ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງພິທັກຊາດ ຕຽມຕົວ ໄປປະຕິບັດງານ ຕາມຊາຍແດນ ສະຫະລັດ ກັບ ເມັກຊິໂກ


ກຳລັງພິທັກຊາດ ລັດອາຣີໂຊນາ ໄດ້ຮັບລາຍງານຂອງ
ພວກເຂົາເຈົ້າ ກ່ອນທີ່ຈະຖືກສົ່ງ ໄປປະຕິບັດໜ້າທີ່
ຕາມຊາຍແດນ ເມັກຊິໂກ ທີ່ຄ້າຍທະຫານ ປາປາໂກ ພາກ (Papago Park Military Reservation) ໃນຟີນິກສ, 9 ເມສາ 2018.
ກຳລັງພິທັກຊາດ ລັດອາຣີໂຊນາ ໄດ້ຮັບລາຍງານຂອງ ພວກເຂົາເຈົ້າ ກ່ອນທີ່ຈະຖືກສົ່ງ ໄປປະຕິບັດໜ້າທີ່ ຕາມຊາຍແດນ ເມັກຊິໂກ ທີ່ຄ້າຍທະຫານ ປາປາໂກ ພາກ (Papago Park Military Reservation) ໃນຟີນິກສ, 9 ເມສາ 2018.

ເຈົ້າ​ໜ້າ​ທີ່​ລັດ​ອາຣີ​ໂຊ​ນາ ກຳລັງ​ສົ່ງ​ກຳລັງພິທັກ​ຊາດ ​ໄປ​ຍັງ​ຊາຍ​ແດນ​ສະຫະລັດ
ກັບ ​ເມັກ​ຊິ​ໂກ ​ແລະຜູ້​ປົກຄອງລັດ ທ່ານ ດັກ ດູ​ຊີ (Doug Ducey) ກ່າວວ່າ ຈະ​ມີ
ການ​ສົ່ງກຳລັງທະຫານ ໃນຈຳນວນ​ຕື່ມອີກ ໄປປະຈຳການ ​ໃນ​ວັນ​ອັງຄານ​ມື້​ນີ້.

“ການ​ຮັກສາ​ຄວາມ​ປອດ​ໄພ ​ຕາມ​ຊາຍ​ແດນ​ແມ່ນ​ເປັນ​ເລື່ອງ​ກັງວົນ​ຫຼາຍ​ໃນ​ທີ່​ນີ້.
2 ສ່ວນ 3 ຂອງ​ຊາຍ​ແດນ​ຂອງ​ພວກ​ເຮົາ ​ແມ່ນ​ມີ​ກຳ​ແພງ. ຖ້າ​ຫາກ​ວ່າ​ພວກ​ເຮົາ​
ຕ້ອງການ​ທີ່​ຈະ​ສ້າງກຳແພງໃສ່ ນຶ່ງ​ສ່ວນສາມ ທີ່ຍັງເຫຼືອນັ້ນ. ຂ້າພະ​ເຈົ້າ​ແມ່ນ​
ຍິນ​ດີ​. ຂ້າພະ​ເຈົ້າ​ບໍ່​ມັກ​ໃນ​ສ່ວນ​ທີ່​ວ່າ​ ຊາຍ​ແດນ​ຂອງ​ພວກ​ເຮົາ ​ແມ່ນ​ເປີດ​ກວ້າງ ​
ແລະ​ບໍ່​ມີ​ການ​ຄ້ຳປະກັນ​ແຕ່​ຢ່າງໃດ, ​ໂດຍ​ສະ​ເພາະ​ເຂດ ທູ​ຊອນ (Tucson)​.
ຂ້າພະ​ເຈົ້າ​ຍັງ​ຄິດ​ວ່າ ພວກ​ເຮົາ​ສາມາດ​ທີ່​ຈະ​ໃຊ້​ປ້ອມ​ຍາມແລະ​ເທັກ​ໂນ​ໂລ​ຈີ
ໃນ​ພາກ​ພື້ນ​ດິນ,”
ນັ້ນແມ່ນຄຳເວົ້າຂອງ​ທ່ານ​ດູ​ຊີ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​
ຈັນ​ວານ​ນີ້. ລັດ​ອາຣີ​ໂຊ​ນາ ໄດ້​ຮ່ວມ​ສົມທົບກັບລັດ​ເທັກ​ຊັສ ​ໃນ​ການ​ກຳລັງພິທັກຊາດ
ຈຳ​ນວນ 250 ຄົນ ​ໄປ​ຍັງ​ເຂດ​ຊາຍ​ແດນ ​ໃນ​ວັນ​ສຸກ​ຜ່ານ​ມານີ້.

ອີກ 2 ລັດ​ຊາຍ​ແດນ ​ເຊັ່ນ ນິວ​ເມັກ​ຊິ​ໂກ ​ແລະ​ຄາ​ລີ​ຟໍເນຍ ​ແມ່ນ​ບໍ່​ໄດ້​ມີ​ຮ້ອງກຳລັງ
ພິທັກຊາດ​ເຂົ້າປະຈຳການແຕ່​ຢ່າງ​ໃດ ​ເຖິງ​ແມ່ນ​ວ່າ ​ຜູ້​ປົກຄອງ​ລັດນິວ​ເມັກ​ຊິ​ໂກ
​ໄດ້​ສະແດງໃຫ້​ເຫັນ​ວ່າ ລັດ​ຂອງ​ທ່ານ ຈະ​ປະກອບສ່ວນ​ໃນການລະດົມກຳລັງ​ທີ່​ວ່າ​ນີ້
ກໍ​ຕາມ. ສ່ວນ​ລັດ​ຄາ​ລີ​ຟໍ​ເນຍ ນັ້ນ ຍັງ​ບໍ່​ທັນ ​ໄດ້​ກ່າວ​ວ່າ ລັດ​ຂອງ​ທ່ານ​ຈະ​ເ​ຮັດຢ່າງ​ໃດ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ​ເຈ​ມສ ​ແມັຕຕິ​ສ (James Mattis) ​
ໃດ້​ລົງ​ນາມ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ອະນຸຍາດ​ໃຫ້​ສົ່ງກຳລັງ​ພິທັກຊາດ ຈຳນວນ 4 ພັນຄົນ
​ໄປ​ ປະຈຳການ​ຕາມ​ຊາຍ​ແດນ. ຄຳ​ສັ່ງ​ທີ່​ວ່າ​ນີ້ ​ປ່ອຍໃຫ້​ທຳນຽບຫ້າ​ແຈ ​ໄດ້ຮັບງົບ
​ປະມານສຳ ລັບ​ກຳລັງແຫ່ງຊາດ ​ໄປ​ຈົນ​ເຖິງ​ເດືອນ​ກັນຍາ​ນີ້.

ຜູ້ປົກຄອງລັດອາຣີໂຊນາ ທ່ານ ດັກ ດູຊີ (Doug Ducey) ກ່າວຕໍ່ບັນດາກຳລັງພິທັກຊາດ ກ່ອນທີ່ຈະຖືກສົ່ງໄປປະຕິບັດໜ້າທີ່ ຕາມຊາຍແດນເມັກຊິໂກ ທີ່ຄ້າຍທະຫານ ປາປາໂກ ພາກ (Papago Park Military Reservation) ໃນຟີນິກສ, 9 ເມສາ 2018.
ຜູ້ປົກຄອງລັດອາຣີໂຊນາ ທ່ານ ດັກ ດູຊີ (Doug Ducey) ກ່າວຕໍ່ບັນດາກຳລັງພິທັກຊາດ ກ່ອນທີ່ຈະຖືກສົ່ງໄປປະຕິບັດໜ້າທີ່ ຕາມຊາຍແດນເມັກຊິໂກ ທີ່ຄ້າຍທະຫານ ປາປາໂກ ພາກ (Papago Park Military Reservation) ໃນຟີນິກສ, 9 ເມສາ 2018.

ນອກນັ້ນຄຳ​ສັ່ງຂອງທ່ານ​ແມັຕຕິ​ສ ​ຍັງໄດ້ລະບຸຢ່າງຈະ​ແຈ້ງ​ທີ່​ວ່າ ​ກຳລັງ​ປ້ອງ​ກັນຊາດ
ບໍ່​ສາມາດ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ​ກົດໝາຍ ​ແລະ​ສາມາດ​ຖື​ອາວຸດ ກໍ​ຕໍ່​ເມື່ອ​ຈຳ​ເປັນ​ ​
ໃນ​ການ​ປ້ອງ​ກັນ​ຕົວ​ເທົ່າ​ນັ້ນ. ບົດ​ບັນທຶກ​ຄວາມ​ເຂົ້າ​ໃນ​ສະບັບນຶ່ງ ຂອງກະຊວງປ້ອງ​ກັນ
​ປະ​ເທດ ​ໄດ້​ລະບຸ​ວ່າ ​ກຳລັງທັກຊາດ ຈະ​ບໍ່ “ພົວພັນ​ກັບ​ພວກລັກລອບ​ເຂົ້າ​ເມືອງ ຫຼື
ພວກ​ທີ່​ຖືກ​ກັກ​ຂັງ” ​
ໂດຍ​ປາດ​ສະ​ຈາກ​ການ​ອະນຸ​ມັດ​ຂອງ​ທ່ານ​ແມັຕຕິ​ສ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣຳ ​ໄດ້​ກ່າວ​ວ່າ ທ່ານ​ຕ້ອງການ​ທີ່​ຈະ​ໃຫ້​ກອງ
​ກຳລັງ​ທະຫານ ​ປະຈຳການ​ຕາມ​ຊາຍ​ແດນ​ຈົນ​ກວ່າ​ວ່າ ກຳ​ແພງໄດ້ສ້າງ​ຂຶ້ນ​ແລ້ວ. ​ແຕ່​ວ່າ
​ງົບປະມານ​ຫວ່າງ​ມໍ່ໆ​ມາ​ນີ້, ລັດຖະສະພາ​ໄດ້​ຮັບ​ຜ່ານສະ​ເພາະໃນ​ສ່ວນ​ທີ່​ຈຳ​ກັດຂອງ​
ການ​ສ້າງກຳ​ແພງໃໝ່ແລະ​ການ​ສ້ອມ​ແປງບາງສ່ວນ ເທົ່າ​ນັ້ນ.

ກຳລັງພິທັກຊາດ ຈຳນວນ 435 ພັນ​ຄົນ ທີ່​ຕຽມ​ການ​ໄວ້​ນັ້ນ ​ແມ່ນ​ຈະ​ຖືກຮຽກ​ຕົວ ບໍ່​ວ່າ​
ຈາກ​ທາງ​ລັດຖະບານ​ກາງ ຫຼື​ບໍ່ກໍ​ຈາກ​ທາງ​ລັດ. ​ໃນ​ແຕ່​ລະ​ລັດ ​ແມ່ນ​ມີກຳລັງ​ພິທັກຊາດ ​
ຂອງ​ຕົນເຊັ່ນດຽວ​ກັນ​ກັບ​ໂປ​ໂຕ ຣີ​ໂກ (Pierto Rico) ​ແລະ​ວໍ​ຊີງ​ຕັນ ດີ ຊີ. ບັນດາ​ຜູ້​ປົກ
ຄອງ​ລັດ ​ແມ່ນ​ໄດ້​ສົ່ງກຳລັງພິທັກຊາດ​ຂອງ​ຕົນ ​ໄປ​ກຳກັບ​ກ່ຽວ​ກັບ​ເລື່ອງ​ໄພພິບັດ​ທຳ ​
ມະ​ຊາດ​ຕ່າງໆ ຫຼື​ບໍ່ກໍຄວາມ​ບໍ່​ງຽບ​ສະ​ງົບ​ຂອງ​ພົນລະ​ເຮືອນ ​ເຊັ່ນ​ການປະ​ທ້ວງ​ອື່ນໆ​ນັ້ນ.

ກົດໝາຍ​ລັດຖະທຳ​ມະນູນ​ຂອງ​ສະຫະລັດ ​ແມ່ນ​ອະນຸຍາດ​ໃຫ້​ລັດຖະບານ​ກາງ ​ນຳໃຊ້
ກຳລັງ​ພິທັກຊາດ ​ເຂົ້າ​ໃນ “ນຳ​ໃຊ້​ກົດໝາຍ​ຂອງລັດຖະບານກາງ, ເພື່ອປາບປາມ​ການ
ລຸກ​ຮື​ຂຶ້ນ​ແລະ​ຂັບໄລ່ພວກ​ທີ່​ກະບົດ​ທີ່​ຮຸກ​ຮານ​ນັ້ນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສ​າອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນ ທຣຳ ຢືນຄຽງຂ້າງກັບຜູ້ປົກຄອງລັດ ຄາໂຣລາຍນາ ໃຕ້ ທ່ານ ແຮນຣີ ແມັກມາສເຕີ (Henry McMaster) ໃນຂະນະທີ່ທ່ານໄປຮອດ ໄປເຖິງ ໂດຍເຮືອບິນ ແອຟອສ ວັນ (Air Force One) ທີ່ສະໜາມບິນນາໆຊາດ ໃນກຣີນວິລ ສປາກເທີນເບີຣກ (Greenville Spartanburg), ທີ່ເກຣຍ, ຄາໂຮລາຍນາ ໃຕ້, 16 ຕຸລາ 2017.
ປະທານາທິບໍດີສະຫະລັດ ທ່ານດໍໂນ ທຣຳ ຢືນຄຽງຂ້າງກັບຜູ້ປົກຄອງລັດ ຄາໂຣລາຍນາ ໃຕ້ ທ່ານ ແຮນຣີ ແມັກມາສເຕີ (Henry McMaster) ໃນຂະນະທີ່ທ່ານໄປຮອດ ໄປເຖິງ ໂດຍເຮືອບິນ ແອຟອສ ວັນ (Air Force One) ທີ່ສະໜາມບິນນາໆຊາດ ໃນກຣີນວິລ ສປາກເທີນເບີຣກ (Greenville Spartanburg), ທີ່ເກຣຍ, ຄາໂຮລາຍນາ ໃຕ້, 16 ຕຸລາ 2017.

XS
SM
MD
LG