ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຕືອນຄວາມຊົງຈໍາ ໃນມື້ຈ່າຍເງິນເດືອນໃຫ້ເທົ່າທຽມກັນ ໃນຊ່ອງຫວ່າງຂອງ ຍິງ-ຊາຍ


ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນວັນງານສະເຫຼີມສະຫຼອງ ການຈ່າຍເງິນເດືອນເທົ່າທຽມກັນ ແລະ ເດືອນແຫ່ງປະຫວັດສາດ ຂອງແມ່ຍິງ ໃນຫ້ອງທາງທິດຕາເວັນຕົກຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ມີນາ 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວປາໄສ ໃນວັນງານສະເຫຼີມສະຫຼອງ ການຈ່າຍເງິນເດືອນເທົ່າທຽມກັນ ແລະ ເດືອນແຫ່ງປະຫວັດສາດ ຂອງແມ່ຍິງ ໃນຫ້ອງທາງທິດຕາເວັນຕົກຂອງທໍານຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ມີນາ 2022.

ໃນມື້ວັນອັງຄານແລ້ວນີ້, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຈັດພິທີ ‘ມື້ຈ່າຍເທົ່າກັນ’ ຫຼື Equal Pay Day, ເຊິ່ງໃນປີນີ້ ແມ່ນກົງກັບວັນທີ 15 ມີນາ. ໃນມື້ນີ້ ເປັນມື້ສັນຍາລັກ ທີ່ພວກແມ່ຍິງ ຕ້ອງເຮັດວຽກດົນປານໃດ ຈຶ່ງສາມາດຫາເງິນໃຫ້ໄດ້ເທົ່າກັບທີ່ພວກຜູ້ຊາຍຫາໄດ້ໃນປີຜ່ານໆມາ. ແພັດຊີ ວິດາກຸສວາຣາ (Patsy Widakuswara) ຫົວໜ້ານັກຂ່າວປະຈໍາທໍານຽບຂາວ ມີລາຍງານເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ໃນຫຼາຍໆພາກສ່ວນ ລວມມີ ອຸດສາຫະກໍາທາງດ້ານອາຫານ ແລະທາງດ້ານວິທະຍາສາດ ພວກແມ່ຍິງອາເມຣິກັນ ແມ່ນໄດ້ຮັບຄ່າຈ້າງໜ້ອຍກວ່າພວກຜູ້ຊາຍ. ໂດຍສະເລ່ຍແລ້ວ ແມ່ຍິງອາເມຣິກັນຄົນນຶ່ງ ສ້າງລາຍໄດ້ພຽງແຕ່ 83 ເຊັນຕໍ່ທຸກໆ 1 ໂດລາ ທີ່ຜູ້ຊາຍຄົນນຶ່ງຫາມາໄດ້.

ໃນຊ່ອງຫວ່າງນີ້ ຍິ່ງຫຼາຍຂຶ້ນອີກໃນພວກແມ່ຍິງຜິວດໍາ, ແມ່ຍິງອາເມຣິກັນພື້ນ ເມືອງ, ພວກແມ່ຍິງຊາວລາຕິນ ແລະກຸ່ມປະຊາກອນຍ່ອຍ ຂອງແມ່ຍິງເອເຊຍ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ມື້ນີ້ ແມ່ນມື້ທີ່ຕ້ອງຈ່າຍໃຫ້ເທົ່າກັນ!”

ຄົນທັງຫຼາຍພາກັນຢືນຢູ່ Cross Hall ຂອງທໍານຽບຂາວ ແລະເບິ່ງການກ່າວຄໍາປະໄສຂອງປະທານາທິບໍດີ ໂຈ ໄບເດັນ ໃນລະຫວ່າງການສະເຫຼີມສະຫຼອງວັນຈ່າຍທີ່ເທົ່າທຽມກັນ ແລະ ເດືອນແຫ່ງປະຫວັດສາດຂອງແມ່ຍິງ ຢູ່ໃນຫ້ອງທາງທິດຕາເວັນຕົກຂອງທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.
ຄົນທັງຫຼາຍພາກັນຢືນຢູ່ Cross Hall ຂອງທໍານຽບຂາວ ແລະເບິ່ງການກ່າວຄໍາປະໄສຂອງປະທານາທິບໍດີ ໂຈ ໄບເດັນ ໃນລະຫວ່າງການສະເຫຼີມສະຫຼອງວັນຈ່າຍທີ່ເທົ່າທຽມກັນ ແລະ ເດືອນແຫ່ງປະຫວັດສາດຂອງແມ່ຍິງ ຢູ່ໃນຫ້ອງທາງທິດຕາເວັນຕົກຂອງທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.

ໃນມື້ວັນທີ 15 ມີນາ ປະທານາທິບໍດີ ໂຈ ໄບເດັນ ໄດ້ຈັດພິທີທີ່ເປັນສັນຍາລັກ ເພື່ອລະນຶກເຖິງມື້ທີ່ພວກແມ່ຍິງທັງຫຼາຍເຫຼົ່ານັ້ນ ຕ້ອງເຮັດວຽກດົນປານໃດເພື່ອໄດ້ເງິນເທົ່າກັບພວກຜູ້ຊາຍເຄີຍຫາມາໄດ້ໃນປີທີ່ຜ່ານມາ. ໃນປີ 2021, Equal Pay Day ແມ່ນກົງກັບວັນທີ 24 ມີນາ.

ໂຣກລະບາດຄັ້ງໃຫຍ່ ໄດ້ເຂົ້າມາຂັດຂວາງຄວາມກ້າວໜ້າ...

ດ້ວຍເຫດຜົນທີ່ພວກແມ່ຍິງຕ້ອງເຮັດວຽກເກືອບໝົດທຸກຢ່າງໃນການເບິ່ງແຍງຄອບຄົວ ໂດຍທີ່ພວກເຂົາເຈົ້າຕ້ອງໄດ້ຈັດການກັບການຮຽນທາງອອນລາຍຂອງລູກໆ ແລະສະມາຊິກຄົນອື່ນໆໃນຄອບຄົວ ທີ່ມີອາຍຸຫຼາຍກວ່າ ແມ່ນສູນເສຍການເຂົ້າເຖິງການເບິ່ງແຍງ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ຂ້າພະເຈົ້າໄດ້ເຊັນລົງນາມ ໃນດຳ​ລັດຂອງຜູ້ບໍລິຫານ ເພື່ອຊຸກຍູ້ຄວາມພະຍາ ຍາມໃຫ້ບັນລຸຄວາມເທົ່າທຽມກັນໃນການຈ່າຍເງິນເດືອນ, ການຈ່າຍເງິນທີ່ເທົ່າທຽມກັນສໍາລັບພະນັກງານ ຂອງພວກສັນຍາຈ້າງກັບລັດຖະບານ. ຄວາມຫວັງຂອງຂ້າເຈົ້າແມ່ນວ່າ ສິ່ງນີ້ ຈະເປັນຕົວຢ່າງສໍາລັບບໍລິສັດເອກະຊົນທັງຫຼາຍໃຫ້ມາປະຕິບັດຕາມເຊັ່ນກັນ.”

ນັກກິລາບານເຕະຍິງ ນາງອາເລັກສ໌ ມໍແກນ (Alex Morgan), ຮ່ວມສົນທະນາກັບຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ພ້ອມດ້ວຍນັກກິລາບານເຕະຍິງອີກຄົນນຶ່ງ, ໃນລະຫວ່າງການປະຊຸມສຸດຍອດຂອງມື້ຈ່າຍເທົ່າທຽມກັນ ຢູ່ຫ້ອງການຝ່າຍບໍລິຫານ Eisenhower ໃນຕຶກທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.
ນັກກິລາບານເຕະຍິງ ນາງອາເລັກສ໌ ມໍແກນ (Alex Morgan), ຮ່ວມສົນທະນາກັບຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ພ້ອມດ້ວຍນັກກິລາບານເຕະຍິງອີກຄົນນຶ່ງ, ໃນລະຫວ່າງການປະຊຸມສຸດຍອດຂອງມື້ຈ່າຍເທົ່າທຽມກັນ ຢູ່ຫ້ອງການຝ່າຍບໍລິຫານ Eisenhower ໃນຕຶກທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.

ການດໍາເນີນງານຕ່າງໆທີ່ ທ່ານ ໄບເດັນ ໄດ້ປະກາດອອກມານັ້ນ ບໍ່ໄດ້ເນັ້ນຢໍ້າເຖິງຊ່ອງຫວ່າງຂອງລາຍໄດ້ລະຫວ່າງເພດ ຢູ່ໃນບໍລິສັດຂອງເອກະຊົນ. ລັດຖະ ບານຂອງທ່ານ ໂອບາມາ ໄດ້ມີການກໍານົດໃຫ້ບໍລິສັດໃຫຍ່ໆທັງຫຼາຍລາຍງານກ່ຽວກັບການຈ່າຍເງິນເດືອນ ໃຫ້ພະນັກງານຂອງພວກເຂົາເຈົ້າຕາມເພດ ແລະເຊື້ອຊາດນໍາອີກດ້ວຍ, ແຕ່ລັດຖະບານຂອງທ່ານທຣໍາ ໂດຍພາຍໃຕ້ຄວາມກົດດັນຈາກກຸ່ມທຸລະກິດຂະໜາດໃຫຍ່ທັງຫຼາຍນັ້ນ ໄດ້ຢຸດ​ເຊົາຂໍ້ກໍານົດນີ້ ໃນປີ 2017.

ທ່ານວາຊູ ເຣັດດີ້ (Vasu Reddy), ທີ່ປຶກສາອາວຸໂສ ກ່ຽວກັບນະໂຍບາຍຄວາມຍຸຕິທໍາທາງດ້ານເສດຖະກິດແຫ່ງຊາດ ທີ່ເປັນພັນທະມິດສໍາລັບແມ່ຍິງ ແລະຄອບຄົວ ກ່າວຜ່ານທາງສະໄກປ໌ວ່າ:

“ລັດຖະບານຂອງທ່ານ ໄບເດັນ ກໍາລັງທຳ​ການວິເຄາະຂໍ້ມູນຈາກບໍລິສັດເອກະຊົນຕ່າງໆ ເພື່ອສະແດງໃຫ້ເຫັນເຖິງຊ່ອງຫວ່າງລະຫວ່າງເຊື້ອຊາດ ແລະທາງເພດ. ຫວັງຢ່າງຍິ່ງວ່າ ນີ້ຈະເປັນບາດກ້າວທໍາອິດໃນການກັບເຂົ້າສູ້ກົດຂໍ້ບັງຄັບດັ່ງກ່າວອີກຄັ້ງ.”

ໃນມື້ວັນອັງຄານແລ້ວນີ້, ຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ເຊິ່ງເປັນແມ່ຍິງຄົນທໍາອິດ ທີ່ເປັນຮອງປະທານາທິບໍດີຂອງສະຫະລັດ, ໄດ້ເປັນເຈົ້າ ພາບຈັດກອງປະຊຸມທາງອອນລາຍ Equal Pay Day ໂດຍມີເຈົ້າໜ້າທີ່ລັດ ຖະບານຄົນອື່ນໆ, ພວກນັກກິລາ ແລະ CEOs ຈາກບໍລິສັດຕ່າງໆກໍເຂົ້າຮ່ວມເຊັ່ນກັນ.

ທ່ານນາງຄາມາລາ ແຮຣິສ, ຮອງປະທານາທິບໍດີສະຫະລັດ ກ່າວວ່າ:

ລະບົບເສດຖະກິດທີ່ເໝາະສົມສໍາລັບພວກແມ່ຍິງ, ແມ່ນເໝາະສົມສໍາລັບທຸກໆຄົນ.”

ຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ກ່າວໃນລະຫວ່າງການປະຊຸມສຸດຍອດຂອງມື້ຈ່າຍເທົ່າທຽມກັນ ຢູ່ທີ່ຫ້ອງການຝ່າຍບໍລິຫານ Eisenhower ໃນຕຶກທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.
ຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ກ່າວໃນລະຫວ່າງການປະຊຸມສຸດຍອດຂອງມື້ຈ່າຍເທົ່າທຽມກັນ ຢູ່ທີ່ຫ້ອງການຝ່າຍບໍລິຫານ Eisenhower ໃນຕຶກທໍານຽບຂາວ, ເມື່ອວັນທີ 15 ມີນາ 2022.

ບາງຄົນມີການໂຕ້ຖຽງກ່ຽວກັບຂໍ້ບັງຄັບໃນການຈ່າຍເງິນສໍາລັບຜູ້ທີ່ກໍາລັງອອກວຽກໄປເປັນຜູ້ປົກຄອງໃໝ່ນັ້ນ ສາມາດຫຼຸດຊ່ອງຫວ່າງໃນການຈ່າຍລະຫວ່າງເພດໄດ້. ສະຫະລັດ ເປັນປະເທດພັດທະນາພຽງປະເທດດຽວໃນໂລກ ທີ່ບໍ່ມີໂຄງການກ່ຽວກັບ ການໄດ້ຮັບເງິນເພື່ອອອກວຽກໄປເປັນພໍ່ແມ່ມືໃໝ່.

ທ່ານນາງ​ເອດ​ຣຽນ ຊະເວຍ (Adrienne Schweer), ຫົວໜ້າດ້ານນະໂຍບາຍສອງພັກຝ່າຍທີ່ສູນກາງດ້ານສະເພາະກິດໃນການຈ່າຍເງິນໃຫ້ແກ່ຜູ້ທີ່ຕ້ອງອອກ ວຽກໄປເບິ່ງຄອບຄົວ ກ່າວຜ່ານທາງສະໄກປ໌ວ່າ:

“ແມ່ຍິງ 1 ໃນທຸກ 4 ຄົນ​ໃດຢູ່ໃນອາເມຣິກາກ່າວວ່າ ຈະກັບຄືນໄປເຮັດວຽກໃນລະຫວ່າງ 10 ຫາ 14 ມື້ຫຼັງຈາກເກີດລູກແລ້ວ ເຊິ່ງມັນເປັນສິ່ງທີ່ໜ້າງຶດ ແລະຂີ້ຮ້າຍຫຼາຍ. ມັນເປັນຕາໜ່າຍຫຼາຍ ສໍາລັບຜູ້ເຮັດວຽກທີ່ເປັນແມ່ຍິງ.”

ໃນຂໍ້ສະເໜີ ກ່ຽວກັບການສ້າງຄືນໃໝ່ ທີ່ດີກວ່າ ຫຼື Build Back Better Act ຂອງທ່ານ ໄບເດັນ ນັ້ນ ແມ່ນເພື່ອພະຍາຍາມໃຫ້ມີການໄດ້ຮັບຄ່າຈ້າງ ໃນການອອກວຽກ ເພື່ອໄປເບິ່ງແຍງຄອບຄົວແຫ່ງຊາດ, ແຕ່ຮ່າງກົດໝາຍ ໃນການໃຊ້ຈ່າຍທາງສັງຄົມຈໍານວນ 2 ພັນຕື້ໂດລາ ແມ່ນຍັງຄົງມີຄວາມຫຍຸ້ງຍາກໃນການຂໍອະນຸມັດຈາກສະພາສູງຢູ່.

On Tuesday, U.S. President Joe Biden marked Equal Pay Day, which this year falls on March 15th. The day symbolizes how far into the year women must work to earn what men earned the previous year. White House bureau chief Patsy Widakuswara has this report.

In many sectors, including food industry and science, American women earn less than men. On average, an American woman makes only 83 cents for every dollar earned by a man.

The gap is even greater for Black women, Native American women, Latinas and certain subpopulations of Asian women.

President Joe Biden

“Today is Equal Pay Day!”

On March 15th, President Joe Biden commemorated the day that symbolizes how long women must work to earn what men earned the previous year. In 2021, Equal Pay Day fell on March 24th.

The pandemic has hampered progress …

with women doing most of the family caregiving as they deal with children learning virtually and older family members losing access to care.

President Joe Biden

“I signed an executive order to promote efforts to achieve pay equality, pay equity for employees of federal contractors. It's my hope that this sets an example for all private companies to follow, as well.

The actions Biden announced do not address the gender wage gap in the private sector. The Obama administration required large companies to report how much they pay workers by race and gender, but the Trump administration, under pressure from big business groups, halted the rule in 2017.

Vasu Reddy, National Partnership for Women & Families (Skype)
“The Biden administration is analyzing the data that was collected from private companies to show that wage gaps by race and gender. This is hopefully the first step in getting that rule reinstated.”

Also Tuesday, Vice President Kamala Harris, the first female American vice president, hosted an Equal Pay Day virtual summit attended by administration officials, athletes and CEOs.

Kamala Harris, US Vice President
“An economy that works for women works for everyone.”

Some argue that mandating paid leave for new parents could help narrow the gender pay gap. The U.S. is the only developed nation in the world without a national paid parental leave program.

Adrienne Schweer, Bipartisan Policy Center

“One in four women in America are said to go back to work within 10 to 14 days of giving birth, which is astonishing and awful. It is terrible for working women.”

Biden’s proposed Build Back Better Act seeks to provide national paid family leave, but the massive $2 trillion social spending bill is struggling to gain approval in Congress.

XS
SM
MD
LG