ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຖອນຕົວ ອອກຈາກ ສະພາ ສິດທິມະນຸດ ສປຊ

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ຖະແຫຼງຕໍ່ນັກຂ່າວພ້ອມກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ (ບໍ່ໄດ້ຢູ່ໃນຮູບ) ກ່ຽວກັບ ການປະກາດການຖອນຕົວ ຂອງ ສະຫະລັດ ຈາກສະພາສິດທິມະນຸດ ອົງການສະຫະປະຊາຊາດ ທີ່ກະຊວງ ການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 19 ມິຖຸນາ, 2019.

ສະຫະລັດ ໄດ້ປະກາດຖອນຕົວອອກຈາກສະພາສິດທິມະນຸດອົງການສະຫະປະຊາ
ຊາດຢ່າງເປັນທາງການ, ໂດຍເວົ້າວ່າ ອົງການດັ່ງກ່າວແມ່ນບໍ່ເປັນຕານັບຖືຄືກັບຊື່
ຂອງມັນ.

ທີ່ກອງປະຊຸມຖະແຫຼງຂ່າວຮ່ວມ ຢູ່ກະຊວງການຕ່າງປະເທດເມື່ອວັນຈັນທີ່ຜ່ານມາ
ພ້ອມກັບລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ນັ້ນ, ເອກອັກຄະລັດ
ຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໄດ້ກ່າວ
ຕໍ່ບັນດານັກຂ່າວ ວ່າ, “ເປັນເວລາດົນຫຼາຍແລ້ວ, ທີ່ສະພາສິດທິມະນຸດ ໄດ້ເປັນຜູ້
ປົກປ້ອງພວກລະເມີດສິດທິມະນຸດ ແລະ ເປັນບ່ອນສົກກະປົກທີ່ລຳອຽງທາງການ
ເມືອງ.

ທ່ານນາງໄດ້ກ່າວຫາສະພາດັ່ງກ່າວວ່າ ມີ “ການລຳອຽງຢ່າງຕໍ່ເນື່ອງ” ກັບປະເທດ
ອິສຣາແອລ.

ທ່ານນາງໄດ້ເວົ້າວ່າ ສະຫະລັດ ໄດ້ພະຍາຍາມທີ່ຈະປະຕິຮູບໃນປີທີ່ຜ່ານມາ, ແຕ່
ບໍ່ເປັນຜົນສຳເລັດ.

ທ່ານນາງໄດ້ກ່າວໂດຍອ້າງເຖິງການລ່ວງລະເມີດຂອງປະເທດ ເວເນຊູເອລາ, ຈີນ,
ຄິວບາ ແລະ ສາທາລະນະລັດ ຄອງໂກ ວ່າ “ເບິ່ງສະມາຊິກຂອງສະພານັ້ນ, ແລະ
ເຈົ້າກໍຈະເຫັນການບໍ່ເຄົາລົບສິດທິພື້ນ ຖານຢ່າງໜ້າຕົກໃຈ.”

ລັດຖະມົນຕີການຕ່າງປະເທດ ໄມຄ໌ ພອມພຽວ ໄດ້ສະແດງຄວາມເຫັນພ້ອມ, ໂດຍ
ເອີ້ນສະພາດັ່ງກ່າວນັ້ນວ່າ “ປະຕິບັດໜ້າທີ່ ອັນຫຼອກລວງຢ່າງໜ້າບໍ່ອາຍ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວຄຳປາໄສທີ່ງານຮັບປະທານອາຫານທ່ຽງ ໃນສະໂມສອນເສດຖະກິດຂອງນະຄອນ ດີທຣອຍ. ນະຄອນ ດີທຣອຍ, ລັດ ມິຊິແກນ. 18 ມິຖຸນາ, 2018.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວຄຳປາໄສທີ່ງານຮັບປະທານອາຫານທ່ຽງ ໃນສະໂມສອນເສດຖະກິດຂອງນະຄອນ ດີທຣອຍ. ນະຄອນ ດີທຣອຍ, ລັດ ມິຊິແກນ. 18 ມິຖຸນາ, 2018.

ທ່ານ ສເຕຟານ ດູຈາຣິຈ ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ
ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ອອກຖະແຫຼງການເພື່ອຕອບໂຕ້.

ຖະແຫຼງການເວົ້າວ່າ “ທ່ານເລຂາທິການໃຫຍ່ຢາກໃຫ້ ສະຫະລັດ ເປັນສະມາຊິກ
ຂອງສະພາສິດທິມະນຸດຄືເກົ່າ. ໜ້າທີ່ຂອງສະພາສິດທິມະ ນຸດອົງການສະຫະປະຊາ
ຊາດແມ່ນມີບົດບາດທີ່ສຳຄັນຫຼາຍໃນການສົ່ງ ເສີມ ແລະ ປົກປ້ອງສິດທິມະນຸດໃນ
ທົ່ວໂລກ.”

ກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ສຳຄັນ 12 ອົງການ, ລວມທັງອົງການ Human
Rights First, Freedom House ແລະ Save the Children, ໄດ້ສົ່ງຈົດໝາຍຫາ
ທ່ານ ພອມພຽວ, ເວົ້າວ່າເຂົາເຈົ້າຜິດຫວັງຢ່າງຍິ່ງກັບການຕັດສິນໃຈດັ່ງກ່າວ. ຈົດ
ໝາຍທີ່ວ່ານັ້ນໄດ້ລະບຸເຖິງ “ບັນຫາທີ່ແທ້ຈິງ ກ່ຽວກັບ ຂໍ້ບົກພ່ອງ ໃນໂຄງຮ່າງ ແລະ
ການປະຕິບັດການຂອງສະພາດັ່ງກ່າວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US to Continue Human Rights Efforts Outside the United Nations
please wait

No media source currently available

0:00 0:02:16 0:00

XS
SM
MD
LG