ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ລົບ​ ຈີນ ບິນ​ເຂົ້າ​ໃກ້​ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ຂອງ ສະ​ຫະ​ລັດ ຢູ່ທະ​ເລ​ຈີນ​ໃຕ້


ເຮືອ​ບິນ​ລົບ J-11 ຂອງ​ສ​ປ ຈີນ ຢູ່​ໃນ​ໜ້າ​ຈໍ​ຈາກວິ​ດີ​ໂອ​ທີ່​ຖືກ​ຖ່າຍ​ຈາກ​ເຮືອ​ບິນ B-52 ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ, 24 ຕຸ​ລາ 2023.
ເຮືອ​ບິນ​ລົບ J-11 ຂອງ​ສ​ປ ຈີນ ຢູ່​ໃນ​ໜ້າ​ຈໍ​ຈາກວິ​ດີ​ໂອ​ທີ່​ຖືກ​ຖ່າຍ​ຈາກ​ເຮືອ​ບິນ B-52 ຂອງກອງ​ທັບ​ອາ​ກາດ ສະ​ຫະ​ລັດ, 24 ຕຸ​ລາ 2023.

ເຮືອ​ບິນ​ລົບ​ຂອງ ຈີນ ໄດ້​ບິນ​ເຂົ້າ​ໃກ້​ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ຂອງ ສະ​ຫະ​ລັດ ເຖິງ 3 ແມັດ ທີ່​ໄດ້​ບິນ​ຢູ່​ເໜືອ​ທະ​ເລ​ຈີນ​ໃຕ້, ເກືອບ​ກໍ່​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ, ອີງ​ຕາມ​ການ​ກ່າວ​ຂອງກອງ​ທັບ ສະ​ຫະ​ລັດ, ໂດຍ​ກ່າວ​ຢ້ຳ​ເຖິງ​ຄວາມ​ເປັນ​ໄປ​ໄດ້ສຳ​ລັບ​ເຫດ​ຮ້າຍ ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ດັ່ງ​ກ່າວ​ ຍາດ​ແຍ່ງ​ກັນ​ເພື່ອ​ອິດ​ທິ​ພົນ​ໃນ​ພາກ​ພື້ນ​ດັ່ງ​ກ່າວ. ເຮືອ​ບິນ​ລົບ​ສອງ​ເຄື່ອງ​ຈັກ Shenyang J-11 ໄດ້​ບິນ​ເຂົ້າ​ໃກ້​ເຮືອ​ບິນກອງ​ທັບ​ອາ​ກາດ ສະ​ຫະ​ລັດ “ດ້ວຍ​ຄວາມ​ໄວ​ເກີນ​ຂອບ​ເຂດ​ທີ່ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້, ​ບິນ​ຢູ່ກ້ອງ, ຢູ່​ທາງ​ໜ້າ ແລະ ພາຍ​ໃນ​ສາມ​ແມັດ​ຂອງ​ເຮືອ​ບິນ B-52, ເຮັດ​ໃຫ້​ເຮືອ​ບິນ​ທັງ​ສອງ​ລຳ​ນັ້ນ ​ມີ​ອັນ​ຕະ​ລາຍ​ທີ່​ຈະ​ຕຳ​ກັນ,” ກອງ​ບັນ​ຊາ​ການໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກຂອງ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ແລງວັນ​ພະ​ຫັດ​ວານນີ້. ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ.

A Chinese fighter jet came within 10 feet of an American B-52 bomber flying over the South China Sea, nearly causing an accident, the U.S. military says, underscoring the potential for a mishap as both countries vie for influence in the region. The Shenyang J-11 twin-engine fighter closed on the U.S. Air Force plane at an “uncontrolled excessive speed, flying below, in front of, and within 10 feet of the B-52, putting both aircraft in danger of a collision,” the U.S. Indo-Pacific Command said in a statement released late Thursday. China’s Ministry of Foreign Affairs did not immediately respond to a request for comment.

XS
SM
MD
LG