ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໄດ້ສະເໜີ ໃຫ້ຫລຸດ ງົບປະມານ ດ້ານປ້ອງກັນ ລູກສອນໄຟ ຂອງຕົນລົງ


US Missile Defense Cuts Worry Analysts
please wait

No media source currently available

0:00 0:02:09 0:00

ສະຫະລັດ ໄດ້ສະເໜີໃຫ້ຫລຸດງົບປະມານ ດ້ານປ້ອງກັນລູກສອນໄຟ ຂອງຕົນລົງໃນ
ຂະນະທີ່ຝ່າຍປໍລະປັກຣັດເຊຍ ຈີນ ອີຣ່ານ ແລະເກົາຫຼີເໜືອສືບຕໍ່ສ້າງຄວາມກ້າວ
ໜ້າທັນສະໄໝແລະເພີ້ມທະວີຄວາມສາມາດທາງດ້ານ ລູກສອນໄຟ ຂອງເຂົາເຈົ້າຢູ່
ຕໍ່ໄປ. ທຳນຽບຫ້າແຈ ອະທິບາຍເຖິງໂຄງການ ຫຼຸດເງິນ​ທຶນ ຂອງ​ອົງ​ການ​ປ້ອງ​ກັນ​ລູກ​
ສອນໄຟຈາກ 9 ພັນ 9 ຮ້ອຍລ້ານໂດລາໃນປີກາຍນີ້ລົງສູ່ 9 ພັນ 4 ຮ້ອຍລ້ານໂດລາ
ໃນງົບປະມານປີນີ້ ໃນການ ຫັນປ່ຽນຈຸດເພັ່ງເລັງ ໄປໃສ່ນະວັດຕະກຳແລະເທັກໂນໂລ
ຈີ ລຸນຫລັງການຂະ ຫຍາຍໂຕຂອງຄວາມສາມາດທາງດ້ານປ້ອງກັນພາຍໃນບໍ່ຫລາຍ
ປີມານີ້. ແຕ່ດັ່ງທີ່ Brian Padden ລາຍງານມານັ້ນກໍແມ່ນວ່າ ພວກນັກວິເຄາະດ້ານ
ປ້ອງ ກັນປະ​ເທດ ພາກັນໂຕ້ແຍ້ງວ່າ ມີຄວາມຕ້ອງການເງິນທຶນຫຼາຍຂຶ້ນ ເພື່ອຮັບມື
ກັບໄພຂົ່ມຂູ່ຈາກ​ລູກ​ສອນ​ໄຟທີ່ເພີ້ມ​ຂຶ້ນຕໍ່ຄວາມປອດຂອງສະຫະລັດ ດັ່ງ ສາລີຈະ
ສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ອີງຕາມບົດທົບທວນຄືນ ດ້ານລູກສອນໄຟປ້ອງກັນຂອງທຳນຽບຫ້າແຈ ແພນຕາກອນ
ແລ້ວແມ່ນວ່າ ຈີນມີລູກສອນໄຟ​ນິວ​ເຄ​ລຍຢູ່ປະມານ 125 ລູກ ທີ່ສາມາດຂົ່ມຂູ່ຕໍ່ສະຫະ
ລັດໄດ້.

ຣັດເຊຍ ໄດ້ສ້າງຄວາມສາມາດ ດ້ານລູກສອນໄຟ ຄຣູສ ໄລຍະຍາວ ທີ່ສະ ຫະລັດກ່າວ
ວ່າ ເປັນການລະເມີດສັນຍາກຳລັງນິວເຄລຍໄລຍະປານກາງ ທັງ ຍັງອ້າງວ່າ ໄດ້ສ້າງ
ລູກສອນໄຟລຸ້ນໃໝ່ hypersonic hyper-fast ເພີ້ມເຂົ້າ ໃສ່ໃນສາງອາວຸດຍຸທະສາດ
ທີ່ກວ້າງໃຫຍ່ຢູ່ແລ້ວນັ້ນ.

ເກົາຫລີເໜືອ ໄດ້ເອົາໃຈໃສ່ຢ່າງຂຸ້ນຂ້ຽວ ເພື່ອຜະລິດລູກສອນໄຟຂີປະນາວຸດ ຂ້າມທະ
ວີບ ແລະອາດຈະຮື້ຟື້ນການທົດລອງຄືນໃໝ່ ຖ້າວ່າການເຈລະຈາກັບ ສະຫະລັດລົ້ມ
ແຫລວ.

ແລະເມື່ອບໍ່ດົນມານີ້ ອີຣ່ານ ກໍໄດ້ອ້າງວ່າ ມີລູກສອນໄຟຄຣູສໄລຍະໄກລູກນຶ່ງ ແລະໄດ້
ທົດລອງສົ່ງດາວທຽມຂຶ້ນ ແຕ່ບໍ່ສຳເລັດຜົນ ຊຶ່ງສະຫະລັດເວົ້າວ່າ ລະ ເມີດຂໍ້ຫ້າມຂອງ
ສະຫະປະຊາຊາດ ໂດຍການໃຊ້ເທັກໂນໂລຈີຂອງລູກສອນໄຟ ຂີປະນາວຸດ.

ລັດຖະບານຂອງທ່ານ ທຣຳໄດ້ເສີມຂະຫຍາຍລະບົບລູກສອນໄຟປ້ອງກັນ ທີ່ ໃຊ້ເຣ
ດາ ທີ່ມີພະລັງແຮງ ແລະລູກສອນໄຟສະກັດກັ້ນ ເພື່ອຍິງໃຫ້ຕົກ ລູກ ສອນໄຟທີ່ຍິງມາ.

ປັດຈຸບັນ ສະຫະລັດມີລູກສອນໄຟສະກັດກັ້ນຢູ່ 44 ລູກ ທີ່ຍິງຈາກໜ້າດິນ ທີ່ຕິດຕັ້ງໄວ້
ຢູ່ໃນອາລາສກາ ທີ່ມີຄວາມສາມາດບົ່ມຊ້ອນ ທີ່ຈະສະກັດກັ້ນ ລູກສອນໄຟໄລຍະຍາວ ກາງອາກາດ ຢູ່ສູງເທິງບັນຍາກາດ ທັງວາງແຜນວ່າ ຈະໃຫ້ມີຕື່ມ.

ລະບົບ Aegis ກັບ THAAD ແລະ Patriot ແມ່ນອອກແບບມາ ເພື່ອຮັບ ມືກັບລູກ
ສອນໄຟຂະໜາດກາງແລະໄລຍະສັ້ນ.

ຢ່າງໃດກໍດີ ພວກນັກວິເຄາະດ້ານຄວາມປອດໄພກໍເປັນຫ່ວງວ່າ ຂໍ້ສະເໜີຕັດ ງົປປະ
ມານ ຈະເຮັດໃຫ້ການພັດທະນາດັ່ງກ່າວຢຸດສະງັກ ດັ່ງທີ່ທ່ານນາງ ເຣິແບັກກາ ຈາກ
ສະຖາບັນ ຮັດສັນເວົ້າວ່າ: “ລັດຖະບານສະຫະລັດ ມີຄວາມຈຳເປັນຈະຕ້ອງເພີ້ມທະວີ ຄວາມສາມາດທາງດ້ານລູກສອນໄຟປ້ອງກັນ ໝາຍຄວາມວ່າຕ້ອງເສີມຂະຫຍາຍໂຄງ
ການທົດລອງ ບາງທີອາດໃຫ້ມີຈຳນວນລູກສອນໄຟສະກັດກັ້ນເພີ້ມຂຶ້ນ ໃນດິນແດນ
ຂອງ ສະ ຫະລັດ.”

ນອກຈາກນັ້ນແລ້ວ ສະຫະລັດຍັງຈະຕ້ອງໄດ້ລົງທຶນຫລາຍຂຶ້ນ ເພື່ອພັດທະນາ ເທັກໂນ
ໂລຈີ ເລເຊີ້ ເທິງອະວະກາດ ຊຶ່ງທ່ານນາງກ່າວວ່າ ຈະໄປທຳລາຍລູກ ສອນໄຟໃນເວລາ
ມັນຂຶ້ນໄປ ຫຼືຢູ່ໃນຂັ້ນເລີ້ມຕົ້ນ.

ມັນໄດ້ມີຄວາມເປັນຫ່ວງຄືກັນ ວ່າພວກລູກສອນໄຟຈະມີການຫັນປ່ຽນໄປຈາກ ພາກຕາ
ເວັນອອກກາງ ເພື່ອເພັ່ງເລັງໃສ່ໄພຂົ່ມຂູ່ຈາກເກົາຫລີເໜືອ.

ທ່ານເບນຳ ເບັນ ຕາລີບລູ ຈາກມຸນນິທິເພື່ອປ້ອງກັນປະຊາທິປະໄຕກ່າວວ່າ: “ພວກເຮົາ
ມີພັນທະມິດ ແລະພາຄີ ຢູ່ທັງສອງພາກສ່ວນຂອງໂລກ ຄືຢູ້ເຂດອ່າວ ເປີເຊຍ ແລະເອ
ເຊຍຕາເວນອອກສຽງເໜືອ ແລະມັນເປັນສ່ວນປະກອບ ຂອງ ພວກເຮົາ ເພື່ອປ້ອງກັນ
ແລະຮັກສາ ເພື່ອຕ້ານຢັນໄພຂົ່ມຂູ່ ຈາກລູກສອນໄຟ ຂອງ ອີຣ່ານ ແລະເກົາຫລີເໜືອ.”

ການເພີ້ມທະວີຈຳນວນລູກສອນໄຟຂີປະນາວຸດຈາກຝ່າຍປໍລະປັກຂອງອາເມຣິ ກາ ດັ່ງທີ່ພວກນັກວິເຄາະໄດ້ເວົ້າໄປນັ້ນ ກໍແມ່ນວ່າ ຈຳເປັນຕ້ອງໄດ້ໃຫ້ມີການ ລົງທຶນທໍ່ໆ
ກັນ ທາງດ້ານເທັກໂນໂລຈີລູກສອນໄຟປ້ອງກັນ.

The U.S. has proposed reducing its missile defense budget as adversaries Russia, China, Iran and North Korea continue to modernize and increase their missile capabilities. The Pentagon explains the projected decrease from $9.9 billion last year in Missile Defense Agency funding to $9.4 billion proposed in this year's budget as a shift in focus to innovation and technology after expanding homeland defense capabilities in recent years. But as VOA's Brian Padden reports, defense analysts argue more funding is needed to deal with the growing missile threat to the U.S. homeland.]]

According to the Pentagon's Missile Defense review, China has about 125 nuclear missiles that can threaten the U.S.

Russia has developed long range cruise missile capability that the U.S. says is a violation of the intermediate range nuclear forces treat, and claims to have developed a new hypersonic hyper-fast missile to add to its vast strategic arsenal.

North Korea has worked aggressively to develop intercontinental ballistic missiles, and could resume testing if nuclear talks with the U.S. fail.

And Iran recently introduced what it claims is a long range cruise missile, and conducted a failed satellite launch that the U.S. said violated a U.N. ban by using ballistic missile technology.

The Trump administration has expanded missile defense systems that use powerful radar and interceptor missiles to shoot down incoming missiles.

There are now 44 U.S. ground based interceptors concentrated in Alaska that can potentially stop long-range missile midflight, high in the upper atmosphere. More are planned.

The Aegis systems, along with THAAD and the Patriot batteries are designed to deal with mid and short range missiles.

However security analysts worry that proposed budget cuts could stagnate further development.

Rebeccah Heinrichs, Hudson Institute
"The U.S. government needs to increase its missile defense capability that means increasing their testing program, that means deploying more perhaps interceptors on the U.S. homeland."

The U.S. also needs to invest more in developing spaced based laser technology, she says, that can destroy missiles in the launch or boost phase.

There are concerns too that missile defense batteries have been shifted from the Middle East to focus on the North Korea threat.

Behnam Ben Taleblu, Foundation for Defense of Democracies
"We have allies and partners in both parts of the world, the Persian Gulf area and Northeast Asia, and it is integral for us to defend and hedge and offset the Iranian and North Korean missile threats."

The increasing proliferation of ballistic missiles by America's adversaries, these analysts say, requires an equal investment in missile defense technology.
XS
SM
MD
LG