ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວ່າ ການອອກມາປ່ອນບັດເລືອກຕັ້ງທີ່ຕ່ຳໃນອີຣ່ານ ເປັນສັນຍານອີກອັນນຶ່ງ ຂອງ 'ຄວາມບໍ່ພໍໃຈ'


ລັດຖະມົນຕີກະຊວງພາຍໃນຂອງອີຣ່ານ ທ່ານອາມາດ ວາຮີດ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຫຼັງຈາກການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນເຕຫະຣ່ານ, ນະຄອນຫຼວງຂອງອີຣ່ານ, ວັນທີ 4 ມີນາ 2024. (West Asia News Agency via Reuters)
ລັດຖະມົນຕີກະຊວງພາຍໃນຂອງອີຣ່ານ ທ່ານອາມາດ ວາຮີດ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຫຼັງຈາກການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃນເຕຫະຣ່ານ, ນະຄອນຫຼວງຂອງອີຣ່ານ, ວັນທີ 4 ມີນາ 2024. (West Asia News Agency via Reuters)

ສະຫະລັດ ໄດ້ກ່າວໃນວັນຈັນວານນີ້ວ່າ ການອອກມາປ່ອນບັດທີ່ຕ່ຳໃນການ ເລືອກຕັ້ງຂອງອີຣ່ານ ແມ່ນເປັນເລື້ອງບໍ່ແປກເລີຍ ແລະເປັນສັນຍານໃໝ່ຂອງ ຄວາມບໍ່ພໍໃຈໃນການບໍລິຫານປະເທດໂດຍນັກສອນສາສະໜາ.

“ຂ້າພະເຈົ້າຄຶດວ່າ ບໍ່ມີຂໍ້ສົງໄສໃດໆເລີຍທີ່ວ່າ ມີຄວາມບໍ່ພໍໃຈກ່ຽວກັບລະບອບ ການປົກຄອງນັ້ນ” ໂຄສົກຂອງກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ້ ໄດ້ກ່າວຕໍ່ບັນດານັກຂ່າວ.

ທ່ານກ່າວຕື່ມວ່າ “ພວກເຮົາບໍ່ໄດ້ປະເມີນວ່າ ການເລືອກຕັ້ງທັງຫຼາຍເຫຼົ່ານີ້ຈະ ເສລີ ແລະເປັນທຳ, ແລະຂ້າພະເຈົ້າເຊື່ອວ່າ ພວກຊາວອີຣ່ານທີ່ມີສິດປ່ອນບັດ ຫຼາຍໆຄົນປະເມີນວ່າ ການເລືອກຕັ້ງທັງຫຼາຍຈະບໍ່ເສລີ ແລະເປັນອິດສະນັ້ນ ມັນບໍ່ເຮັດໃຫ້ຂ້ອຍແປກໃຈເລີຍ ຖ້າມັນກ່ຽວກັບເລື້ອງນັ້ນ ພວກເຂົາກໍເລືອກທີ່ ຈະບໍ່ເຂົ້າຮ່ວມ.”

ພວກເຈົ້າໜ້າທີ່ເລືອກຕັງໄດ້ກ່າວໃນວັນຈັນວານນີ້ວ່າ ພວກອານຸລັກນິຍົມ ແລະພວກອະນິລັກຫົວ​ຈັດ ໄດ້ຮັບສຽງສ່ວນຫຼາຍຫຼວງຫຼາຍ ໃນການເລືອກຕັ້ງ ສະມາຊິກສະພາ ເຊິ່ງພວກທີ່ມີຄວາມຫວັງຫຼາຍໆຄົນ ລວມທັງພວກອະ​ລັກນິຍົມປານກາງ ແລະພວກນັກປະຕິຮູບ ໄດ້ຖືກປົດສິດຈາກການລົງແຂ່ງຂັນ.

ພວກເຈົ້າໜ້າທີ່ໄດ້ກ່າວວ່າ ການອອກມາປ່ອນບັດໃນອັດຕາ 41 ເປີເຊັນ ຊຶ່ງຕ່ຳທີ່ສຸດນັບຕັ້ງແຕ່ປີ 1979 ເມື່ອການປະຕິວັດຂອງອິສລາມ ໄດ້ໂຄ່ນລົ້ມ ລະບອບກະສັດ ຊາ ທີ່ສະໜັບສະໜຸນຕາເວັນຕົກ.

ທ່ານ ມີລເລີ ໄດ້ກ່າວວ່າ ສະຫະລັດ ອາດບໍ່ສະເໜີການປະເມີນຜົນຂອງຕົນ ເອງ ແຕ່ໄດ້ກ່າວຕື່ມວ່າ: “ການກ່າວອ້າງຂອງພວກເຈົ້າໜ້າທີ່ອີຣ່ານ ກ່ຽວກັບ ການອອກມາປ່ອນບັດເລືອກຕັ້ງນັ້ນ ໂດຍທົ່ວໄປແລ້ວ ແມ່ນບໍ່ມີຄວາມໜ້າເຊື່ອ ຖືໄດ້.”

The United States said Monday that the low turnout in Iran's election came as no surprise and was a new sign of discontent in the cleric-run state.

"I don't think there's any doubt that there's discontent about the regime's rule," State Department spokesperson Matthew Miller told reporters.

"We did not assess that these elections would be free and fair, and I believe that many Iranian voters would assess that the elections would not be free and fair, and so it wouldn't surprise me if in that regard they chose not to participate," he said.

Election authorities said Monday that conservatives and ultra-conservatives secured a large majority in parliamentary elections — in which many hopefuls including moderates and reformists were disqualified from running.

Authorities said turnout was 41%, the lowest since the 1979 Islamic Revolution toppled the pro-Western shah.

Miller said that the United States could not offer its own assessment but added: "Iranian authorities' claims about turnout have generally been unreliable."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG