ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ໄດ້ຫຼຸດການໂຈມຕີ ທາງອາກາດທົ່ວໂລກ ລົງຢ່າງຫຼວງຫຼາຍໃນປີ 2021


ໃນພາບວັນທີ 29 ສິງຫາ, 2021 ນີ້, ປະຊາຊົນ ອັຟການິສຖານ ກວດເບິ່ງເຮືອນຂອງຄອບຄົວ ອາມາດີ ຫຼັງຈາກການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ໃນນະຄອນ ກາບູລ, ອັຟການິສຖານ.
ໃນພາບວັນທີ 29 ສິງຫາ, 2021 ນີ້, ປະຊາຊົນ ອັຟການິສຖານ ກວດເບິ່ງເຮືອນຂອງຄອບຄົວ ອາມາດີ ຫຼັງຈາກການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ໃນນະຄອນ ກາບູລ, ອັຟການິສຖານ.

ກອງທັບ ສະຫະລັດ ໄດ້ດຳເນີນການໂຈມຕີທາງອາກາດ ໃນປີ 2021 ໜ້ອຍກວ່າທີ່ເຂົາເຈົ້າໄດ້ເຮັດ ໃນປີ 2020 ປະມານເຄິ່ງນຶ່ງ, ເຊິ່ງແມ່ນການປ່ຽນແປງທີ່ບັນດານັກວິເຄາະການປ້ອງກັນປະ ເທດກ່າວວ່າ ແມ່ນຍ້ອນຢ່າງໜ້ອຍເປັນສ່ວນນຶ່ງຂອງການຖອນຕົວອອກຈາກ ອັຟການິສຖານ ແລະ ການກ່າວຢໍ້າຂອງລັດຖະບານ ທ່ານ ໄບເດັນ ກ່ຽວກັບ ການທູດ ແທນທີ່ຈະໃຊ້ກຳລັງທະ ຫານ.

ອີງຕາມຂໍ້ມູນທີ່ຖືກເຜີຍແຜ່ໂດຍກອງທັບນັ້ນ, ການໂຈມຕີທາງອາກາດຂອງ ສະ ຫະລັດ ໃນ ອັຟການິສຖານ, ອີຣັກ, ຊີເຣຍ ແລະ ໂຊມາເລຍ ລວມທັງໝົດແມ່ນ 510 ຄັ້ງໃນປີກາຍນນີ້, ເຊິ່ງແມ່ນ 48.3 ເປີເຊັນຕໍ່າກວ່າການໂຈມຕີທາງອາກາດຂອງ ສະຫະລັດ 987 ຄັ້ງທີ່ໄດ້​ມີຂຶ້ນໃນເຂດສົງຄາມດຽວກັນໃນປີ 2020.

ວີໂອເອ ໄດ້ໃຊ້ການຢືນຢັນການໂຈມຕີທາງອາກາດທີ່ຖືກສະໜອງໃຫ້ໃນກອງປະຊຸມຖະແຫຼງຂ່າວໂດຍກອງບັນຊາການ ສະຫະລັດ ໃນ ອາຟຣິກາ ຫຼື AFRICOM ແລະ ບົດສະຫຼຸບກຳລັງທາງອາ ກາດທີ່ຖືກເຜີຍແຜ່ໂດຍກອງບັນຊາການ ກອງທັບອາກາດ ສະຫະລັດ ໃນ​ພາກ​ຕາ​ເວັນ​ອອ​ກາງ ຫຼື AFCENT ສຳລັບລາຍງານນີ້.

ແນວໃດກໍຕາມ, ວີໂອເອ ໄດ້ເລີ່ມສອບຖາມ ກ່ຽວກັບ ຂໍ້ມູນການໂຈມຕີທາງອາກາດທົ່ວໂລກ, ທີ່ເຈົ້າໜ້າທີ່ກອງທັບ ສະຫະລັດ ສອງຄົນໄດ້ຢືນຢັນວ່າຕົວເລກການໂຈມຕີທາງອາກາດທີ່ຖືກເປີດ ເຜີຍ, ເຊິ່ງບັນດານັກຂ່າວໄດ້ອາໄສເພື່ອຕິດຕາມການໂຈມຕີທີ່ວ່ານີ້, ແມ່ນພາບທີ່ບໍ່ສົມບູນຂອງຕົວເລກທັງໝົດຂອງການໂຈມຕີທາງອາກາດໃນໂລກທີ່ຖືກດຳເນີນໂດຍກອງທັບ ສະຫະລັດ. ນັບຕັ້ງ ແຕ່ປີ 2019, ໜ່ວຍປະຕິບັດການຮ່ວມ ເພື່ອຕອບໂຕ້ການກໍ່ການຮ້າຍທີ່ຖືກຕັ້ງຂຶ້ນໃນເຂດ​ພາກຕາເວັນອອກກາງ ໄດ້ດຳເນີນການໂຈມຕີທາງອາກາດເພີ່ມເຕີມ ໃນ ອີຣັກ, ຊີເຣຍ ແລະ ອັຟການິສຖານ ທີ່ບໍ່ໄດ້ລວມຢູ່ໃນບົດສະຫຼຸບຂອງກຳລັງທາງອາກາດ AFCENT ຍ້ອນວ່າ AFCENT ບໍ່ໄດ້ຮັບຜິດຊອບສຳລັບການໂຈມຕີທີ່ວ່ານັ້ນ.

ວີໂອເອ ໄດ້ຂໍກອງບັນຊາການ ສະຫະລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ສຳລັບຕົວເລກຂອງການໂຈມຕີທາງອາກາດເພີ່ມເຕີມທີ່ຖືກດຳເນີນໂດຍໜ່ວຍປະຕິບັດການຮ່ວມໃນປີ 2020 ແລະ 2021, ເຊິ່ງຈະຂະຫຍາຍຕົວເລກທັງໝົດຂອງການໂຈມຕີຈາກສອງປີນັ້ນ, ແຕ່ຂໍ້ມູນທີ່ວ່ານັ້ນແມ່ນບໍ່ໄດ້ຖືກສະໜອງໃຫ້ກ່ອນການພີມເຜີຍແຜ່.

ສອງອາທິດຫຼັງຈາກວັນເຂົ້າຮັບຕຳແໜ່ງນັ້ນ, ປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດວ່າລັດຖະ ບານຂອງທ່ານຈະເອົາບາດກ້າວ “ທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ” ໃນນະໂຍບາຍຕ່າງປະເທດຂອງ ສະຫະລັດ “ເພື່ອລວມມູນເຊື້ອປະຊາທິປະໄຕຕ່າງໆກັບການນຳພາທາງການທູດຂອງພວກເຮົາ.” ທ່ານໄດ້ມອບວຽກໃຫ້ລັດຖະ ມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ນຳພາການທົບທວນຂອງກອງກຳລັງ ສະຫະລັດ ໃນທົ່ວໂລກ, ສະນັ້ນ ຂອບເຂດການປະຕິບັດການຂອງກອງທັບ ອາເມຣິກາ ຈຶ່ງ “ເຂົ້າກັບຊ່ອງທາງນະໂຍບາຍການຕ່າງປະເທດຂອງພວກເຮົາ ແລະ ບູລິມະສິດການຮັກສາຄວາມປອດໄພແຫ່ງຊາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG