ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໂອບາມາ ກ່າວວ່າ ໂອກາດທີ່ຂໍ້ຕົກລົງນີວເຄຼຍ ກັບອີຮ່ານ ຈະເປັນຈິງຂຶ້ນມາ ມີພຽງ 50%​ ຫຼືໜ້ອຍກວ່າ


Một cảnh sát người Ukraine ôm vợ trong một buổi lễ ở Kharkiv, đông bắc Ukraine, trước khi lên đường đến miền đông đất nước để tham gia "Chiến dịch Chống Khủng bố."
Một cảnh sát người Ukraine ôm vợ trong một buổi lễ ở Kharkiv, đông bắc Ukraine, trước khi lên đường đến miền đông đất nước để tham gia "Chiến dịch Chống Khủng bố."
ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີສະຫະລັດ ​ເວົ້າ​ວ່າ ທ່ານ​ເ​ຊື່​ອວ່າ​ໂອກາດ​ທີ່​ຈະ ບັນລຸ​ຂໍ້​ຕົກລົງ​ນີວ​ເຄຼຍຂັ້ນສຸດ​ທ້າຍ​ກັບ​ອິຣ່ານ ຢ່າງ​ສໍາ​ເລັດ​ຜົນ ນັ້ນ ​ແມ່ນ​ມີ 50 ​ເປີ​ເຊັນ ຫຼືໜ້ອຍ​ກວ່າ​ນັ້ນ.

ຢ່າງ​ໃດ​ກໍ​ດີ ​ເມື່ອ​ວັນ​ເສົາ​ວານ​ນີ້ ຜູ້​ນໍາ​ສະຫະລັດ ຍັງ​ສືບ​ຕໍ່ກ່າວ​ປ້ອງ​ກັນ​ການ​ນໍາໃຊ້ການ​ທູດ​ ວ່າເປັນ​ວິທີ​ທາງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ປ້ອງ​ກັນບໍ່​ໃຫ້​ອິຣ່ານ ມີອາວຸດ​ນີວ​ເຄຼຍ​ໄດ້.

ປະທານາທິບໍດີ​ໂອ​ບາ​ມາ ​ເວົ້າ​ກ່ຽວ​ກັບ​ເລື້ອງ​ນີ້ຢູ່ໃນ​ກອງ​ປະຊຸມ Saban ທີ່​ວໍ​ຊິງ​ຕັນ ໃນ​ ຄວາມ​ພະຍາຍາມເພື່ອຮັບປະກັນ​ແກ່​ກຸ່ມ​ວິຈານ​ທັງຫຼາຍວ່າ ຂໍ້​ຕົກລົງ​ກັນ​ບັ້ນ​ລ່າ​ສຸດ​ນັ້ນ ຈະ​ຢຸດ​ອິຣ່ານ ບໍ່​ໃຫ້ດໍາ​ເນີນ​ການ​ຂົນຂວາຍ​ເອົາ​ນີວ​ເຄຼຍຕໍ່​ໄປ ໃນ​ໄລຍະ​ 6 ​ເດືອນ​ຕໍ່ໜ້າ​ນີ້.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ​ໂອກາດ​ ໃນການບັນລຸ ການ​ແກ້​ໄຂທາງການ​ທູດ​ ຕໍ່​ບັນຫາໂຄງ ການ​ນີວ​ເຄຼຍຂອງອິຣ່ານນັ້ນ ບາງ​ທີອາດຈະ​ມີຫຼາຍກວ່າ ທາງ ​ເລືອກ​ອື່ນ.

​ໃນ​ຄໍາ​ປາ​ໄສ​ຕໍ່​ກອງ​ປະຊຸມ​ດຽວ​ກັນກ່ຽວກັບ​ນະ​ໂຍບາຍດ້ານ​ຕາ​ເວັນ​ອອກ​ກາງນັ້ນ ທ່ານ ຈອນ ​ແຄ​ຣີ ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ສະ​ແດງ​ເຫັນ​ພ້ອມ​ກັບ​ປະທາ ນາທິ ບໍດີ​ໂອ​ບາ​ມາ ​ໂດຍ​ກ່າວວ່າ ການ​ທູດ​ແມ່ນ ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ ​ເພື່ອແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້ງດ້ານ​ນີວ​ເຄຼຍກັບ​ອິຣ່ານ​.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາ​ແອ​ລ ຜູ້​ທີ່​ເອີ້ນ​ຂໍ້​ຕົກລົງ​ນີວ​ເຄຼຍດັ່ງກ່າວ​ວ່າ ​ເປັນຂໍ້ຕົກລົງແຫ່ງ​ສັດຕະວັດສໍາລັບ​ອີຣ່ານນັ້ນ ​ກໍ​ມີ​ກໍານົດ​ຈະ​ກ່າວ​ຄໍາ​ປາ​ໄສ ​ຕໍ່ກອງ​ປະຊຸມ​ດັ່ງກ່າວ ​ໃນ​ວັນ​ອາທິດ​ມື້​ນີ້.

Obama: 50/50 Odds over Final Iran Deal

U.S. President Barack Obama says he believes the chances for a successful final nuclear agreement with Iran are 50/50 or worse.

However, the U.S. leader on Saturday continued to defend diplomacy as the best way to prevent Tehran from acquiring atomic weapons.

President Obama, speaking at the Saban Forum in Washington, sought to reassure critics that the latest deal will stop Iran from advancing its nuclear program for the next six months.

Mr. Obama said the odds of a diplomatic resolution to Iran's nuclear program are probably greater than could be achieved through any other options.

At the same forum dealing with Middle East policy, U.S. Secretary of State John Kerry agreed with the president, saying diplomacy is the best way to resolve the nuclear dispute with Iran.

Israeli Prime Minister Benjamin Netanyahu, who has called the nuclear agreement "the deal of the century" for Iran, speaks to the forum Sunday.
XS
SM
MD
LG