ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນອະວະກາດ ທີ່ເປັນຄວາມລັບ ຂອງສະຫະລັດ ອາດຖືກ​ສົ່ງ​​ຂຶ້ນ​ໄປປະ​ຕິ​ບັດ​ພາ​ລະ​ກິດ ໃນ​ວົງໂຄຈອນ​ທ​ີ​່​ສູງ​ກວ່າ​ເກົ່າ


ແຟ້ມຮູບ-ການທົດສອບພາລະກິດອ້ອມວົງໂຄຈອນ X'37B ຂອງກອງທັບອາກາດສະຫະລັດ ລຸນຫຼັງລົງຈອດຢູ່ທີ່ຖານລົງຈອດອະວະກາດເຄັນເນດີ ຂອງອົງການນາຊາ ໃນແຫຼມຄານາເວີຣາລ, ລັດ ຟລໍຣິດາ, ວັນທີ 7 ພຶດສະພາ 2017. (US Air Force/Handout via Reuters)
ແຟ້ມຮູບ-ການທົດສອບພາລະກິດອ້ອມວົງໂຄຈອນ X'37B ຂອງກອງທັບອາກາດສະຫະລັດ ລຸນຫຼັງລົງຈອດຢູ່ທີ່ຖານລົງຈອດອະວະກາດເຄັນເນດີ ຂອງອົງການນາຊາ ໃນແຫຼມຄານາເວີຣາລ, ລັດ ຟລໍຣິດາ, ວັນທີ 7 ພຶດສະພາ 2017. (US Air Force/Handout via Reuters)

ເຮືອບິນຫຸ່ນຍົນອະວະກາດທີ່ເປັນຄວາມລັບຂອງກອງທັບສະຫະລັດ X-37B ໄດ້ທະ​ຍານ​ຂຶ້ນຈາກລັດຟລໍຣິດາ ໃນເວລາກາງຄືນຂອງວັນພະຫັດວານນີ້ເພື່ອ​ປະ​ຕິ​ບັດພາລະກິດ ຄັ້ງທີ 7, ເຊິ່ງເປັນຄັ້ງທຳອິດ ທີ່​ຖືກ​ສົ່ງຂຶ້ນສູ່ວົງໂຄຈອນ​ດ້ວຍຈະຫຼວດ Falcon Heavy ຂອງ​ບໍ​ລິ​ສັດ SpaceX ທີ່ສາມາດສົ່ງມັນ
ຂຶ້ນສູ່ວົງໂຄຈອນໃນ​ລະ​ດັບ​ທີ່ສູງກວ່າການ​ປະ​ຕິ​ບັດພາລະກິດ​ຄັ້ງ​ກ່ອນໆ​ທີ່​ຜ່ານ​ມາ, ອີງຕາມລາຍງານຂອງອົງການຂ່າວ Reuters.

ຈະຫຼວດ Falcon Heavy, ປະກອບດ້ວຍຈະຫຼວດທີ່​ສຳ​ຄັນ ສາມອັນຕິດກັນ, ສົ່ງສຽງດັງກ້ອງ​ຄຳ​ຣາມຈາກສູນອະວະກາດ ເຄັນເນດີ ຂອງອົງການ NASA ຢູ່ທີ່ແຫຼມຄານາເວີຣາລ ໂດຍບິນຂຶ້ນໃນຕອນກາງຄືນເຊິ່ງມີການຖ່າຍພາບອອກອາກາດສົດ ທີ່ໜ້າຕື່ນຕາຕື່ນໃຈ ຢູ່ໃນເວັບໄຊທ໌ຂອງ SpaceX.

ການຍິງສົ່ງດັ່ງກ່າວນີ້ ມີຂຶ້ນຫຼັງຈາກບໍ່ປະສົບຜົນສໍາເລັດໃນຂັ້ນຕົ້ນ ແລະຫຼ້າຊ້າມາຫຼາຍກວ່າສອງອາທິດ. ການນັບຖອຍຫຼັງສາມຄັ້ງ ໃນກ່ອນໜ້ານີ້ ໄດ້ຖືກຍົກ ເລີກໄປເນື່ອງຈາກສະພາບອາກາດທີ່ບໍ່ດີ ແລະບັນຫາທາງດ້ານເທັກນິກທີ່ບໍ່ໄດ້ລະບຸໄວ້ ເຊິ່ງເຮັດໃຫ້ເຈົ້າ​ໜ້າ​ທີ່​ທາງພາກໃນພື້ນດິນຍຸຕິການດໍາເນີນງານ ກ່ອນທີ່ຈະສືບຕໍ່ປະຕິບັດການບິນ ໃນວັນພະຫັດວານນີ້.

ການປ່ອຍຍານດັ່ງກ່າວ ມີຂຶ້ນສອງອາທິດຫຼັງຈາກ ຈີນ ໄດ້ປ່ອຍ​ເຮືອ​ບິນອະວະ ກາດຫຸ່ນຍົນຂອງຕົນ ເຊິ່ງຮູ້ຈັກໃນນາມເຊິນຫລົງ (Shenlong) ຫຼື "Divine Dragon," ໃນພາລະກິດຄັ້ງທີສາມ ທີ່ບິນຂຶ້ນ​ສູ່​ວົງໂຄຈອນນັບຕັ້ງແຕ່ປີ 2020, ອັນໄດ້ເພີ້ມການແຂ່ງຂັນລະຫວ່າງສະຫະລັດ ແລະ ຈີນ ໃນ​ດ້ານອະວະກາດຫຼາຍຂຶ້ນ.

​ທຳ​ນຽບຫ້າ​ແຈ​ໄດ້​ເປີດ​ເຜີຍ​ລາຍ​ລະ​ອຽດບາງ​ຢ່າງກ່ຽວ​ກັບ​ພາລະກິດ​ຂອງ​ເຮືອ​ບິນ X-37B, ເຊິ່ງເປັນການ​ດຳ​ເນີນງານ​ ໂດຍ​ກອງທັບ​ອະ​ວະ​ກາດ​ຂອງ​ສະຫະລັດ ພາຍ​ໃຕ້​ໂຄງການສົ່ງຍານ​ອະວະກາດດ້ານຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ກອງທັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG