ມະຫາສານ ທາງລະບົບອີເລັກໂທຣນິກ ໃນໄລຍະສາມສີ່ປີຜ່ານມານີ້ ກໍຕາມ
ແຕ່ຈໍາ ນວນເງິນທະນາບັດທີ່ພວກເຮົາຜະລິດອອກມານັ້ນ ແທ້ໆແລ້ວ ແມ່ນໄດ້
ມີໂຕເລກເພີ່ມຂຶ້ນໄປເລື້ອຍໆ. ສະຫລູບແລ້ວ ກໍແມ່ນວ່າ ພວກເຮົາຍັງຜະລິດ
ເງິນທະນາບັດ ໂດຍສະເລ່ຍ ເຈັດພັນລ້ານໃບ ຕໍ່ປີຢູ່.”
60 ເປີເຊັນຂອງທະນາບັດເຫຼົ່ານີ້ ແມ່ນໝຸນໃຊ້ກັນ ຢູ່ນອກສະຫະລັດ ຊຶ່ງທ່ານນາງຣີໂອສ
ເວົ້າວ່າ ມັນເປັນເງິນຕາ ທີ່ຈະຢູ່ໃນຄວາມຮຽກຮ້ອງຕ້ອງການ ສືບຕໍ່ໄປອີກຫຼາຍໆປີ.
ວີດີໂອ: ນັກຂ່າວ Julie Taboh ລົມສູ່ຜູ້ດໍາ ເນີນລາຍການ VOA On Assignment
ຟັງ ກ່ຽວກັບການພິມເງິນ ຂອງສະຫະລັດ: