ໃນວັນພະຫັດວານນີ້, ບັນດາສະມາຊິກສະພາສະຫະລັດ ໄດ້ນຳສະເໜີຮ່າງກົດໝາຍທີ່ໄດ້ຮັບການສະໜັບສະໜູນຈາກທັງສອງຝ່າຍ ທີ່ຈະຍົກເລີກສະຖານະທາງການຄ້າທີ່ໃຫ້ບູລິມະສິດຂອງ ຈີນ ກັບ ສະຫະລັດ, ໂດຍກໍານົດອັດຕາພາສີທີ່ເຂັ້ມງວດຫຼາຍຂຶ້ນ ແລະຍຸຕິການຍົກເວັ້ນການນຳເຂົ້າທີ່ມີມູນຄ່າຕ່ຳຂອງ ຈີນ.
ຮ່າງກົດໝາຍທີ່ນຳສະເໜີໂດຍ ທ່ານ ຈອນ ມູເລນາ (John Moolenaar) ປະທານຄະນະກຳມະການກ່ຽວກັບ ຈີນ ຂອງສະພາຕໍ່າຈາກພັກຣີພັບບລິກັນ, ມີຂຶ້ນພາຍຫຼັງທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໄດ້ອອກບົດບັນທຶກໃນວັນຈັນແລ້ວນີ້ ໂດຍຮຽກຮ້ອງໃຫ້ຄະນະລັດທະມົນຕີຂອງທ່ານ ປະເມີນກົດໝາຍກ່ຽວກັບການກຳນົດສາຍພົວພັນການຄ້າຖາວອນເປັນປົກກະຕິ ຫຼື PNTR ສໍາລັບ ປັກກິ່ງ.
ລັດຖະສະພາ ໄດ້ອະນຸມັດ PNTR ສໍາລັບ ຈີນ ໃນປີ 2000, ເຊິ່ງໄດ້ປູທາງໃຫ້ ຈີນ ເຂົ້າຮ່ວມອົງການການຄ້າໂລກ (WTO). ແຕ່ ສະຫະລັດ ພົບວ່າ ບົດບາດອັນສໍາຄັນຂອງລັດຖະບານໃນລະບົບເສດຖະກິດຂອງ ຈີນ, ລວມທັງເງິນອຸດໜູນຂອງລັດຖະບານຂະໜາດໃຫຍ່ສຳລັບອຸດສາຫະກຳດ້ານຍຸດທະສາດນັ້ນ, ເປັນການລະເມີດກົດຕໍ່ລະບຽບຂອງອົງການ WTO.
ທ່ານ ທຣໍາ, ຜູ້ທີ່ໄດ້ທໍາການປະນາມເກີນດຸນທາງການຄ້າຢ່າງຫຼວງຫຼາຍຂອງ ຈີນ ຕໍ່ ສະຫະລັດ, ໄດ້ໃຫ້ຄໍາໝັ້ນວ່າ ຈະເພີ້ມພາສີຫຼາຍຂຶ້ນຕໍ່ສິນຄ້າຂອງ ຈີນ.
ລັດຖະທໍາມະນູນວ່າດ້ວຍການຟື້ນຟູຄວາມເປັນທຳທາງການຄ້າຂອງ ທ່ານ ມູເລນາ ໄດ້ຮັບການສະໜັບສະໜູນຮ່ວມໂດຍ ທ່ານ ທັອມ ຊູອາສຊີ (Tom Suozzi) ສະມາຊິກຈາກພັກເດໂມແຄຣັດ, ໂດຍໄດ້ນຳສະເໜີພ້ອມດ້ວຍຮ່າງກົດໝາຍທີ່ກ່ຽວຂ້ອງໃນສະພາສູງ. ທ່ານ ມູເລນາ ກ່າວວ່າ ການໃຫ້ສິດທິພິເສດ PNTR ຕໍ່ ຈີນ ຈະສົ່ງຜົນໃຫ້ມີການນໍາເຂົ້າຈາກ ຈີນ ຫຼາຍຂຶ້ນ, ເຮັດໃຫ້ການຜະລິດຂອງ ສະຫະລັດ ຫຼຸດໜ້ອຍລົງ, ແລະເຮັດໃຫ້ ສະຫະລັດ ມີຄວາມອ່ອນແອຕໍ່ການບີບບັງຄັບທາງເສດຖະກິດຈາກ “ຝ່າຍກົງກັນຂ້າມທີ່ໃຫຍ່ທີ່ສຸດ.”
ທ່ານ ມູເລນາ ກ່າວໃນຖະແຫຼງການສະບັບນຶ່ງວ່າ “ແຜນການນີ້ລົ້ມແຫຼວ. ກົດໝາຍດັ່ງກ່າວມານີ້ ຈະປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງ ສະຫະລັດ, ເສີມຂະຫຍາຍການຜ່ອນຜັນຂອງຕ່ອງໂສ້ອຸປະທານ, ພ້ອມທັງນຳວຽກງານດ້ານການຜະລິດກັບຄືນສູ່ ອາເມຣິກາ ແລະບັນດາປະເທດພັນທະມິດຂອງພວກເຮົາ.”
ສະຖານທູດຈີນປະຈຳຂະຄອນຫຼວງວໍຊິງຕັນ ບໍ່ໄດ້ໃຫ້ຄໍາຕອບໃດໆໃນທັນທີ ຕໍ່ການຮ້ອງຂໍຄວາມເຫັນທີ່ກ່າວມານັ້ນ.
ຟໍຣັມສະແດງຄວາມຄິດເຫັນ