ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ມາ​ຊິກ ​ສະພາ ​ສຫລ ກ່າວວ່າ ມີການກວດ​ລ້າງ ​​ຊົນ​ກຸ່ມນ້ອຍ ໃນ​ມຽນມາ


US Lawmakers: Ethnic Cleansing Taking Place in Myanmar
please wait

No media source currently available

0:00 0:02:47 0:00

ບັນດາ​ສະ​ມາຊິກທັງຫຼາຍຂອງ​ສະພາ​ສະຫະລັດ ​ກຳລັງ​ກົດ​ດັນ​ໃຫ້​ລັດຖະບານ​ຂອງ​
ທ່ານ​ທຣຳ ປະກາດ​ເຖິງ​ການກວດ​ລ້າງ​ເຜົ່າ​ພັນ ​ຕ້ານ​ຊົນ​ເຜົ່າ​ມຸສລິ​ມໂຣຮິງ​ຢາ ​
ໃນ​ມຽນມາປະ​ເທດ​ທີ່​ສ່ວນ​ໃຫຍ່ ​ນັບຖື​ສາສະໜາ​ພຸດ ທີ່​ຮູ້​ກັນອີກຊື່ນຶ່ງວ່າ ພະ​ມ້ານັ້ນ
ຊຶ່ງໄດ້ມີ​ການເຫັນວ່າ ມີການປັບປຸງ​ໃຫ້ດີຂຶ້ນ ລະຫວ່າງ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​
ສະຫະລັດ ​ໃນ​ຮອບ​ຫຼາຍ​ປີຜ່ານມາ​ນີ້. ​ດັ່ງ​ທີ່ Michael Bowman ນັກ​ຂ່າວ​ຂອງ
VOA ໄດ້​ລາຍ​ງານມາໃນວັນອັງຄານວານນີ້ກໍແມ່ນວ່າ ຜູ້ແທນສະພາ​ສູງຄະນະນຶ່ງ
ໄດ້​ຮຽກຮ້ອງ​ ​ໃຫ້​ເຈົ້າ​ໜ້າ​ທີ່​ສະຫະລັດ ເອົາ​ມາດ​ຕະການເຂັ້ມງວດຂຶ້ນກວ່າເກົ່າ ຕໍ່ການກົດຂີ່ທີ່ໂຫດຮ້າຍ ​ແລະການ​ອົບ​ພະຍົບຫລົບ​ໄພຂອງ​ຊາວໂຣຮິງ​ຢາຫຼາຍ
​ແສນ​ຄົນໃນ​ມຽນມາ ດັ່ງ​ວັນນະ​ສອນ ​ຈະນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​
ໃນ​ອັນ​ດັບ​ຕໍ່​ໄປ.

​ໃນ​ຂະນະ​ທີ່ຊາວມຸສລິ​ມໂຣຮິງ​ຢາ ພວມໄດ້ຮັບ​ຄວາມ​ທໍລະມານຍ້ອນຄວາມຢ້ານກົວ
ຕໍ່​ຄວາມປ່າ​ເຖື່ອນ​ໂຫດຮ້າຍ​ໃນ​ແຕ່​ລະ​ວັນຢູ່ນັ້ນ ຢູ່ໃນ​ລັດຖະສະພາ​ສະຫະລັດ ກໍເກີດຄວາມໂມໂຫໂທໂສຢ່າງໃຫຽ່.

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Cory Gardner ສັງກັດ​ພັກ Republican
ຈາກ​ລັດ Colorado ໃນຄະນະ​ກຳມາທິການ​ຕ່າງປະ​ເທດ ກ່າວ​ວ່າ “​ບໍ່​ມີ​ອັນໃດ ​
ທີ່​ຈະ​ເປັນຄວາມ​ຫາຍຍະນະທາງ​ດ້ານ​ມະນຸດສະທຳໄປຫຼາຍກວ່າ​ນີ້.”

ສ່ວນສະມາຊິກ​ສະພາ​ສູງ​ ທ່ານ Ben Cardin ສັງກັດ​ພັກ Democrat ຈາກ​ລັດ
ແມຣີແລນໃນ​ຄະນະ​ກຳມາທິການ​ຕ່າງປະ​ເທດຄືກັນ ກໍກ່າວ​ວ່າ “​ເຄິ່ງນຶ່ງ​ຂອງ​ປະຊາ
ກອນຊາວໂຣຮິງຢາ ​ໃນ​ມຽນມາ ​ໄດ້​ຫຼົບໜີ, 600 ພັນຄົນ ໃນຈຳນວນ 1 ລ້ານ
2 ​ແສນ​ຄົນ.”

ຮອງຜູ້ຊ່ອຍລັດຖະມົນຕີການຕ່າງປະເທດ ທ່ານ W. Patrick Murphy ນັ່ງຮັບຟັງຖະແຫຼງການຂອງ ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ທີ່ຖ່າຍທອດອອກອາກາດ ທີ່ສູນປະຊຸມແຫ່ງຊາດ ໃນນະຄອນ Naypyitaw, ມຽນມາ, 19 ກັນຍາ 2017.
ຮອງຜູ້ຊ່ອຍລັດຖະມົນຕີການຕ່າງປະເທດ ທ່ານ W. Patrick Murphy ນັ່ງຮັບຟັງຖະແຫຼງການຂອງ ຜູ້ນຳມຽນມາ ທ່ານນາງ Aung San Suu Kyi ທີ່ຖ່າຍທອດອອກອາກາດ ທີ່ສູນປະຊຸມແຫ່ງຊາດ ໃນນະຄອນ Naypyitaw, ມຽນມາ, 19 ກັນຍາ 2017.

ສະມາຊິກ​ສະພາ​ສູງ​ ທ່ານ Jeff Merkley ສັງກັດ​ພັກ Democrat ຈາກ​ລັດ Oregon
ໄດ້ກ່າວ​ວ່າ “ພວກ​ແມ່ຍິງ​ຫຼາຍ​ພັນ​ຄົນ​ໄດ້ຖືກຂົ່ມຂືນ​ຊຳ​ເລົາ ມີ​ພວກ​ຜູ້​ຊາຍ​ແລະ
ແມ່ຍິງຈຳນວນ​ຫຼາຍ​ພັນ​ຄົນ ຖືກ​ຍິງ​ຕາຍໃນ​ຂະນະ​ທີ່​ພວກ​ເຂົາ​ພາກັນ​ອອກ​ຈາກ​
ບ້ານ​ໄປ​.ໝູ່ບ້ານຕ່າງໆ ​ໄດ້​ຖືກ​ປິດ​ລ້ອ​ມ ​ແລະ​ປ່ອຍ​ໃຫ້​ອົດ​ຫິວ​ຕາຍ.”

ບັນ​ດາສະມາຊິກ​ສະພາ​ສູງ​ບາງ​ທ່ານ ​ໄດ້​ຂຽນ​ບົດ​ສະຫຼຸບ​ບົ່ງຊັດລົງ ​ກ່ຽວ​ກັບ​ການ​ເອົາ
ບົດ​ບາດ​ຂອງ​ກອງ​ກຳລັງ​ທະຫານມຽນມາ ​ແລະ​ພວກ​ປະ​ຊົນ​ພົນລະ​ເຮືອນທີ່​ຕິດຕາມ
ສິ້ງຊອມ​ເບິ່ງ ​ແລະຖືເອົາຊາວ​ໂຣຮິງ​ຢາເປັນ​ເປົ້າ​ໝາຍ.​

ທ່ານ Cardin ກ່າວ​ວ່າ “ນີ້ແມ່ນການ​ຂ້າ​ລ້າງ​ເຜົ່າ​ພັນ ມັນເຫັນໄດ້ຢ່າງ​ຈະ​ແຈ້ງ​…​
ແມ່ນ​ແທ້ຂ້າພະ​ເຈົ້າ​ຄິດ​ວ່າ​ມັນ​ແມ່ນ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ແທ້ໆ.”

ທ່ານ Cardin ​ແລະ​ສະມາຊິກ​ທ່ານ​ອື່ນໆ ຢາກໃຫ້​ລັດຖະບານ​ຂອງ​ທ່ານ​ທຣຳ ​ປະກາດ​
ເຖິງ​ການກວດ​ລ້າງ​ເຜົ່າ​ພັນ ຕ້ານ​ຊົນ​ເຜົ່າ​ມຸສລິ​ມໂຣຮິງ​ຢາ ​ໃນ​ມຽນມາ ​ຊຶ່ງອາດນຳໄປສູ່​
ບາດກ້າວ​ທຳ​ອິດ ໃນ​ການ​ລົງ​ໂທດ ອັນ​ໃໝ່ຂອງ​ສະຫະລັດ ຕໍ່​ມຽນມາ. ໃນເດືອນແລ້ວ​ນີ້ ສະຫະລັດເກືອບວ່າ​ຈະໄປ​ເຖິງ​ຈຸດນັ້ນແລ້ວ ຢູ່​ໃນ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ Scot Marciel ເອກອັກຄະລັດຖະທູດສະຫະລັດ ປະຈຳມຽນມາ ຖະແຫຼງຕໍ່ສາທາລະນະຄັ້ງທຳອິດ ໃນຖານະທີ່ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳນະຄອນ Yangon, ມຽນມາ, 10 ພຶດສະພາ 2016.
ທ່ານ Scot Marciel ເອກອັກຄະລັດຖະທູດສະຫະລັດ ປະຈຳມຽນມາ ຖະແຫຼງຕໍ່ສາທາລະນະຄັ້ງທຳອິດ ໃນຖານະທີ່ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳນະຄອນ Yangon, ມຽນມາ, 10 ພຶດສະພາ 2016.

​ທ່ານ​ນາງ Nikki Halley ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​
ຊາດ ກ່າວ​ວ່າ “ພວກ​ເຮົາ​ບໍ່​ຕ້ອງ​ຢ້ານ​ກົວທີ່ຈະເອີ້ນບົດ​ບາດດັ່ງກ່າວ​ຂອງ​ເຈົ້າ​ໜ້າ​ທີ່
​ມຽນມາ ​ວ່າ ​ຄວາມໂຫດຮ້າຍ ເປັນການປຸກລະດົມ ​ເພື່ອ​ທຳ​ການກວດ​ລ້າງຊົນຊາດ
ກຸ່ມນ້ອຍ.”

ໃນ​ລັດຖະສະພາ ​ພວກເຈົ້າ​ໜ້າ​ທີ່​ທັງຫຼາຍພາກັນ ເວົ້າເຖິງ “ຄວາມ​ຊົ່ວ​ຮ້າຍທາລຸນ”
ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ຈາກ​ກຸງຢ່າງ​ກຸ້ງ.

ທ່ານ Patrick Murphy ຮອງ​ຜູ້ຊ່ອຍລັດຖະມົນຕີ​ການ​ຕ່າງປະ​ເທດ ກ່າວ​ວ່າ “ການ​ຍຸຕິ​
ຄວາມ​ຮຸນ​ແຮງ ຈະປົກ​ປ້ອງ​ປະຊາຊົນ​ພົນລະ​ເຮືອນ ເສີມຂະຫຍາ​ຍ​ຄວາມ​ເປັນ​ມະນຸດ
ສະທຳ ​ແລະ​ການ​ເຂົ້າ​ເຖິງ​ສື່ມວນຊົນ ນຳ​ເອົາ​ພວກກະທຳຜິດມາ​ຮັບຜິດຊອບ ຈັດ​ຕັ້ງ​
ຖິ່ນ​ຖານ​ໃໝ່ຢ່າງ​ປອດ​ໄພ ​ໃຫ້​ແກ່​ພວກ​ທີ່​ໄດ້​ອົບ​ພະຍົບຫຼົບ​ໜີ​ໄປ.”

ສະມາຊິກສະພາສູງ ທ່ານ Ben Cardin, ສັງກັດພັກ Democrat ຈາກລັດ ແມຣີແລນ ນັ່ງຮັບຟັງການສືບສວນຂອງລັດຖະສະພາກ່ຽວກັບ ຂໍ້ຕົກລົງອີຣ່ານ, 23 ກໍລະກົດ 2015.
ສະມາຊິກສະພາສູງ ທ່ານ Ben Cardin, ສັງກັດພັກ Democrat ຈາກລັດ ແມຣີແລນ ນັ່ງຮັບຟັງການສືບສວນຂອງລັດຖະສະພາກ່ຽວກັບ ຂໍ້ຕົກລົງອີຣ່ານ, 23 ກໍລະກົດ 2015.

​ໃນ​ຊ່ວງ​ໄລຍະ​ລັດຖະບານ​ໂອ​ບາ​ມາ ສະຫະລັດ ​ໄດ້​ຜ່ອນຜັນ​ການ​ລົງ​ໂທດ ຕໍ່​ມຽນມາ
​ໃນ​ຂະນະ​ທີ່ ປະ​ເທດ​ດັ່ງກ່າວ​ໃຫ້ການ​ຕ້ອນຮັບ​ການ​ປະຕິ​ຮູບໄປ​ສູ່​ປະຊາທິປະ​ໄຕ
ທີ່​ໄດ້​ນຳ​ເອົາ​ອະດີດຜູ້ນຳ ທ່ານ​ນາງ Aung San Suu Kyi ຂຶ້ນ​ມາ​ມີ​ບົດບາດ.
ປັດ​ນີ້ ມາດຕະການການ​ລົງ​ໂທດ ຄວນຈະ​ນຳເອົາຂຶ້ນ​ມາ​ສົນທະນາ​ກັນ ດັ່ງທີ່​ສະມາຊິກ
​ຄົນ​ສຳຄັນໄດ້ກ່າວນັ້ນ.

ສະມາຊິ​ກສະພາ​ສູງ​ ທ່ານ Bob Corker ສັງກັດ​ພັກ Republican ຈາກ​ລັດ Ten-
nesseeຈາກ​ຄະນະ​ກຳມະການ​ຕ່າງປະ​ເທດ ກ່າວ​ວ່າ “ສະຫະລັດ ບໍ່​ຄວນ​ຈະລະເລີຍ
ມຽນມາ, ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ກໍອາດ​ເຖິງ​ເວລາ​ແລ້ວ ​ທີ່​ຈະ​ມີ​ການ​ປັບ​ປ່ຽນ
​ນະ​ໂຍບາຍຕ່າງໆ.”

ສ່ວນວ່າ​ແມ່ນ​ຫຍັງ​ແທ້​ທີ່​ໄດ້ເກີດ​ຂຶ້ນ ​ເຈົ້າ​ໜ້າ​ທີ່​ສະຫະລັດ ກໍຢາກແນ​ເປົ້າ​ໝາຍ​ໃສ່​ຜູ້​ທີ່​
ລະ​ເມີດ​ສິດທິ​ມະນຸດ​ເປັນ​ການ​ສ່ວນ​ຕົວ ຫຼາຍ​ກວ່າ​ທັງ​ໝົດ​ປະ​ເທດ.

ທ່ານ Murphy ກ່າວ​ວ່າ “ການ​ລົງ​ໂທດ​ຢ່າງ​ທົ່ວໄປ​ ຈະ​ເຮັດ​ໃຫ້​ປະຊາຊົນ​ຜູ້​ທີ່​ອ່ອນ​
ແອ​ນັ້ນ ຍິ່ງ​ຈະ​ອ່ອນ​ແອລົງ​ໄປຕື່ມ​ອີກ ຈະປະ​ເຊີນ​ກັບຄວາມ​ຮຸນ​ແຮງ​ແບບ​ເດີມ​ໆ ​
ແລະ​ການກໍ່​ອາດ​ຊະຍະ​ກຳ​ຕ່າງໆ ທີ່​ເກີດ​ຂຶ້ນ ມາ​ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້.”

ພາຍຈາກກະຊວງການຕ່າງປະເທດມຽນມາ, ທີ່ປຶກສາລະດັບປະເທດ ຂອງມຽນມາ ທ່ານນາງ Aung San Suu Kyi, ຂວາ, ຈັບມືກັບຮອງຜູ້ຊ່ອຍລັດຖະມົນຕີການຕ່າງປະເທດ ສຳຫຼັບເອເຊຍອາຄະເນ ທ່ານ W. Patrick Murphy ໃນ Naypyitaw, ມຽນມາ, 19 ກັນຍາ 2017.
ພາຍຈາກກະຊວງການຕ່າງປະເທດມຽນມາ, ທີ່ປຶກສາລະດັບປະເທດ ຂອງມຽນມາ ທ່ານນາງ Aung San Suu Kyi, ຂວາ, ຈັບມືກັບຮອງຜູ້ຊ່ອຍລັດຖະມົນຕີການຕ່າງປະເທດ ສຳຫຼັບເອເຊຍອາຄະເນ ທ່ານ W. Patrick Murphy ໃນ Naypyitaw, ມຽນມາ, 19 ກັນຍາ 2017.

ໃນ​ຂະນະ​ທີ່​ເພັ່ງ​ເລັງ​ໃສ່ວິ​ກິດ​ການທາງ​ດ້ານ​ມານຸດ​ສະ​ທຳ​ໃນມຽນມາຢູ່ນັ້ນ ສະມາຊິກ​
ສະພາ​ພັກ Democrat ທ່ານ​ນຶ່ງກໍ​ບໍ່​ສາມາດທົນ​ຕໍ່ຖ້ອຍ​ຄຳ​ເວົ້າຂອງ​ທ່ານ​ທຣຳທີ່​ທຳນຽບ
ຂາວ ຊຶ່ງສະມາຊິ​ສະພາ​ສູງ​ ທ່ານນາງ Jeanne Shaheen ສັງກັດ​ພັກ Democrat
ຈາກ​ລັດ New Hamshire ຈາກ​ຄະນະ​ກຳມະການ​ການ​ຕ່າງປະ​ເທດ ກ່າວ​ວ່າ
“​ແມ່ນ​ຂໍ້ຄວາມ​ອັນ​ໃດ​ທີ່​ຢາກ​ສົ່ງ​ໄປ​ໃຫ້​ຜູ້ນຳ​ມຽນມາ, ທັງທະຫານ ​ແລະ​ພົນລະ​ເຮືອນ ໃນຕອນທີ່​ຢູ່​ໃນ​ສະຫະລັດ ພວກ​ເຮົາ​ໄດ້​ມີ​ການ​ຫ້າມການ​ເດີນທາງ​ຂອງບັນດາ​ປະ​ເທດ​
ທີ່​ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມນັ້ນ.”

​ທ່ານນາງ ກ່າວ​ວ່າ ທ່ານ​ນາງ ບໍ່​ໄດ້​ຄາດ​ຫວັງຢາກໄດ້ຄຳ​ຕອບ​ໃດໆ​ຈາກ​ຄະນະ​ກຳມະ
ການ​ຄະນະ​ນີ້ ​ແລະ​ກໍ​ບໍ່​ໄດ້​ຮັບຄຳຕອບເລີຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກອົບພະຍົບຊາວໂຣຮິງຢາ ຫາມຍາດພີ່ນ້ອງຂອງພວກເຂົາເຈົ້າ ໄປຍັງສຸກສາລາ ທີ່ສູນອົບພະຍົບ Kutupalong ໃກ້ໆກັບ Cox's Bazar, Bangladesh, 24 ຕຸລາ 2017.
ພວກອົບພະຍົບຊາວໂຣຮິງຢາ ຫາມຍາດພີ່ນ້ອງຂອງພວກເຂົາເຈົ້າ ໄປຍັງສຸກສາລາ ທີ່ສູນອົບພະຍົບ Kutupalong ໃກ້ໆກັບ Cox's Bazar, Bangladesh, 24 ຕຸລາ 2017.
XS
SM
MD
LG