ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ກອງ​ປະ​ຊຸມ​ສຸດຍອດ​ ສ​ະຫະລັດ-ອາ​ຊຽນ ອາ​ທິດ​ໜ້ານີ້ ສ​ຫລ ຈະ​ຫາ​ທາງ​ເພີ້ມ​ທະ​ວີ ​ເຮັດ​ໃຫ້ຂົງ​ເຂດນັ້ນ ອ່ຽງເອນ​


ປະທານາທິບໍດີໂຈ ໄບເດັນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ເພື່ອ​ສະ​ຫລອງວັນ​ຄົບ​ຮອບ 45 ປີ ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ ສ​ຫລ ກັບ​ອາ​ຊຽນ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ, ວັນ​ທີ 13 ພຶດ​ສະ​ພາ, 2022.
ປະທານາທິບໍດີໂຈ ໄບເດັນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ເພື່ອ​ສະ​ຫລອງວັນ​ຄົບ​ຮອບ 45 ປີ ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ ສ​ຫລ ກັບ​ອາ​ຊຽນ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ, ວັນ​ທີ 13 ພຶດ​ສະ​ພາ, 2022.

ປະທານາທິບໍດີ ສະຫະລັດ, ທ່ານໂຈ ໄບ​ເດັນ ຫວັງວ່າ ຈະໃຊ້ກອງປະຊຸມສຸດຍອດສະຫະລັດ-ອາຊ່ຽນ ທີ່ນະ​ຄອນ​ຫລວງພະນົມເປັນ ໃນອາທິດໜ້ານີ້ ເພື່ອສືບຕໍ່ແນວ​ທາງຂອງທ່ານ ໃນ​ການຮັດແໜ້ນສາຍພົວພັນທາງເສດຖະກິດ ແລະຄວາມເປັນກາງທາງດ້ານການທູດໃນພາກ​ພື້ນທີ່ໄດ້ກາຍເປັນສະໜາມລົບ ທາງພູມສາດການ​ເມືອງ ລະຫວ່າງອາເມຣິກາ ແລະຈີນ.

ການ​ຫາ​ທາງ​ເສີມສ້າງພັນທະມິດທາງຍຸດທະສາດໃຫ້​ແໜ້ນ​ແກ່ນ​ຂອງ​ທ່ານ​ໄບ​ເດັນ ມີຂຶ້ນຫຼາຍເດືອນຫຼັງຈາກທຳນຽບຂາວ ເປັນເຈົ້າພາບ ຈັດກອງປະຊຸມສຸດ ຍອດຂອງບັນດາຜູ້ນຳອາຊຽນ ທີ່ເນັ້ນໃຫ້​ເຫັນເຖິງ ຄວາມໝັ້ນໝາຍຂອງອາເມຣິ ກາຕໍ່ພາກ​ພື້ນນັ້ນ. ​ແຕ່ບັນດາ​ນັກວິ​ເຄາະ ​ກ່າວ​ພາຍຫຼັງ​ກອງ​ປະ​ຊຸມ ທີ່​ວໍ​ຊິງ​ຕັນ​ແບບ​ໃນ​ແງ່ລົບ​ກ່ຽວ​ກັບ ການ​ທູດ​ລະດັບ​ສູງວ່າ ​ມັນ​ຈະ​ສະກັດ​ກັ້ນ​ອິດ​ທິພົນ​ຂອງ​ປັກ​ກິ່ງ​ໃນ​ອາ​ຊຽນໄດ້ ຊຶ່ງ​ເປັນຄວາມ​ຮູ້ສຶກ​ທີ່​ບໍ່​ມີ​ການ​ປ່ຽນ​ແປງຫຍັງ​ ໃນ​ເວ​ລາ​ໃກ້​ຈະ​ຮອດກອງ​ປະຊຸມວັນທີ 12 ພະ​ຈິກຂອງ​ກຸ່ມ 10 ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນີ້.

​ໃນພາບ​ທີ່​ສົ່ງ​ໃຫ້​ໂດຍ An Khoun Sam Aun/National Television of Cambodia, ສະ​ແດງ​ໃຫ້​ເຫັນນາ​ຍົກ​ກຳ​ປູ​ເຈຍ (ຊ້າຍ) ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດພິ​ເສດ ອາ​ຊຽນ-ຈີນ ຢູ່​ພະ​ລ​າດ​ຊະ​ວັງ​ສັນ​ຕິ​ພາບໃນ​ນະ​ຄອນ​ຫລວງ​ກຳ​ປູ​ເຈຍ, ວັນ​ທີ 22 ພະ​ຈິກ, 2021
​ໃນພາບ​ທີ່​ສົ່ງ​ໃຫ້​ໂດຍ An Khoun Sam Aun/National Television of Cambodia, ສະ​ແດງ​ໃຫ້​ເຫັນນາ​ຍົກ​ກຳ​ປູ​ເຈຍ (ຊ້າຍ) ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດພິ​ເສດ ອາ​ຊຽນ-ຈີນ ຢູ່​ພະ​ລ​າດ​ຊະ​ວັງ​ສັນ​ຕິ​ພາບໃນ​ນະ​ຄອນ​ຫລວງ​ກຳ​ປູ​ເຈຍ, ວັນ​ທີ 22 ພະ​ຈິກ, 2021

"ທັງ​ນີ້​ກໍ​ເພາະ​ວ່າ ຈີນ​ເປັນ​ຄູ່​ຮ່ວມ​ມືທາງ​ເສດຖະກິດ​ທີ່​ສຳຄັນ ​ຂອງພາກ​ພື້ນ​ດັ່ງ​ກ່າວ​ ແລະ​ຈີນ​ກໍ​ໄດ້​ສ້າງ​ຕັ້ງຂົງ​ເຂດ ໃນ​ການ​ຮ່ວມ​ມື ທີ່​ໃຊ້​ໄດ້​ກັບ​ອາ​ຊຽນ, ຊຶ່ງ​ຫລາຍຂົງ​ເຂດໃນ​ນັ້ນ ​ກໍໄດ້ກາ​ຍ​ໄປ​ເປັນ​ການ​ຈັດ​ຕັ້ງ ​ທີ່​ມີ​ການ​ຄວບ​ຄຸມແລ້ວ,”

ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານນາງ​ໂຈ​ແອນ ລິນ ເວ​ລິງ (Joanne Lin Weiling), ຜູ້​ປະສານ​ງານຮ່ວ​ມຂອງ​ສູນ​ສຶກສາ​ອາ​ຊຽນທີ່ກ່າວ​ຢູ່... ສະຖາບັນ ISEAS Yusof Ishak ທີ່ຕັ້ງຢູ່ໃນສິງກະໂປ.

ທ່ານ​ນາງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເປັນ​ພັນທະ​ມິດ​ຍຸດ​ທະ​ສາດ​ຂອງ​ທ່ານໄບ​ເດັນຢູ່​ ໃນ​ພາກ​ພື້ນ ​ແມ່ນ​ມີ​ຈຸດ​ປະສົງ​ເພື່ອ​ຕ້ານ​ຈີນ. ສິ່ງດັ່ງກ່າວ ເຮັດໃຫ້ພວກເຂົາເຈົ້າ ຮູ້​ສຶກວ່າ ບໍ່ເໝາະສົມຢ່າງສະ​ດວກ​ສຳ​ລັບປະ​ເທດສະມາຊິກຂອງອາຊຽນ ເຊັ່ນ ລາວ, ມຽນມາ ແລະ ກຳປູເຈຍ, ເຊິ່ງມີ “ສາຍພົວພັນ ແລະການພົວພັນອັນ
ແໜ້ນແຟ້ນກັບຈີນ.” ທ່ານນາງກ່າວຕື່ມວ່າ “ອາຊຽນບໍ່ໄດ້ລະເວັ້ນເອົາຈີນອອກ​ຈາກແນວທາງອິນໂດ-ປາຊີຟິກຂອງ​ຕົນ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ຖະ​ບານ​ຂອງ​ທ່ານໄບ​ເດັນ ຫວັງ​ວ່າ​ຈະ​ຊອກ​ຫາ​ຄູ່​ຮ່ວມ​ມື​ທີ່​ຮັບ​ເອົາ​ບັນດາ​ຂົງ​ເຂດ​ເຊັ່ນ ການ​ຮ່ວມ​ມື​ທາງ​ທະ​ເລ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ພົວພັນ​ດ້ານ​ເສດຖະກິດ - ​ແລະອາດ​ຈະ​ຫຼີກ​ລ້ຽງບັນຫາ ​ທີ່​ສ້າງ​ຄວາມ​ຂັດ​ແຍ້ງ​ຢ່າງ​ຈະ​ແຈ້ງ​ກັບ​ປັກ​ກິ່ງ.

ທ່ານຟ​ລີ ໂຣ​ເບີດ​ສັນ, ຮອງ​ຜູ້​ອຳ​ນວຍ​ການ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ປະ​ຈຳ​ອາ​ຊຽນ ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ກຳ​ປູ​ເຈຍວ່າ “ຄວາມ​ເປັນ​ຈິງ​ຢູ່​ໃນ​ພາກ​ພື້ນ​ກໍ​ຄື​ວ່າ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ສ່ວນ​ໃຫຍ່​ ພະ​ຍາ​ຍາມ​ໜັກ​ໜາ​ທີ່​ຈະ​ບໍ່ໃຫ້​ຖືກ​ບັງ​ຄັບ ​ໃຫ້​ເລືອກ​ເອົາ​ລະ​ຫວ່າງ​ຈີນ ​ກັບ​ສະ​ຫະ​ລັດ.”

XS
SM
MD
LG